ອົງການສິ້ງຊອມ ສິດທິ ມະນຸດ ຮຽກຮ້ອງ ຈີນ
2019.05.28

ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ໄດ້ຮຽກຮ້ອງຈີນ ບໍ່ໃຫ້ບັງຄັບ ຊາວເກົາຫລີເຫນືອ ທີ່ຖືກກັກຂັງ ຢູ່ສູນກັງຂັງ ທີ່ແຂວງ ລາວນີງ ກັບຄືນເກົາຫລີເຫນືອ ແລະວ່າ ຖ້າຖືກສົ່ງກັບຊີວິດ ຂອງພວກຂະເຈົ້າ ຈະເປັນອັນຕະຣາຍ.
ການຮຽກຮ້ອງຈາກອົງການ ທີ່ບໍ່ຂຶ້ນກັບຣັຖບານ ທີ່ມີສູນກາງຢູ່ນະຄອນນິວຢອກ ສະຫະຣັດ ອະເມຣິກາ ດັ່ງກ່າວ ຣະບຸວ່າ ທາງການຈີນ ຄວນໃຫ້ຖານະຜູ້ລີ້ພັຍ ແກ່ກຸ່ມດັ່ງກ່າວ ທີ່ຮ່ວມດ້ວຍເດັກນ້ອຍ ແມ່ຍິງອາຍຸ 10 ປີ ນື່ງຄົນ ແລະອະນຸຍາດໃຫ້ຂະເຈົ້າເດີນທາງໄປປະເທດ ທີສາມ ໄດ້ຢ່າງປອດພັຍ.
ທ່ານ PHIL ROBERTSON ຮອງຜູ້ຈັດການອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດກ່າວວ່າ:
“ທາງການຈີນ ບໍ່ຄວນສົ່ງຊາວເກົາຫລີເຫນືອ 7 ຄົນ ກັບຄືນປະເທດ ບ່ອນທີ່ພວກຂະເຈົ້າຈະຖືກທໍຣະມານ ຂົ່ມຂືນທາງເພດ ບັງຄັບ ແຮງງານ ແບບຂ້າທາດ ແລະບັນຫາຄວາມຮຸນແຮງ ແລະສຍອງຂວັນ ປະເພດຕ່າງໆ ທີ່ຈະເກີດກັບຊີວິດ ຂອງພວກຂະເຈົ້າ ຖ້າຖືກສົ່ງກັບ ເກົາຫລີເຫນືອ.”
ແລະວ່າ ຈີນຕ້ອງອະນຸຍາດໃຫ້ພວກຂະເຈົ້າ ເດີນທາງໄປປະເທດທີ່ສາມ ໃນທັນທີທັນໃດ. ຜູ້ລີ້ພັຍຊາວເກົາຫລີເຫນືອ 7 ຄົນ ນີ້ຖືກຈັບ ໃນມື້ວັນທີ 29 ເດືອນ ເມສາ ປີນີ້ ໃນຂນະທີ່ລີ້ຕົວ ຢູ່ເມືອງ ຊັນເຊັງ ແຂວງ ລາວນີງ.
ຊາວເກົາຫລີເຫນືອ ຖ້າໂຕນຫນີຈາກປະເທດ ຈະຖືກໂທດຢ່າງຫນັກ ຖ້າຖືກສົ່ງກັບຄືນ ເກົາຫລີເຫນືອ ເປັນຕົ້ນ ການກັກຂັງແບບໂດດດຽວ ເປັນເວລາຍາວນານ ຫລື ໂທດຮ້າຍແຮງປະເພດອື່ນໆ ບໍ່ແມ່ນແຕ່ສະເພາະ ຕົນເອງເທົ່ານັ້ນ ຈະຖືກໂທດ ສະມາຊິກຄອບຄົວ ພໍ່ແມ່ ກໍຈະຖືກໂທດ ເຫມືອນກັນ.
ອີງຕາມບົດຣາຍງານຈາກອົງການ ສິ້ງຊອມດ້ານສິດທິມະນຸດ ຈີນ ມີສິດໃຫ້ການຊ່ອຍເຫລືອ ແກ່ຊາວເກົາຫລີເຫນືອ ທີ່ຂໍ້ລີ້ພັຍກຸ່ມນີ້ ຍ້ອນວ່າ ຈີນ ໄດ້ລົງນາມ ໃນສົນທິສັນຍາສາກົນ ຕ້ານການສົ່ງຜູ້ລີ້ພັຍ ກັບຄືນປະເທດ ແລະສັນຍາວ່າດ້ວຍການທາຮຸນຜູ້ລີ້ພັຍ ຊື່ງສອງສັນຍາ ດັ່ງກ່າວ ຈີນໄດ້ລົງນາມ, ຈີນຕ້ອງປະຕິບັດຕາມການລົງນາມຂອງຕົນ.
