ທະຫານພະມ້າ ເຜົາເຮືອນປະຊາຊົນ 1,000 ຫຼັງ

ເຮືອນປະຊາຊົນ ຊາວພະມ້າຖືກເຜົາ.
ເຮືອນປະຊາຊົນ ຊາວພະມ້າຖືກເຜົາ. (ນັກຂ່າວ ພົລເມືອງ)

0:00 / 0:00

ປະ​ຊາ​ຊົນ​ພະ​ມ້າ​ພາ​ ກັນ​ປະ​ທ້ວງ​ທະ​ຫານ​ພະ​ມ້າ ທີ່​ຍິງ​ປືນ​ໃຫຍ່​ເຂົ້າ​ມາ​ໃສ່​ບ້ານ​ເຮືອນ ​ຂອງ​ເຂົາ​ເຈົ້າ ຈົນ​ໄດ້​ຮັບ​ຄວາມ​ເສັຽ​ຫາຍ ຖືກ​ໄຟ​ໄໝ້ຫຼາຍກວ່າ 1,000 ຫຼັງ. ປະ​ຊາ​ຊົນທີ່​ຢູ່​ພາກ​ຕາ​ເວັນ​ອອກ ​ສ່ຽງ​ເໜືອ ພາ​ກັນ​ຖື​ສັງ​ກະ​ສີ​ມຸງ​ຫຼັງ​ຄາ ແລະ ຊາກ​ປ​ລັກ​ຫັກ​ພັງ​ຂອງ ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າທີ່​ຖືກ​ທຳ​ລາຍ ​ຍ້ອນ​ທະ​ຫານ​ພະ​ມ້າ​ຍິງ​ປືນ​ໃຫຍ່​ມາ​ໃສ່ ເພື່ອ​ສະ​ແດງ​ໃຫ້​ເຫັນ. ຜູ້​ປະ​ທ້ວງ​ມາ​ຈາກ 4 ບ້ານ ທີ່​ຢູ່​ໃນ​ເມືອງ Pale ເຂດ Sagaing ເຊິ່ງ​ເປັນ​ຈຸດ​ທີ່​ບ້ານ​ເຮືອນ​ ຂອງ​ປະ​ຊາ​ຊົນຫຼາຍກວ່າ 1,000 ຫຼັງ ຖືກ​ເຜົາ​ໝົດ​ກ້ຽງ ພາຍ​ໃນ​ເວ​ລາ 2 ອາ​ທິດ​ ທີ່​ຜ່ານ​ມາຍ້ອນ​ພວກ​ທະ​ຫານ​ພະ​ມ້າ​ຍິງ​ປືນ​ໃຫຍ່​ເຂົ້າ​ມາ​ໃສ່.

ຊາວ​ບ້ານທີ່​ປະ​ທ້ວງ ໄດ້​ພາກັນຮ້ອງ​ອອກ​ມາ​ວ່າ:

“ໝູ່​ບ້ານ​ຖືກເຜົາ​ໝົດ. ພວກ​ເຮົາ​ຈະ​ບໍ່​ເປັນ​ທາດ​ຂອງ​ທະ​ຫານ ແລະ ພວກ​ເຮົາ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້.”

ຜູ້​ປະ​ທ້ວງ​ພາ​ກັນ​ກ່າວ​ວ່າ:

"ເຖິງວ່າ​ທະ​ຫານ​ຈະ​ເຜົາ​ບ້ານ​ຂອງ​ພວກ​ເຮົາ, ແຕ່ ບໍ່​ສາ​ມາດ​ເຜົາ​ຈິດ​ວິນ​ຍານ​ຂອງ​ພວກເຮົາ​ໄດ້. ບ້ານ​ເຮືອນ​ພວກ​ເຮົາ​ຟັງ​ເສັຽ​ຫາຍ​ຍ້ອນ​ທະ​ຫານ​."

