ກຸ່ມປະທ້ວງຫຼາຍຮ້ອຍຄົນ ລົງຖນົນໃນຫົວເມືອງໃຫຍ່ໆ ໃນພະມ້າ ໃນມື້ວັນອັງຄານ ຮ່ວມກຳລັງກັບກຸ່ມອື່ນໆ ໃນນັ້ນ ຮ່ວມດ້ວຍ ກຸ່ມ ປະກອບອາວຸດຊົນກຸ່ມນ້ອຍ ທີ່ເຄີຍຕໍ່ສູ້ ກັບທະຫານ ມາເປັນເວລາຫຼາຍປີ ແລະກຸ່ມນັກສຶກສາ ໃນວັນຄົບຮອບ 100 ມື້ ຫຼັງຈາກການ ຣັຖປະຫານ ກຸ່ມດັ່ງກ່າວໄດ້ພາກັນຕໍ່ສູ້ ກັບກຳລັງທະຫານ ໃນການປະທ້ວງຄັ້ງນີ້ ຊຶ່ງນັກວິເຄາະເວົ້າວ່າ ອາດກາຍເປັນສົງຄາມ ກາງ ເມືອງເກີດຂຶ້ນໃນພະມ້າ ຖ້າມີການປະທະກັນ ແບບໃຊ້ອາວຸດ ຕໍ່ກຸ່ມຜເດັດການທະຫານ ແລະພະມ້າ ຈະກາຍເປັນປະເທດ ຫຼົ້ມແຫຼວ ທາງດ້ານການປົກຄອງ ແບບຣະບົບກົດໝາຍ ແລະ ແບບປະຊາທິປະຕັຍ ປະເທດນຶ່ງໃນອາຊຽນ ຖ້າເຫດການ ແລະ ຄວາມວຸ້ນວາຍ ດັ່ງກ່າວ ຍັງສືບຕໍ່ໄປ.
ການປະທ້ວງໃນມື້ນັ້ນ ມີປະຊາຊົນ ແລະ ນັກສຶກສາ ຈາກນະຄອນຢ້າງກຸ້ງ ແລະຫົວເມືອງຕ່າງໆ ຫຼາຍພັນຄົນເຂົ້າຮ່ວມ ກຸ່ມດັ່ງກ່າວ ໄດ້ປະທະກັນກັບ ກຸ່ມທະຫານເຮັດໃຫຜູ້ປະທ້ວງ ເສັຽຊີວິດຫຼາຍຮ້ອຍຄົນ ຄົນແລະທະຫານ ເສັຽຊີວິດຈຳນວນນຶ່ງ ຊຶ່ງເປັນການ ປະ ທ້ວງທີ່ຮຸ່ນແຮງທີ່ສຸດ.
ແຕ່ກຸ່ມທະຫານ ຍັງບໍ່ລົດລະ ໃນການປາບປາມກຸ່ມປະທ້ວງ ຍັງໃຊ້ກຳລັງທະຫານ ປະທະກັບປະຊາຊົນ ເຮັດໃຫ້ປະຊາຊົນທົ່ວປະເທດ ກຸ່ມນັກສຶກສາ ພະນັກງານຣັດ ແລະເອກຊົນ ຢຸດງານເພື່ອເຂົ້າຮ່ວມປະທ້ວງ ຊຶ່ງການກະທຳດັ່ງກ່າວ ເຮັດໃຫ້ເສຖກິຈພະມ້າ ຫຼົ້ມແຫຼວ ທະນາຄານຕ່າງໆ ໄດ້ປິດກິຈການ ຍ້ອນມີຄົນມາຖອນເງິນ ເປັນຈຳນວນຫຼາຍ ຢ້ານວ່າ ທະນາຄານຈະລົ້ມລະລາຍ.
