ຈີນຢາກຕັ້ງທະນາຄານໃນ ເອເຊັຍ

ສປປລາວ ສນັບສນູນ ການຈັດຕັ້ງ ທະນາຄານ ເອເຊັຍ ເພື່ອ ການລົງທຶນ ສ້າງ ໂຄງຮ່າງ ພື້ນຖານ ຊຶ່ງ ຈີນ ເປັນຜູ້ ສເນີ.

ຈີນຢາກຕັ້ງທະນາຄານໃນ ເອເຊັຍ RFA

 

ສປປລາວ ສນັບສນູນ ການຈັດຕັ້ງ ທະນາຄານ ເອເຊັຍ ເພື່ອ ການລົງທຶນ ສ້າງ ໂຄງຮ່າງ ພື້ນຖານ ຊຶ່ງ ຈີນ ເປັນຜູ້ ສເນີ. ທ່ານ ຊີ ຈິນປິງ ປະທານ ປະເທດຈີນ ສເນີ ແນວຄິດ ຕັ້ງ ທະນາຄານ ດັ່ງກ່າວ ເມື່ອ ທ້າຍປີກາຍ ແລະ ຈົນເຖິງ ປັດຈຸບັນ ປະກົດວ່າ ປະເທດ ໃນເອເຊັຍ ໂດຍສະເພາະ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ກໍອອກສຽງ ສນັບສນູນ ຫລາຍຂື້ນ.

ທ່ານ ຢົ້ງ ຈັນທະລັງສີ ຜູ້ ອຳນວຍການ ສະຖາບັນ ຄວາມສຳພັນ ຕ່າງ ປະເທດ ຂອງ ສປປລາວ ກ່າວ ສນັບສນູນ ວ່າ ຣັຖບານ ລາວ ເຫັນດີ ກັບ ແນວຄິດ ການຕັ້ງ ທະນາຄານ ດັ່ງກ່າວ ເພາະ ສປປລາວ ເປັນປະເທດ ທີ່ ບໍ່ມີ ຊາຍແດນຕິດ ກັບ ທະເລ ແລະ ທະນາຄານ ການລົງທຶນ ທີ່ວ່ານັ້ນ ຈະຊ່ວຍ ສປປລາວ ໃຫ້ມີທຶນ ສຳຣັບ ການສ້າງສາ ພັທນາ ຫລາຍຂື້ນ.

ຜ່ານມາ ສປປລາວ ອາສັຍ ແຕ່ເງິນ ຊ່ວຍເຫລືອ ຈາກ ທະນາຄານ ພັທນາ ເອເຊັຍ ເພື່ອສ້າງ ຖນົນຫົນທາງ ເຊື່ອມຕໍ່ ກັບ ປະເທດ ເພື່ອນບ້ານ; ຖ້າມີ ທະນາຄານ ເພື່ອ ການລົງທຶນ ເອເຊັຍ ປະເທດລາວ ກໍຈະມີ ແຫລ່ງທຶນ ຫລາຍຂື້ນ.

ທາງການຈີນ ໃຫ້ເຫດຜົນ ໃນການ ຕັ້ງ ທະນາຄານ ນີ້ວ່າ ຫລາຍ ປະເທດ ໃນອາເຊັຍ ກຳລັງ ພັທນາ ເສຖກິດ ກຳລັງ ຂຍາຍຕົວ ຢ່າງວ່ອງໄວ; ຜ່ານມາ ມີແຕ່ອາສັຍ ຢືມເງິນ ຫລື ໄດ້ຮັບ ເງິນ ຊ່ວຍເຫລືອ ຈາກ ທະນາຄານ ໂລກ ຫລື ທະນາຄານ ພັທນາ ເອເຊັຍ. ສະນັ້ນ ຖ້າຕັ້ງ ທະນາຄານ ເພື່ອ ການລົງທຶນ ນີ້ຂື້ນ ປະເທດ ເອເຊັຍ ກໍຈະມີ ເງິນທຶນ ສຳຣັບ ການສ້າງສາ ພັທນາ ຫລາຍຂື້ນ. ແຕ່ ນັກຊ່ຽວຊານ ທາງດ້ານ ການເງິນ ສາກົນ ໃຫ້ຄຳຄິດ ຄຳເຫັນວ່າ ຈີນ ຢາກຕັ້ງ ທະນາຄານ ນີ້ຂື້ນມາ ກໍເພື່ອ ແຂ່ງຂັນ ກັບ ທະນາຄານ ພັທນາ ເອເຊັຍຫລື ADB ຊຶ່ງ ຍີ່ປຸ່ນ ເປັນ ຜູ້ມີຫຸ້ນສ່ວນ ເປັນສ່ວນ ຫລາຍ.

ເຖິງຢ່າງໃດ ກໍດີ ທາງການຈີນ ຄາດວ່າ ຈະພຍາຍາມ ຕັ້ງ ທະນາຄານ ເພື່ອ ການລົງທຶນ ດັ່ງກ່າວ ໃຫ້ໄດ້ ພາຍໃນ ເດືອນສິບ ປີນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org