ຈີນ ຄ້ຳປະກັນກຸ່ມອາຊຽນ ໄວຣັສ ໂຄວິດ-19, ນ້ຳຂອງແຫ້ງ

ສິດນີ
2020.03.03
F-Asian-Vientiane ກອງປະຊຸມພິເສດ ຣັຖມົນຕຣີ ຕ່າງປະເທດຈີນ-ອາຊຽນ ກ່ຽວກັບ ການຣະບາດຂອງໂຣຄ ໄວຣັສ ໂຄວິດ-19, ໃນວັນທີ 20 ກຸມພາ 2020 ຢູ່ ນະຄອນຫລວງວຽງຈັນ
AFP

ໃນກອງປະຊຸມພິເສດ ຣັຖມົນຕຣີຕ່າງປະເທດຈີນ-ອາຊຽນ ກ່ຽວກັບ ການຣະບາດ ຂອງໂຣຄໄວຣັສ ໂຄວິດ-19 ຫລື ໂຄໂຣນາໄວຣັສ ໃນ ມື້ວັນທີ 20 ກຸມພາ ປີ 2020 ຢູ່ນະຄອນຫຼວງວຽງຈັນ ທ່ານ ວັງຢີ່ ຣັຖມົນຕຣີຕ່າງປະເທດຈີນ ໄດ້ໃຫ້ການຄ້ຳປະກັນ ບັນດາປະເທດອາຊຽນ ໃນການປ້ອງກັນ ການຣະບາດຂອງໂຣຄ ດັ່ງກ່າວ ແລະການຮັບມືກັບສະພາບການປ່ຽນແປງ ຂອງ ແມ່ນ້ຳຂອງ ໃນປັດຈຸບັນ.

ທ່ານໄດ້ຮຽກຮ້ອງໃຫ້ບັນດາປະເທດອາຊຽນ ເປັນອັນນຶ່ງອັນດຽວກັນ ໃນການແກ້ໄຂບັນຫາ ແລະຊັກຊວນໃຫ້ປະເທດສະມາຊິກເປີດດ່ານ ເຂົ້າ-ອອກ ເປັນປົກກະຕິ ຫລັງຈາກຖືກປິດຍ້ອນໂຣຄຣະບາດ. ຈີນຈະຊ່ອຍເຫລຶອບັນດາ ປະເທດອາຊຽນ ໃນການ ຕ້ານໂຣຄນີ້.

ສຳລັບບັນຫາພັຍຄວາມແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ທ່ານ ວັງ ຢີ່ ເວົ້າວ່າ ຈີນຈະປ່ອຍນ້ຳ ຈາກເຂຶ່ອນແມ່ນ້ຳຂອງຂ້າງເທີງ ຂອງຈີນ ໃຫ້ປະເທດໃຕ້ນ້ຳ ໃນອະນາຄົດ ຖ້າຕ້ອງການ ຊຶ່ງບັນດາປະເທດອາຊຽນ ປະນາມຈີນ ໃນການກັກນ້ຳໃນເຂື່ອນ ຈີນ ຈຶ່ງເຮັດໃຫ້ເກີດ ພັຍແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ໃນ ປັດຈຸບັນ.

ທ່ານ ວັງ ຢີ່ ໄດ້ກ່າວຕໍ່ທີ່ປະຊຸມ ໃນຕອນນື່ງວ່າ ບັນດາປະເທດອາຊຽນ ຕ້ອງຈັບມືກັນແຫນ້ນ ໃນການຕ້ານໂຣຄ ໄວຣັສ ໂຄວິດ-19 ຣະບາດ ທ່ານໄດ້ໃຫ້ຣາຍລະອຽດ ກ່ຽວກັບມາຕການ ຈີນ ໃນການຕ້ານໂຣຄ ນີ້ແລະວ່າ ການຣະບາດຂອງ ໂຣຄໂຄວິດ 19 ໃນທີ່ສຸດ ກໍຈະສິ້ນສຸດລົງ.

ບັນດາຜູ້ນຳປະເທດອາຊຽນ ທັງຫລາຍກໍສະແດງຄວາມດີໃຈ ໃນເຈດຈຳນົງຂອງຈີນ ໃນການປ້ອງກັນໂຣຄຣະບາດ ແລະ ການປ່ອຍນ້ຳ ຈາກເຂື່ອນຈີນ ຖ້າມີບັນຫາພັຍແຫ້ງແລ້ງ ໃນອະນາຄົດ ດ້ວຍການຮ່ວມຂໍ້ມູນຂ່າວສານ ໃນການປະຕິບັດງານ ແລະມາຕການຕ່າງໆ. ທ່ານ ວັງ ຢີ່ ຍັງໄດ້ກ່າວຕໍ່ ກຸ່ມນັກຂ່າວ ຫລັງຈາກ ກອງປະຊຸມວ່າ:

“ພວກເຮົາໄດ້ສຳເຣັດຂໍ້ຕົກລົງ ຣະຫວ່າງ ຈີນ ກັບບັນດາ ປະເທດອາຊຽນ ໃນການຮ່ວມມື ກັນຕ້ານການແຜ່ລາມ ຂອງໂຣຄໄວຣັສ ໂຄວິດ-19 ໃນເວລານີ້ ແລະພວກເຮົາໄດ້ເຫັນພ້ອມກັນ ໃນການຊ່ອຍເຫລືອ ຊື່ງກັນແລະກັນ ໃນຍາມຂັດສົນແລະ ຍຸ້ງຍາກ”.

ທ່ານ ວັງ ຢີ່ ຍອມຮັບວ່າ ການຣະບາດຂອງ ໂຣຄໄວຣັສ ໂຄວິດ-19 ໃນຈີນ ສ້າງຄວາມເສັຽຫາຍ ໃຫ້ແກ່ເສຖກິດພາກຟື້ນ ຣະຫວ່າງຈີນ ກັບອາຊຽນ ໃນປັດຈຸບັນ ໂດຍເວົ້າວ່າ:

“ການຣະບາດ ຈະເຮັດໃຫ້ຄວາມຮ່ວມມື ທາງດ້ານເສຖກິດ ຣະຫວ່າງ ອາຊຽນ ກັບຈີນ ມີຄວາມຫຍຸ້ງຍາກ ແຕ່ໃນທີ່ສຸດ ບັນຫາດັ່ງກ່າວ ກໍຈະຫມົດໄປຫລັງຈາກໂຣຄຣະບາດສິ້ນສຸດລົງ”.

ທ່ານວ່າ: “ເສຖກິດຈິນ ເປັນເສຖກິດ ທີ່ເຂັ້ມແຂງ ສາມາດຜ່ານຜ່າໂຣຄຣະບາດໄດ້ ແລະເປັນເສຖກິດແຮງດັນ ໃນການຊຸກຍູ້ ການເຕີບໂຕ ເສຖກິດ ຂອງ ປະເທດ ສະມາຊິກອາຊຽນ."

ຈີນ ໃນມື້ວັນພະຫັດ ຜ່ານມາໄດ້ປະກາດຄົນຕິດເຊື້ອໂຣຄໄວລັສ ໂຄວິດ-19 ຕື່ມອີກເປັນ 74,576 ຄົນ ແລະມີຄົນເສັຽຊິວິດ ແລ້ວເຖິງ 2,118 ຄົນ ຊຶ່ງກໍຣະນີ ຄົນຕິດເຊຶ້ອໃຫມ່ ຊ້າລົງໃນປັດຈຸບັນ ສະແດງວ່າມີການປ້ອງກັນ ແລະປາບປາມແຂງແກ່ນຂຶ້ນ.

ໃນຂນະດຽວກັນ ບັນດາຣັຖມົນຕຣີຕ່າງປະເທດອາຊຽນ ທັງຫລາຍທີ່ເຂົ້າຮ່ວມກອງປະຊຸມ ກໍພາກັນຍ້ອງຍໍ ຈີນ ໃນການຊ່ອຍເຫລືອ ແລະ ໃຫ້ຄວາມຮ່ວມມື ໃນບັນຫາທີ່ສຳຄັນ.

ຍານາງ Retno Marsudi ຣັຖມົນຕຣີຕ່າງປະເທດ ອິນໂດເນເຊັຽ ກ່າວວ່າ:

“ການຣະບາດຂອງໂຣຄໄວຣັສໂຄວິດ-19 ເປັນບັນຫາທ້າທາຍຂອງໂລກ ປາສຈາກພົມແດນບໍ່ມີທາງເລືອກທາງອຶ່ນ ພວກເຮົາຕ້ອງຮ່ວມມື ກັນໃນການປາບປາມໂຣຄນີ້ ແລະການແລກປ່ຽນຂໍ້ມູນ ກັບຈີນເປັນສີ່ງຈຳເປັນ”.

ຍານາງກ່າວຕຶ່ມວ່າ ການຕ້ານໂຣຄໄວລັສ ໂຄວິດ-19 ຣະຫວ່າງ ອາຊຽນ-ຈີນ ຕ້ອງຕັ້ງຫນ່ວຍງານສະເພາະກິດພິເສດ ໃນການຕ້ານໂຣຄນີ້ ຊຶ່ງຫນ່ວຍງານດັ່ງກ່າວ ຕ້ອງເນັ້ນໃສ່ການແລກປ່ຽນຂໍ້ມູນຂ່າວສານເປັນຫຼັກ ຮ່ວມການຄົ້ນຄວ້າວິຈັຍແລະກິຈກັມ ການກວດກາຮ່ວມທັງ ການຄົ້ນຄວ້າ ຢາວັກຊິນ ໃນການຕ້ານໂຣຄດັ່ງກ່າວ. ການປະຊາສຳພັນໃຫ້ຂໍ້ມູນຂ່າວສານ ແກ່ປະຊາຊົນເປັນສິ່ງຈຳເປັນ ແລະສຳຄັນໃນ ການຕ້ານການແຜ່ລາມຂອງໂຣຄນີ້.

ທ່ານ Teodoro L. Locsin ຣັຖມົນຕຮີຕ່າງປະເທດຟິລິປປິນ ເວົ້າວ່າ ຣັຖບານຟິລິປປິນ ໃຫ້ການສນັບສນູນ ຄວາມພຍາມຂອງຈີນ ໃນການແກ້ໄຂບັນຫາ ໂຣຄຣະບາດເຕັມທີ ໂດຍເວົ້າວ່າຣັຖບານຟິລິປປິນ ສະແດງຄວາມເຊື່ອຫມັ້ນ ໃນການສຳເຣັດຜົລ ຂອງການ ປາບປາມໂຣຄນີ້ ຂອງ ຣັຖບານຈີນ.

ທ່ານຍັງໄດ້ຍື່ນຫນັງສື ຈາກ ປະທານາທິບໍດີຟິລິປປິນ ທ່ານ ໂຣດຣີໂກ ດູເຕີເຕ ຫາ ປະທານ ປະເທດຈີນ ທ່ານ ຊີຊີງປິງ ຜ່ານ ທ່ານ ວັງຢີ່ ໃນການສນັບສນູນຈີນ.

ວຽດນາມ ເປັນປະເທດນື່ງ ທີ່ມີຄົນຕິດໂຣໄວຣັສ ໂຄວິດ-19, ທາງການວຽດນາມຣາຍງານ ໃນອາທິດຜ່ານມາວ່າ ມີຄົນວຽດນາມຕິດເຊື້ອ ແລ້ວ 16 ຄົນ ຣັຖມົນຕຣີ ຕ່າງປະເທດວຽດນາມ ທ່ານ ຟາມ ບີນມີນ ກ່າວ ປົກປ້ອງ ການປິດຊາຍແດນເຂົ້າ-ອອກ ກັບຈີນ ວ່າເປັນ ສີ່ງຈຳເປັນວຽດນາມ ຕ້ອງເຮັດເພື່ອປ້ອງການການຣະບາດ ຂອງ ໂຣຄດັ່ງກ່າວ ເຖິງແມ່ນວ່າ ຈີນ ຈະຂໍຮ້ອງໃຫ້ຫຼາຍປະເທດເປີດດ່ານ ຊາຍແດນກໍຕາມ.

ກ່ຽວກັບການປ້ອງກັນ ການແຜ່ລາມໂຣຄຣະບາດ ທ່ານ ດວນ ຄວກວຽດ ຮອງໂຄສົກກະຊວງ ຕ່າງປະເທດວຽດນາມເວົ້າວ່າ:

“ໃນການປ້ອງກັນ ໂຣຄໄວຣັສໂຄວິດ-19 ຣະບາດ ຣັຖບານວຽດນາມແລະຈີນ ໄດ້ຮ່ວມມືກັນຢ່າງໃກ້ຊິດ ທາງດ້ານການຄົມມະນາຄົມ ຣະຫວ່າງ ສອງປະເທດ ຊຶ່ງ ມາຕການທີ່ໃຊ້ກັນ ໃນປັດຈຸບັນແມ່ນເພື່ອຄວບຄຸມໂຣຄຣະບາດບໍ່ແມ່ນການປິດຊາຍແດນ ເພາະມັນຈະສົ່ງ ຜົລກະທົບ ຕໍ່ເສຖກິດ ການຄ້າແລະການແລກປ່ຽນ ຊື່ງກັນແລະກັນ”.

ວຽດນາມໄດ້ໂຈະຖ້ຽວບິນ ໄປຈີນ ແລະຫນັງສືຜ່ານແດນ ໃຫ້ແກ່ນັກທ່ອງທ່ຽວຈີນ ວ່າງເດືອນຜ່ານມາ ຫລັງຈາກໂຣຄຣະບາດ ນອກຈາກນັ້ນ ວຽດນາມ ຍັງໄດ້ປິດເສັ້ນທາງເຂົ້າອອກ ຫລາຍເສັ້ນກັບຈີນ ແລະ ຄົນເດີນທາງຈາກຈີນ ມາວຽດນາມ ຕ້ອງໄດ້ ຜ່ານຫ້ອງດັບເຊື້ອໂຣຄຫລື QUARANTINED 14 ມື້.

ກ່ຽວກັບສະພາບແມ່ນ້ຳຂອງ ປ່ຽນແປງ ບໍ່ເປັນໄປຕາມຣະດູການ ທີ່ ທ່ານ ວັງຢີ່  ຣັຖມົນຕຣີຕ່າງປະເທດຈີນ ໃຫ້ການຄ້ຳປະກັນ ໃນການ ປ່ອຍນ້ຳ ຈາກເຂື່ອນຂອງຈີນ ຖ້າມີບັນຫາ ພັຍແຫ້ງແລ້ງເກີດຂຶ້ນອີກ.

ທ່ານ ວັງ ຍີ່ ໄດ້ກ່າວຢ້ຳ ເຖິງການພົວພັນ ຣະຫວ່າງອາຊຽນ ກັບຈີນ ໃນຂໍ້ຕົກລົງແລະຄວາມຮ່ວມມືສອງຝ່າຍ ໃນໂຄງການຄວາມຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ທີ່ຈີນສນັບສນູນ ໃນຣະຍະທີ່ຜ່ານມາ ເປັນຕົ້ນຈີນ ໄດ້ປ່ອຍນ້ຳຈາກເຂຶ່ອນຈີນ ເພື່ອແກ້ໄຂບັນຫາ ພັຍ ແຫ້ງແລ້ງ ໃນແມ່ນ້ຳຂອງ ວ່າງປີທີ່ຜ່ານມາ ຊຶ່ງເປັນພັຍແຫ້ງແລ້ງ ອັນຍາວນານ ຈົນຮອດຣະດູຝົນ ກໍຍັງແຫ້ງຢູ່ ທີ່ບໍ່ເຄີຍມີມາກ່ອນ ໃນປວັດສາດ.

ທ່ານ ວັງ ຢີ່ ເວົ້າວ່າ ເຂຶ່ອນແມ່ນ້ຳຂອງ ທີ່ຈີນເອິ້ນວ່າ ແມ່ນ້ຳລ້ານຊ້າງ ຈະປ່ອຍນ້ຳຈາກເຂື່ອນ ຊ່ອຍປະເທດເພື່ອນບ້ານ ອາຊຽນ ໃນຍາມທີ່ຂັດສົນ ໃນອະນາຄົດ ແຕ່ນັກວິເຄາະເວົ້າວ່າ ທ່ານກ່າວ ກ່ຽວກັບເຣື້ອງນີ້ ເພື່ອຕອບໂຕ້ ບົດຣາຍງານທາງດ້ານ ເສຖກິດ ຂອງ ນັກວິຊາການຕ່າງຊາດ ທີ່ວ່າ ເຂື່ອນຈີນ ເປັນສາເຫດເຮັດໃຫ້ເກີດພັຍແຫ້ງແລ້ງ ແລະ ນ້ຳຖ້ວມໃນປະເທດໃຕ້ນ້ຳ ຖ້າບໍ່ມີການແກ້ໄຂ ຈະສົ່ງຜົລກະທົບ ຕໍ່ການເຕີບໂຕ ທາງດ້ານສຖກິດ ຂອງປະເທດໃຕ້ນ້ຳໃນຣະຍະຍາວ ປະເທດໃຕ້ນ້ຳ ຈະອາສັຍຈີນໄປຕຣອດ.

ກຸ່ມນັກວິເຄາະແລະອົງການຈັດຕັ້ງທາງສັງຄົມ ປະຈຳຂົງເຂດ ຫລາຍອົງການປະນາມ ເຂຶ່່ອນແມ່ນ້ຳຂອງຈີນ 11 ເຂຶ່ອນ ເປັນສາເຫດເຮັດ ໃຫ້ເກີດພັຍແຫ້ງແລ້ງ ໃນປະເທດລຸ່ມແມ່ນ້ຳຂອງ ທີ່ສ້າງຄວາມເສັຽຫາຍ ໃຫ້ແກ່ການກະເສດ ການປະມົງ ແລະ ວິຖິຊິວິດຂອງ ປະຊາຊົນ ໃຕ້ນ້ຳຢ່າງຫນັກ ເປັນຕົ້ນ ປະເທດ ກຳພູຊາ  ສປປລາວ ໄທ ແລະວຽດນາມ.

ແຕ່ ທ່ານ ວັງ ຢີ່ ເວົ້າວ່າ ພັຍແຫ້ງສ່ວນໃຫຍ່ ເກີດຈາກຝົນບໍ່ຕົກຕາມຣະດູການ ແລະຈີນ ກໍໄດ້ຮັບຜົລກະທົບເຫມືອນກັນ ຊຶ່ງຈີນ ສາມາດ ຜ່ານຜ່າບັນຫາພັຍແຫ້ງ ໄດ້ດ້ວຍການໃຊ້ນ້ຳຈາກແມ່ນ້ຳລ້ານຊ້າງ, ໃນອະນາຄົດຈະຊ່ອຍ ປະເທດເພື່ອນບ້ານ ຫຼາຍຂຶ້ນໃນການແກ້ໄຂ ບັນຫານີ້.

ນັກວິຊາການຕ່າງຊາດເວົ້າວ່າ ຈີນ ຫັນມາເອົາໃຈປະເທດສະມາຊິກອາຊຽນ ໂດຍສະເພາະປະເທດໃຕ້ນ້ຳ ຍ້ອນວ່າ ມີການປະນາມ ຈາກ ນານາຊາດ ແລະ ບັນດາປະເທດອາຊຽນ ທັງຫລາຍກ່ຽວກັບ ບັນຫາພັຍແຫ້ງແລ້ງ ທີ່ເກີດຂຶ້ນໃນແມ່ນ້ຳຂອງ ຍ້ອນເຂຶ່ອນຈີນມາດົນແລ້ວ ຊຶ່ງໃນປັດຈຸບັນຫລາຍປະເທດ ກໍມີຄວາມຜິດຫວັງກັບຈີນ. ຈີນຈຶ່ງຫັນມາເອົາໃຈປະເທດສະມາຊິກ.

ກ່ຽວກັບການຮ່ວມມືດ້ານການຕ້ານໂຣຄຣະບາດ ທີ່ຈີນຈະໃຫ້ການສນັບສນູນນັ້ນ ທ່ານວ່າ ຕົ້ນບັນຫາແມ່ນມາຈາກຈີນ ດັ່ງນັ້ນ, ຈີນຈຶ່ງ ເຂົ້າມາໃຫ້ການຊ່ອຍເຫລືອ ໃນການແກ້ໄຂ ກ່ອນປະເທດສະມາຊິກ ຈະອອກຫ່າງຈາກຈີນ.

ສຳລັບ ສປປລາວແລ້ວ ນັກວິຊາການລາວ ທ່ານນຶ່ງເວົ້າວ່າ ສປປລາວ ບໍ່ມີທາງເລືອກທາງອື່ນ ຕ້ອງໄດ້ອາສັຍຈີນ ໃນທຸກດ້ານບໍ່ວ່າຈະ ເປັນການຊອ່ຍເຫລືອ ທາງດ້ານເສຖກິດ ການຄ້າ ການສ້າງໂຄງຮ່າງພື້ນຖານ ແລະ ການປາບປາມໂຣຄຕ່າງໆ ໃນນັ້ນ ຮ່ວມດ້ວຍ ໂຣຄໄວຣັສໂຄວິດ-19 ໄວລັສ ທີ່ກຳລັງຣະບາດຢູ່ ໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.