ຣັຖບານພົລເຮືອນ ທີ່ຫາກໍຕັ້ງຂຶ້ນໃໝ່ ຮ່ວມດ້ວຍກຸ່ມປະກອບອາວຸດ ຊົນກຸ່ມນ້ອຍຫຼາຍກຸ່ມ ໄດ້ພາກັນ ສ້າງຕັ້ງກອງກຳລັງຕິດອາວຸດ ຕໍ່ສູ້ກັບກຸ່ມທະຫານ ເຈົ້າໜ້າທີ່ຕ່າງຊາດ ນາງນຶ່ງ ເວົ້າວ່າ:
“ພະມ້າຈະກາຍເປັນສົງຄາມກາງເມືອງແລ້ວ ໃນເວລານີ້.”
ຫ່າງຈາກໂຕເມືອງ, ກອງທັບທະຫານພະມ້າ ຊຶ່ງເປັນນຶ່ງໃນບັນດາກອງທະຫານ ທີ່ເຂັ້ມແຂງທີ່ສຸດ ໃນເຂດເອເຊັຽຕາເວັນອອກສຽງໃຕ້ ໄດ້ຮັບຄວາມເສັຽຫາຍ ແລະເສັຽຊີວິດ ເປັນຈຳນວນຫຼວງຫຼາຍ ຍ້ອນປະທະກັບ ປະຊາຊົນຜູ້ທີ່ມີອາວຸດ ແລະກອງກຳລັງຊົນກຸ່ມນ້ອຍ ຫຼາຍກຸ່ມ ທີ່ເຄີຍຕໍສູ້ກັບທະຫານພະມ້າ ມາເປັນເວລາຫຼາຍປີ ເພື່ອເປັນເອກຣາດ ຊຶ່ງໃນປັດຈຸບັນ ໄດ້ຮ່່ວມກຳລັງກັບປະຊາຊົນ ຜູ້ ປະທ້ວງຕໍ່ສູ້ກັບທະຫານພະມ້າ.
ນັກວິຈັຍການເມືອງ ຜູ້ທີ່ມີຊື່ສຽງຄົນນຶ່ງໃນພະມ້າ ກ່າວວ່າ ພະມ້າເດີນໜ້າເຂົ້າສູ່ ສົງຄາມກາງເມືອງຢ່າງເຕັມປ່ຽມ ຈາກການປະທ້ວງ ເທື່ອນີ້ ແລະ ປະຊາຊົນກຸ່ມປະທ້ວງ ກໍພ້ອມທີ່ຈະເສັຽຊີວິດ ເພື່ອປົກປ້ອງປະຊາທິປະຕັຍ ຖ້າກຸ່ມທະຫານ ຍັງເຂັນຂ້າປະຊາຊົນ ຜູ້ທີ່ ບໍ່ມີອາວຸດໃນການປ້ອງກັນໂຕຢູ່.
ນັກວິເຄາະທ່ານນັ້ນ ກ່າວຕື່ມວ່າ ທ່ານຄິດວ່າ ການປະທະກັັນ ທີ່ປະຊາຊົນມີອາວຸດເທື່ືອນີ້ຈະເພີ້ມຄວາມຮຸ່ນແຮງຂຶ້ນ ແລະ ກໍຈະກາຍ ເປັນສົງຄາມກາງເມືອງ ໃນທົ່ວປະເທດ ເສຖກິຈຈະຫຼົ້ມແຫຼວ ແລະການປົກຄອງ ກໍຈະເພພັງລົງໃນທີ່ສຸດ ພະມ້າຈະກາຍເປັນປະເທດ ທີ່ບໍ່ມີກົດໝາຍ ແລະ ບໍ່ມີການປົກຄອງ ເໝືອນແຕ່ກ່ອນ.
ຈໍານວນຜູ້ເສັຽຊີວິດ ເລີ້ມແຕ່ການປະທ້ວງ ການຮັຖປະຫານ ໃນວັນທີ 1 ເດືອນກຸມພາ ເປັນຕົ້ນມາ ຮອດປັດຈຸບັນ ມີເຖິງ 783 ຄົນ, ນອກຈາກນັ້ນ ຍັງມີຜູ້ຖືກຈັບກຸມອີກ 359 ຄົນ, ອີງຕາມການຣາຍງານ ຂອງອົງການ NGO ທີ່ອາໄສຢູ່ປະເທດໄທຍ ທີ່ເອີ້ນວ່າ ສະມາຄົມ ຊ່ອຍເຫຼືອນັກໂທດການເມືອງ. ຜູ້ປະທ້ວງທ່ານນຶ່ງເວົ້າວ່າ:
“ເພື່ອຄວາມປອດພັຍ ສາມາດເວົ້າໄດ້ວ່າ ປະຊາຊົນຜູ້ປະທ້ວງສ່ວນຫຼາຍ ຢ້ານເສັຽຊີວິດ ແຕ່ທີ່ຢ້ານຫຼາຍກວ່ານັ້ນ ແມ່ນຢ້ານຢູ່ພາຍໃຕ້ ການປົກຄອງ ຂອງທະຫານ.”
