ຮົງກົງຕໍ່ສູ້ເພື່ອອິສຣະພາບ
2014.10.01
ການປະທ້ວງ ເພື່ອ ປະຊາທິປະຕັຍ ຢ່າງ ເຂັ້ມຄົ້ນ ໃນຮົງກົງ ໃນ ປັດຈຸບັນ ນີ້ ໄດ້ແພ່ລາມ ໄປໃນ ຫລາຍເຂດ ແລະ ຫລາຍຊຸມຊົນ ເຂົ້າຮ່ວມ ກຸ່ມ ນັກສຶກສາ ຮົງກົງ ກໍໄດ້ເພີ້ມ ກຳລັງ ໃນການ ປະທ້ວງ ເທື່ອນີ້ ຢ່າງ ບໍ່ລົດລະ ແລະ ອາດຈະບໍ່ ປະນິ ປະນອມ ກັບ ຈີນ ແຜ່ນດີນ ໃຫຍ່ ຖ້າຂະເຈົ້າ ບໍ່ໄດ້ ສີ່ງທີ່ ຕ້ອງການ ດັ່ງ ຣະບອບ ປະຊາທິປະຕັຍ ຢ່າງ ເຕັມປ່ຽມ ແບບສະບັບ ຂອງ ອັງກິດ.
ສາເຫດ ຄວາມ ເປັນມາ ກໍມີຢູ່ວ່າ ຮົງກົງ ກາຍເປັນ ຂອງຈີນ ແຜ່ນດິນ ໃຫຍ່ ຈາກ ການສົ່ງຄືນ ຂອງ ອັງກິດ ໃນປີ 1997 ແຕ່ ຮາກເຫງົ້າ ຂອງການ ຕໍ່ສູ້ ເພື່ອ ປະຊາທິປະຕັຍ ຂອງ ຊາວຮົງກົງ ບໍ່ໄດ້ ຄິດວ່າ ຕົນຈະ ຢູ່ພາຍໃຕ້ ການປົກຄອງ ຂອງ ຈີນ ແຜ່ນດີນໃຫຍ່.
ຕາມ ຂໍ້ຕົກລົງ ຣະຫວ່າງ ອັງກິດ ກັບ ຈີນ ແຜ່ນດິນ ໃຫຍ່ ກ່ອນຈະສົ່ງ ເກາະ ຮົງກົງ ຄືນໃຫ້ ຈີນ ນັ້ນ ຈີນ ແຜ່ນດີນໃຫຍ່ ຕ້ອງໃຫ້ ສິດ ເສຣີພາບ ແລະ ປະຊາທິປະຕັຍ ແກ່ ຮົງກົງ ດັ່ງສິດທິ ໃນການ ປາກເວົ້າ ການ ຊຸມນຸມ ການ ນັບຖື ສາສນາ ແລະ ສິດທິ ຂອງ ສື່ມວນຊົນ ຕ້ອງໄດ້ ຂຽນລົງໄປ ໃນ ຣັຖທັມນູນ ຂອງ ຮົງກົງ ຮ່ວມດ້ວຍ ກົດຫມາຍ ການປົກຄອງ ແບບ ປະຊາທິປະຕັຍ ປົກປ້ອງ ສິດທິ ຂອງ ຊາວຮົງກົງ ກວ່າ 7 ລ້ານ ຄົນ ກ່ອນຈະຖືກ ໂອນ ຮົງກົງ ໃຫ້ ຈີນ ແຜ່ນດີນໃຫຍ່ ໃນປີ 1997 ຫລັງຈາກ ອັງກິດ ປົກຄອງ ມາ ເປັນເວລາ 150 ປີ ປະຊາຊົນ ຊາວ ຮົງກົງ ຕ້ອງຖືກຄ້ຳ ປະກັນ ສິດທິ ດັ່ງກ່າວ ຈົນຮອດ ປີ 2047 ທີ່ເປັນ ສິດທິ ທີ່ ສືບທອດ ມາ ຈາກການ ປົກຄອງ ຂອງ ອັງກິດ.
