ຂົວລາວ-ພະມ້າຈະຊ່ອຍການຄ້າ
ຂົວມິຕພາບ ລາວ-ພະມ້າ ຈະຍົກ ຣະດັບ ການຄ້າ ຣະຫວ່າງ ສອງ ປະເທດ.
-
2013-10-02 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ກ່ຽວຂ້ອງທີ່ແຂວງຫລວງນໍ້າທາ ທ່ານນື່ງເວົ້າວ່າ ຂົວມິຕພາບ ລາວ-ພະມ້າ ຣະຫວ່າງເມືອງລອງແຂວງຫລວງນໍ້າທາ ກັບແຂວງ ທ່າຂີ້ເຫລັກຂອງພະມ້າທີ່ກໍາລັງສ້າງຢູ່ໃນເວລານີ້ນັ້ນເມື່ອສ້າງແລ້ວຈະກາຍເປັນຂົວເຊື່ອມ ຕໍ່ຣະຫວ່າງປະເທດສະມາຊິກ ປະຊາຄົມເສຖກິດ ອາຊຽນໃນປີ 2015 ຈະເຮັດໃຫ້ ລາວແລະພະມ້າ ມີການຄ້າຂາຍ ແລະແລກປ່ຽນສີນຄ້າກັນ ຫລາຍຂື້ນ. ດັ່ງທ່ານກ່າວວ່າ:
"ຄາດຫມາຍຈະໃຫ້ທັນ ຈະເຊື່ອມໂຍມ ຄືກັນກັບຂົວອື່ນໆ ດັ່ງລາວ-ໄທ ລາວ-ພະມ້າ ຄືກັນຫັ້ນແຫລະ ເຣື້ອງການຂົນສົ່ງ ຜົລປໂຍດມັນກໍ ຄືກັນຫັ້ນແຫລະເນາະ ຖືວ່າເຊື່ອມຕໍ່ຣະຫວ່າງຊາດ ກັບພາກພື້ນ".
ທ່ານກ່າວຕື່ມວ່າທີ່່ຜ່ານມາເຖິງແມ່ນວ່າ ສປປລາວ ຈະມີຊາຍແດນຕິດກັບພະມ້າກໍຕາມ ແຕ່ເຣື້ອງການຄ້າຂາຍ ແລະ ການລົງທືນຣະຫວ່າງ ສອງປະເທດ ນັ້ນຍັງມີຫນ້ອຍຢູ່ ຖ້າທຽບໃສ່ລາວກັບໄທ ຫລື ລາວກັບວຽດນາມ ບັນດາພໍ່ຄ້າ ແມ່ຄ້າ ຢູ່ແຂວງຫລວງນໍ້າທາ ກໍບໍ່ເຄີຍຂ້າມໄປ ຄ້າຂາຍໃນພະມ້າເທື່ອ ດ່ັງນັ້ນ ຖ້າຂົວແຫ່ງ ນີ້ຫາກສ້າງແລ້ວ ຈະເຮັດໃຫ້ເກີດການເຊື່ອມໂຍງທາງດ້ານເສຖກິດ ແລະການຄ້າຂາຍກັບພະມ້າ ຫລາຍຂື້ນ.
ປັດຈຸບັນ ວຽກງານກໍ່ສ້າງຂົວດັ່ງກ່າວໄດ້ສໍາເຣັດໄປແລ້ວ 20% ຂົວແຫ່ງນີ້ ມີຄວາມຍາວປະມານ 691.8 ແມັດກວ້າງປະມານ 10.9 ແມັດ ໃຊ້ງົບປະມານ ໃນການກໍ່ສ້າງປະມານ 18 ລ້ານໂດລາ ໂດຍຣັຖບານລາວແລະພະມ້າຮ່ວມກັນ ອອກຄົນລະເຄີ່ງ. ຂົວແຫ່ງນີ້ມີກໍານົດສ້າງ ໃຫ້ແລ້ວໃນປີ 2014.