ມີພະນັກງານແພດ ຂອງຣັຖບານ ເກືອບເຖິງ 75 ເປີເຊັນ ຫຼືປະມານ 20 ພັນຄົນ ໃນເວລານີ້ ເຂົ້າຮ່ວມການປະທ້ວງ, ໂຮງໝໍ ຂອງ ຣັຖ ແລະ ຄລີນິກ ໃນເຂດທ້ອງຖິ່ນ ຖືກປິດໝົດ, ແຕ່ກຸ່ມທະຫານ ເວົ້າວ່າ ໂຮງໝໍບາງແຫ່ງ ຍັງດໍາເນີນງານຢູ່ ໂດຍທ່ານໝໍ ແລະ ພະຍາບານ ຂອງກອງທັບ.
ການສຶກສາ ກໍເປັນອໍາມະພາດ, ພະນັກງານການສຶກສາ ຄຣູອາຈານ ປະມານ 80 ເປີເຊັນ ເຊົາເຮັດວຽກເພື່ອສນັບສນູນ ແລະ ເຂົ້າ ຮ່ວມການປະທ້ວງ, ມີນັກຮຽນພຽງແຕ່ ສິບສ່ວນຮ້ອຍ ເທົ່ານັ້ນ ໄດ້ກັບຄືນໄປໂຮງຮຽນ ໃນການເປີດເທີມໃໝ່ ວ່າງອາທິດກ່ອນ.
ທ່ານ Sithu Aung Myint ນັກຂ່າວ ທີ່ມີສູນກາງຢູ່ນະຄອນ Yangon ໄດ້ບອກກັບວິທຍຸເອເຊັຽເສຣີ ຜແນກພາສາ ພະມ້າ ວ່າ "ການຣັຖປະຫານ ຈາກກຸ່ມທະຫານ ໄດ້ປະສົບຜົນສໍາເຣັດ ແຕ່ກໍບໍ່ສາມາດສ້າງຄວາມປອງດອງຊາດໄດ້ ເພາະກຸ່ມທະຫານ ບໍ່ສາມາດ ເຮັດໃຫ້ ປະເທດຊາດສງົບໄດ້ ໃນການປະເຊີນໜ້າກັບ ກຸ່ມປະທ້ວງຢ່າງໂຫດຫ້ຽມ ຂອງປະຊາຊົນ."
ທ່ານ Sithu Aung Myint ກ່າວຕື່ມວ່າ "ສະພາທະຫານກໍາລັງພະຍາຍາມ ບັງຄັບໃຫ້ກະຊວງ ແລະຫ້ອງການຣັຖບານ ດໍາເນີນ ກິຈການ, ແຕ່ພວກເຂົາເຈົ້າ ບໍ່ປະຕິບັດຕາມ."
ປະຊາຊົນ ຊາວພະມ້າ ຢູ່ນະຄອນຢ້າງກຸ້ງ ທ່ານນຶ່ງເວົ້າວ່າ ເປັນເວລາ 100 ວັນ ຫຼັງຈາກການຣັຖປະຫານ ລາວບໍ່ມີຄວາມປອດພັຍ ທີ່ຈະພັກຢູ່ໃນເຮືອນຂອງລາວໃນເວລານີ້ ຍ້ອນທະຫານລາຕເວັນຕາມຖນົນທຸກສາຍ ເພື່ອສະກັດກັ້ນບໍ່ໃຫ້ປະຊາຊົນອອກມາປະທ້ວງ ແລະ ເມື່ອສົງສັຍຜູ້ໃດ ຂະເຈົ້າຈະເຂົ້າມາຈັບຢູ່ເຮືອນໂລດ.