ເມື່ອຢູ່ໃຕ້ ອຳນາດ ການ ປົກຄອງ ຂອງຈີນ ມາຊົ່ວ ຣະຍະນື່ງ ຈີນ ແຜ່ນໃຫຍ່ ກໍໄດ້ ອະນຸຍາດ ໃຫ້ຮົງກົງ ປົກຄອງ ແບບ ປະຊາທິປະຕັຍ ແຕ່ມີ ຂອບເຂດ ຈຳກັດ ທີ່ ເອີ້ນກັນວ່າ ຣະບົບ ການປົກຄອງ ນຶ່ງ ປະເທດ ສອງຣັຖທິ ຫລື one coutry two system ເພາະຈີນ ຕ້ອງການ ຢາກຍົວະ ໃຕ້ຫວັນ ໃຫ້ເຂົ້າກັບ ຈີນ ແຜ່ນດິນໃຫຍ່ ແບບ ຮົງກົງ ຫລັງຈາກ ແຍກກັນມາ ແຕ່ປີ 1945 ຍ້ອນ ສົງຄາມ ກາງເມືອງ.
ໃນເວລາ ຕໍ່ມາ ໃນຊ່ວງ ການປົກຄອງ ຂອງ ທ່ານ ຊີ ຊີງປີງ ຈີນ ແຜ່ນດິນໃຫຍ່ ຖື ຮົງກົງ ວ່າເປັນ ປະເທດ ດຽວ ຫລື one country ເຣື້ອງ ສອງຣັດທິ ນັ້ນ ຈະບໍ່ຢູ່ ໃນສາຍຕາ ປານໃດ. ຈີນ ແຜ່ນດິນໃຫຍ່ ເວົ້າວ່າ ຮົງກົງ ບໍ່ແມ່ນ ປະເທດ ເອກຣາດ ຈະບໍ່ມີ ຕົວແທນ ຈາກຮົງກົງ ໄປ ປະຈຳການ ຢູ່ ຕ່າງປະເທດ ແລະ ກອງທັບ ປະຊາຊົນ ຈີນ ເປັນຜູ້ ຮັກສາ ຄວາມ ປອດພັຍ ດ້ວຍການ ຕັ້ງຄ້າຍ ຢູ່ ຮົງກົງ ບ່ອນກອງ ບັນຊາການ ເກົ່າ ຂອງ ທະຫານ ອັງກິດ. ການດັດແປງ ກົດຫມາຍ ໃນຮົງກົງ ແມ້ແຕ່ ກົດຫມາຍ ສິດທິ ພື້ນຖານ ຕ້ອງໄດ້ ເຫັນພ້ອມຈາກ ສະພາ ປະຊາຊົນ ຈີນ ທີ່ ຄວບຄຸມ ໂດຍ ພັກ ຄອມມຸຍນິສ. ນີ້ ເປັນສິ່ງທີ່ ຈີນ ແຜ່ນດິນ ໃຫຍ່ ຕ້ອງການ.
ພຶດຕິກັມ ດັ່ງກ່າວ ຂອງຈີນ ແຜ່ນດິນໃຫຍ່ ຮ່ວມທັງ ການປ່ຽນ ຂໍ້ຄວາມ ແລະ ການດັດແປງ ກົດຫມາຍ ຈຳກັດ ສິດທິ ຊາວຮົງກົງ ຈື່ງເປັນຕົ້ນເຫດ ຂອງການ ປະທ້ວງ ຣາຍໃຫຍ່ ໃນຮົງກົງ ໃນ ທຸກມື້ນີ້. ກົດຫມາຍ ສະບັບເດີມ ມາຕຣາ 45 ຂອງຮົງກົງ ຈາກ ອັງກິດ ທີ່ໄດ້ໃຫ້ ສັຕຕະຍາບັນ ໃນປີ 1990 ບົ່ງບອກວ່າ ຜູ້ນຳ ຮົງກົງ ຕ້ອງຖືກ ຄັດເລືອກ ຈາກ ສຽງສ່ວນ ຫລາຍ ຂອງ ຄນະ ກັມມາທິການ ຄັດເລືອກ ໃນສະພາ ຮົງກົງ ບົນພື້ນຖານ ກົດຫມາຍ ປະຊາທິປະຕັຍ ຣັຖບານ ປັກກີ່ງ ມີແຕ່ ອອກສຽງ ເຫັນພ້ອມ ໃນການ ຕັດສີນໃຈ ຂອງ ຄົນຮົງກົງ ເທົ່ານັ້ນ.