ປະ​ຊາ​ຊົນ​ພາ​ກັນ​ປະ​ທ້ວງ​ໃນ​ວັນ​ທີ 11 ກຸມ​ພາ 2022 ຢູ່​ເມືອງ Pale ຫຼັງ​ຈາກ​ເຮືອນ​ຂອງ​ເຂົາ​ເຈົ້າ ໄດ້​ຮັບ​ຄວາມ​ເສັຽ​ຫາຍຈາກ​ລູກ​ປືນ​ໃຫຍ່ ​ຂອງ​ພວກ​ທະ​ຫານ​ພະ​ມ້າ. ຜູ້​ປະ​ທ້ວງ​ພາ​ກັນ​ຍົກ​ມື 3 ນິ້ວ ທີ່​ເປັນ​ສັນ​ລັກ​ຕ້ານ​ພວກ​ທະ​ຫານ​ພະ​ມ້າ ແລະ ເຂົາ​ເຈົ້າ​ຖື​ທຸງ​ທີ່​ມີ​ຮູບ​ນົກ​ຍຸງ​ສີ​ແດງ ແລະ ສີ​ຄຳ ອັນ​ເປັນ​ສັນ​ຍາ​ລັ​ກ​ຂອງ ພັກ​ສັນ​ນະ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ ເປັນ​ພັກ​ຂອງ​ ຍາ​ນາງ ອອງ ຊານ ຊູ ຈີ. ທະ​ຫານ​ພະ​ມ້າ​ທີ່​ຢຶດ​ອຳ​ນາດ ໄດ້​ປິດ​ທີ່​ທຳ​ການ ​ຂອງພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ ມາ​ໄດ້ 1 ປີ​ແລ້ວ ກ່ອນ​ທີ່ສ​ຖາ​ນະ​ການ ຈະ​ເຂົ້າ​ສູ້​ຄວາມ​ຂັດ​ແຍ່ງ ເກີດ​ການ​ຕໍ່​ສູ້​ກັນ​ດ້ວຍ​ກຳ​ລັງ ທະ​ຫານໂດຍ​ສ​ະ​ເພາະ ທະ​ຫານ​ກຸ່ມ​ຊົນ​ຊາດ​ຊົນ​ເຜົ່າ​ຫຼາຍ​ກຸ່ມ ແລະ ກຸ່ມ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ທີ່​ໄດ້​ຕໍ່​ສູ້​ກັບ​ປະ​ທານ​ພະ​ມ້າ.

ຊາວ​ບ້ານ​ເມືອງ Pale ໄດ້​ກ່າວ​ຕໍ່​ ວິ​ທະ​ຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ:

“ຊາວ​ບ້ານ ຢາກ​ໃຫ້​ສະ​ແດງ​ໃຫ້​ເຫັນ ຈິດ​ໃຈ​ຂອງ​ເຂົາ​ເຈົ້າທີ່ບໍ່​ຍອມ​ຈຳ​ນົນ​ຕໍ່​ລູກ​ປືນ​ໃຫຍ່​ຂອງ​ທະ​ຫານ​ພະ​ມ້າ. ມີ​ປະ​ຊາ​ຊົນຫຼາຍ 100 ຄົນ ມາ​ຮ່ວມ​ປະ​ທ້ວງ ທີ່​ຢູ່​ໃກ້ກັບ​ບ້ານ​ທີ່​ຖືກ​ໄຟ​ໄໝ້, ແຕ່​ວ່າ ເຂົາ​ເຈົ້າ​ປະ​ຕິ​ເສ​ດ​ທີ່​ຈະ​ບອກ​ສ​ຖານ​ທີ່​ຢ່າງ​ຄັກ​ແນ່ ຢ້ານ​ເກີດ​ມີ​ກໍ​ລະ​ນີ ມາ​ທຳ​ຮ້າຍ​ຊາວ​ບ້ານ.”

