ທ່ານ Kerry ໄປເອເຊັຽ

ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ເດີນທາງ ຢ້ຽມຢາມ ປະເທດ ສຳຄັນໆ ໃນເອເຊັຍ ຄື ເກົາຫລີໃຕ້, ຈີນ ແລະ ຍີ່ປຸ່ນ ທ່າມກາງ ຄວາມເຄັ່ງຕຶງ ກ່ຽວກັບ ການຂົ່ມຂູ່ ໂຈມຕີ ດ້ວຍອາວຸດ ນິວຄະເລັຍ ຈາກ ເກົາຫລີເໜືອ.

ທ່ານ John Kerry ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ຕອນຢ້ຽມຢາມ ຍີ່ປຸ່ນ ໃນວັນທີ 14 ເມສາ 2013 US States department

ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ເດີນທາງ ຢ້ຽມຢາມ ປະເທດ ສຳຄັນໆ ໃນເອເຊັຍ ຄື ເກົາຫລີໃຕ້, ຈີນ ແລະ ຍີ່ປຸ່ນ ທ່າມກາງ ຄວາມເຄັ່ງຕຶງ ກ່ຽວກັບ ການຂົ່ມຂູ່ ໂຈມຕີ ດ້ວຍອາວຸດ ນິວຄະເລັຍ ຈາກ ເກົາຫລີເໜືອ.

ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ, ທ່ານ ຈອນ ແຄຣີ ເດີນທາງໄປເຖິງ ປະເທດຍີ່ປຸ່ນ ໃນມື້ວັນ ອາທິດ ທີ 14 ເມສາ, ຊຶ່ງເປັນປະເທດ ສຸດທ້າຍ ຂອງ ການຢ້ຽມຢາມ ເອເຊັຽ ຂອງທ່ານ ພາຍຫລັງ ທີ່ຢ້ຽມຢາມ ຈີນ ແລະ ເກົາຫລີໃຕ້. ການຢ້ຽມຢາມ ເທື່ອນີ້ ສ່ວນໃຫຍ່ແລ້ວ ແມ່ນແນໃສ່ ການແກ້ໄຂບັນຫາ ຄວາມເຄັ່ງຕຶງ ທີ່ເກີດຈາກ ການເກາະຜິດ ຂອງ ເກົາຫລີເໜືອ.

ທ່ານ ແຄຣີ ໄດ້ພົບພໍ້ກັບ ທ່ານຟູມີໂອະ ກີຊີດະ, ຣັຖມົນຕຣີ ການຕ່າງປະເທດ ຂອງຍີ່ປຸ່ນ, ໃນມື້ວັນ ອາທິດ ເພື່ອຫາລື ກ່ຽວກັບ ຄວາມເຄັ່ງຕຶງ ໃນຂົງເຂດ, ການປ່ຽນແປງ ຂອງ ສະພາບ ດິນຟ້າອາກາດ ແລະ ຄວາມປອດພັຍ ທາງ ອິນເທີແນັດ, ແລະ ໃນມື້ວັນຈັນ ທ່ານໄດ້ ພົບພໍ້ ກັບ ທ່ານ ຊິນໂຊ ອາເບະ, ນາຍົກ ຣັຖມົນຕຣີ ຍີ່ປຸ່ນ.