ແຕ່ກ່ອນ ຜູ້ນຳຮົງກົງ ເອີ້ນກັນ ວ່າ governor ຕ້ອງຖືກ ແຕ່ງຕັ້ງ ຈາກ ອັງກິດ ຫລັງຈາກ 17 ປີ ທີ່ຮົງກົງ ຕົກເປັນ ຈີນ ແຜ່ນດິນ ໃຫຍ່ ຜູ້ນຳ ຮົງກົງ ປ່ຽນຊື່ ຈາກ governor ມາເປັນ CHIEF executive ດັ່ງ Hong Kong Chief Executive ຫລື ຜູ້ບໍຣິຫານ ຮົງກົງ ຖືກ ຄັດເລືອກ ຈາກ ຄົນຈຳນວນ ນ້ອຍຢູ່ ໃນສະພາ ຮົງກົງ ຜູ້ທີ່ສັດທາ ກັບຈີນ ແຜ່ນດິນ ໃຫຍ່ ແລະ ຈີນ ແຜ່ນດີນໃຫຍ່ ເຫັນພ້ອມ ນຳ. ຜູ້ ບໍຣິຫານ ຮົງກົງ ຄົນ ປັດຈຸບັນ ຊື່ວ່າ ນາຍ ເລືອງ ຊູນ ຢິນ ຖືກເລືອກ ໃນປີ 2012 ດ້ວຍ ຄະແນນສຽງ 689 ສຽງ ຂອງຄນະ ກັມມະການ ເລືອກຕັ້ງ. ແລະ ໃນປີ 2007 ສະພາ ປະຊາຊົນ ຈີນ ອອກແຈ້ງການ ວ່າ ການ ເລືອກຕັ້ງ ເອົາຜູ້ ບໍຣິການ ຮົງກົງ ໃນປີ 2017 ນັ້ນ ຕ້ອງຜ່ານ ສຽງ ສ່ວນຫລາຍ ແຕ່ຜູ້ ສມັກຕ້ອງ ເຫັນພ້ອມ ຈາກ ຈີນ ແຜ່ນດິນ ໃຫຍ່ ກ່ອນ.
ໃນ ວັນທີ 31 ເດືອນ ສິງຫາ ຜ່ານມາ ສະພາ ປະຊາຊົນ ຈີນ ບອກວ່າ ຄນະກັມມະການ ເລືອກຕັ້ງ ຕ້ອງໄດ້ຜ່ານ ການ ສນັບສນູນ ຂອງຈີນ ແຜ່ນດິນ ໃຫຍ່ ຜູ້ ທີ່ຈະສມັກ ຕ້ອງໄດ້ຮັບ ສຽງ ເຫັນພ້ອມ ຈາກຄນະ ກັມມະການ ເລືອກຕັ້ງ ກວ່າເຄີ່ງນື່ງ ກ່ອນ ຊື່ງ ຄນະ ກັມມະການ ດັ່ງກ່າວ ແມ່ນຖືກ ສນັບສນູນ ຈາກຈີນ ແຜ່ນດິນໃຫຍ່ ກຸ່ມ ດັ່ງກ່າວ ເປັນຜູ້ PICK ຜູ້ແຂ່ງຂັນ ເປັນຜູ້ນຳ ຮົງກົງ.
ການປ່ຽນແປງ ດັ່ງກ່າວ ເຮັດໃຫ້ ກຸ່ມ ນັກເຄື່ອນໄຫວ ໃນຮົງກົງ ແລະ ປະຊາຊົນ ຮົງກົງ ບໍ່ພໍໃຈ ຈື່ງພາກັນ ລົງຖນົນ ປະທ້ວງ ດັ່ງນັກ ເຄື່ອນໄຫວ ຄົນນື່ງ ເວົ້າວ່າ ເປັນແບບ ດຽວກັນ ອີ່ຣານ ຕັ້ງ ໄອໂທລາ ໂຄມີນີ ເປັນ ປະທານາທິບໍດີ.