ຊາວ​ບ້ານ​ກ່າວ​ວ່າ:

“ຢາກ​ໃຫ້​ສາ​ທາ​ລະ​ນະ ແລະ ປະ​ຊາ​ຄົມ​ໂລກ ໄດ້​ຮູ້​ວ່າ ຊາວ​ບ້ານ​ທີ່​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ ຍັງ​ບໍ່​ຍອມ​ຈຳ​ນວນ​ຕໍ່​ທະ​ຫານ ເຖິງວ່າ ເຂົາ​ເຈົ້າ​ຈະ​ຖືກສັງ​ຫານ, ຖືກ​ຈັບ, ຖືກ​ຍ້າຍ​ຖິ່ນ​ຖານຈາກ​ບ້ານ​ແລະ ເຖິງວ່າ ບ້ານ​ເຮືອນ​ເຂົາ​ເຈົ້າ​ຈະ​ຖືກ​ເຜົາ​ແລະ ຖືກ​ທຳ​ລາຍ ກໍ​ຕາມ.”

ການ​ຍິງ​ປືນ​ໃຫຍ່​ ມາ​ໃສ່ເຮືອນ​ຊານ​ຂອງ​ປະ​ຊາ​ຊົນ ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ 1,000 ຄົນ ຕ້ອງ​ພາ​ກັນ​ໜີ​ອອກ​ຈາກ​ບ້ານ, ແລະ ພວກ​ທະ​ຫານ​ພະ​ມ້າ​ ພາ​ກັນ​ຍິງປືນ​ເຂົາ​ໄປ​ໃສ່​ທາງ​ພາກ​ເໜືອ ໃນ​ເຂດ​ Sagaing. ເຮືອນ​ຂອງ​ປະ​ຊາ​ຊົນຈຳ​ນວນ 270 ຫຼັງ ຖືກ​ຈູດ​ເຜົາ ໂດຍ​ທະ​ຫານ​ພະ​ມ້າ ແລະ ກຸ່ມ​ກອງ​ກຳ​ລັງ​ທີ່ສະ​ໜັບ​ສະ​ໜູນ​ພະ​ມ້າ ແລະ ມີ​ປະ​ຊາ​ຊົນ 4 ຄົນ ເສັຽ​ຊີ​ວິດຢູ່​ເຂດ​ບ້ານ​ທີ່​ຢູ່​ໃກ້​ຄຽງ.

ມີ​ເຮືອນ​ຂອງ​ປະ​ຊາ​ຊົນອີກ 130 ຫຼັງ ຢູ່​ໃນ​ເມືອງ Mingin ໄດ້​ຮັບ​ຄວາມ​ເສັຽ​ຫາຍ ໃນ​ວັນ​ທີ 2 ກຸມ​ພາ ລວມ​ທັງ​ໝົດ ມີ​ເຮືອນ​ຂອງ​ປະ​ຊາ​ຊົນຢ່າງ​ໜ້ອຍ 1,500 ຫຼັງ ໄດ້​ຮັບ​ຄວາມ​ເສັຽ​ຫາຍ ຢູ່​ເມືອງ Pale ແລະ ເມືອງ Mingin ເຊິ່ງ​ຖື​ກ​ທຳ​ລາຍ​ນັບ​ແຕ່​ວັນ​ທີ 31 ມົກ​ກ​ະ​ຣາ ເປັນ​ຕົ້ນ​ມາ. ນອກ​ຈາກນີ້ ໃນ​ວັນ​ທີ 2 ກຸມ​ພາ ມີ​ເຮືອນ​ຂອງ​ປະ​ຊາ​ຊົນ​ປະ​ມານ 100 ຫຼັງ ກໍ​ຖືກ​ທຳ​ລາຍ ໃນວັນ​ທີ​ 2 ​ເ​ກຸມ​ພາ.