ບົດຣາຍງານ ຍັງໄດ້ເອີ່ຍເຖີງ ທີ່ຜ່ານມາ ທາງການຈີນໄດ້ສົ່ງຜູ້ລີ້ພັຍ ຊາວເກົາຫລີເຫນືອ ຫລາຍຄົນກັບຄືນປະເທດ ແລະ ກຸ່ມດັ່ງກ່າວ ກໍຖືກໂທດ ຢ່າງຫນັກ ຢູ່ທີ່ກັກຂັງນັກໂທດ ຜູ້ໂຕນຫນີ ຈາກເກົາຫລີເຫນືອ ທີ່ເກົາຫລີເຫນືອ ຖືວ່າເປັນໂທດອາຍາ ຊື່ງເປັນໂທດທີ່ຮ້າຍແຮງ ໃນເກົາຫລີເຫນືອ.
ບົດລາຍງານຈາກອົງການສິ້ງຊອມ ດ້ານສິດທິມະນຸດ ຖແລງວ່າ ອະດີດເຈົ້າຫນ້າທີ່ ຮັກສາຄວາມປອດພັຍ ຂອງເກົາຫລີເຫນືອ ຜູ້ທີ່ມີ ຫນ້າທີ່ກ່ຽວກັບການ ປະຕິບັດຕໍ່ຜູ້ໂຕນຫນີ ຈາກເກົາເຫນືອ ເມື່ອຖືກສົ່ງກັບຄືນປະເທດ ຈາກຈີນ ໄດ້ບອກກັບອົງການສີ້ງຊອມ ດ້ານສິດທິ ມະນຸດ ໃນຣຍະທີ່ຜ່ານມາວ່າ ຊາວເກົາຫລີເຫນືອທຸກຄົນ ທີ່ຖືກສົ່ງກັບປະເທດ ຈະຖືກທາຮຸນ ຈາກເຈົ້າຫນ້າທີ່ ຮັກສາຄວາມປອດພັຍ ຍ້ອນຕ້ອງການຂໍ້ມູນກ່ຽວກັບ ເຄືອຄ່າຍກຸ່ມທີ່ເອົາຄົນເກົາຫລີເຫນືອ ໂຕນຫນີ ຢູ່ຕ່າງແດນ.
ທີ່ຜ່ານມາ ຊາວເກົາຫລີ ບາງຄົນ ທີ່ຂໍລີ້ພັຍຢູ່ຈີນ ຂ້າຕົວເອງຕາຍ ເມື່ອຮູ້ວ່າ ຕົນຈະຖືກສົ່ງກັບປະເທດ ຍ້ອນຮູ້ວ່າຈະຖືກໂທດຫນັກ.
ທູດພິເສດ ສະຫະປະຊາຊາດກ່ຽວກັບສິດທິມະນຸດ ເວົ້າວ່າ:
“ຊາວເກົາຫລີເຫນືອ ຜູ້ທີ່ໂຕນຫນີຈາກປະເທດ ເມື່ອຖືກຈັບໄດ້ ຫລືຖືກສົ່ງກັບບ້ານຈະຖືກທາຮຸນບໍ່ວ່າ ທາງດ້ານຮ່າງກາຍ ແລະຈິດໃຈ ມີບາງຄົນເມື່ອຮູ້ວ່າຕົນ ຈະຖືກສົ່ງກັບຄືນປະເທດ ຈາກບ່ອນລີ້ພັຍ ຂ້າຕົວເອງຕາຍ ກ່ອນຈະຮອດວັນສົ່ງກັບ."
ຈີນໄດ້ລົງນາມ ສົ່ງຜູ້ຮ້າຍຂ້າມແດນ ກັບເກົາຫລີເຫນືອ ໃນປີ 1986 ສັນຍາດັ່ງກ່າວ ເຮັດໃຫ້ທາງການຈີນ ສົ່ງຜູ້ລິີ້ພັຍຊາວເກົາຫລີເຫນືອ ກັບຄືນປະເທດ ຊຶ່ງສັນຍານີ້ ຣະບຸວ່າ ຊາວເກົາຫລີເຫນືອ ທີ່ໂຕນມາລີ້ພັຍໃນຈີນ ເປັນຄົນເຂົ້າເມືອງຍ້ອນເສຖກິດຝືດເຄືອງ ຕ້ອງໄດ້ສົ່ງກັບ ຄືນປະເທດ.