ນອກຈາກນັ້ນ ປະຊາຊົນສ່ວນໃຫຍ່ ກໍບໍ່ມີຣາຍໄດ້ມາລ້ຽງຄອບຄົວ ແລະໂຕເອງ ຍ້ອນທຸຣະກິຈທຸກແຫ່ ງປິດລົງໝົດ ເບິ່ງເໝືອນວ່າ ກຸ່ມທະຫານ ຕ້ອງການຢາກໃຫ້ປະຊາຊົນອຶດຫິວ ແລະ ເຊົາປະທ້ວງ ດ້ວຍການປິດທຸຣະກິຈ ແລະຫ້າງຮ້ານຕ່າງໆ.
ທ່ານບອກວ່າ ເງິນຊື້ອາຫານ ປະມານ 30,000 kyats ຫຼືປະມານ (19 ໂດລາສະຫະຣັດ) ແຕ່ກ່ອນ ເຄີຍຊື້ອາການກິນເປັນເວລາ ນຶ່ງອາທິດ, ແຕ່ດຽວນີ້ກຸ້ມແຕ່ສາມມື້ເທົ່ານັ້ນ:
“ຊີວິດຂອງພວກປະຊາຊົນ ຫຍຸ້ງຍາກຫຼາຍ, ແລະສະຖານະການ ເຮັດໃຫ້ຍາກຂຶ້ນສໍາລັບພວກຂະເຈົ້າ ທີ່ຈະອອກໄປເຮັດວຽກ ທຸກຄົນ ບໍ່ຢາກຢູ່ພາຍໃຕ້ການປົກຄອງ ຂອງທະຫານ.”
ທະນາຄານພັທນາເອເຊັຽ ຖແລງວ່າ ການຣັຖປະຫານ ເຮັດໃຫ້ຍອດຜົນຜລິດຮວມ ຫຼື GDP ພະມ້າຫຼຸດລົງ 10 ເປີເຊັນ, ໂຄງການ ອາຫານໂລກ ຂອງສະຫະປະຊາຊາດ ກ່າວວ່າ ປະຊາຊົນໃນໂຕເມືອງປະມານ 3.4 ລ້ານຄົນອາຈອຶດຫິວ ໃນໄລຍະຫົກເດືອນ ຂ້າງ ໜ້າ ຖ້າການປະທ້ວງ ແລະສະພາບຄວາມວຸ້ນວາຍ ໃນພະມ້າບໍ່ຈົບລົງ, ແລະໂຄງການພັທນາ ຂອງສະຫະປະຊາຊາດ ເຕືອນວ່າ ການປົກຄອງຂອງກຸ່ມທະຫານ ແລະ ການຣະບາດຂອງພຍາດ COVID-19 ຈະເຮັດໃຫ້ປະຊາກອນພະມ້າ ເກືອບເຄິ່ງນຶ່ງ ປະເຊີນ ກັບຄວາມທຸກຍາກ ໃນປີ 2022.
ອີງຕາມການຣາຍງານ ຂອງອົງການສະຫະປະຊາຊາດ ເມື່ອບໍ່ດົນມານີ້ ຣະບຸວ່າ ຄອບຄົວຊາວພະມ້າ ຢູ່ໃນເຂດອ້ອມແອ້ມ ສູນກາງ ການຄ້າ ນະຄອນຫຼວງຢາງກຸ້ງ, ທີ່ເປັນບ່ອນຢູ່ອາສັຍ ຂອງປະຊາກອນພະມ້າ ປະມານ 7.3 ລ້ານຄົນ ໄດ້ຫຼຸດການກິນອາຫານ ທີ່ມີ ປະສິດທິພາບລົງ ແລະ ເພີ້ມການຕິດໜີ້ຫຼາຍຂຶ້ນ ເພື່ອເອົາເງິນມາລ້ຽງດູຕົນເອງ ແລະ ຄອບຄົວ ຫຼັງຈາກທີ່ ໄດ້ເສັຽວຽກເຮັດງານທໍາ ແລະ ຣາຍໄດ້.