ມີການ​ບຸກ​ໂຈມ​ຕີໃນ​ວັນ​ພະ​ພັດທີ່​ຜ່ານ​ມາ, ຊາວ​ບ້ານ​ໄດ້​ກ່າວ​ວ່າ:

“ມີ​ເຮືອນ​ຂອງ​ປະ​ຊາ​ຊົນຫຼາຍກວ່າ 100 ຫຼັງ ຖືກ​ທຳ​ລາຍ ຢູ​ບ້ານເມິກ​ເທັດ ແລະ ມີ​ເຮືອນ​ປະ​ຊາ​ຊົນ 170 ຫຼັງ ຢູ່​ບ້ານ ມອກ​ທາ ກໍ​ໄດ້​ຮັບ​ຄວາມ​ເສັຽ​ຫາຍ ເຊິ່ງ​ຫ່າງຈາກ​ບ້ານເມິກ​ເທັດໄປ​​ທາງ​ທິດ​ເໜືອ ເກືອບ 1 ກິ​ໂລ​ແມັດ.”

ປະ​ຊາ​ຊົນ​ທ້ອງ​ຖິ່ນ​ກ່າວ​ວ່າ ປະ​ມານ 5 ໂມງ​ເຊົ້າ ໃນ​ວັນ​ພະ​ຫັດ, ມີ​ທະ​ຫານ 80 ຄົນ ແລະ ກຸ່ມກອງ​ກຳ​ລັງ​ທີ່​ສ​ນັບ​ສ​ນູນ​ທະ​ຫານ ໄດ້​ພາ​ກັນຕັ້ງ​ຖານ​ທີ່​ໝັ້ນ ຢູ່ ບ້ານ Pan Set, ບ້ານ Taung Phyu ແລະ ບ້ານ Salal kin ຢູ່​ເມືອງ Mingin ໄດ້​ພາ​ກັນ​ຍິງ​ປືນ​ໃສ່​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ ໂດຍບໍ່​ມີ​ການ​ແຈ້ງ​ເຕືອນ.

ຊາວ​ບ້ານ​ກ່າວ​ວ່າ ເຫຼືອ​ພຽງ​ແຕ່​ເຮືອນ​ທີ່​ເຮັດ​ດ້ວຍ​ດິນ​ຈີ່ ເທົ່າ​ນັ້ນ ທີ່ບໍ່​ຖືກ​ທຳ​ລາຍ ແຕ່​ເຮືອນ​ສ່ວນ​ຫຼາຍ ໄດ້​ຖືກ​ທຳ​ລາຍ. ໃນ​ເວ​ລາ​ດຽວ​ກັນ ພວກ​ກອງ​ກຳ​ລັງ​ທີ່​ສ​ນັບ​ສ​ນູນ ​ທະ​ຫານພະ​ມ້າ ກໍ​ໄດ້​ພາ​ກັນ​ບຸກເຂົ້າ​ມາ​ ບ້ານ Mortha ໃນ​ຂ​ະ​ນະ​ທີ່ ຊາວ​ບ້ານບໍ່​ມີ​ເວ​ລາ ໄດ້​ຂົນ​ເຄື່ອງ​ຂອງ​ຫຍັງ​ອອກຈາກ​ເຮືອນ ຍ້ອນ​ວ່າ ເຂົາ​ເຈົ້າ​ຕ້ອງ​ຟ້າວ​ພາ​ກັນ​ໜີ. ຊາວ​ບ້ານ​ກ່າວ​ຕື່ມ​ວ່າ ພວກ​ທະ​ຫານ​ໄດ້​ເຂົ້າ​ມາ​ທຳ​ຮ້າຍຊາວ​ບ້ານ ແລະ ຊາວ​ບ້ານ​ທັງ​ໝົດ ກໍ​ພາ​ກັນ​ໜີ​ເຂົ້າ​ປ່າ. ບໍ່​ມີ​ໃຜ​ກັບ​ຄືນ​ມາ​ບ້ານ ພວກ​ເຮົາ​ບໍ່​ໄດ້​ເອົາ​ຫຍັງ​ຕິດ​ໂຕ​ມາ ນອກ​ຈາກ​ເສື້ອ​ຜ້າ. ບໍ່​ມີ​ຫຍັງ​ເຫຼືອ​ເລີຍ ຍ້ອນ​ວ່າ ເຮືອ​ຖືກ​ເຜົາໝົດ.

