ທະຫານພະມ້າ ຈັບສະມາຊິກ ສະພາ ພ້ອມຄອບຄົວ

ທະຫານພະມ້າ ໄດ້ຈັບໂຕ ສະມາຊິກສະພາ ແຫ່ງຊາຕ ຫຼື ສສຊ ຂອງພະມ້າ ທີ່ເປັນສະມາຊິກ ພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຫຼັງຈາກທີ່ມີນັກການເມືອງ ແລະປະຊາຊົນ ຖືກຈັບ ເປັນຈຳນວນຫຼາຍ ໃນຂໍ້ຫາຕ່າງໆກັນໄປ.

ທ່ານ ວິນ ວິນ ອະດີດ ສະມາຊິກສະພາ ແຫ່ງຊາຕພະມ້າ ທີ່ສັງກັດພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ. ນັກຂ່າວ ພົລເມືອງ

ທະ​ຫານພະມ້າ ໄດ້ຈັບໂຕ ທ່ານ ວິນ ວິນ ອະດີດ ສະມາຊິກສະພາ ແຫ່ງຊາຕພະມ້າ ທີ່ສັງກັດພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ແລະ ຄອບຄົວຂອງລາວ ອີງຕາມຂໍ້ມູນຈາກໝູ່ເພື່ອນຂອງຄົນໃນຄອບຄົວ. ທ່ານ ວິນ ວິນ ໄດ້ຮັບການເລືອກຕັ້ງ ເປັນຜູ້ແທນຣາສດອນ ຢູ່ເມືອງ ມິນບູ ໃນປີ 2015 ແລະ ທ່ານ ໄດ້ຮັບການເລືອກຕັ້ງ ເປັນມັຍທີ 2 ໃນປີ 2020. ທ່ານ ຖືກຈັບ ພ້ອມດ້ວຍເມັຽ ແລະ ລູກອີກ 3 ຄົນ ໃນຕອນເຊົ້າວັນທິດ ທີ່ເຮືອນຂອງພີ່ນ້ອງ ຢູ່ເມືອງປະວິນຢູ່ຂອງພະມ້າ ເຊິ່ງເປັນບ່ອນທີ່ ທ່ານ ໄດ້ຫຼົບຊ້ອນໂຕນັບຕັ້ງແຕ່ ທະຫານພະມ້າເຂົ້າມາຍຶດອຳນາດ ຈາກພັກສັນນິບາດ ແຫ່ງຊາຕເພື່ອປະຊາທິປະໄຕ ໃນວັນທີ 1 ກຸມພາ 2021.

ໝູ່​ເພື່ອນ ຂອງຄົນໃນຄອບຄົວລາວ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ ວ່າ ພວກທະຫານໄດ້ຈັບທ່ານ ໃນຕອນເຊົ້າຕູ່ ພວກເຮົາບໍ່ຮູ້ວ່າ ພວກທະຫານເອົາໂຕທ່ານໄປໄວ້ໃສ. ຂ້ອຍເຂົ້າໃຈວ່າ ພວກທະຫານ ອອກໝາຍຈັບທ່ານ ຕາມມາຣາ​ 505 ຂອງກົດໝາຍອາຍາ ທີ່ລະບຸຂໍ້ຫ້າມ ກະທຳທີ່ຂັດຕໍ່ເຈົ້າໜ້າທີ່ຣັຖ ເຊິ່ງມີບົດລົງໂທດ ຈຳຄຸກເປັນເວລາ 3 ປີ.

ໝູ່​ເພື່ອນຂອງທ່ານ ບໍ່ມີໃຜຮູ້ວ່າ ທະຫານຍັງຄົງກັກຂັງ ທ່ານ ວິນ ວິນ, ເມັຽທີ່ຊື່ວ່າ ໂຕໂຕໄຫວ, ແລະ ລູກຊາຍ 3 ຄົນ ຊື່ ຕັນສິນວິນ ອາຍຸ 17 ປີ, ຢາຕີວິນ ອາຍຸ 13 ປີ ແລະ ພະແຢວິນ ອາຍຸ 3 ປີ ໃນເວລາທີ່ ພວກທະຫານພະມ້າ ຕັ້ງຂໍ້ຫາທ່ານ ໃນຂະນະທີ່ ຝ່າຍທະຫານພະມ້າ ບໍ່ໄດ້ອອກແລງການຫຍັງກ່ຽວກັບ ການຈັບກຸມ ທ່ານ ວິນ ວິນ.

ນັບ​ຕັ້ງແຕ່ ມີການຣັປະຫານ, ທະຫານພະມ້າ ໄດ້ສັ່ງຈັບສະມາຊິກ ສະພາແຫ່ງຊາຕ ພະມ້າ ຂັງຄຸກ ລວມທັງສະມາຊິກ ພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ.

ອີງ​ຕາມກົມສິດທິມະນຸສ ຂອງພັກສັນນິບາດ ແຫ່ງຊາຕເພື່ອປະຊາທິປະໄຕ, ມີສະມາຊິກສະພາ ແຫ່ງຊາຕພະມ້າ ແລະ ສະມາຊິກພັກສັນນິບາດ ແຫ່ງຊາຕເພື່ອປະຊາທິປະໄຕ ຖືກຈັບບັບແຕ່ມີການຣັປະຫານ ໃນວັນທີ 1 ກຸມພາ 2021, ແລະ ຍັງມີຣາຍງານອີກວ່າ ສະມາຊິກພັກ 67 ​ຄົນ ລວມທັງ ສມາຊິກສະພາແຫ່ງຊາຕ 2 ຄົນ ໄດ້ເສັຽຊີວິຕ ຢູ່ໃນຄຸກ ໃນເວລາທີ່ທະຫານ ພະມ້າສືບສວນສອບສວນ.

ແຈ້ງ​ການ ​ຂອງ​ທະ​ຫານ​ພະ​ມ້າ ທີ່​ລະ​ບຸ​ວ່າ ທະ​ຫານ​ພ​ະ​ມ້າ ໄດ້​ປ່ອຍ​ໂຕ ​ນັກ​ໂທດ​ຜູ້​ທີ່​ມີ​ຊື່​ສຽງ ​ຫຼາຍ​ຄົນ ລວມ​ທັງ ອະ​ດີດ ​ເອ​ອັກ​ຄະ​ຣາ​ຊ​ທູຕ​ອັງ​ກິດ ແລະ ນັກ​ເສ​ຖ​ສາ​ຕ ​ຊາວອອ​ສ​ເຕຣເລັຽ ເຊິ່ງ​ເປັນ​ຜົ​ລ​ມາ​ຈາກການ​ກົດ​ດັນ ​ຂອງບັນ​ດາ​ປະ​ເທດ​ອາ​ຊ້ຽນ ຍ້ອນ​ວ່າ ຝ່າຍ​ທະ​ຫານ​ພະ​ມ້າ ຊອກ​ທຸກວິ​ທີ ​ເພື່ອ​ໃຫ້​ຊະ​ນະ​ການ​ເລືອກ​ຕັ້ງ ແຫ່ງ​ຊາຕ ທີ່​ຈະ​ມີ​ຂຶ້ນ​ໃນ​ປີໜ້າ.

ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ, ທະ​ຫານ​ພະ​ມ້າ ໄດ້​ກ່າວ​ວ່າ ຈະ​ປ່ອຍ​ໂຕ ທ່ານ ແຊນ​ເທີ​ເນວ ຊາວ​ອອສ​ເຕຣເລັຽ, ທ່ານ ຄູ​ໂບ​ຕ້າ ນັກ​ຂ່າວ​ຍີ່​ປຸ່ນ, ແລະ ບຸກ​ຄົນ​ສຳ​ຄັນ​ ອີກ​ຫຼາຍ​ຄົນ. ນັ້ນ​ເປັນ​ສ່ວນ​ນຶ່ງ ​ຂອງ​ການ​ນິ​ລະ​ໂທດ​ສະ​ກັມ ນັກ​ໂທດ 5,774 ຄົນ ລວ​ມ​ທັງ ນັກ​ໂທດ​ການ​ເມືອງ ເພື່ອ​ສ​ລອງວັນ​ຊາຕ ​ຂອງ​ພະ​ມ້າ.

ທ່ານ ແຊນ​ເທີ​ເນວ ຊາວ​ອອ​ສ​ເຕຣ​ເລັຽ ທີ່​ປຶກ​ສາ​ດ້ານ​ເສ​ຖ​ກິ​ຈ ທີ່​ໃກ້​ຊິດ​ກັບ ​ຍາ​ ນາງ ອອງ ຊານ ຊູ ຈີ ເຊິ່ງ​ຍາ​ນາງ ກຳ​ລັງ​ຖືກ​ກັກ​ຂັງ​ດ່ຽວ​ ຖືກ​ຕັ້ງ​ຫຼາຍ​ຂໍ້​ຫາ ແລະ ຖືກ​ຕັດ​ສິນ​ຈຳ​ຄຸກ 26 ປີ. ທ່ານ ແຊນ​ເທີ​ເນວ ຊາວ​ອອ​ສ​ເຕຣ​ເລັຽ ຖືກ​ສານ​ທະ​ຫານ​ພະ​ມ້າ ​ຕັດ​ສິນ​ຈຳ​ຄຸກ 3 ປີ ຫຼັງ​ຈາກວັນ​ທີ 1 ກຸມ​ພາ 2021 ທີ່​ທະ​ຫານ​ພ​ະ​ມ້າ ຍຶດ​ອຳ​ນາດ, ຍາ​ນາງ ໂບ​ແມນ ອະດີດເອ​ອັກ​ຄະຣາຊ​ທູຕ​ອັງ​ກິດ ພ້ອມ​ດ້ວຍ​ສ​າ​ມີ​ຂອງ​ນາງ ທີ່​ເຮັດ​ວຽກ​ຢູ່​ອົງ​ການ​ຈັດ​ຕັ້ງ ທີ່ບໍ່​ສັງ​ກັດ​ ຣັ​ຖ​ບານ ໄດ້ຖືກ​ທ​ະ​ຫານ​ພະ​ມ້າ​ຈັບ​ໂຕ ໃນ​ເດືອນ ກັນ​ຍາ 2022. ຊາວ​ຕ່າງ​ປະ​ເທດ​ທັງ​ 2 ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນຈຳ​ຄຸກເປັນ​ເວ​ລາ 1 ປີ ໃນ​ຂໍ້​ຫາ​ການ​ເຂົ້າ​ເມືອງ. ຕໍ່​ມາ ສາ​ມີ​ຂອງ​ນັກ​ການ​ທູຕ​ອັງ​ກິດ ຖືກ​ປ່ອຍ​ໂຕ, ສ່ວນ​ວ່າ ທ່ານ ຄູ​ໂບ​ຕ້າ ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ຈັບ​ໃນ ​ເດືອນ​ກໍ​ຣະ​ກະ​ດາ ໃນ​ປີ 2022 ແລະ ຖືກ​ສານຕັດ​ສິນ​ຈຳ​ຄຸກ 7 ປີ.

ສະ​ມາ​ຄົມ​ຊ່ອຍ​ເຫຼືອ ​ນັກ​ໂທດ​ການ​ເມືອງ ທີ່​ມີ​ຫ້ອງ​ການ​ໃຫຍ່ ​ຕັ້ງ​ຢູ່​ປະ​ເທດ​ໄທ​ຍ ໄດ້​ຣາຍ​ງານ​ວ່າ ນັບ​ແຕ່​ທະ​ຫານ​ພະ​ມ້າ ​ເຂົ້າ​ມາ​ຍຶດ​ອຳ​ນາດ​ ເກີດ​ຂໍ້​ຂັດ​ແຍ່ງ​ກັນ ເຮັດ​ໃຫ້ມີ​ເດັກ​ນ້ອຍ​ ພ​ະ​ມ້າ​ເສັຽ​ຊີ​ວິຕແລ້ວ 157 ຄົນ.

ໃນ​ເດືອນພຶຈິກາ 2022 ທີ່ຜ່ານມາ, ສານທະຫານພະມ້າ ຢູ່ພາກເໜືອເຂດຣັຖສະກາງ ໄດ້ສັ່ງຕັດສິນຈຳຄຸກ ຜູ້ຍິງຊາວພະມ້າ 9 ຄົນ ເປັນເວລາ 12 ປີ ຍ້ອນພວກເຂົາຖືກກ່າວຫາວ່າ ເປັນກຸ່ມກອງກຳລັງປົກປ້ອງປະຊາຊົນ ຫຼື PDFD.

ກຸ່ມກອງ​ກຳລັງປົກປ້ອງປະຊາຊົນ ຖືກຈັດຕັ້ງຂຶ້ນໂດຍປະຊາຊົນພະມ້າ ເພື່ອຕໍ່ຕ້ານກຸ່ມທະຫານພະມ້າທີ່ຣັປະຫານ ຍຶດອຳນາດຈາກຣັບານພະມ້າ ທີ່ມາຈາກການເລືອຕັ້ງໃນເດືອນກຸມພາ 2021 ທີ່ຜ່ານມາ

ບັນ​ດາຜູ້ຍິງທັງ 9 ຄົນຖືກດຳເນີນຄະດີ ພາຍໃຕ້ກົດໄອຍະການເສິກ ຂອງທະຫານພະມ້າ ໂດຍສານທະຫານພະມ້າ ແລະ ເຂົາເຈົ້າຖືກຕັດສິນຈຳຄຸກ ໃນເດືອນຕຸລາ 2022 ທີ່ຜ່ານມາ ອີງຕາມແຫຼ່ງຂ່າວ ທີ່ໃກ້ຊິດຄ້າຍຄຸມຂັງ ແລະ ເຈົ້າໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ.

ຂໍ້​ມູນດັ່ງກ່າວ ຕ້ອງໃຊ້ເວລາ 1 ເດືອນ ກ່ອນທີ່ຈະມີການເຜີຍແຜ່ ຍ້ອນວ່າ ເຈົ້າໜ້າທີ່ທະຫານພະມ້າ ບໍ່ໄດ້ແຈ້ງໃຫ້ຄອບຄົວ ຜູ້ທີ່ຖືກສັ່ງຈຳຄຸກຮັບຮູ້.

ຜູ້​ຍິງທີ່ຖືກສານຕັດສິນ ທັງໝົດ ມີອາຍຸປະມານ 20 ປີ ເຂົາເຈົ້າໄດ້ຖືກຈັບໂຕ ໃນເວລາທີ່ທະຫານພະມ້າ ໄດ້ບຸກລະທາຍ ຄ້າຍຂອງກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຢູ່ເມືອງກາເລ ໃນວັນທີ 16 ພຶຈິກາ 2021 ທີ່ຜ່ານມາ ເຊິ່ງເຂົ້າເຈົ້າຖືກຄຸມຂັງ ຢູ່ໃນຄຸກເມືອງກາເລ.

ພວກ​ເຂົາແຕ່ລະຄົນໄດ້ຮັບໂທດຈຳຄຸກ 2 ປີ ພາໃຕ້ມາຣາ 505 ແລະ ອີກ 10 ປີ ພາໃຕ້ມາຣາ 50 ຂອງກົດໝາຍ ຕ້ານການກໍ່ການຮ້າຍ ຂອງທະຫານພະມ້າ.

ເຈົ້າ​ໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ ແມ່ຍິງເຫຼົ່ານັ້ນ ບໍ່ໄດ້ໂທດໜັກ ແຕ່ ເຂົາເຈົ້າກໍຖືກບັງຄັບ ໃຫ້ເຮັດວຽກຢູ່ໃນຄຸກ.

ທ່ານ ກ່າວ​ຕື່ມອີກວ່າ ແມ່ຍິ່ງເຫຼົ່ານັ້ນ ທີ່ຢູ່ໃນຄຸກ ຍັງມີສຸພາບທີ່ດີ ເຂົາເຈົ້າເຮັດວຽກຕາມທີ່ເຈົ້າໜ້າທີ່ ສັ່ງ ໂດຍເຂົາເຈົ້າເຮັດວຽກຕັດຫຍິບ.

ແມ່​ຍິງທີ່ຖືກຈັບນັ້ນ ຊື່ວ່າ ລາ ຕັນ ຫວີ, ມາ ສອນ ດວງ, ຄາລອນ ສານ, ລາ ມອມ ຄາມ, ວັນລາ ລອນ, ມາລາ ປຽນ ເປວ, ຊາມ ຊູ ຊາ ອຳແມນ ລຳ ດິມ, ນິ ອອງ ດອນ ກິອຽນ.

ທີ່​ຜ່ານມາ, ທະຫານພະມ້າໂຈມຕີ ເຂດພົເຮືອນ ເຮັດໃຫ້ຊາວບ້ານ 4,000 ປາຍຄົນ ຈາກ 15 ບ້ານ ຢູ່ເຂດສະກາງ ພາກຕາເວັນອອກສ່ຽງເໜືອ ຂອງພະມ້າ ຕ້ອງໜີອອກຈາກບ້ານ ເພື່ອຫຼົບຄວາມຮຸນແຮງ.

ການ​ໂຈມຕີດັ່ງກ່າວ ເກີດຂຶ້ນເປັນເວລາ 3 ມື້ ແລະ ຍັງສືບຕໍ່ມາຮອດວັນສຸກ ຢູ່ເຂດເມືອງສະກາງ ພາກຕາເວັນອອກສ່ຽງເໜືອ ຂອງພະມ້າ ໂດຍມີທະຫານພະມ້າປະມານ 100 ຄົນ ໄດ້ຫັນມາໂຈມຕີພົນລະເຮືອນແທນ ເຊິ່ງຂັດ​​ຕໍ່ຫຼັກການທາງການທະຫານ.

ມີ​ຍົນເຮລິຄອບເຕີ້ຣ໌ 4 ລຳ ໄດ້ໂຈມຕີໝູ່ບ້ານ ເຮັດໃຫ້ມີຜູ້ເສັຽຊີວິຕ 1 ຄົນ ຊື່ວ່າ ຂິນເມືອງສານ ແລະ ມີຜູ້ຍິງ ກັບ ຜູ້ຊາຍໄດ້ຮັບບາດເຈັບ.

ປະ​ຊາຊົນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີແນກພາສາພະມ້າ ວ່າ:

“ມີ​ຜູ້ເສັຽຊີວິດຄາທີ່ ແລະ ຜູ້ຍິງໄດ້ຮັບບາດເຈັບສາຫັດ ຢູ່ຂັນໄດບ້ານ ແລະ ລາວກໍໄດ້ຮັບການຮັກສາຈາກກອງກຳລັງ ສະພາທະຫານພະມ້າ. ປະຊາຊົນພາກັນຫຼົບໜີ ບໍ່ກ້າກັບຄືນບ້ານ ຈົນກະທັ້ງທະຫານພະມ້າ ຈະອອກຈາກບ້ານເຂົາເຈົ້າກ່ອນ. ສະພາບທາງພາກພື້ນດິນ ມີຄວາມອັດຕະຄັດຫຼາຍ.”

ປະ​ຊາຊົນ ກ່າວວ່າ ມີປະຊາຊົນປະມານ 100 ຄົນ ບໍ່ຍອມໜີຈາກບ້ານ ແລະ ເຂົາເຈົ້າຖືກບັງຄັບ ແລະ ພວກທະຫານ ພາກັນມາກວດຂໍ້ຄວາມ ໂທລະສັບເຂົາເຈົ້າ ວ່າ ມີການຕິດຕໍ່ກັບກຸ່ມກອງກຳລັງ ປົກປ້ອງປະຊາຊົນຫຼືບໍ່.

ປະ​ຊາຊົນ ກ່າວວ່າ ຍົນເຮລິຄອບເຕີ້ຣ໌ ຂອງທະຫານພະມ້າ ໄດ້ຍິງປືນໃສ່ໝູ່ບ້ານ ໃນວັນທີ 2 ກໍຣະກະດາ ທີ່ຜ່ານມາ.

ຊາວ​ເມືອງດັ່ງກ່າວ ຕ້ອງຕໍ່ຕ້ານກັບທະຫານພະມ້າ ທີ່ຍຶດອຳນາດມາແຕ່ ວັນທີ 1 ກຸມພາ 2021, ໂດຍ ເຂົ້າເຈົ້າມີການຈັດຕັ້ງກຸ່ມ ກອງກຳລັງປົກປ້ອງປະຊາຊົນ ຫຼື PDF ຫຼັງຈາກທະຫານເຂົ້າມາຍຶດອຳນາດຈາກພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ແລະ ມີການຕັດສັນຍາໂທຣະສັບ ແລະ ອິນເຕີ້ຣ໌ເນັດ.

ປະ​ຊາຊົນທີ່ໜີການສູ້ຣົບ ໄດ້ກ່າວວ່າ:

“ພວກ​ເຮົາຕ້ອງໜີປະເລົ້າເຂົ້າ, ສັດລ້ຽງ ບໍ່ວ່າ ຈະເປັນງົວ ແລະ ແບ້. ພວກເຮົາເປັນຫ່ວງສັດລ້ຽງ ຖ້າວ່າ ສັດລ້ຽງຖືກຍິງຕາຍ ພວກເຮົາຈະບໍ່ມີຫຍັງເຫຼືອ ພວກເຮົາບໍ່ມີວຽກເຮັດ ແລະ ຍາກທີ່ຫາລ້ຽງອບຄົວ.”

ນອກ​ຈາກນີ້ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິຕ ລວມ​ມີ​ເດັກ​ຍິງ ຍ້ອນ​ການ​ໂຈມ​ຕີ ​ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລ ເກືອ​ໝູ ຢູ່.

ແຫຼ່ງ​ຂ່າວ ຈາກ​ເມືອງ​ປາ​ເລ ໄດ້​ໃຫ້​ສັມ​ພາດ​ວ່າ ຜູ້​ທີ່​ຖືກ​ເຄາະ​ຮ້າຍ ເປັນ​ແມ່​ຍິງ ອາ​ຍຸ 45 ປີ ແລະ ເດັກ​ຍິງ ອາ​ຍຸ 15 ປີ ແລະ ແມ່​ຍິງ ອາ​ຍຸ 54 ປີ, ແລະ ອີກ ນຶ່ງ​ຄົນ ເປັນ​ຜູ້​ຊາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org