ມ.ອູ່ຮັນ ຖືກປິດຫ້າມ ເຂົ້າ-ອອກ
2020.01.27

ປະຊາຊົນເມືອງ ອູ່ຮັນ ພາກກາງຂອງຈີນ ພຍາຍາມອອກໄປຈາກເມືອງ ທີ່ເປັນສູນກາງ ການແຜ່ຣະບາດຂອງ ເຊື້ອພຍາດ corona virus ສາຍພັນໃໝ່ ທີ່ກໍາລັງຣະບາດທັງຢູ່ພາຍໃນ ແລະ ນອກປະເທດຈີນນີ້ໄປໄດ້ ຂນະທີ່ ອົງການອານາມັຍໂລກ ຕັດສິນໃຈບໍ່ປະກາດ ໃຫ້ການແຜ່ຣະບາດ ຂອງເຊື້ອໂຣກ ດັ່ງກ່າວ ເປັນພາວະສຸກເສີນ ຣະດັບໂລກ ທາງດ້ານສຸຂພາບ, ອີງຕາມຣາຍງານຂ່າວ RFA ຜແນກ ພາສາຈີນ ແມນດາຣີນ(Mandarin) ແລະ ແຄນໂຕນີ (Cantonese).
ທາງການແຂວງ ຫູເປີຍ ພາກກາງຂອງຈີນ ໄດ້ປິດເມືອງ ອູ່ຮັນ ຊຶ່ງເປັນເມືອງເອກ ຂອງແຂວງ ແລະອີກ 2 ເມືອງ ອັນເຮັດໃຫ້ປະຊາຊົນ ທີ່ມີຮວມກັນປະມານ 18 ລ້ານຄົນນັ້ນ ບໍ່ມີທາງທີ່ຈະໜີອອກໄປໄດ້ ເພື່ອພຍາຍາມຄວບຄຸມເຊື້ອໂຣກ corona virus ສາຍພັນໃໝ່ ທີ່ເຮັດ ໃຫ້ມີຜູ້ຕິດເຊື້ອແລ້ວ ເປັນພັນຄົນ ແລະ ກໍແຜ່ຂຍາຍໄປຍັງພາກ ອຶ່ນໆຂອງໂລກ ໃນຂນະທີ່ກຸດຈີນ ຫລືບຸນປີໃໝ່ຈີນນີ້ ກໍມີຜູ້ຄົນເດີນທາງ ຫລາຍທີ່ສຸດ ໃນຮອບປີ.
ທີ່ເມືອງ ອູ່ຮັນ ທັງຣົດໄຟແລະເຮືອບິນ ແມ່ນຖືກປີດໄປແບບບໍ່ມີກໍານົດ, ບ່ອນເສັຽຄ່າທາງ ແລະເສັ້ນທາງ ສາຍຕ່າງໆອອກນອກຕົວເມືອງ ກໍຖືກປິດ ກ່ອນໜ້າວັນກຸດຈີນ ໃນມື້ວັນທີ 24 ມົກຣາ ນີ້.
ສະຖານີຣົດໄຟ Hankou ທີ່ຢູ່ໃຈກາງເມືອງ Wuhan ຊຶ່ງເປັນບ່ອນລວມສູນຂອງ 3 ຕົວເມືອງ ທີ່ສໍາຄັນທີ່ຢູ່ແຄມແມ່ນໍ້າ Yangtze ນັ້ນ ກໍຖືກປິດ ໂດຍມີການຕັ້ງສິ່ງກີດຂວາງ ແລະ ມີຕໍາຣວດ ປະກອບອາວຸດຍາມຢູ່, ອີງຕາມຮູບພາບ ຂ່າວຈາກເມືອງ ອູ່ຮັນ ຂນະທີ່ຕໍາຣວດ ກວດ-ແທກ ອຸນຫະພູມ ຮ່າງກາຍ ຂອງຜູ້ຂັບຂີ່ຍານພາຫານະ ຢູ່ທີ່ປະຕູເຂົ້າຜ່ານບ່ອນເສັຽຄ່າທາງ ຂນະທີ່ທາງການເມືອງ ບອກຜູ້ຄົນວ່າ ບໍ່ໃຫ້ເດີນທາງ ອອກຈາກເມືອງນີ້ໄປ ຫາກບໍ່ມີຄວາມຈໍາເປັນແທ້ໆ.