ທ່ານ Thein Tun Oo ຈາກສະຖາບັນຄົ້ນຄວ້າ ຍຸທສາດທາງທະຫານ ທີ່ປະກອບດ້ວຍ ເຈົ້າໜ້າທີ່ທະຫານຣະດັບສູງ ຜູ້ອອກກິນ ເບັ້ຽບໍານານ ຮ່ວມຢູ່ນຳ ກ່າວວ່າ "ກອງທັບໄດ້ຮັບ ມື ກັບຄວາມບໍ່ສງົບແບບສັນຕິ ແລະໝັ້ນຄົງ ເຖິງແມ່ນວ່າພວກປະທ້ວງ ໄດ້ສ້າງ ຄວາມຮຸນແຮງ ແລະ ຍຸຍົງໃຫ້ເຈົ້າໜ້າທີ່ ປະທະໃນຫຼາຍດ້ານກໍຕາມ."
ທ່ານວ່າ ເຫດການຄວາມຮຸນແຮງ ຈະບໍ່ເປີດໂອກາດໃຫ້ເກີດສົງຄາມກາງເມືອງ ໃນພະມ້າ ອາຈເປັນສົງຄາມ ຕໍ່ຕ້ານການກໍ່ການຮ້າຍ ຫຼາຍວ່າ ຊຶ່ງຄຳເວົ້າຂອງທ່ານ ເຂົ້າຂ້າງ ຝ່າຍທະຫານ ຫຼາຍກວ່າກຸ່ມປະທ້ວງ. ເຈົ້າໜ້າທີ່ຕ່າງຊາດ ອີກທ່ານນຶ່ງເວົ້າວ່າ:
“ສະພາບການ ໃນພະມ້າໃນເວລານີ້ ແຮ່ງຮຸນແຮງກວ່າເກົ່າ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ໄດ້ເຂົ້າກຸ່ມປະທ້ວງ ສູ້ຣົບກັບທະຫານ, ພະນັກງານຣັຖ ແລະ ເອກຊົນຫຼາຍຄົນ ກໍໂຕນໜີເຂົ້າປ່າ ເພື່ອຕ້ອງກອງໂຈນຕໍ່ສູ້ກັບທະຫານ.”
ຫຼາຍຊົ່ວໂມງຕໍ່ມາ ຫຼັງຈາກທ່ານໄດ້ໃຫ້ຄຳເຫັນ ກ່ຽວກັບຄວາມດີ ຂອງທະຫານ ໃນການປາບປາມກຸ່ມປະທ້ວງ ມີທະຫານຣັຖບານ ຖືກຂ້າ 3 ຄົນ ແລະບາດເຈັບ ກວ່າ 10 ຄົນ ຍ້ອນການປະທະກັນ ກັບກຸ່ມປະທ້ວງ ທີ່ເມືອງຊາແກງ ພາກຕາເວັນຕົກສ່ຽງເໜືອ ພະມ້າ ຕິດກັບປະເທດອິນເດັຽ ຊຶ່ງເປັນບ່ອນດຽວກັນ ທີ່ທະຫານຣັຖບານ ສິບກວ່າຄົນ ຖືກຂ້າໃນ ເດືອນມິນາຜ່ານມາ ຍ້ອນອາວຸດ ທີ່ໃຊ້ໂຮ່ເນື້ອ ຂອງກຸ່ມປະທ້ວງຍິງໃສ່ທະຫານ.
ປະຊາຊົນ ໃນເຂດດັ່ງກ່າວເວົ້າວ່າ ການປະທະກັນຄັ້ງນັ້ນ ຣະຫວ່າງກຸ່ມປະທ້ວງ ກັບທະຫານຣັຖບານ ບໍ່ມີພົລເຮືອນຄົນໃດ ໄດ້ຮັບ ບາດເຈັບ ແລະເສັຽຊີວິດ ແຕ່ຝ່າຍທະຫານ ສາມຄົນເສັຽຊີວິດ ແລະ ປະມານ 10 ຄົນ ໄດ້ຮັບບາດເຈັບ ໃນການປະທະກັນຄັ້ງນັ້ນ.