ກຸ່ມປະທ້ວງ ຕ້ອງການ ຢາກໃຫ້ ຈີນ ແຜ່ນດີນໃຫຍ່ ປະຕິບັດ ຕາມ ກົດຫມາຍ ທີ່ໄດ້ ສັນຍາ ກັນໃວ້ ກັບ ອັງກິດ ກ່ອນ ຮົງກົງ ຈະຖືກໂອນ ມາໃຫ້ ຈີນ ບໍ່ດັ່ງນັ້ນ ພວກຂະເຈົ້າ ຈະບໍ່ຢຸດ ການປະທ້ວງ ແລະ ສ້າງ ຄວາມວຸ້ນວາຍ ໃນຮົງກົງ ຈົນ ຈະມີການ ປ່ຽນແປງ.
ການປະທ້ວງ ຂອງຊາວ ຮົງກົງ ທ້າທາຍ ຕໍ່ ການປົກຄອງ ຂອງຈີນ ແຜ່ນດິນໃຫຍ່ ແນວໃດ? ແນ່ນອນວ່າ ທ້າທາຍ ຕໍ່ການ ປົກຄອງ ຂອງ ຈີນ ແຜ່ນດີນໃຫຍ່ ໂດຍສະເພາະ ທ່ານ ຊີ ຊີງປິງ ຜູ້ທີ່ ຫລາຍຄົນ ຄິດວ່າ ຂາວສະອາດ ໃນການ ປາບປາມ ການສໍ້ຣາດ ບັງຫລວງ ໃນ ປັດຈຸບັນ. ແຕ່ອາດຈະ ເສັຽທ່າໃຫ້ ແກ່ ຮົງກົງ ຖ້າຈີນ ແຜ່ນດີນໃຫຍ່ ຫາກໃຊ້ ກຳລັງ ທະຫານ ປາບປາມ ກຸ່ມ ປະທ້ວງ ແບບ ເຫດການ ທຽນອັນເໝີນ ໃນຣະຍະ ຜ່ານມາ. ຈີນ ປະກາດວ່າ ຈະ ບໍ່ອົດກັ້ນ ຕໍ່ການ ປະທ້ວງ ໃນຮົງກົງ ແຕ່ ບໍ່ຮູ້ວ່າ ຈະເຮັດແບບ ໃດ ອາດຈະມີ ການ ປະນິ ປະນອມ ຫລື ໃຊ້ຫລາຍ ວີທີການ ໃນການ ປາບປາມ ນຶ່ງໃນນັ້ນ ກໍແມ່ນ ການ ຈຳກັດ ສິດທິ ນັກເຄື່ອນໄຫວ ສິດທິ ສື່ມວນຊົນ ແລະ ດັດແປງ ການປົກຄອງ ບາງ ເລັກນ້ອຍ ແຕ່ ຈະບໍ່ມີ ການ ປ່ຽນແປງ ຫລາຍ ກວ່ານີ້ ເພາະຈີນ ແຜ່ນດີນໃຫຍ່ ຢ້ານວ່າ ບັນຫາ ຮົງກົງ ຈະເຟືອດ ໄປຫາ ຈີນ ແຜ່ນດິນໃຫຍ່ ຈະມີຄົນ ລຸກຂື້ນ ແບບ ຮົງກົງ ຖ້າຈະ ປະນິ ປະນອມ ກັບ ຮົງກົງ.
