ເປີດກອງປະຊຸມສຸດຍອດ ຜູ້ນໍາອາຊຽນ ຄັ້ງທີ 44/45 ຢ່າງເປັນທາງການ
ໃນໂອກາດ ທີ່ສປປ ລາວ ຈັດພິທີເປີດກອງປະຊຸມ ສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 9 ຕຸລາ 2024 ນີ້ ໂດຍ ສປປ ລາວ ສະເໜີໃຫ້ປະຊາຄົມອາຊຽນ ເພີ່ມທະວີການຮ່ວມມືກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.
-
ອຸ່ນແກ້ວ
2024-10-09 -
-
-
Your browser doesn’t support HTML5 audio
ລັດຖະບານລາວ ເປີດກອງປະຊຸມສຸດຍອດຜູ້ນໍາອາຊຽນຄັ້ງທີ 44 ແລະ 45 ຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດລາວ ນະຄອນຫລວງວຽງຈັນ ໃນຕອນເຊົ້າຂອງວັນທີ 9 ຕຸລາ 2024 ໂດຍມີຄະນະຜູ້ນໍາຈາກ 10 ປະເທດອາຊຽນ ເຂົ້າຮ່ວມ.
ໃນໂອກາດທີ່ປະເທດລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນໍາອາຊຽນໃນຄັ້ງນີ້ ຖ່າມກາງຄວາມທ້າທາຍ ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂຶ້ນໃນພາກພື້ນ.
ສປປ ລາວ ໄດ້ສະເໜີໃຫ້ປະຊາຄົມອາຊຽນ ເພີ່ມທະວີການຮ່ວມມືກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນ ຄວາມຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ.
ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ກ່າວຢູ່ໃນພິທີເປີດກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ໃນວັນທີ 9 ຕຸລາ ວ່າ:
“ອາຊຽນຕ້ອງເພີ່ມທະວີການຮ່ວມມືກັນບົນພື້ນຖານຫຼັກການ ຕາມກົດບັດຂອງອາຊຽນ ແລະ ຍັງຕ້ອງຄໍານຶງວິຖີທາງຂອງອາຊຽນ ເພື່ອສົ່ງເສີມປະຊາຄົມອາຊຽນໃຫ້ເຂັ້ມແຂງ ຮັດແໜ້ນຄວາມເປັນເອກະພາບ ຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ, ອາຂຽນ ເປັນພາກສ່ວນສໍາຄັນຂອງນະໂຍບາຍຕ່າງປະເທດຂອງ ສປປລາວ ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນໃນປີ 1997 ເປັນຕົ້ນມາ.”
ໃນຂະນະທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ກ່າວໃນພິທີເປີດວ່າ ປະຊາຊົນອາຊຽນຕ້ອງໄດ້ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງຂຶ້ນ ເນື່ອງຈາກປັດຈຸບັນ ໃນພາກພື້ນອາຊຽນ ແລະ ໃນໂລກ ພວມປະເຊີນກັບບັນຫາ, ຂໍ້ຂັດແຍ່ງ ແລະ ສິ່ງທ້າທາຍຫຼາຍຢ່າງ ທີ່ຈະຕ້ອງໄດ້ເສີມສ້າງສັນຕິພາບ, ເອກະພາບ ເພື່ອຮັບມືແກ້ໄຂຄວາມທ້າທາຍຢ່າງທັນການ ແລະ ມີປະສິດທິພາບສູງ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ, ອາດສະຍາກໍາຂ້າມຊາດ ແລະ ອື່ນໆ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວໃນພິທີເປີດຕອນນຶ່ງວ່າ:
“ປັດຈຸບັນ ພາກພື້ນອາຊຽນ ກໍຄື ພາກພື້ນອື່ນໆຂອງໂລກ ພວກປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເຊັ່ນ ຂໍ້ຂັດແຍ່ງຕ່າງໆ ການປະທະດ້ວຍກໍາລັງ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ ອາດຊະຍາກໍາຂ້າມຊາດ ແລະ ອື່ນໆ ອາຊຽນ ຕ້ອງໄດ້ສືບຕໍ່ຢຶດໝັ້ນ ໃນຄວາມເປັນເຈົ້າການຂອງຕົນ ຮັດແໜ້ນການຮ່ວມມື ເພື່ອຮັບມືກັບສິ່ງທ້າຍທາຍເຫຼົ່ານັ້ນ ຢ່າງຫັນການ ແລະ ມີປະສິດທິພາບ.”