ທ່ານ ກີຊີດະ ກ່າວວ່າ ພວກທ່ານ ບໍ່ສາມາດ ທີ່ຈະປ່ອຍໃຫ້ ເກົາຫລີເໜືອ ຄອບຄອງ ອາວຸດ ນິວຄະເລັຍ ແລະ ວ່າ ພວກທ່ານ ຕົກລົງວ່າ ເກົາຫລີເໜືອ ຕ້ອງຍຸຕິ ການນາບຂູ່ ແລະ ການປະພຶດ ທີ່ເປັນ ການເກາະຜິດ. ຄຳເວົ້າ ຂອງ ຣັຖມົນຕຣີ ຕ່າງປະເທດ ຍີ່ປຸ່ນ ມີຂຶ້ນ ພາຍຫລັງ ທີ່ ເກົາຫລີເໜືອ ຂົ່ມຂູ່ ເມື່ອຕົ້ນເດືອນມີນາ ຜ່ານມາວ່າ ຈະລົງມື ໂຈມຕີ ສະຫະຣັຖ ແລະ ເກົາຫລີໃຕ້ ແລະ ຫລັງຈາກນັ້ນ ກໍຂົ່ມຂູ່ ມາໂດຍຕລອດ. ສ່ວນ ທ່ານ ແຄຣີ ເວົ້າວ່າ ທຸກໆຝ່າຍ ຈຳເປັນຕ້ອງ ຫາລືກັນ ໂດຍສ່ວນຕົວ ໃນຣະດັບ ສູງສຸດ ຂອງຣັຖບານ ເພື່ອນຳເອົາ ການແກ້ໄຂ ບັນຫາ ຢ່າງສັນຕິ ໃນ ສະຖານະການ ເຊັ່ນນີ້.

“ແຕ່ວ່າ ທາງເລືອກ ຂອງພວກເຮົາ ແມ່ນ ເພື່ອເຈຣະຈາ, ການເລືອກ ຂອງພວກເຮົາ ແມ່ນ ເຂົ້າໂຕະ ເຈຣະຈາ ແລະ ຫາທາງ ນຳສັນຕິພາບ ມາສູ່ຂົງເຂດ, ແລະ ພວກເຮົາ ຫວັງວ່າ ສິ່ງໃດກໍຕາມ ທີ່ເຮັດໃຫ້ ເກົາຫລີເໜືອ ຢ້ານກົວ, ສະຫະຣັດ ແລະ ປະເທດອື່ນໆ ໃນຂົງເຂດ ນັ້ນ ພວກຂະເຈົ້າ ຈະເຂົ້າຮ່ວມ ເຈຣະຈາ ໃນວິທີ ທີ່ມີ ຄວາມຮັບຜິດຊອບ ແລະ ເຈຣະຈາ ກ່ຽວກັບ ເຣື້ອງດັ່ງກ່າວ.”

ທ່ານ ຫວັງວ່າ ເກົາຫລີເໜືອ ຄົງຈະໄດ້ຍິນ ຄຳເວົ້າ ຂອງ ພວກທ່ານ ແລະ ຍອມຮັບວ່າ ອະນາຄົດ ຂອງ ປະຊາຊົນ ເກົາຫລີເໜືອ ແລະ ອະນາຄົດ ຂອງ ສະເຖັຍຣະພາບ ໃນພາກພື້ນ…  ແລະ ວ່າ ມີທາງເລືອກ ຢ່າງແຈ່ມແຈ້ງ ທີ່ ເກົາຫລີເໜືອ ໄດ້ຮັບໂອກາດ, ແລະ ພວກຂະເຈົ້າ ຈະພົບ ພາຄີ, ທີ່ພ້ອມຮັບເອົາ ເກົາຫລີເໜືອ.

ເຖິງຢ່າງໃດ ກໍຕາມ, ເກົາຫລີເໜືອ ໄດ້ອອກ ຄຳເຕືອນ ຕໍ່ຍີ່ປຸ່ນ ໃນມື້ວັນສຸກ ຜ່ານມາ ວ່າ ກຸງໂຕກຽວ ຄວນຍຸຕິ ທ່າທີຕອບໂຕ້ ຕໍ່ ເກົາຫລີ ແລະ ຍຸຕິ ການຂຶ້ນກັບ ສະຫະຣັຖ. ໃນຂະນະດຽວກັນ, ກະຊວງ ຄົມມະນາຄົມ ຂອງຍີ່ປຸ່ນ ໄດ້ອອກ ຄຳເຕືອນ ໃຫ້ຝູງບິນ ຂອງຕົນ ຣາຍງານ ໃຫ້ ສະຫະຣັຖ ຮູ້ ຖ້າຫາກວ່າ ພວກຂະເຈົ້າ ບິນ ໃກ້ເຂດ ຖານທັບ ກາດີນາ ຂອງ ກອງທັບ ສະຫະຣັຖ ໃນເຂດ ໂອກີນາວາ. ຄຳເຕືອນ ດັງກ່າວ ເຊື່ອວ່າ ເປັນສ່ວນນຶ່ງ ຂອງ ການກຽມພ້ອມ ຮັບມື ກັບ ຄວາມເປັນໄປໄດ້ ໃນການ ຍິງຈະຣວດ ຂອງເກົາຫລີເໜືອ. ທ່ານ ແຄຣີ ກ່າວໃນຕອນນຶ່ງ ວ່າ:

