ວຽດນາມປະທ້ວງຈີນຕິດຕັ້ງ ອາວຸດ

ວຽດນາມ ຍື່ນຄໍາ ປະທ້ວງ ສປຈີນ ທີ່ ທໍາການ ຕິດຕັ້ງ ອາວຸດ ຕ້ານ ຍານອາກາດ ຢູ່ເກາະ ທະເລ ຈີນໃຕ້.

ແຜນທີ່ໝູ່ເກາະ ປາຣາແຊັນ ໃນເຂດທະເລຈີນໃຕ້ RFA

ຣັຖບານ ວຽດນາມ ໄດ້ຍື່ນ ຄໍາປະທ້ວງ ຢ່າງເປັນ ທາງການ ຕໍ່ ສປຈີນ ກ່ຽວກັບ ການຕິດຕັ້ງ ປືນ ຕໍ່ຕ້ານ ອາກາດສະຍານ ຢູ່ໃນສາຍ ເກາະດອນ ປາຣາແຊນ ໃນ ທະເລຈີນໃຕ້, ໂດຍ ບອກ ສປຈີນ ວ່າເປັນການ ນາບຂູ່ ຕໍ່ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງ ພູມີພາກ. ຕາມຣາຍງານ ຂອງ ວິທຍຸ ເອເຊັຽເສຣີ ຜແນກ ພາສາ ວຽດນາມ.

ທ່ານ ເລຮາຍບິນ ໂຄສົກ ປະຈໍາ ກະຊວງ ການຕ່າງ ປະເທດ ວຽດນາມ ກ່າວໃນສານ ປະທ້ວງ ຕອນນຶ່ງວ່າ ການກະທໍາ ຂອງຈີນ ແມ່ນຣະເມີດ ຕໍ່ ອາທິປະຕັຍ ຂອງ ວຽດນາມ ຢູ່ໃນເຂດ ເກາະ ປາຣາແຊນ, ນາບຂູ່ ສັນຕິພາບ ສະຖຽນຣະພາບ ແລະ ຄວາມ ໝັ້ນຄົງ ຂອງ ພູມີພາກ, ນາບຂູ່ ຄວາມປອດພັຍ ແລະ ເສຣີພາບ ການເດີນເຮືອ ແລະ ນ່ານຟ້າ. ວຽດນາມ ຂໍໃຫ້ ຈີນ ຢຸດເຊົາ ການກະທໍາ ທີ່ ຜິດພາດ ດັ່ງກ່າວ.

ສານປະທ້ວງ ດັ່ງກ່າວ ໄດ້ສົ່ງໄປຍັງ ສະຖານທູດ ສປຈີນ ປະຈໍາກຸງ ຮາໂນ່ຍ ແລະ ໄປຍັງ ເລຂາທິການ ສະຫະປະຊາຊາຕ ທ່ານ ບານ ກີມູນ. ຄວາມເຄັ່ງຕຶງ ທີ່ເກີດຈາກ ບັນຫາ ຜິດຖຽງກັນ ໃນ ທະເລຈີນໃຕ້ ມີເພີ້ມຂຶ້ນ ເລື້ອຍໆ ນັບຕັ້ງແຕ່ ຈີນ ໄດ້ຂະຫຍາຍ ເກາະດອນ ຫຼາຍແຫ່ງ ເພື່ອສ້າງເປັນ ເດີ່ນຍົນ ແລະ ສະຖານທີ່ ທາງ ການທະຫານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org