ຢຸ່ຣັຖ Kachin, ພາກເໜືອຂອງມຽນມາ, ກຸ່ມທະຫານ ໄດ້ປະເຊີນໜ້າກັບ ກຸ່ມຕໍ່ຕ້ານຣັຖບານ ກອງທັບເອກະຣາດ Kachin (KIA), ເຊິ່ງເປັນນຶ່ງ ໃນບັນດາ ອົງການປະກອບອາວຸດ ຊົນເຜົ່ານ້ອຍຫຼາຍກຸ່ມ ທີ່ປະຕິບັດງານ ຢູ່ໃນເຂດຊາຍແດນ ຂອງປະເທດ, ເຮັດໃຫ້ ທະຫານຣັຖບານ ເສັຽຊິວິດຫຼາຍຄົນ. ກຸ່ມດັ່ງກ່າວ ຍັງໄດ້ສນັບສນູນ ປະຊາຊົນຜູ້ປະທ້ວງນຳອີກ.
ຊາວເມືອງ Mansi ຊຶ່ງເປັນເຂດອ້ອມແອ້ມ ທີ່ຖືກໂຍກຍ້າຍ ຍ້ອນການປະທະກັນ ກ່າວວ່າ:
"ພວກທ່ານໄດ້ຍິນການຣະເບີດ ຢ່າງໜັກເລີ້ມແຕ່ຕອນເຊົ້າແລະ ການສູ້ຣົບໄດ້ຈົບລົງ ໃນເວລາ 10 ໂມງ ຊຶ່ງໃນເວລາ ປະມານ 12 ໂມງທ່ຽງ, ມີເຮືອບິນທະຫານ ມາຖິ້ມຣະເບີດ ໃນເຂດດັ່ງກ່າວ."
ການສູ້ຣົບກັນຢູ່ໃນຣັຖ Kachin ຊຶ່ງມີຊາຍແດນຕິດກັບຈີນໄດ້ເພີ່ມທະວີຂຶ້ນ ຫຼັງຈາກກຸ່ມກາຈີນ ໄດ້ເຂົ້າຍຶດຄ້າຍທະຫານຂອງຣັຖບານ ໃນເດືອນເມສາຜ່ານມາ ເຮັດໃຫ້ທະຫານຣັຖບານເສັຽຊິວິດ 30 ຄົນ ໃນການປະທະກັນຄັ້ງນັ້ນ ກຸ່ມປະກອບອາວຸດ ຊາວກາຈີນກໍເປັນ ກຸ່ມນຶ່ງ ທີ່ໃຫ້ການສນັບສນູນການປະທ້ວງ ຂອງປະຊາຊົນພະມ້າ.
ຣາຍງານທີ່ຄ້າຍຄືກັນ ໃນສັບປະດາ ນີ້ວ່າ ມີທະຫານຣັຖບານ ເສັຽຊີວິດຫຼາຍຄົນຈາກ ການ ສູ້ຣົບກັນຢ່າງຮຸ່ນແຮງ ໃນຣັຖ Kayin ພາກຕາເວັນອອກ ຂອງມຽນມາ ໃກ້ກັບຊາຍແດນ ໄທຍ. ກຸ່ມຕໍ່ສູ້ຈາກສະຫະພາບ ແຫ່ງຊາດ Karen ໄດ້ສັງຫານທະຫານຣັຖບານ 11 ຄົນ ໃນ ການປະທະກັນຄັ້ງນັ້ນ ອີງຕາມການຣາຍງານຈາກທ້ອງຖິ່ນ.
ອົງການ KNU ກ່າວວ່າ ໄດ້ມີການປະທະກັນ 407 ຄັ້ງ ຣະຫວ່າງ KNU ແລະ ທະ ຫານຣັຖບານ ນັບຕັ້ງແຕ່ ການຣັຖປະຫານ ໃນວັນທີ 1 ກຸມພາຜ່ານມາ ໂດຍມີຜູ້ເສັຽຊິວິດ 104 ຄົນ ແລະ 216 ຄົນ ໄດ້ຮັບບາດເຈັບ.