ກຸ່ມ​ອົງ​ການ​ຊ່ວຍ​ເຫຼືອ​ອ້ານ​ມະ​ນຸດ​ສ​ທັມ ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ຊາວ​ບ້ານ ໄດ້​ກ່າວ​ວ່າ

“ກຸ່ມ​ກອງ​ກຳ​ລັງ​ທີ່​ໃຫ້​ການ​ສ​ນັບ​ສ​ນູນທະ​ຫານ​ພະ​ມ້າ ຍັງ​ຄົງ​ວາງ​ກຳ​ລັງ​ຢູ່​ໃນ​ທ້ອງ​ຖິ່ນ ແລະ ການ​ສົ່ງ​ຄວາມ​ຊ່ວຍ​ເຫຼືອ​ໃຫ້​ຊາວ​ບ້ານ ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.”

ອາ​ສາ​ສ​ມັກ ອົງ​ການ​ບັນ​ເທົາ​ທຸກໃນ​ພະ​ມ້າ ໄດ້​ກ່າວ​ວ່າ:

“ພວກ​ເຮົາ​ພະ​ຍາ​ຍາມ ຊ່ວຍ​ເຫຼືອ​ຊາວ​ບ້ານໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ ພວກ​ເຮົາ​ໃຊ້​ຄົນ​ກາງ ໃຫ້​ໄປ​ຊ່ວຍ​ຊາວ​ບ້ານ ຈາກ​ບ້ານ Mortha ແລະ ບ້ານ Meuktet. ພວກ​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໄປ​ໝູ່​ບ້ານ​ດ້ວຍ​ຕົນ​ເອງ ຍ້ອນ​ວ່າ ບໍ່​ມີ​ຄວາມ​ປອດ​ໄພ ມີ​ກອງ​ກຳ​ລັງທີ່​ໃຫ້​ການ​ສ​ນັບ​ສ​ນູນ​ທະ​ຫານ​ພະ​ມ້າ ຢູ່​ໃນ​ພື້ນ​ທີ່.”

ມີ​ຣາຍ​ງານ​ວ່າ ມີ​ປະ​ຊາ​ຊົນ​ຫຼາຍກວ່າ 10,000 ຄົນ ຈາກ​ບ້ານ Mortha ບ້ານ Mauktet, ບ້າ​ນ Nga Nan Dar ແລະ ບ້ານ Kyun Taw ຢູ່​ເມືອງ Mingin ຕ້ອງ​ພາ​ກັນ​ໜີ​ອອກ​ຈາກ​ບ້ານ. ມີ​ປະ​ຊາ​ຊົນ​ 4 ຄົນ ຢູ່​ພາຍ​ໃນ​ບ້ານຖືກ​ສັງ​ຫານ ໃນ​ເວ​ລາ​ທີ​ທະ​ຫານ​ພະ​ມ້າ​ ບຸກ​ເຂົ້າ​ມາ​ໃນ​ບ້ານ.

ເອ​ເຊັຽ​ເສ​ຣີ ຜ​ແນກ​ພ​າ​ສາ​ພະ​ມ້າ ໄດ້​ຣາຍ​ງານ​ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ: ມີ​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 38 ຄົນ ລວມ​ທັງ​ແມ່​ຍິງ ແລະ ເດັກ​ນ້ອຍ ຖືກ​ສັງ​ຫານ ໂດຍ​ກຸ່ມ​ທະ​ຫານ​ພະ​ມ້າ ຢູ່​ໃນ 4 ເມືອງ ເຂດ Sagaing ນັບ​ແຕ່​ເດືອນ​ມົກ​ກະ​ຣາ ເປັນ​ຕົ້ນ​ມາ ອີ​ງ​ຕາມຂໍ້​ມູນ​ຈາກ​ຊາວບ້ານ ແລະ ສະ​ມາ​ຊິກກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ.