ຂ່າວ ຣາຍງານຕໍ່ໄປວ່າ ຢູ່ເມືອງໃກ້ຄຽງ ຄື Huanggang ແລະ Ezhou ກໍມີການປະຕິບັດມາຕການ ທີ່ຄ້າຍຄືກັນນັ້ນ. ສໍາລັບຢູ່ກຸງປັກກິງ ທາງການທ່ອງທ່ຽວ ກໍໄດ້ປິດສະຖານທີ່ ເມືອງຕ້ອງຫ້າມ Forbidden City ຮວມເຖິງບ່ອນທ່ອງທ່ຽວອື່ນໆ ແລະຕລາດໃນວັດຕ່າງໆທີ່ມັກ ມີຜູ້ຄົນໄປຢ່າງໜາແໜ້ນ ໃນໄລຍະກຸດຈີນ.
ການປິດເມືອງທີ່ວ່ານັ້ນ ເຮັດໃຫ້ພົລເມືອງ 18 ລ້ານປາຍຄົນ ຢູ່ໃນສະພາບ ຖືກ ຈໍາກັດ ຂນະທີ່ຜູ້ຊ່ຽວຊານ ຕ່າງປະເທດ ປະເມີນວ່າມີ ຣະຫວ່າງ 1300 ຄົນຫາ 1700 ຄົນໃນເມືອງ Wuhan ປາກົດວ່າຕິດເຊື້ອໂຣກ corona virus ສາຍພັນໃໝ່ທີ່ກໍາລັງ ຕິດຕໍ່ຈາກຄົນສູ່ຄົນ ແລະເຮັດໃຫ້ເປັນໂຣກປອດບວມ pneumonia ຢູ່ນີ້.
ປະຊາຊົນໃນເຂດ ທີ່ວ່ານັ້ນ ເວົ້າວ່າເສັ້ນທາງອອກໄປນອກເມືອງ ຖືກຕັນ. ຊາຍຜູ້ນຶ່ງທີ່ພຍາຍາມຈະເດີນທາງອອກໄປ ຜ່ານສະຖານີ ຣົດໄຟ Hankou ນັ້ນເວົ້າວ່າ ແມ່ນແຕ່ມີປີ້ແລ້ວ ກໍຍັງຖືກປະຕິເສດ ບໍ່ໃຫ້ໄປ. ລາວເວົ້າວ່າ ຕໍາຣວດປະກອບອາວຸດ ປະຈໍາຢູ່ ທຸກບ່ອນ. ພວກເຂົາ ບໍ່ອະນຸຍາດ ໃຫ້ຜູ້ໃດເຂົ້າໄປສະຖານີ ຂີ່ຣົດໄຟ ອອກຈາກເມືອງ Wuhan ຫາກໃນປີ້ນັ້ນບົ່ງບອກວ່າ ຖ້ຽວຂອງພວກເຂົາຈະອອກຫລັງ 10 ໂມງເຊົ້າ.
ຕາມປໍ້ານໍ້າມັນ ຫ້າງສັພສິນຄ້າ ຕລາດຜັກສົດ ມີການຊື້ຂາຍກັນຢ່າງອົລວົນ ໃນເມື່ອຜູ້ຄົນພຍາຍາມທີ່ຈະຊື້ ອາຫານແລະເຄື່ອງໃຊ້ ປະຈໍາ ວັນຕ່າງໆໄວ້ຍ້ອນບໍ່ແນ່ໃຈວ່າເມື່ອໃດ ເຄື່ອງຂອງນັ້ນ ຈະມີອີກ. ຊາວເມືອງ ອູ່ຮັນ ທີ່ໃຊ້ນາມສະກຸນວ່າ Liu ເວົ້າວ່າ ຣົດສ່ວນຕົວພາກັນ ຟ້າວໄປໃສ່ນໍ້າມັນ ໄວ້ເຕັມຖັງ ຣາຄາເຄື່ອງຂອງ ແພງຂຶ້ນ. ຜັກທຽມ ທີ່ເຄີຍມີຣາຄາ pound ລະ 2-3 ຢັວນ ແຕ່ດຽວນີ້ 80 ຢັວນ.
ພະນັກງານຮັບສາຍຢູ່ຫ້າງສັພສິນຄ້າ ແຫ່ງນຶ່ງໃນເມືອງ Wuhan ເວົ້າວ່າໜ້າກາກອະນາມັຍ ແລະນໍ້າຢາຂ້າເຊື້ອ disinfectant ກໍຂາຍໝົດ ແລ້ວເມື່ອວັນພະຫັດຜ່ານມານີ້. ນາງເວົ້າວ່າ ຣາຄາສິນຄ້າກໍແພງຂຶ້ນ ຕາມຣະບົບເສຖກິດ ຕລາດ.