“ບໍ່ມີຫຍັງ ທີ່ສັບສົນ ກ່ຽວກັບ ເຣື້ອງນີ້, ໂຄງການ ນິວຄະເລັຍ ທີ່ເປັນອັນຕຣາຍ ຂອງ ເກົາຫລີເໜືອ ບໍ່ພຽງແຕ່ ຂົ່ມຂູ່ ປະເທດ ເພື່ອນບ້ານ ຂອງ ເກົາຫລີເໜືອ ເທົ່ານັ້ນ, ແຕ່ຍັງຂົ່ມຂູ່ ປະຊາຊົນ ເກົາຫລີເໜືອ ເອງອີກດ້ວຍ, ແລະ ມັນຍັງຂົ່ມຂູ່ ຄວາມຄຶດ ຂອງ ຄວາມຝັນ ຂອງ ປາຊີຟິກ.”

ໃນການເຣີ້ມຕົ້ນ ຫາລື ເປັນເວລາ 1 ຊົ່ວໂມງ ໃນມື້ ວັນຈັນນັ້ນ, ທ່ານ ອາເບະ ເວົ້າວ່າ ຂໍ້ຄວາມ ຂອງທ່ານ ແຄຣີ ທີ່ໃຫ້ ຄວາມສຳຄັນ ໃນພາກພື້ນ ເອເຊັຍ-ປາຊິຟິກນີ້ ຈະເປັນການ ສົ່ງເສີມ ໃຫ້ຍີ່ປຸ່ນ ແລະ ປະເທດ ເອເຊັຍອື່ນໆ. ທ່ານ ແຄຣີ ເວົ້າວ່າ ການປະຊຸມ ກັບ ຣັຖມົນຕຣີ ຕ່າງປະເທດ ຍີ່ປຸ່ນ ກ່ອນໜ້ານັ້ນ, ທ່ານ ສາມາດ ຢືນຢັນ ເຖິງຄວາມເຂັ້ມແຂງ ຂອງ ການພົວພັນ ຣະຫວ່າງ ສະຫະຣັຖ ກັບ ຍີ່ປຸ່ນ.

ທ່ານ ແຄລີ ເອີ້ນການ ປະຊຸມນັ້ນວ່າ ມີຄວາມສຳຄັນ ທີ່ຢືນຢັນ ເຖິງຄວາມ ສາມັກຄີ ຂອງ 2 ປະເທດ ໃນການຮັບມື ກັບ ບັນຫາ ຕ່າງໆ ໃນ ແຫລມເກົາຫລີ, ການປ້ອງກັນ ການໂຈມຕີ ທາງອີນເທີແນັດ ແລະ ການປ່ຽນແປງ ຂອງ ສະພາບ ດິນຟ້າອາກາດ. ທ່ານ ແຄລີ ແລະ ທ່ານ ອາເບະ ເຊື່ອວ່າ ພວກທ່ານ ເຫັນພ້ອມຮ່ວມກັນ ໃນການ ປະຕິບັດງານ ຢ່າງໃກ້ຊິດ ເພື່ອຮຽກຮ້ອງ ໃຫ້ເກົາຫລີເໜືອ ຍຸຕິ ການກະທຳ ທີ່ ເກາະຜິດ.
ໃນຂະນະທີ່ ທ່ານ ແຄລີ ຢ້ຽມຢາມ ຍີ່ປຸ່ນ ຢູ່ນັ້ນ, ເກົາຫລີເໜືອ ໄດ້ຕອບໂຕ້ ການຮຽກຮ້ອງ ຂອງເກົາຫລີໃຕ້ ເມື່ອສັປດາຜ່ານ ທີ່ຕ້ອງການ ເປີດການ ເຈຣະຈາ, ຊຶ່ງແຫລ່ງຂ່າວ ທາງການ ຂອງ ເກົາຫລີເໜືອ ຣາຍງານ ວ່າ  ຖ້າຫາກວ່າ ພວກຂະເຈົ້າ ມີເຈດຈໍານົງ ເຈຣະຈາ ແທ້ໆນັ້ນ, ພວກຂະເຈົ້າ ຄວນຍຸຕິ ທ່າທີ່ ການປະເຊີນໜ້າ ເພື່ອ ກັບມາເຣີ້ມຕົ້ນ, ບໍ່ແມ່ນວ່າ ຈະຍົວະ ໂດຍຄຳເວົ້າ.