ຖແລງການຈາກອົງການສິ້ງຊອມ ດ້ານສິດທິມະນຸດ ຣະບຸຕໍ່ໄປວ່າ ຈີນ ຕ້ອງຍຸດຕິ ການຣະເມີດສິດທິ ຂອງຄົນເກົາຫລີເຫນືອ ດ້ວຍການ ສິ້ນສຸດ ການບີບບັງຄັບ ໃຫ້ຄົນເກົາຫລີເຫນືອ ທີ່ລີ້ພັຍໃນຈີນ ກັບຄືນປະເທດ.
ທ່ານ Phil Robertson ເວົ້າວ່າຈີນຄວນປົກປ້ອງ ຜູ້ລີ້ພັຍຊາວເກົາຫລີເຫນືອ 7 ຄົນ ດັ່ງກ່າວດ້ວຍການປະຕິບັດ ຕໍ່ສັນຍາທີ່ຈີນໄດ້ລົງນາມ ກັບນານາຊາດ ໃນການຕ້ານການສົ່ງຜູ້ລີ້ພັຍ ກັບຄືນປະເທດ ແລະ ສົ່ງຂໍ້ຄວາມໄປຫາ ຜູ້ນຳເກົາຫລີເຫນືອ ວ່າຈີນຈະບໍ່ເມີນເສີຍ ຕໍ່ການ ທາຮຸນ ຊາວເກົາຫລີເຫນືອ ຜູ້ທີ່ຖືກກັບປະເທດ ອີກຕໍ່ໄປ.
ສຳລັບ ສປປລາວ ວ່າງປີ 2013 ຣັຖບານລາວ ໄດ້ສົ່ງເດັກນ້ອຍເກົາຫລີເຫນືອ 9 ຄົນ ທີ່ຂໍລີ້ພັຍຢູ່ລາວ ກັບຄືນເກົາຫລີເຫນືອ ເຮັດໃຫ້ ນານາຊາດ ປະນາມຣັຖບານລາວ ໃນການກະທຳ ດັ່ງກ່າວ ໃນເວລານັ້ນ.
ຮ່ວມດ້ວຍ ສະຫະຣັດ, ໃນເວລາຕໍ່ມາ ໃນປີດຽວກັນນັ້ນ ຣັຖບານລາວ ກໍໄດ້ສົ່ງຜູ້ລີ້ພັຍຊາວເກົາຫຼີ ກຸ່ມໃຫມ່ ຈຳນວນ 20 ຄົນໄປເກົາຫຼີໃຕ້ ຊື່ງຄຳຮຽກຮ້ອງ ຂອງນານາຊາດໄດ້ຜົນ ຫລາຍປະເທດໄດ້ຮຽກຮ້ອງ ຈີນ ບໍ່ໃຫ້ສົ່ງຊາວເກົາຫລີເຫນືອ ຜູ້ຂໍລີ້ພັຍ ກັບຄືນ ເກົາຫລີເຫນືອ ແຕ່ໃນຫລາຍກໍຣະນີ ຈີນ ຍັງສົ່ງກັບຄືນຢູ່ ຍ້ອນຂໍ້ຕົກລົງກ່ຽວກັບການ ສົ່ງຜູ້ຮ້າຍຂ້າມແດນ ກັບເກົາຫລີເຫນືອ.
ຄົນເກົາຫຼີເຫນືອໂຕນຫນີ ຈາກປະເທດສ່ວນໃຫຍ່ ຢາກໄປຢູ່ເກົາຫຼີໃຕ້ ຍ້ອນຄວາມທຸກຍາກ ແລະການຂາດອິສຣະພາບ ໃນເກົາຫຼີເຫນືອ ຫລາຍຄົນ ຈະຜ່ານຈີນ ລາວແລະໄທ ຊື່ງເປັນເສັ້ນທາງ ທາງບົກ ບາງລາຍ ກໍມີນາຍຫນ້າພາໄປ ບາງລາຍກໍລັກໄປກັບຫມູ່ພວກ ແລະ ຫລາຍລາຍ ກໍຖືກຈັບ ຫລືຖືກສົ່ງກັບປະເທດ ຈາກປະເທດລີ້ພັຍ.
ນັກວິຊາການ ເວົ້າວ່າ ເປັນບັນຫາຫນ້າສົງສານ ຂອງມະນຸດ ທີ່ບໍ່ມີທາງເລືອກໃນຊີວິດ ໃນການຊອກຫາບ່ອນຢູ່ອາສັຍ ທີ່ມີອິສຣະພາບ ໃນການດຳເນີນຊິວິດ ທີ່ຕົນແລະຄອບຄົວຕ້ອງການ. ແຕ່ບາງປະເທດຍັງຂາດ ຄວາມຍຸຕິທັມ ຕໍ່ກຸ່ມດັ່ງກ່າວຢູ່.