ທ່ານ Tay Zar San ຜູ້ນໍາຂບວນການ ຕ້ານການຣັຖປະຫານ ທີ່ເມືອງ Mandalay ກ່າວວ່າ ການປົກຄອງຂອງກຸ່ມທະຫານ ເປັນ ເວລາ 100 ມື້ ເຮັດໃຫ້ເກີດຄວາມເຂົ້າໃຈ ແລະ ຄວາມຮ່ວມມືເພີ້ມຂຶ້ນ ຣະຫວ່າງ ຄົນສ່ວນໃຫຍ່ຊາວພະມ້າ ກັບກຸ່ມປະກອບອາວຸດ ຊົນກຸ່ມນ້ອຍຫຼາຍກຸ່ມ. ເຮັດໃຫ້ການຕ້ານ ກຸ່ມຜເດັດການທະຫານ ຂອງປະຊາຊົນມີກຳລັງຫຼາຍຂຶ້ນ ໃນການປະທ້ວງຕໍ່ຕ້ານ ກຸ່ມຜເດັດ ການທະຫານ ທີ່ໃຊ້ອາວຸດປາບປາມປະຊາຊົນ:
"ຊົນກຸ່ມນ້ອຍ ເຊັ່ນ: ກາເຣັ່ຽ, ກາຈິນ ແລະ ຊານ ໄດ້ຕໍ່ສູ້ກັບການປົກຄອງ ຂອງທະຫານ ມາເປັນເວລາ 70 ປີ ແລ້ວ. ບັດນີ້, ພວກ ຂະເຈົ້າ ຈະຊ່ອຍປະຊາຊົນພະມ້າ ກຸ່ມປະທ້ວງຕໍ່ສູ້ກັບ ກຸ່ມທະຫານພະມ້າ ໃນການຝຶກແອບແລະໃຊ້ອາວຸດໃນການຕໍ່ສູ້ກຸ່ມທະຫານ.”
ນັກເຄື່ອນໄຫວດ້ານສິດທິມະນຸດ ທ່ານ Nicky Diamond ເວົ້າວ່າ ກອງທັບພະມ້າ ທີ່ເຄີຍໄດ້ຮັບການສນັບສນູນ ແລະ ຄວາມນິຍົມ ຢ່າງສູງ ໃນການປາມຊົນກຸ່ມນ້ອຍ ໃນໄລຍະຜ່ານມາ ໃນປັດຈຸບັນ ຕົກຕ່ໍາລົງ ເປັນສູນ ຫຼື ZERO ນັບຕັ້ງແຕ່ການຣັຖປະຫານ ເປັນ ຕົ້ນມາ ຍ້ອນປະຊາຊົນພະມ້າ ຫັນມາໃຫ້ການສນັບສນູນ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍຫຼາຍກວ່າ, ປະຊາຊົນດີໃຈ ທີ່ທະຫານເສັຽ ສົງຄາມ ແລະຖືກຂ້າຕາຍ, ຄ້າຍທະຫານຖືກຍຶດ ແລະທຳລາຍຖິ້ມ.
ແຕ່ເຖິງຢ່າງໃດກໍຕາມ ສະພາບການໃນພະມ້າ ໃນປັດຈຸບັນຍັງບໍ່ມີວີ່ແວວວ່າ ຈະຈົບລົງໄດ້ງ່າຍ ຍ້ອນຕ່າງຝ່າຍຍັງບໍ່ລົງຣອຍກັນ ເປັນ ຕົ້ນ ກຸ່ມທະຫານຍັງໃຊ້ມາຕການປາບປາມ ກຸ່ມປະທ້ວງຢ່າງຮຸນແຮງໃນແຕ່ລະມື້ ແລະກຸ່ມປະທ້ວງ ເພື່ອປ້ອງກັນຄວາມປອດພັຍ ກໍຫັນມາໃຊ້ອາວຸດຕໍ່ສູ້ກັບຝ່າຍທະຫານ ຮ່ວມພະລັງກັບກຸ່ມປະກອບອາວຸດຊົນກຸ່ມນ້ອຍ ໃນການປະທະກັບຝ່າຍທະຫານໃນແຕ່ລະມື້.