ໃນຂະນະທີ່ ກ່າວຕໍ່ ທ່ານ ແຄລີ ໃນມື້ວັນສຸກ, ຣັຖມົນຕຣີ ຕ່າງປະເທດ ຢຸ໋ນ ບີຢຸ໋ງ-ຊີ ຂອງເກົາຫລີໃຕ້ ໄດ້ຮຽກຮ້ອງ ເກົາຫລີເໜືອ ເປີດ ການເຈຣະຈາ ໂດຍເວົ້າວ່າ ພວກທ່ານ ຮຽກຮ້ອງ ເກົາຫລີເໜືອ ຍຸຕິ ການປະພຶດ ທີ່ໄຮ້ຄວາມຄຶດ ແລະ ການຂົ່ມຂູ່ ຕ່າງໆນາໆ.  
ກ່ອນເດີນທາງ ໄປຢ້ຽມຢາມ ຍີ່ປຸ່ນ, ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ຢ້ຽມຢາມ ປະເທດຈີນ, ຊຶ່ງການ ຢ້ຽມຢາມຈີນ ເທື່ອນີ້, ກຸງວໍຊິງຕັນ ຕ້ອງການໃຫ້ ກຸງປັກກິ່ງ ຍຸຕິ ການສົ່ງເງິນ ໃຫ້ເກົາຫລີເໜືອ ແລະ ບອກ ເກົາຫລີເໜືອ ວ່າ ຈີນຕ້ອງການ ແຫລມເກົາຫລີ ເປັນເຂດ ປອດ ອາວຸດ ນິວຄະເລັຍ.

ເມື່ອວັນເສົາ ຜ່ານມາ, ທ່ານ ແຄຣີ ແລະ ຜູ້ນຳຈີນ ເວົ້າວ່າ ພວກທ່ານ ຈະ ປະສານງານກັນ ເພື່ອກົດດັນ ເກົາຫລີເໜືອ ໃຫ້ຫລຸດຜ່ອນ ການເກາະຜິດ. ໃນການ ຢ້ຽມຢາມນັ້ນ, ທ່ານ ແຄລີ ໄດ້ພົບພໍ້ກັບ ປະທານ ປະເທດ ຊີ໋ ຈິນປິ້ງ, ນາຍົກ ຣັຖມົນຕຣີ ລີ ກີກ໋ຽງ ແລະ ສະມາຊິກ ສະພາ ຢັງ ຈີ໋ຊີ. ກ່ອນໜ້ານັ້ນ, ໃນຂະນະທີ່ ຢ້ຽມຢາມ ເກົາຫລີໃຕ້ ເມື່ອວັນສຸກ ຜ່ານມາ, ທ່ານ ແຄຣີ ເວົ້າວ່າ ສະຫະຣັຖ ຈະຫາລືກັບ ເກົາຫລີເໜືອ, ໃນກໍຣະນີ ທີ່ປະເທ ດັ່ງກ່າວ ມີຄວາມຈິງຈັງ ກ່ຽວກັບ ການເຈຣະຈາ ທີ່ຈະຍຸຕິ ໂຄງການ ອາວຸດ ນິວຄະເລັຍ ຂອງຕົນເທົ່ານັ້ນ. ແລະ ວ່າ ເກົາຫລີເໜືອ ຈະບໍ່ຖືກ ຍອມຮັບ ເປັນປະເທດ ອາວຸດ ນິວຄະເລັຍ.