ຂໍ້​ມູນ​ກຸ່ມ​ວິ​ໃຈ ສຳ​ລັບ​ປະ​ເທດ​ພະ​ມ້າ ທີ່​ໄດ້​ບັນ​ທຶກຜົ​ລ​ກະ​ທົບ​ຈາກ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ການ​ທະ​ຫານ ໄດ້​ລະ​ບຸ​ວ່າ: ທະ​ຫານ​ພະ​ມ້າ ໄດ້​ເຜົາ​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ​ໄປ​ແລ້ວ 3,000 ປາຍ​ຫຼັງ ຢູ່​ໃນ 126 ໝູ່​ບ້ານ ຢູ່​ໃນ​ປະ​ເທດ​ພະ​ມ້າ ນັບ​ແຕ່​ທະ​ຫານ​ພະ​ມ້າ​ຢຶດ​ອຳ​ນາດ​ໃນ​ວັນ​ທີ 1 ກຸມ​ພາ 2021 ເປັນ​ຕົ້ນ​ມາ.

ແຕ່ ​ໂຄ​ສົກ​ທະ​ຫານ​ພະ​ມ້າ ບໍ່​ຮັບ​ໂທ​ລະ​ສັບ ຈາກ​ນັກ​ຂ່າວ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ເພື່ອ​ຖາມ​ລາຍ​ລະອຽດ​ເພີ່ມ​ເຕີມ ກ່ຽວ​ກັບກໍ​ລະ​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ​ຖືກ​ທະ​ຫານ​ພະ​ມ້າ​ຍິງ​ປືນ​ໃສ່​ໄດ້​ຮັບ​ຄວາມ​ເສັຽ​ຫາຍ ຢູ່​ເຂດ Sagaing. ກ່ຽວ​ກັບບັນ​ຫາ​ພະ​ມ້າ ກຳ​ພູ​ຊາ​ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນໃນ​ປີນີ້ ກໍ​ອອກ​ມາ​ຊີ້​ແຈງວ່າ ບໍ່​ມີ​ຄວາມ​ຄືບ​ໜ້າ​ທີ່​ພະ​ມ້າ​ຈະ​ຕ້ອງ​ສນອງ​ຕາມ​ຂໍ້​ຮຽກ​ຮ້ອງ 5 ຂໍ້​ຂອງ​ອາ​ຊຽນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກຳ​ພູ​ຊາ ໄດ້​ຊີ້​ແຈງວ່າ ຈະ​ບໍ່​ມີ​ການ​ເຊີນເອົາຣັ​ຖ​ມົນ​ຕຣີ ຕ່າງ​ປະ​ເທດ​ທີ່​ເປັ​ນ​ຕົວ​ແທນ​ຂອງ​ທະ​ຫານ​ພະ​ມ້າ ມາ​ຮ່ວມກອງຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​ອາ​ຊຽນ.

ທ່ານ Chum Sounry ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ພູ​ຊາ ໄດ້​ກ່າ​ວ​ຕໍ່​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ກຳ​ພູ​ຊາ ວ່າ:

“ພະ​ມ້າບໍ່​ປະ​ຕິ​ບັດ​ຕາມ​ຂໍ້ຮຽກຮ້ອງ 5 ຂໍ້​ຂອງ​ອາ​ຊຽນ ແລະ ປະ​ເທດ​ສ​ມາ​ຊິກ​ອາ​ຊ​ຽນ ບໍ່​ສາ​ມາດ​ຕົກ​ລົງ​ກັນ​ວ່າ​ຈະ​ເຊີນ​ເອົາ​ຣັ​ຖ​ບານ​ຕ​ຣີ​ຕ່າງ​ປະ​ເທດ​ຂອງ​ທະ​ຫານ​ພະ​ມ້າ ເຂົ້າ​ມາ​ຮ່ວມ​ປະ​ຊຸມ​ຣັ​ຖ​ມົນ​ ຕ​ຣີ​ອາ​ຊຽນທີ່​ຈະ​ມີ​ຂຶ້ນຢູ່​ກຳ​ພູ​ຊາ.”