ໜ້າກາກທີ່ເຄີຍຂາຍແພັກນຶ່ງ 10 ຢັວນ ແຕ່ຂາຍດຽວນີ້ 70, 80, 100 ຢັວນ.
ໂຮງພຍາບານໃນເມືອງ Wuhan ບໍ່ຮັບຄົນເຈັບທີ່ມີອາການຄ້າຍກັບ ເປັນໄຂ້ຫວັດໃຫຍ່. ຊາວເມືອງທີ່ໃຊ້ນາມສະກຸນວ່າ Zhao ເວົ້າວ່າມີ ການບອກປະຊາຊົນ ບໍ່ໃຫ້ອອກໄປນອກບ້ານ ເວລາຍ້າຍຄົນເຈັບ ທີ່ເປັນໄຂ້ ໄປຍັງໂຮງພຍາບານອື່ນ.
ຂ່າວຊ່ອງ CCTV ຂອງທາງການຈີນ ຣາຍງານໃນມື້ວັນທີ 23 ມົກຣານີ້ວ່າ ໄດ້ມີການຢືນຢັນວ່າມີຜູ້ຕິດເຊື້ອໂຣກ corona virus ສາຍພັນໃໝ່ 634 ຄົນ ຢູ່ຈີນ ແລະ ເສັຽຊີວິດໄປ 18 ຄົນ. ແລະມີຂ່າວໃນມື້ວັນທີ 24 ມົກຣາ ນີ້ວ່າ ມີຜູ້ເສັຽຊີວິດເພີ່ມຂຶ້ນ ເປັນ 25 ຄົນແລະມີຜູ້ຕ້ອງສົງສັຍຕິດເຊື້ອ 1 ພັນ 72 ຄົນ.
ປະທານປະເທດ ສີ ຈີນ ຜິງ ໄດ້ຮຽກຮ້ອງໃຫ້ທາງການທຸກຣະດັບ ຂຍາຍວຽກງານໂຄສະນາ ແລະໃຫ້ຮັກສາສະເຖັຽຣະພາບ ທາງສັງຄົມໄວ້ ໃຫ້ແໜ້ນ ຂນະທີ່ ນາຍົກຣັຖມົນຕຣີ Li Keqiang ໃຫ້ເນັ້ນໃສ່ມາຕການປະຕິບັດຕົວຈິງ ເພື່ອຫລຸດຜ່ອນ ຜົນກະທົບ ຈາກການແຜ່ຣະບາດ ຂອງເຊື້ອໂຣກ corona virus ຊນິດໃໝ່ນີ້. ທ່ານກ່າວຜ່ານຂ່າວຂອງທາງການຈີນ ວ່າ ຈໍາເປັນຕ້ອງກວດພົບແຕ່ເນີ້ນໆ, ຣາຍງານໄວ, ແຍກຕົວອອກໄວ, ປິ່ນປົວໄວແລະຕາມຂັ້ນຕອນລວມສູນອັນດຽວ.
ສໍາລັບຢູ່ປະເທດລາວ ແມ່ນຍັງບໍ່ທັນພົບ ຜູ້ຕິດເຊື້ອໂຣກ corona virus ຊນິດໃໝ່ນີ້ເທື່ອ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງສາທາ ຣະນະສຸກ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 24 ມົກຣານີ້:
"ປັດຈຸບັນນີ້ຍັງບໍ່ໄດ້ພົບເທື່ອ ເຮົາກໍຍັງບໍ່ເຫັນນໍ໋ ແບບວ່າມີຜູ້ໃດມີອາການນໍ."