ການເດີນທາງ ຢ້ຽມຢາມ ເກົາຫລີໃຕ້ ຂອງທ່ານ ແຄຣີ ມີຂຶ້ນ ມື້ນຶ່ງ ພາຍຫລັງ ທີ່ຜົລການ ປະເມີນ ຂອງ ກະຊວງ ປ້ອງກັນປະເທດ ສະຫະຣັຖ ແນະນຳວ່າ ມີຄວາມ ເປັນໄປໄດ້ ທີ່ ເກົາຫລີເໜືອ ຈະຍິງ ຈະຣວດ ໃສ່ປະເທດ ທີ່ເປັນສັດຕຣູ ຂອງຕົນ. ການຢ້ຽມຢາມ ກຸງໂຊລ ເປັນການໃຫ້ ຄວາມສນັບສນູນ ຢ່າງເຕັມທີ່ ຕໍ່ກອງທັບ ພັນທະມິດ ເກົາຫລີໃຕ້, ຊຶ່ງທ່ານ ແຄຣີ ໄດ້ນຳເອົາ ການຫາລື ທີ່ເຄັ່ງຕຶງ ຮວມກັບ ຄວາມເຫັນ ທີ່ມີແນວໂນ້ມ ໄປໃນທາງ ທີ່ສ້າງ ຄວາມປອງດອງ ຫລາຍກ່ວາ ໂດຍຫວັງວ່າ ຈະມີທາງອອກ ໂດຍສັນຕິ ຈາກຄວາມເຄັ່ງຕຶງ ທີ່ມີຢູ່ນີ້.

ສ່ວນ ປະທານາທິບໍດີ ເກົາຫລີໃຕ້, ຍານາງ ພາກ ຮິນ ອຶ໋ນ, ອອກຖແລງການ ຢ່າງຕໍ່ເນື່ອງ ທີ່ສະແດງເຖິງ ການເຈຣະຈາ ກັບກຸງພຽງຢ໋າງ, ຊຶ່ງແຫລ່ງຂ່າວ ຢົງຮັບ ຣາຍງານວ່າ ຍານາງ ພາກ ບອກກັບ ເຈົ້າໜ້າທີ່ ພັກ ເມື່ອວັນສຸກ ຜ່ານມາວ່າ ເກົາຫລີໃຕ້ ຄວນ ພົບພໍ້ກັບ ເກົາຫລີເໜືອ ແລະ ຟັງເບິ່ງວ່າ ເກົາຫລີເໜືອ ຄຶດຫຍັງກັນແທ້. ແຕ່ບໍ່ໄດ້ ມີຣາຍລະອຽດ ກ່ຽວກັບ ແບບແຜນ ຂອງ ການຫາລື ແຕ່ຢ່າງໃດ.

ສລຸບແລ້ວ ການເດີນທາງ ຢ້ຽມຢາມ ເອເຊັຍ ຂອງ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ເທື່ອນີ້ ແມ່ນມີ ຈຸດປະສົງ ຕ້ອງການໃຫ້ ປະເທດ ທີ່ກ່ຽວຂ້ອງ ຫາທາງອອກ ຈາກການ ປະທະກັນ ແລະ ກົດດັນ ໃຫ້ ເກົາຫລີເໜືອ ຍຸຕິ ການຍຸຍົງ ແລະ ເກະຜິດ ຂອງຕົນ. ການຢ້ຽມຢາມ ເອເຊັຍ ຂອງທ່ານ ແຄລີ ເທື່ອນີ້ ເປັນເທື່ອທຳອິດ ທີ່ຢ້ຽມຢາມ ຂົງເຂດ ດັ່ງກ່າວ ພາຍຫລັງ ທີ່ທ່ານ ໄດ້ຮັບຕຳແໜ່ງ ຮັຖມົນຕຣີ ຕ່າງປະເທດ ສະຫະຣັຖ ແທນ ຍານາງ ຮິລເລີຣີ ຄລິນເຕິນ, ຊຶ່ງທ່ານ ໄດ້ອອກເດີນທາງ ຕັ້ງແຕ່ ວັນທີ 12 ຫາ 15 ເມສາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org