ບັນຫາ ທີ່ ຈີນ ແຜ່ນດີນໃຫຍ່ ເປັນຫ່ວງ ຫລາຍກວ່າ ຫມູ່ ຢ້ານວ່າ ການ ປະທ້ວງ ຢູ່ ຮົງກົງ ຈະເປັນໄຟ ກະນວນ ໄປສູ່ການ ປະທ້ວງ ເພື່ອ ປະຊາທິປະຕັຍ ໃນຈີນ ແຜ່ນດີນໃຫຍ່ ດັ່ງທີ່ເກີດ ຂື້ນ ໃນ ສະຫະພາບ ໂຊວຽດ ແລະ ຢູໂຣບ ຕາເວັນອອກ ໃນ ສມັຍກ່ອນ.
ຈີນແຜ່ນໃຫຍ່ ເວົ້າວ່າ ການປະທ້ວງ ຢູ່ ຮົງກົງ ແມ່ນຖືກ ຍົວະຍົງ ຈາກ ກຸ່ມ ຫົວຮຸນແຮງ ຜູ້ທີ່ມີ ອຸດົມການ ຕ້ານການ ປົກຄອງ ຂອງຈີນ ຈາກ ຕ່າງປະເທດ ໂດຍສະເພາະ ຈາກ ອັງກິດ ແລະ ສະຫະຣັດ ຜູ້ທີ່ຢາກ ໃຫ້ ຮົງກົງ ເປັນປະເທດ ເອກຣາດ ແບບ ໃຕ້ຫວັນ ກຸ່ມ ດັ່ງກ່າວ ຈີນ ເອີ້ນວ່າ ກຸ່ມ ທີ່ມີຫົວໃຈ ເປັນຂີ້ຂ້າ ຂອງ ກຸ່ມລ່າ ເມືອງຂຶ້ນ ຂອງ ປະເທດ ຕາເວັນຕົກ. ຈີນ ໃຊ້ ມາຕການ ຢ່າງຸຮ່ນແຮງ ໃນການ ປາບປາມ ກຸ່ມ ຕໍ່ຕ້ານ ຣັຖບານ ຊາວ ຕິເບດ ຊີນຈຽງ ແລະ ວີກເກີ ແຕ່ ອາດຈະ ບໍ່ໃຊ້ ຄວາມຮຸນແຮງ ຕໍ່ຮົງກົງ ເພາະ ເປັນບ່ອນ ສ້າງຣາຍໄດ້ ຂອງຈີນ ແຜ່ນດີນໃຫຍ່. (ຈາກ ສະຖາບັນ ການເງີນ ໃຫຍ່ໆ ໃນຮົງກົງ ນັກ ວິຊາການ ຕ່າງຊາດ ກ່າວ.)
ເຖິງຢ່າງໃດ ກໍຕາມ ບັນຫາ ການປະທ້ວງ ຢູ່ຮົງກົງ ໃນ ປັດຈຸບັນ ສ້າງຄວາມ ສົນໃຈ ໃຫ້ແກ່ ຫລາຍ ປະເທດ ໃນໂລກ ໂດຍສະເພາະ ຕໍ່ກຸ່ມ ຕໍ່ສູ້ ເພື່ອ ປະຊາທິປະຕັຍ ໃນໂລກ. ແຕ່ເຫດການ ໃນຮົງກົງ ຕ່າງຈາກ ເຫດການ ການປະທ້ວງ ໃນຫລາຍ ປະເທດ ຍ້ອນວ່າ ນານາຊາດ ຖືວ່າ ເປັນ ກິຈການ ພາຍໃນ ຂອງຈີນ ຕ່າງປະເທດ ບໍ່ສາມາດ ເຂົ້າຫຍຸ້ງກ່ຽວ ໄດ້.
ປັດຈຸບັນ ການປະທ້ວງ ແຮ່ງແພ່ລາມ ອອກໄປ ຫລາຍເຂດ ແລະ ຫລາຍ ຊຸມຊົນ ກຸ່ມ ນັກສຶກສາ ກໍເຂົ້າຮ່ວມ ໃນການ ປະທ້ວງ. ທາງການຈີນ ກຳລັງ ຊອກຊ່ອງທາງ ຢຸດ ການປະທ້ວງ ດັ່ງກ່າວ ແຕ່ ບໍ່ຮູ້ວ່າ ຈະໃຊ້ ວິທີໃດ ຈະສຳເຣັດ ຫລືບໍ່.