ກະຊວງສາທາຣະນະສຸກຂອງລາວ ໄດ້ອອກແຈ້ງການໃນມື້ວັນທີ 20 ມົກຣານີ້ຮຽກຮ້ອງໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ເຝົ້າຣະວັງ ເພື່ອ ສະກັດກັ້ນ ບໍ່ໃຫ້ເຊື້ອໂຣກ ທີ່ວ່ານັ້ນ ເຂົ້າມາເຖິງລາວໄດ້. ກຽມຄວາມພ້ອມຢູ່ ດ່ານສາກົນຕ່າງໆ ຮວມເຖິງສນາມບິນ ສາກົນ ວັດໄຕ ນະຄອນຫລວງວຽງຈັນ ແລະແຂວງ. ໃນນັ້ນ ໃຫ້ເອົາໃຈໃສ່ປັບປຸງ ວຽກງານ ສາທາຣະນະສຸກ ປະຈໍາດ່ານ ແລະ ນໍາໃຊ້ເຄື່ອງວັດແທກ ອຸນຫະພູມ ຮ່າງກາຍຂອງຄົນ ເຝົ້າຣະວັງແລະຣາຍງານກໍຣະນີສົງໃສ ໂດຍເນັ້ນໜັກໃສ່ 3 ແຂວງ ທີ່ມີຊາຍແດນຕິດ ກັບຈີນ ຄືແຂວງ ຜົ້ງສາລີ ຫລວງ ນໍ້າທາ ແລະອຸດົມໄຊ.
ຢູ່ 3 ແຂວງດັ່ງກ່າວ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລາວ, ມີການລົງໂຄສະນາໃຫ້ປະຊາຊົນ ມີຄວາມລະມັດລະວັງ ໃຫ້ໃສ່ ຜ້າອັດດັງອະນາມັຍ, ທໍາຄວາມສະອາດ ທັງແນະນໍາວ່າບໍ່ຄວນເດີນທາງໄປຈີນ ໃນໄລຍະນີ້. ເວົ້າສະເພາະແຂວງ ອຸດົມໄຊ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງນີ້ ເວົ້າວ່າ:
"ແຂວງກໍໄດ້ລົງແຈ້ງການ 7 ເມືອງແລ້ວ ເຕືອນວ່າ ເຈົ້າໂຄໂຣນາໄວຣັສ ນີ້ແຫລະ ສາຍພັນໃໝ່ນີ້ແຫລະ ຊຶ່ງທາງໂຮງໝໍໄດ້ຈັດຫ້ອງ ແຍກຄົນເຈັບໄວ້ ແລ້ວ ຫາກພົບຜູ້ທີ່ຕ້ອງສົງສັຍ ຕິດເຊື້ອພຍາດດັ່ງກ່າວ ກໍນໍາມາກວດທັນທີ."
ແລະຢູ່ປະເທດອື່ນໆ ອີກ ກໍມີການເພີ່ມມາຕການເຝົ້າຣະວັງ ຢູ່ຕາມສນາມບິນ ໂດຍມີທັງການກວດ scan ອູນຫະພູມຮ່າງກາຍ ຂອງຜູ້ ໂດຍສານ ຂນະທີ່ມີ 3 ກໍຣະນີ ຖືກຢືນຢັນວ່າ ຕິດເຊື້ອໂຣກ conora virus ສາຍພັນໃໝ່ ຢູ່ຮົງກົງ ແລະ Macau 32 ຄົນ, ຢູ່ຍີ່ປຸ່ນມີ 2 ຄົນ ແລະ ຢູ່ສິງກະໂປ ເກົາຫລີໃຕ້ ແລະໃຕ້ ຫວັນປະເທດລະ 1 ຄົນ -ຕາມຣາຍງານຂ່າວ RFA ໃນມື້ວັນທີ 23 ມົກຣານີ້. ທີ່ປະເທດໄທ ກໍຢືນຢັນ 4 ກໍຣະນີ, ຢູ່ສະຫະຣັຖ ອາເມຣິກາ 1 ກໍຣະນີ,
ວຽດນາມ ກໍມີຣາຍງານວ່າມີຜູ້ຕິດເຊື້ອກໍຣະນີນຶ່ງ ເປັນພໍ່ຄົນຈີນ ທີ່ໄດ້ເດີນທາງຈາກເມືອງ Wuhan ມາ ກຸງຮ່າໂນ່ຍ ໃນມື້ວັນທີ 13 ມົກຣານີ້, ຂນະທີ່ເຂົາ ແລະລູກຊາຍ ໄດ້ເດີນທາງໄປນໍາກັນຢູ່ ວຽດນາມ ກໍຢູ່ຫ້ອງກັກກັນ ເພື່ອກວດ ແລະປິ່ນປົວຢູ່ ນະຄອນໂຮຈິມິນ.
ຜູ້ຕິດເຊື້ອສ່ວນໃຫຍ່ ເປັນຄົນທີ່ໄດ້ໄປທີ່ເມືອງ Wuhan ແຂວງ ຫູເປີຍ ທາງພາກກາງຂອງຈີນ.
