ໂອບາມາຕັ້ງໃຈແກ້ໄຂ ບັນຫາໂລກຮ້ອນ

ປະທານາທິບໍດີ Barack Obama ຢາກແກ້ໄຂ ບັນຫາ ການປ່ຽນແປງ ຂອງດິນຟ້າ ອາກາດ ແບບທີ່ວ່າ ຈະບໍ່ກະທົບ ກະເທືອນ ຕໍ່ເສຖກິດ ຂອງ ສະຫະຣັຖ ອະເມຣິກາ ຫລື ວຽກການງານ.

ທ່ານ Jay Carney ເລຂາຝ່າຍ ຖແລງຂ່າວ ປະຈໍາ ທໍານຽບຂາວ us-government

ຕາມຄໍາຖແລງການ ຂອງໂຄສົກ ປະຈໍາ ທໍານຽບຂາວ ທ່ານ Jay Carney. ທ່ານ ບາຣັກ ໂອບາມາ ໄດ້ກ່າວ ໃນພິທີ ສາບານຕົວ ຮັບຕໍາແໜ່ງ ເປັນ ປະທານາທິບໍດີ ສມັຍທີ 2 ເມື່ອວັນຈັນ ຜ່ານມາວ່າ:

"ທ່ານກ່າວວ່າ ພວກເຮົາ ຈະຕອບໂຕ້ ການນາບຂູ່ ຈາກການປ່ຽນແປງ ຂອງ ດິນຟ້າອາກາດ ໂດຍຮູ້ວ່າ ຖ້າເຮັດບໍ່ໄດ້ ມັນກໍເປັນການ ທໍຣະຍົດ ຕໍ່ລູກຫລານ ແລະ ອະນາຄົດ ຂອງ ຄົນລຸ້ນຫລັງ".

ທ່ານ Jay Carney ກ່າວວ່າ ທ່າທີ ຂອງ ທ່ານໂອບາມາ ຍັງຄືເກົ່າ ແບບດຽວກັບ ໃນສມັຍທໍາອິດ ທີ່ທ່ານເປັນ ປະທານາທິບໍດີ. ທ່ານຍັງສນັບສນູນ ຣັຖສະພາ ເຣື່ອງການຈໍາກັດ ອຸນຫະພູມ ຂອງໂລກ ທີ່ອຸ່ນຂຶ້ນ ຂະນະທີ່ຍັງມີ ການຄັດຄ້ານ ໃນບັນດາ ສະມາຊິກ ສະພາ ຜູ້ແທນ.

ແຜນການລະອຽດ ຂອງ ທ່ານໂອບາມາ ອາດສະທ້ອນອອກ ຢູ່ໃນສູນທອນພົດ ຕໍ່ປະຊາຊົນ ທົ່ວປະເທດ ໃນວັນທີ 12 ກຸມພາ. ທ່ານ ໂອບາມາ ໄດ້ສເນີ ມາຕຖານໃໝ່ ສໍາລັບຣົດຍົນ ຣົດກະບະ ຂນາດເບົາ ເພື່ອຊ່ວຍຫຼຸດຜ່ອນ ການປ່ອຍກາສ ເຮືອນແກ້ວ ຈາກ ຍານພາຫານະ ໃນປີ 2025 ພ້ອມທັງສັ່ງໃຫ້ ຈໍາກັດມົລພິດ ຈາກໂຮງງານ ພະລັງງານ ຕ່າງໆ ໃຫ້ໄດ້ນໍາອີກ.

ທ່ານ Carney ກ່າວເຖິງ ໂອກາດ ໃນ ອຸດສາຫະກັມ ພະລັງງານ ທາງເລືອກວ່າ ປະທານາທິບໍດີ ໂອບາມາ ຈະແກ້ໄຂບັນຫາ ສະພາບອາກາດ ດ້ວຍວິທີທາງ ທີ່ຈະຊ່ວຍການ ເຕີບໂຕ ທາງເສຖກິດ ແລະ ຊ່ວຍສ້າງ ວຽກເຮັດງານທໍາ ບໍ່ດັ່ງນັ້ນ ກໍຈະບໍ່ຄຸ້ມຄ່າ ໃນຄວາມ ພຍາຍາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org