ນອກຈາກນີ້ ທ່ານ ນິກອນເດດ ພະລາງກູນ ຫົວໜ້າກົມຂ່າວກະຂວງການຕ່າງປະເທດຂອງໄທ ກ່າວວ່າ ຜູ້ນໍາອາຊຽນທັງ 10 ປະເທດ ເຫັນພ້ອມຕົງກັນ ທີ່ຈະຮ່ວມມືກັນຫຼາຍຂຶ້ນກວ່າເກົ່າ ເພື່ອແກ້ໄຂບັນຫາກັບສິ່ງທ້າຍທາຍ ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂຶ້ນໃນພາກພື້ນແຫ່ງນີ້ ເປັນຕົ້ນການປ່ຽນແປງສະພາບດິນຟ້າອາກາດ, ການຈັດການແກ້ໄຂບັນຫາຝຸ່ນຂະໜາດນ້ອຍ ຫຼື PM 2.5 ບັນຫາເລື່ອງຄວາມໝັ້ນຄົງຂອງສະບຽບອາຫານ ແລະ ພະລັງງານ, ບັນຫາອາດຊະຍາກໍາຂ້າມຊາດ, ແກ້ງຄໍເຊັນເຕີ້ ຫຼື ສະແກມເມີ້ ແລະ ບັນຫາຢາເສບຕິດ ແຕ່ສິ່ງສໍາຄັນ ທຸກປະເທດອາຊຽນ ຕ້ອງປະຕິບັດຕາມກົດໝາຍລະຫວ່າງປະເທດ.
ທ່ານ ນິກອນເດດ ພະລາງກູນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 9 ຕຸລາ ຕອນນຶ່ງ ວ່າ:
“ໄທກໍຍັງສົ່ງເສີມປະຊາຄົມ ອາຊຽນຈະຕ້ອງມີປະຊາຊົນເປັນສູນກາງຢ່າງແທ້ຈິງ ສົ່ງເສີມເລື່ອງຄວາມໝັ້ນຄົງຂອງມະນຸດ ຄວາມໝັ້ນຄົງຂອງອາຫານ ແລະ ພະລັງງານ ການຮັບມືກັບອາດຊະຍາກໍາຂ້າມຊາດ ບັນຫາຢາເສບຕິດ ການຫຼອກລວງອອນລາຍ ເປັນຕົ້ນ ອັນນີ້ ຄືຜົນສະຫຼຸບຂອງການປະຊຸມສຸດຍອດອາຊຽນ.”
ແຕ່ ນັກວິຊາການທາງຢູ່ສະຖາບັນການເງິນໃຫ້ທັດສະນະ ກອງປະຊຸມອາຊຽນໂດຍລວມບໍ່ມີເດັ່ນ, ແຕ່ບັນຫາທີ່ກໍາລັງປະເຊີນໃນຕອນນີ້ ແມ່ນສິນຄ້າຈີນລາຄາຖືກເຂົ້າມາຕີລະຫຼາດອາຊຽນ ເຮັດໃຫ້ຜູ້ປະການຂະໜາດນ້ອຍ ແລະ ຂະໜາດກາງ ໄດ້ຮັບຜົນກະທົບ.
ເຈົ້າໜ້າທີ່ທະນາຄານພັດທະນາເອເຊັຽ ຫຼື ADB ປະຈໍາລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເຣິີ ໃນວັນທີ 9 ຕຸລາ ວ່າ:
“ໂດຍລວມແລ້ວ ອາຊຽນມັນກະເປັນແນວນີ້ແຫຼະ ມັນກະບໍ່ມີຫຍັງວ່າເດັ່ນຈົນເກີນໄປຫັ້ນນ່າ ຫຼືວ່າ ຈີນດຽວນີ້ເປັນປັດໃຈສໍາຄັນ ທັງຜູ້ສະໜອງ ແລະ ຜູ້ຕ້ອງການຫັ້ນນ່າ ສິນຄ້າຖືກຈາກຈີນ ມັນອາດຈະກະທົບຕໍ່ SME ແລ້ວບາດນີ້ ຄວາມຕ້ອງການຂອງຈີນ ເວົ້າເລື່ອງໝາກຜົນລະໄມ້ ເວົ້າເລື່ອງວັດຖຸ ອີ່ຫຍັງຕ່າງໆຊີ້ນ່າ ຄັນເຮົາເບິ່ງ ມັນກະການແຂ່ງຂັນ.”
ໃນກອງປະຊຸມສຸດຍອດຜູ້ນໍາອາຊຽນຄັ້ງທີ 44 ແລະ 45, ຜູ້ນໍາອາຊຽນ ໄດ້ຮັບຮອງເອກະສານ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ລວມທັງໝົດ 56 ສະບັບ ເພື່ອເປັນພື້ນຖານສໍາລັບການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງໃນຕໍ່ໜ້າ ຖ່າມກາງບັນຫາ ແລະ ຂໍ້ຂັດແຍ່ງທີ່ເກີດຂື້ນໃນປັດຈຸບັນ.