ທ່ານ Chum Sounry ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ພູ​ຊາ ຍັງ​ກ່າວ​ຕື່ມ​ວ່າ:

“ພວກ​ເຮົາໄດ້​ບອກ​ໃຫ້​ພະ​ມ້າ ສົ່ງ​ໂຕ​ແທນ​ທີ່ບໍ່​ຢູ່​ໃນ​ກຸ່ມ​ການ​ເມືອງ​ເຂົ້າ​ຮ່ວມ​ແທນ​ທີ່​ ຈະ​ປ່ອ​ຍ​ບ່ອນ​ນັ່ງໃນ​ທີ່​ປະ​ຊຸມ​ເປົ່າ​ວ່າງ ແຕ່​ມັນ​ກໍ​ຂຶ້ນ​ກັບ​ຝ່າຍ​ທະ​ຫານ​ພະ​ມ້າ ຕັດ​ສິນ​ໃຈ.”

ການ​ຕັດ​ສິນ​ໃຈບໍ່​ເຊີນ​ເອົ​ໂຕ​ແທນ​ຝ່າຍ​ທະ​ຫານ​ພະ​ມ້າ ມາ​ປະ​ຊຸມ​ຣັ​ຖ​ມົນ​ຕ​ຣີ​ອາ​ຊຽນ ໄດ້​ມີ​ຂຶ້ນ​ຫຼັງ​ຈາກ ທ່ານ ຮຸນ​ເຊນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ກຳ​ພູ​ຊາ ທີ່​ເປັນ​ປະ​ທານ​ວຽນ​ອາ​ຊຽນ ໃນ​ປີ 2022 ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ທະ​ຫານ​ພະ​ມ້າ ພົນ​ເອ​ກ ມິນ​ອອງ​ລາຍ ປະ​ຕິບັດ​ຕາມ​ມະ​ຕິ 5 ຂໍ້​ຂອງ​ອາ​ຊຽນ ໃນ​ເວ​ລາ​ທີ່ປະ​ຊຸມ​ຜ່ານ​ລະ​ບົບ​ວີ​ດີ​ທາງ​ໄກ.

ມະ​ຕິ​ຕົກ​ລົງ​ 5 ຂໍ້ ຂອງ​ອາ​ຊຽນ ປະ​ກອບ​ມີ:

ຂໍ້​ທີ 1: ທຸກ​ຝ່າຍ​ຕ້ອງ ​ໃນ​ພະ​ມ້າ ຄວນຢຸດການ​ໃຊ້ຄວາ​ມ​ຮຸ​ນ​ແຮງ ແລະ ​​ໃຊ້​ຄວາມ​ອົດ​ທົນ.

ຂໍ້​ທີ 2: ການ​ເຈ​ລະ​ຈາ​ຕ້ອງ​ສ້າງ​ສັນ ລະ​ຫວ່າງ​ທຸກ​ຝ່າຍ ເພື່ອ​ເລີ່ມ​ຊອກ​ຫາທາງ​ອອກ​ແບບ​ສັນ​ຕິ​ວິ​ທີ ເພື່ອ​ຜົ​ລ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.

ຂໍ້​ທີ 3: ທູດ​ພິ​ເສດຂອງ​ອາ​ຊຽນ ຈະ​ເຂົ້າ​ມາ​ໄກ່​ເກັ່ຽ ການ​ເຈ​ລະ​ຈາ ໂດຍ​ມີ ເລ​ຂາ​ທິ​ການ​ອາ​ຊຽນໃຫ້​ຄວາມ​ສະ​ດວກ.

ຂໍ້​ທີ 4: ອາ​ຊຽນ ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະທັມ.

ຂໍ້​ທີ 5: ທູດ​ພິ​ເສດອາ​ຊຽນ ແລະ ຄະ​ນະ​ຜູ້​ແທນ ຈະ​ເດີນ​ທາງ​ໄປ​ພະ​ມ້າ ເພື່ອ​ພົບ​ກັບ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ.