ທະຫານພະມ້າ ສັ່ງຂັງດ່ຽວ ອອງ ຊານ ຊູ ຈີ

ທະຫານພະມ້າ ໄດ້ ເຣີ່ມມີການ ກັກຂັງ ໃສ່ຄຸກ ຍານາງ ອອນ ຊານ ຊູ ຈີ ຢູ່ນະຄອນຫລວງ ນໍປີດໍ ຂອງພະມ້າ ໃນການດຳເນີນ ຄະດີພິເສດ ໃນວັນພະຫັດ ທີ່ຜ່ານມາ.

ຍານາງ ອອງ ຊານ ຊູ ຈີ RFA via Myanmar Service

ຍາງ ອອງ ​ຊານ ຊູ ຈີ (Aung San Suu Kyi) ເປັນຫົວໜ້າສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕຂອງພະມ້າ ທີ່ຖືກທະຫານພະມ້າ ຍຶດອຳນາດ ແລະ ກັກໂຕ ໄດ້ຖືກຍ້າຍໄປກັກຂັງດ່ຽວ ນັບແຕ່ວັນພຸດທີ່ຜ່ານມາ.

ແຫຼ່ງ​ຂ່າວທີ່ໃກ້ຊິດເຈົ້າໜ້າທີ່ສານ ນະຄອນຫລວງ ເນປິດໍ ຂອງພະມ້າ ໄດ້ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ ຄະດີ ຂອງຍານາງ ອອງ ຊານ ຊູ ຈີ ແລະ ໃກ້ຊິດຂອງ ຍານາງ ໄດ້ຖືກນຳມາໄຕ່ສວນ ຢູ່ສານພິເສດ ສະເພາະຢູ່ໃນຄຸກເລີຍ”.

ຜູ້​ທີ່ເຫັນເຫດການ ຖືກທະຫານພະມ້ານຳໂຕມາສືບສວນສອບສວນ ຢູ່ໃນສານ ທີ່ມີສ່ວນພົວພັນໃນຄະດີນີ້. ຂໍ້ມູນການສືບສວນສອບສວນ ຍັງບໍ່ມີການເປີດເຜີຍ ໃນຂະນະທີ່ ທະນາຍຄວາມຂອງ ຍານາງ ອອງຊານ ຊູຈີ ຍັງບໍ່ໄດ້ຮັບອະນຸຍາດ ໃຫ້ເຜີຍແຜ່ຂໍ້ມູນຕໍ່ສື່ມວນຊົນ.

ທີ່​ຜ່ານມາ, ໄດ້ມີການໄຕ່ສວນຄະດີດັ່ງກ່າວ ທຸກໆວັນພະຫັດ ໃນສານພິເສດ ຢູ່ນະຄອນຫລວງ ເນປິດໍ ເຊິ່ງດຳເນີນການຢູ່ຄ້າຍທະຫານ ນັບແຕ່ວັນທີ 1 ກຸມພາ 2021 ເປັນຕົ້ນມາ.

ທ່ານ ຊານ ເທີ​ເນວ ໄດ້ເປັນທີ່ປຶກສາທາງດ້ານທຸຣະກິຈ ຂອງຍານາງ ອອງ ຊານ ຊູ ຈີ ນັບແຕ່ປີ 2017 ຢູພາຍໃຕ້ ຣັບານຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕຂອງພະມ້າ. ທ່ານ ເປັນຄົນຕ່າງປະເທດ ຄົນທຳອິດ ທີ່ໃກ້ຊິດກັບຣັບານຂອງ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກຈັບແລະ ກັກໂຕ ນັບແຕ່ທະຫານເຂົ້າມາຍຶດອຳນາດ.

ຍາ​ນາງ ອອງ ຊານ ຊູ ຈີ ອາຍຸ 77 ປີ ໃນວັນອາທິດ ທີ່ຜ່ານມາ ໄດ້ຖືກດຳເນີນຄະດີ 19 ຂໍ້ຫາ ນັບແຕ່ ທະຫານພະມ້າເຂົ້າມາຍຶດອຳນາດ.

ຍານາງ ຖືກ​ຕັດສິນຈຳຄຸກ 11 ປີ ໃນ 6 ຂໍ້ຫາ. ທີ່ເຫຼືອ ອີກ 13 ຂໍ້ຫາ ຍັງຄົງພິຈາຣະນາ ຢູ່. ຖ້າມີການຕັດສິນ ມີຄວາມຜິດ ໝົດທຸກຂໍ້ຫາ ຍາງນາງ ກໍຈະຖືກຕັດສິນຈຳຄຸກ ເປັນເວລາ 100 ປາຍ ປີ

ທະ​ຫານພະມ້າ ທີ່ຍຶດອຳນາດ ໄດ້ປະກາດ ໃນວັນພະຫັດທີ່ຜ່ານມາ ວ່າ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກສົ່ງຂັງຄຸກ ພາຍໃຕ້ກົດໝາຍອາຫຼັງຈາກ ທີ່ສານທະຫານພະມ້າ ໄດ້ມີການໄຕ່ສວນ ກ່ອນໜ້ານີ້ ຍານາງ ອອງ ຊານ ຊູຈີ ຖືກກັກບໍຣິເວນ ຢູ່ພາຍໃນບ້ານພັກ.

ທະ​ຫານພະມ້າ ໄດ້ມີການວາງກຳລັງເຈົ້າໜ້າທີ່ ຢູ່ຄຸກຄຸມ​​ຂັງ ແລະ ໄດ້ເພີ່ມການຮັກສາຄວາມປອດພັຍ ຫຼັງຈາກ ຍາງ ນາງ ອອງ ຊານ ຊູຈີ ຖືກນຳໂຕມາ ຢູ່ຄຸກນະຄອນຫລວງ ເນປິດໍ

ມີ​ການຈຳກັດລະບຽບການ ຢູ່ໃນຕຶກຄຸມຂັງ ຜູ້ຍິງ ແລະ ຜູ້ຊາຍ ຢ່າງເຄັ່ງຄັດ ອີງຕາມແຫຼ່ງຂ່າວທີ່ໃກ້ຊິດກັບຄຸກຄຸມຂັງ.

ຜູ້​ນຳຫຼັກຂອງຣັບານ ຍານາງ ອອງ ຊາຍ ຊູຈີ, ສະມາຊິກຣັສະພາ ແລະ ຜູ້ຕໍ່ຕ້ານການຍຶດອຳນາດຂອງທະຫານ ໄດ້ຖືກດຳເນີນຄະດີພິເສດ ຢູ່ ຄຸກ ນະຄອນຫລວງເນປິດໍ ຂອງພະມ້າ.

ມາ​ເຖິງ​ປັດ​ຈຸ​ບັນ ເປັນ​ເວ​ລາ 16 ເດືອນ ນັບ​ແຕ່​ທະ​ຫານພະ​ມ້າ ຍຶດ​ອຳ​ນາດຈາກ​ຣັ​ຖ​ບານ ​ທີ່​ມາ​ຈາກ​ການ​ເລືອ​ກ​ຕັ້ງ, ມີ​ປະ​ຊາ​ຊົນເສັຽ​ຊີ​ວິດ​ແລ້ວ 2,000 ຄົນ ແລະ ຈຳ​ນວນ​ຜູ້​ເສັຽ​ຊີ​ວິດຍັງ​ເພີ່ມ​ຂຶ້ນ ອີ​ງຕາມຣາຍ​ງາຍ ຂໍ້​ມູນ​ຈາກກຸ່ມ​ນັກ​ເຄື່ອນ​ໄຫວ ທີ່​ຫ້ອງ​ການ​ຢູ່​ປະ​ເທດ​ໄທ​ຍ ເຊິ່ງ​ກຸ່ມ​ດັ່ງ​ກ່າວ ໄດ້ຕິດ​ຕາມ​ຈຳ​ນວນ​ຜູ້​ເສັຽ​ຊີ​ວິດ​ຢ່າງ​ໃກ້​ຊິດ.

ສະ​ມາ​ຄົມ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ ​ນັກ​ໂທດ​ການ​ເມືອງ​ ຫຼື AAPP ໄດ້​ກ່າວ​ວ່າ:ຈຳ​ນວນຜູ້ເສັຽ​ຊີ​ວິດຄົບ 2,000 ຄົນ ໃນ​ວັນ​ທີ 20 ມິ​ຖຸ​ນາ ຜ່ານ​ມາ ນັບ​ແຕ່ ທະ​ຫານ​ຍຶດ​ອຳ​ນາດ​ ໃນ​ວັນ​ທີ 1 ກຸມ​ພາ 2021.

ສະ​ມາ​ຄົມ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ​ ນັກ​ໂທດ​ການ​ເມືອງ ກ່າວ​ວ່າ ຈຳ​ນວນ​ໂຕ​ເລກ 2,000 ຄົນ ທີ່​ເສັຽ​ຊີ​ວິດ ໄດ້​ຮັບ​ການ​ຢືນ​ຢັນ ແລະ ໂຕ​ຈິງ​ ຈຳ​ນວນ​ຜູ້​ເສັຽ​ຊີ​ວິດ ຈະ​ສູງ​ກ່ອນ​ນັ້ນ.”

ນັກ​ການ​ທູຕ​ສະ​ຫະ​ຣັ​ຖ ແລະ ຢູ​ໂຣບ ຢູ່ນະ​ຄອນ​ຢ້າງ​ກຸ້ງຂອງ​ພະ​ມ້າ ໄດ້​ລຳ​ຣຶກ​ເຖິງ​ຜູ້​ເສັຽ​ຊີ​ວິດ 2,000 ຄົນ, ສຳ​ນັກ​ງານ​ນັກ​ການ​ທູຕຢູ່ ນະ​ຄອນ​ຫລວງບ​ຣັສ​ເຊລສ໌ ປະ​ເທດ ເບລ​ຢ້ຽມ ກໍ​ໄດ້​ລົງ​ເຜີຍ​ແຜ່​ທາງ​ສື່​ອອນ​ລາຍນ໌ ດ້ວຍ​ໜ້າ​ປົກ​ສື​ດຳ ເພື່ອ​ສະ​ແດງ​ຄວາມ​ໄວ​ອາ​ລັນ ໃຫ້​ຜູ້​ເສັຽ​ຊີ​ວິດ ແລະ ຣັ​ຖ​ບານ​ສະ​ຫະ​ຣັ​ຖ ກໍ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ເຣື່ອງນີ້.

ສະ​ຖານ​ທູດຕສະ​ຫະ​ຣັ​ຖ ໃນ​ພະ​ມ້າ ໄດ້​ກ່າວ​ວ່າ ທະ​ຫານ​ພະ​ມ້າ ໄດ້​ກະ​ກຳ​ການທີ່​ປ່າ​ເຖື່ອນ ຕໍ່​ກັບ​ປະ​ຊາ​ຊົນ​ພະ​ມ້າ ຢູ່​ທົ່ວ​ປະ​ເທດ ເປັນ​ຜົນ​ມາ​ຈາກ​ ການ​ຂາດ​ຄວາມ​ຮັບ​ຜິດ​ຊອບ ຂອງ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ໃນ​ຖັນ​ແຖວ ​ທະ​ຫານ​ຂອງພະ​ມ້າ. ສິ່ງ​ດັ່ງ​ກ່າວ ຈຳ​ເປັນ​ທີ່​ຈະ​ຕ້ອງຮັບ​ຜິດ​ຊອບ​ຢ່າງ​ຮີບ​ດ່ວນ”.

ສະ​ມາ​ຄົມ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ ​ນັກ​ໂທດ​ການ​ເມືອງ ໄດ້​ອອກ​ບົດ​ຣ​າຍ​ງານ 5 ອາ​ທິດ​ ຫຼັງ​ຈາກ ສະ​ຖາ​ບັນ ຍຸ​ທ​ສາ​ຕ ແລະ ການ​ເມືອງ​ຂອງ​ພະ​ມ້າ, ນັກ​ວິ​ຊາ​ການ, ໄດ້​ເວົ້າ​ຢູ່​ໃນ​ບົດ​ຣາຍ​ງານວ່າ ໄດ້​ມີ​ການ​ບັນ​ທຶກ​ຢູ່​ໃນ​ເອ​ກ​ສານ​ວ່າ ຢ່າງ​ໜ້ອຍ​ມີ​ຜູ້​ເສັຽ​ຊີ​ວິດ 5,646 ຄົນ ນັບ​ແຕ່ ວັນ​ທີ 1 ກຸມ​ພາ 2021 ມາ​ຮອດ ວັນ​ທີ 10 ພຶ​ສ​ພາ 2022.

ໂຕ​ເລກຜູ້ເສັຽ​ຊີ​ວິດ ຂອງສະ​ຖາ​ບັນ​ຍຸ​ທ​ສາ​ຕ ແລະ ການ​ເມືອງ ຂອງ​ພະ​ມ້າ ໄດ້​ລວມ​ເອົາປະ​ຊາ​ຊົນ ​ທີ່​ຖືກ​ເຈົ້າ​ໜ້າ​ທີ່ ​ທະ​ຫານ​ຂອງ​ພະ​ມ້າສັງ​ຫານ ໃນ​ເວ​ລ​າ​ມີ​ການ​ປະ​ທ້ວງຕ້ານ​ທະ​ຫານ​ພະ​ມ້າ, ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບກຸ່​ມ​ປະ​ຊາ​ທິ​ປະ​ໄຕ ຫຼື ທະ​ຫານ​ຊົນ​ກຸ່ມ​ນ້ອຍ, ເສັຽ​ຊີ​ວິດ​ໃນ​ເວ​ລາ​ຖືກ​ຂັງ​ຄຸກ, ການ​ແກ້​ແຄ້ນ, ລວມ​ທັງ​ເສັຽ​ຊີ​ວິດ​ ຕ້ານ​ກຸ່ມ​ການ​ເມືອງ​ອື່ນໆ.

ຢ່າງ​ໜ້ອຍມີ 1,831 ຄົນ ຖືກ​ຍິງ​ເສັຽ​ຊີ​ວິດ ເຊິ່ງ​ສ່ວນ​ຫຼາຍ​ເກີດ​ຂຶ້ນ​ຢູ່ ເມືອງ​ສະ​ກາງ ບ່ອນ​ທີ່​ມີ​ການ​ສູ້​ຣົບ​ກັນ ລະ​ຫວ່າງ ທະ​ຫານ​ພະ​ມ້າ​ກັບ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ແລະ ມີ​ຜູ້​ອົ​ພ​ຍົບ​ຈາກ​ຖິ່ນ​ຖານ​ແລ້ວຫຼາຍ 10,000 ຄົນ  ນັ​ບແຕ່​ ທະ​ຫານ​ພະ​ມ້າ​ໄດ້​ເຂົ້າ​ຍຶດ​ອຳ​ນາດ ອີ​ງ​ຕາມ​ບົດ​ຣາຍ​ງານ ​ຂອງ​ສະ​ຖາ​ບັນ​ຍຸ​ທ​ສາ​ຕ ແລະ ການ​ເມືອງ​ຂອງ​ພະ​ມ້າ ຫຼື ISP.

ທ່ານ ຕັນ ກີ ອາ​ດີດ​ ນັກ​ໂທດ​ການ​ເມືອງ ໄດ້​ກ່າວ​ວ່າ ໂຕ​ເລກ​ຜູ້ເສັຽ​ຊີ​ວິດ ທີ່​ສະ​ມາ​ຄົມ​ຊ່ອຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ບັນ​ທຶກ​ເອົາ​ໄວ້​ນັ້ນ ບໍ່​ຖືກ​ກັບ​ຍອດ​ຜູ້​ເສັຽ​ຊີ​ວິດ​ທັງ​ໝົດ”.

ທ່ານ ຕັນ ກີ ໄດ້​ກ່າວ ຕໍ່ວິ​ທະ​ຍຸ​ເອ​ເຊັຽ​ເສ​ຣີ ຜ​ແນ​ກ​ພາ​ສາ​ພະ​ມ້າ ວ່າ ມີ​ປະ​ຊາ​ຊົນ​ຖືກ​ຈັບ ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ, ປະ​ຊາ​ຊົນ​ຖືກ​ທໍ​ຣະ​ມານ ແລະ ສັງ​ຫານ. ຫຼາຍ​ໝູ່​ບ້ານ​ຖືກ​ເຜົາ. ສະ​ມາ​ຄົມ​ຊ່ອຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ໄດ້​ບັນ​ທຶກວ່າ ມີ 2,000 ຄົນ​ເສັຽ​ຊີ​ວິດ ແຕ່ ຄວາມ​ຈິງ ມີ​ຫຼາຍກວ່າ​ນັ້ນ”.

ທະ​ຫານ​ພະ​ມ້າ ບໍ່​ເຫັນ​ດີ ແລະ ຄັດ​ຄ້ານ​ຕໍ່ ຈຳ​ນວນ​ໂຕ​ເລກທີ່ ໜ່ວຍ​ງານຂອງ​ສະ​ມາ​ຄົມ​ຊ່ອຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ແລະ ສະ​ຖາ​ບັນຍຸ​ທ​ສາຕ ແລະ ການ​ເມືອງ ໄດ້​ເຜີຍ​ແຜ່.

ໜັງ​ສື​ພິມ​ຂອງ​ທະ​ຫານ​ພະ​ມ້າ ໄດ້​ຣາຍ​ງານ ໃນ​ເດືອນ​ພຶ​ສ​ພາ ທີ່​ຜ່ານ​ມາ​ວ່າ  ມີ​ຈຳ​ນວນ 2,796 ຄົນ ເສັຽ​ຊີ​ວິດ ນັ້ນ ບໍ່​ແມ່ນ​ຍ້ອນ​ຖືກ​ສັງ​ຫານ ໃຊ້​ຊ້ວງ​ການ​ຣັ​ຖ​ປະ​ຫານ.

ພັກ​ການ​ເມືອງ ​ທີ່​ທະ​ຫານ​ພະ​ມ້າ​ສ​ນັບ​ສ​ນູນ ໄດ້​ກ່າວ​ວ່າ: ມີ 3,107 ຄົນ​ ຖືກ​ສັງ​ຫານ ຫຼັງ​ຈາກ​ຖືກ​ກ່າວ​ຫາ​ວ່າ ເປັນ​ສາຍ​ໃຫ້​ຝ່າຍ​ທະ​ຫານ, 690 ຄົນ ເສັຽ​ຊີ​ວິດ ໃນ​ເຫດ​ການ​ຍິງ​ປະ​ທະ​ກັນ ແລະ 18 ຄົນ ຖືກ​ກຸ່ມ ​ສ​ນັບ​ສ​ນູນທະ​ຫານ ສັງ​ຫານ”.

ແຕ່​ຝ່າຍ​ຕໍ່​ຕ້ານ​ຣັ​ຖ​ປະ​ຫານ ຢູ່ນະ​ຄອນ​ຢ້າງ​ກຸ້ງ ໄດ້​ກ່າວ​ຕໍ່​ນັກ​ຂ່​າວ​ວ່າ ເຂົາ​ເຈົ້າ​ສັນ​ຍາ​ວ່າ ຈະ​ຕໍ່​ຕ້ານ​ກັບ​ລະ​ບອບ​ທະ​ຫານ.

ສະ​ມາ​ຊິກ ກຸ່ມ​ປະ​ທ້ວງ ຢູ່​ນະ​ຄອນ​ຢ້າງ​ກຸ້ງ ທີ່​ເປັນ​ແມ່​ຍິງ ໄດ້​ກ່າວ​ວ່າ ທະ​ຫານ​ໄດ້​ຈັບ​ກຸມ ແລະ ຄຸມ​ຂັງ ແລະ ທໍ​ລະ​ມານ ແລະ ສັງ​ຫານ​ຜູ້​ປະ​ທ້ວງ​ແບບ​ສ​ງົບ.”

ຍາ​ນາງ ໄດ້​ກ່າວ​ວ່າ: ຍ້ອນ​ເຫດນີ້ ການ​ປະ​ຕິ​ວັດປະ​ຊາ​ຊົນ ຈຶ່ງ​ດຳ​ເນີນ​ມາ ເປັນ​ເວ​ລາ​ຫຼາຍກວ່າ 1 ປີ ໂດຍ​ຜ​ເດັດ​ການ ​ທະ​ຫານ​ຈະ​ຕ້ອງ​ຖືກ​ຖອນ​ຮາກ ​ຖອນ​ໂຄນ.”

​ຍາ​ນາງ ກ່າວ​ຕື່ມ​ວ່າ: ບໍ່​ວ່າ​ປະ​ຊາ​ຊົນ​ຈະ​ເສັຽ​ຊີ​ວິດ ​ຫຼາຍ​ປານ​ໃດກໍ​ຕາມ, ພວກ​ເຮົາເຫັນ​ວ່າ ມັນ​ເປັນ​ເກມ​ສຸດ​ທ້າຍ ແລະ ຂ້ອຍຈະ​ຕໍ່​ສູ້ດ້ວຍ​ໃຈ.”

ທ່ານ ເກັຽ ຢີ ໂຄ​ສົກ ຂອງກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ຢູ່​ເມືອງ ຕີ​ ຈາງ ໄດ້​ກ່າວ​ວ່າ: ທະ​ຫານ​ພະ​ມ້າ ຍັງ​ສືບ​ຕໍ່ຈັບ ແລະ ຂ້າ​ປະ​ຊາ​ຊົນ ຜູ້​ທີ່​ຕໍ່​ຕ້ານ.”

