ຈີນກໍາລັງມີບັນຫາ ທາງເສຖກິຈ
ຂແນງການອະສັງຫາລິມະຊັບ ຂອງຈີນ ຊະລໍໂຕ ເຮັດໃຫ້ສົ່ງຜົລຕໍ່ເສຖກິຈຂອງຈີນ ໂດຍລວມ ໃນຂະນະທີ່ປະເທດລາວ ທີ່ເປັນປະເທດລູກໜີ້ ຂອງຈິີນ ກໍຍັງປະສົບກັບບັນຫາ ເງິນເຟີ້.
-
ອຸ່ນແກ້ວ
2023-09-24 -
-
-
Your browser doesn’t support HTML5 audio
ຂແນງການອະສັງຫາລິມະຊັບ ໃນປະເທດຈີນ ກໍາລັງປະສົບບັນຫາ ແລະ ຈີິນກໍາລັງປະສົບບັນຫາທາງດ້ານເສຖກິຈ ໃນຂະນະທີ່ ເສຖກິຈຂອງປະເທດຈີນ ປະສົບບັນຫາ ຍ້ອນວ່າຜົລຂອງນະໂຍບາຍຣັຖບານຈີນ. ບັນຫາດາປະເທດອາຊຽນ ກໍກໍາລັງປະສົບກັບບັນຫາຜົລກະທົບ ທາງດ້ານການຄ້າ, ການລົງທຶນ ແລະ ການກູ້ຢືມ ຫຼັງຈາກ 30 ປີ ທີ່ໄດ້ຮັບອິດທິພົນຈາກການເຕີບໂຕ ທາງດ້ານເສຖກິຈຂອງຈີນ.
ປັດຈຸບັນ ຈີນກໍາລັງປະສົບກັບບັນຫາ ທາງດ້ານເສຖກິຈ ໃນເວລານີ້. ໃນເບື້ອງຕົ້ນ ເສຖກິຈຫຼັງຈາກການຣະບາດ ຂອງໂຄວິດ-19 ຍັງບໍ່ກັບມາຟື້ນໂຕເທົ່າທີ່ຄວນ. ປະຊາຊົນຈີນ ຍັງຮູ້ສຶກບໍ່ໝັ້ນໃຈ ກ່ຽວກັບເສຖກິຈຈີນ, ຄົນວ່າງງານເພີ່ມຂຶ້ນ, ຫຼື ມີຄວາມເປັນໄປໄດ້ທີ່ຈະມີການລອກດາວນ໌ ໃນອະນາຄົດ ເຮັດໃຫ້ອັດຕຣາເງິນເຟີ້ ຍັງຄົງແກ່ຍາວອອກໄປ. ການບໍລິໂພກພາຍໃນ ກວມເອົາພຽງແຕ່ 38% ຂອງ ມູນຄ່າລວມຍອດ ຜລິຕພັນພາຍໃນ.
ອັນດັບທີສອງ, ການສົ່ງອອກຕົກລົງ ແບບລິບລີ່. ໃນເດືອນສິງຫາ ອັດຕຣາການສົ່ງອອກຕົກລົງ 8.8%, ເຖິງວ່າ ຈະມີການປັບປຸງ ໃນເດືອນກໍຣະກະດາ ເຊິິ່ງໂດຍສະເລັ່ຽ ການສົ່ງອອກຊະລໍໂຕ 14.5%.
ອັນດັບທີສາມ, ການລົງທຶນ ຫຼັ່ງໄຫຼອອກຈາກປະເທດ ມູນຄ່າຫຼາຍກວ່າ 3 ຕື້ໂດລ້າຣ໌ ໃນ 2 ອາທິດທໍາອິດຂອງເດືອນສິງຫາ. ແຕ່ການລົງທຶນຂອງຕ່າງປະເທດຍັງຄົງເຂົ້າມາ. ບໍຣິສັດຈາກປະເທດຕາເວັນຕົກ ແລະ ຍີ່ປຸ່ນ ຍັງຄົງໄປທີ່ປະເທດອິນເດັຽ, ວຽດນາມ ແລະ ໄປປະເທດອື່ນໆມີຕລາດຮອງຮັບ. ບໍຣິສັດແອບໂປ້ ຫັນສາຍການຜລິດໄປປະເທດວຽດນາມ ແລະ ອິນເດັຽ.
ທາງການຈີນ ໄດ້ຈັບໂຕນັກລົງທຶນສອງທ່ານ ດ້ວຍກົດໝາຍທາງຄວາມໝັ້ນຄົງ ແລະ ການຈັບໂຕຜູ້ບໍຣິຫານບໍຣິສັດຕ່າງປະເທດ ໄດ້ກາຍເປັນອຸປະສັກໃຫ້ແກ່ນັກລົງທຶນຕ່າງປະເທດ. ອີກບັນຫານຶ່ງ ກໍຄື ຄ່າແຮງງານຢູ່ປະເທດຈີນ ທີ່ກໍາລັງສູງຂຶ້ນ ໃນຂະນະທີ່ພົລເມືອງຈີນ ບໍ່ຂຍາຍໂຕ, ອັດຕຣາການວ່າງງານສູງຂຶ້ນຫຼາຍກວ່າ 20% ກ່ອນທີ່ຣັຖບານຈີນ ຢຸດການເຜີຍແຜ່ ສະຖິຕິໂຕແລກ ອອກມາໃນເດືອນສິງຫາ. ອັດຕຣາຄ່າຈ້າງ ຍັງຄົງສືບຕໍ່ສູງຂຶ້ນ ທີ່ກ່ຽວພັນກັບປະເທດທີ່ເປັນຄູ່ແຂ່ງ ຂອງປະເທດຈີນ.
ສິ່ງທີ່ກ່ຽວພັນກັບວິກິດການ ທາງດ້ານອະສັງຫາລິມະຊັບ ແມ່ນໜີ້ສິນ. ໜີ້ສາທາລະນະປະເທດຈີນ ກວມເອົາຢູ່ທີ່ 267% ຂອງລວມຍອດມູນຄ່າຜລິດຕະພັນພາຍໃນ. ໜ່ວຍງານດ້ານການເງິນທ້ອງຖິ່ນຂອງຈີນ ຕ້ອງແບກຫາບໜີ້ສິນເຖິງ 9 ຕື້ໂດລ້າຣ໌ ເຊິ່ງກວມເອົາເຄິ່ງນຶ່ງຂອງມູນຄ່າລວມຍອດ ຜລິຕພັນພາຍໃນຂອງຈີນ. ເສຖກິຈຂອງຈີນກໍາລັງຊະລໍໂຕ ໃນຂແນງການອະສັງຫາລິມະຊັບ.
ສະເພາະຢູ່ປະເທດລາວ, ໃນເດືອນກັນຍາ 2023 ອັດຕຣາເງິນບາທ ຢູ່ຕລາດນອກລະບົບບາງແຫ່ງໃນອາທິດທີ່ຜ່ານມາ ຂຶ້ນຮອດ 680,000 ກີບ ຕໍ່ 1,000 ບາດ ສ່ວນອັດຕຣາເງິນໂດລ້າຣ໌ ຢູ່ທີ່ 2,200,000 ກີບ ຕໍ່ 100 ໂດລ້າຣ໌.
ສ່ວນວ່າ ປີ 2022 ທີ່ຜ່ານມາ ອັດຕຣາ ແລກປ່ຽນເງິນ ຢູ່ຮ້ານແລກປ່ຽນນອກລະບົບ ເງິນບາທ 500,000 ປາຍກີບ ຕໍ່ 1,000 ບາທ, ສ່ວນວ່າ ເງິນໂດລ້າຣ໌ ປະມານ 1,500,000 ກີບຕໍ່ 100 ໂດລ້າຣ໌.
ນັກທຸຣະກິຈ ທ່ານ ນຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຊິ້ນໝູດຽວນີ້ 80,000 ກີບ ເມື່ອສອງທິດກ່ອນ 75,000 ກີບ. ຄັນວ່າ ເອົາບາທໄປແລກກີິບເຂົາຈະໄລ່ກັນຖືກ ແຕ່ວ່າ ເອົາກີບໄປແລກບາດ ບໍ່ມີໃຜກ້າເອົາ ແລະ ໄປຊື້ຂອງບໍ່ມີໃຜກ້າເອົາ ຄັນເອົາເຂົາກະໄລ່ແພງ 680 ພຸ້ນ, ດອນລ້າຣ໌ ຄືວ່າ 22,000 ກີບ ຕໍ່ໂດລ້າຣ໌.”
ນັກທຸລະກິດ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຢູ່ຕລາດນອກລະບົບ ບາງບ່ອນ ເງິນບາທຂຶ້ນຮອດ 680,000 ກີບ ຕໍ່ 1,000 ບາທ ຣັຖບານ ມີແຕ່ຕັ້ງ ເຣດອັດຕຣາການແລກປ່ຽນ ແຕ່ ບໍ່ມີເງິນຕຣາຕ່າງປະເທດຂາຍໃຫ້ ມີແຕ່ຊື້ໄວ້.”
ນັກທຸຣະກິຈທ່ານນີ້ ກ່າວຕື່ມອີກວ່າ:
“ເອົາເງິນກີບໄວ້ ມັນກໍບໍ່ອຸ່ນໃຈເດືອນນຶ່ງມັນເຟີ້ 20-30 ເປເຊັນ ຂັ້ນກໍາເງິນກີບໄວ້ມັນກະອັນຕະລາຍ ແຫຼະ ມັນກະບໍ່ມີຄ່າຫຍັງຫຼາຍ ມັນເປັນຄືເສດກະດາດເຮົາລະ ມັນບໍ່ຢາກອຸ່ນໃຈລະນ່າດຽວນີ້.”
ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ, ອັດຕຣາເງິນເຟີ້ ໃນເດືອນ ມິຖຸນາ ຢູ່ທີ 28.64%, ເດືອນກໍຣະກະດາ ຢູ່ທີ່ 27.80%ແລະ ເດືອນສິງຫາ ອັດຕຣາເງິນເຟີຢູ່ທີ່ 25.88%.
ໃນການແກ້ໄຂບັນຫາ ເສຖກິຈ ແລະ ບັນຫາເງິນເຟີ້ ຣັຖບານ ໄດ້ປະກາດຂາຍພັນທະບັດເປັນງວດທີ 3.
ທະນາຄານແຫ່ງ ສປປ ລາວ ໄດ້ປະກາດຂາຍພັນທະບັດ ສະກຸນເງິນກີບ ງວດທີ 03 ຈຳນວນ 3,000 ຕື້ກີບ ອັດຕາດອກເບັ້ຍ 15%/ປີ ເຊິ່ງອາຍຸພັນທະບັດ 06 ເດືອນ. ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງໃນລະຫວ່າງ ວັນທີ 06-08 ກັນຍາ 2023.
ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ອອກພັນທະບັດ ງວດທີ 2 ດອກເບ້ຍ 20%ຕໍ່ປີ (ອາຍຸ 6 ເດືອນ) ມູນຄ່າ 1,000 ຕື້ກີບ ເຊິ່ງອອກຈໍາໜ່າຍ ໃນວັນທີ 09 ມົກກະຣາ 2023.
ສ່ວນວ່າ ງວດທີ 1, ຣັຖບານ ໄດ້ອອກໃນວັນທີ 15 ມິຖຸນາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ອອກຈຳໜ່າຍພັນທະບັດ ສະກຸນເງິນກີບ ວົງ ເງິນ 5,000 ຕື້ກີບ ດອກເບ້ຍ 20% ຕໍ່ປີ ອາຍຸພັນທະບັດ 06 ເດືອນ.
ສ່ວນວ່າ ເຣື່ອງລາຄາສິນຄ້າແພງ ເຈົ້າໜ້າທີ່ກ່ຽວຂ້ອງ ກໍມີການອອກລະບຽບຫຼັກການ ເພື່ອກໍານົດຄວບຄຸມລາຄາ.
ເຈົ້າໜ້າທີ່ການຄ້າ ທ່ານນຶ່ງ ໄດ້ກ່າວວ່າ:
“1 ພວກເຮົາກໍໄດ້ກໍານົດໄປແລ້ວ ເລື່ອງລາຄາ ອັນຈໍາເປັນບາງສິນຄ້າ ປັດຈຸບັນ ການເພີ່ມຂຶ້ນສິນຄ້າຂອງພວກເຮົາກໍ ຈໍາເປັນຕ້ອງໃສ່ລາຄາຂຶ້ນເຕີ່ມ ລະກະກໍານົດຕື່ມ.”
ແຕ່ ລາຄາສິນຄ້າບາງຢ່າງ ເຈົ້າໜ້າທີ່ຕ້ອງໄດ້ປ່ອຍໄປຕາມກົນໄກລາຄາຕລາດ.
ເຈົ້າໜ້າທີ່ການຄ້າ ທ່ານນີ້ ກ່າວຕື່ມອີກວ່າ:
“2 ອັັນຕາມນິຕິກັມ ຂອງພວກເຮົາຫັ້ນເນາະ ສິຄ້າບາງຢ່າງທີ່ເຮົາຄວບຄຸມ ກໍຊິຄິດໄລ່ຕາຕົ້ນທຶນ ສິນຄ້າໂຕອື່ນ ເຮົາຈະປ່ອຍໄປຕາມເສຖກິຈ ກົລໄກການຕລາດ.”
ປັດຈຸບັນ ປະເທດລາວ ກໍາລັງຕົກຢູ່ໃນສະພາບຂາດແຄນເງິນຕຣາ ຕ່າງປະເທດ ແລະ ພາວະໜີ້ສິນ.
ທີ່ຜ່ານມາ, ສຳນັກຂ່າວ ເອເຊັຽທາມສ໌ ໄດ້ຣາຍງານ ແລະ ວິເຄາະວ່າ ໜີ້ສິນ ຂອງປະເທດລາວ ລວມທັງໜີ້ສິນ ຄຳປະກັນ ທີ່ບໍ່ໄດ້ລະບຸ ຢູ່ໃນໂຕເລກ ນັ້ນຈະເຮັດໃຫ້ ຍອດມູນຄ່າທັງໝົດ ຂອງໜີ້ສິນ ທີ່ຣັຖບານລາວ ຈະຮັບຜິດຊອບນັ້ນ ມີອັດຕຣາສ່ວນເກີນ 100% ຂອງລວມຍອດ ມູນຄ່າຜລິຕພັນພາຍໃນ ຫຼື GDP.
ຫຼັງຈາກ ປະເທດສີລັງກາ ເກີດວິກິດການ ທາງດ້ານການເງິນ ໃນຕົ້ນປີ 2022, ປະເທດລາວ ປະສົບກັບບັນຫາ ທາງດ້ານການເງິນ ແລະ ສະຖາບັນຫານເງິນຕ່າງໆ ກໍບໍ່ໃຫ້ຄວາມສົນໃຈ ໃຫ້ເງິນກູ້ຢືມແກ່ລາວ.
ສຳນັກຂ່າວ ເອເຊັຽທາມສ໌ ຍັງຣາຍງານວ່າ ປະເທດລາວ ຈະຕ້ອງຈ່າຍໜີ້ສິນ ຕໍ່ປີເປັນມູນຄ່າ 1.3 ລ້ານໂດລ້າຣ໌ ແຕ່ປີ 2022-2026. ຣັຖບານລາວ ປັດຈຸບັນ ກຳລັງຂຸ້ນຂ້ຽວ ການຄ້ຳປະກັນ ຂໍເລື່ອນການຊຳລະໜີ້.
ປະເທດລາວ ມີບັນຫາການຈ່າຍໜີ້ສິນ ຕາມກຳນົດເວລາ ຍ້ອນວ່າ ປະເທດລາວ ໄດ້ຮັບຜົລກະທົບທາງດ້ານເສຖກິຈ.
ປະເທດລາວ ຕິດໜີ້ຕ່າງປະເທດ ເພີ່ມຂຶ້ນເປັນລຳດັບ ໂດຍສະເພາະນັບແຕ່ປີ 2010-2016 ເຊິ່ງເປັນປີທີ່ຣັຖບານ ມີການຢືມຕ່າງປະເທດຫຼາຍ.
ອີງຕາມຂໍ້ມູນຈາກກະຊວງການເງິນ, ໃນປີ 2010 ປະເທດລາວ ໃຊ້ໜີ້ຕ່າງປະເທດ ບໍ່ເກີນ 160 ລ້ານ ໂດລ້າຣ໌ ສະຫະຣັຖ ແຕ່ ປີ 2019 ປະເທດລາວ ຕ້ອງຈ່າຍໜີ້ 1,200 ລ້ານ ໂດລ້າຣ໌ ສະຫະຣັຖ ຕໍ່ປີ ມາຮອດປີ 2022 ນີ້ລະແມ່ນ 1,400 ລ້ານໂດລ້າຣ໌ ສະຫະຣັຖຕໍ່ປີ ສະເພາະໃຊ້ໜີ້ສິນຕ່າງປະເທດ.”
ສະຖາບັນ Moody’s ທີ່ເປັນສະຖານບັນ ຈັດອັນດັບຄວາມໜ້າເຊື່ອຖື ຂອງການຈ່າຍໜີ້ ໄດ້ຈັດອັນດັບປະເທດລາວ ເປັນປະເທດທີ່ບໍ່ມີຄວາມສາມາດໃຊ້ໜີ້ ໃຫ້ຫຼຸດລົງໄປຕື່ມອີກ ຍ້ອນວ່າ ປະເທດລາວ ມີບັນຫາຂາດແຄນເງິນຕຣາ ຕ່າງປະເທດ ແລະ ເງິນຕຣາໃນປະເທດ ໃນໄລຍະຍາວ.
ໃນການເດືອນມິຖຸນາ 2022 ທີ່ຜ່ານມາ ຜແນກຝ່າຍນັກລົງທຶນ ຂອງສະຖາບັນ Moody’s ໄດ້ຈັດອັນດັບປະເທດລາວ ໃຫ້ຢູ່ໃນອັນດັບ Caa3 ຈາກແຕ່ກ່ອນຢູ່ໃນອັນດັບ Caa2.
ສິ່ງທີ່ເກີດຂຶ້ນຜ່ານມາ ບໍຣິສັດຈີນທີ່ຊື່ວ່າ China Southern Power Grid ເຂົ້າມາຄວບຄຸມ ແລະ ຖືຮຸ້ນຫຼັກໃນໂຄງການລະບົບສາຍສົ່ງໄຟຟ້າລາວ ຂອງບໍຣິສັດ ຣັຖວິສາຫະກິຈໄຟຟ້າລາວ ຍ້ອນວ່າ ລາວຕິດໜີ້ຈີນ ອີງຕາມການຣາຍງານຂອງສຳນັກຂ່າວ Reuters ຂອງອັງກິດ.