ແລະ ໃນມື້ວັນພະຫັດຜ່ານມານີ້ ອົງການອະນາມັຍໂລກ ກໍເວົ້າວ່າ ໄວເກີນໄປທີ່ຈະປະກາດໃຫ້ ເຊື້ອໂຣກ corona virus ສາຍພັນໃໝ່ເປັນ ພາວະສຸກເສີນ ຣະດັບໂລກ. ທ່ານ Didier Houssin ປະທານຄະນະກັມການ ຝ່າຍສຸກເສີນຂອງ ອົງການ ອະນາມັຍໂລກ ກ່າວພາຍຫລັງ ການປະຊຸມກັນ ຢູ່ນະຄອນ Geneva ປະເທດ Switzerland ວ່າ ຍັງອ່າວໄວເກີນໄປທີ່ຈະພິຈາຣະນາ ວ່ານີ້ເປັນພາວະສຸກເສີນທາງດ້ານ ສຸຂພາບ ຂອງຜູ້ຄົນ ເຖິງວ່າສາກົນ ມີຄວາມກັງວົນ. ແລະທ່ານ Tedros Adhanom Ghebreyesus ຫົວໜ້າອົງການ ອະນາມັຍໂລກ ກໍກ່າວໃນທໍານອງດຽວກັນວ່າ ເຖິງແມ່ນວ່າຈະເປັນພາວະສຸກເສີນ ຢູ່ຈີນ ແຕ່ກໍບໍ່ທັນເປັນພາວະສຸກເສີນ ຣະດັບໂລກ.
ເປັນອັນວ່າຈີນ ຂນະນີ້ຢູ່ໃນໄລຍະເທສການປີໃໝ່ກຸດຈີນ ຊຶ່ງປົກຕິແລ້ວ ເປັນໄລຍະເວລາແຫ່ງຄວາມມ່ວນຊື່ນ ເຕົ້າໂຮມກັນຂອງຄອບຄົວ ແລະຈັດງານຕ່າງໆຕາມ ສາທາຣະນະ ແຕ່ມາຮອດວັນສຸກທີ 14 ມົກຣານີ້ ເມືອງ Wuhan ເປັນຄືເມືອງຜີ ghost town, ຖນົນຫົນທາງ ວ່າງເປົ່າ ແລະຫ້າງຮ້ານ ກໍປິດມິດງຽບ.
ເຊື້ອໄວຣັສສາຍພັນທີ່ບໍ່ເຄີຍຮູ້ກັນ ມາກ່ອນດັ່ງກ່າວ ເຊື່ອກັນວ່າປາກົດຕົວຂຶ້ນ ເມື່ອທ້າຍປີທີ່ຜ່ານມາ ຈາກສັດປ່າທີ່ມີການຊື້ຂາຍກັນ ແບບ ຜິດກົດໝາຍ ໃນຕລາດສັດລ້ຽງເມືອງ ອູ່ຮັນ ແຂວງກວາງຕຸ້ງ ພາກກາງຂອງຈີນ.
ເຊື້ອໄວຣັສ ໂກໂຣນາ ສາຍພັນໃໝ່ ທີ່ສາມາດແຜ່ຣະບາດ ຜ່ານການຫາຍໃຈ ນີ້ ຍັງບໍ່ມີຢາວັກຊິນປ້ອງກັນເທື່ອ. ຜູ້ຕິດຈະມີຮວມທັງອາການ ເປັນໃຂ້, ຫາຍໃຈຝືດ ແລະໄອ ຄ້າຍໆກັບຫຼາຍໆໂຣກ ຣະບົບຫາຍໃຈອື່ນໆ. ເຊື້ອໄວຣັສນີ້ສາມາດຕິດຕໍ່ ຈາກຄົນສູ່ຄົນໄດ້ ແລະຍັງບໍ່ມີ ວັກຊີນປ້ອງກັນແລະປິ່ນປົວໄດ້ເທື່ອ.
ການຄົ້ນຄວ້າເບື້ອງຕົ້ນ ບົ່ງບອກວ່າເຊື້ອໂຣກນີ້ ຕິດຕໍ່ຈາກງູສູ່ຄົນ, ແຕ່ທີ່ປຶກສາ ດ້ານການແພດຂອງຣັຖບານຈີນ Zhong Nanshan ເວົ້າວ່າສັດຄ້າຍໆກັບໜູ ພຸກ badgers ແລະໜູ rats ອາດເປັນທີ່ມາຂອງເຊື້ອໂຣກນັ້ນ.