ທ່ານ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ ມັນ​ເປັນ​ວຽກ​ງານ​ ປະ​ຈຳ​ວັນ​ຂອງ​ທະ​ຫານ ທີ່​ຈັບ ແລະ ຂ້າ​ປະ​ຊາ​ຊົນ ຜູ້​ທີ່​ຕໍ່​ຕ້ານ​ພວກ​ເຂົາ ແລະ ທະ​ຫານ​ພະ​ມ້າ​ ຍັງ​ເຮັດ​ແບບນີ້. ເຮືອນ​ຊານປະ​ຊາ​ຊົນ​ຖືກ​ເຜົາ ແລະ ປະ​ຊາ​ຊົນ​ຖືກ​ຂ້າ.”

ທ່ານ ກ່າວ​ວ່າ​ ພວກ​ເຮົາ​ຈະ​ຕໍ່​ສູ້​ກັບ​ທະ​ຫານ ຈົນ​ກະ​ທັ້ງ ສາ​ມາດ​ໂຄ່ນ​ລົ້ມ​ອຳ​ນາດ​ ຜ​ເດັດ​ການ​ທະ​ຫານລົງ.”

ຕໍ່​ບັນ​ຫາ​ດັ່ງ​ກ່າວ ນັກ​ສິ​ທທິ​ມະ​ນຸສ​ເຫັນວ່າ ມັນ​ເປັນ​ການກໍ່​ອາ​ສຍາ​ກັມ ຕໍ່​ປະ​ຊາ​ຊົນ ຢູ່​ພະ​ມ້າ. ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ (Human Rights Watch) ປະຈໍາເອເຊັຽ ຕາເວັນອອກ ສຽງໃຕ້ ກ່າວຕໍ່ ສຳນັກຂ່າວຕ່າງປະເທດວ່າ:

ພວກເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິດທທິມະນຸສ ໃນພະມ້າ ນັບແຕ່ມີການຣັປະຫານດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະການທີ່ບໍ່ດີ ທີ່ທະຫານກໍ່ອາຍາກັມ ຕໍ່ປະຊາຊົນຕົວເອງ.”

ສຳ​ນັກຂ່າວ BenarNews ໄດ້ຣາຍງານ ວ່າ ໃນກອງປະຊຸມສຸດຍອດຜູ້ນຳອາຊຽນ-ສະຫະຣັຖ ທີ່ມີກຳນົດຈັດຂຶ້ນໃນວັນທີ 12-13 ພຶພາ ຢູ່ວໍຊິງຕັນ ດີຊີ ສະຫະຣັອາເມຣິກາບໍ່ເຊີນເອົາ ພົນເອກ ມິນອອງລາຍ ຜູ້ນຳທະຫານພະມ້າ ເຂົ້າມາຮ່ວມ.”

ທະ​ຫານ​ພະ​ມ້າ ຕັດ​ສັນ​ຍານ ອິນ​ເຕີຣ໌ເນັດ ຢູ່​ເຂດ​ເມືອງ​ສະ​ກາງ ນັບ​ແຕ່​ເດືອນ ມີ​ນາ 2022 ເປັນ​ຕົ້ນ​ມາ ໃນ​ເວ​ລາ​ທີ່ ມີ​ການ​ປະ​ຕິ​ບັດ​ການ ​ທາງ​ທະ​ຫານ ໃນ​ເຂດ​ພື້ນ​ທີ່​ດັ່ງ​ກ່າວ. ນັກ​ຂ່າວວິທຍຸ​ເອ​ເຊັຽ​ເສ​ຣີ ໄດ້​ຮັບຣາຍ​ງານ​ວ່າ ຊາວ​ບ້ານ​​ຖືກ​ທະ​ຫານ​ຈັບ​ໂຕ, ຖືກປຸ້ນ​ສະ​ດົມ, ຂົ່ມ​ຂືນ, ​ທໍ​ຣະ​ມານ, ລອບ​ສັງ​ຫານ ແລະ ຄາ​ຕ​ກັມ ໃນ​ເຂດ​ສະ​ກາງ.

ທ່ານ ອົງ ກີວ ອາ​ດີດ​ສະ​ມາ​ຊິກ​ສະ​ພາ ຂອງ​ພະ​ມ້າສັງ​ກັດ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່​ອ​ປະ​ຊາ​ທິ​ປະ​ໄຕ ທີ່​ຖືກ​ທະ​ຫານ​ຍຶດ​ອຳ​ນາດ ໄດ້​ກ່າວ​ວ່າ: ທະ​ຫານ​ພະ​ມ້າ ໄດ້​ເລັງ​ເປົ້າ​ໝາຍ​ ສັງ​ຫານ​ພົ​ລ​ເຮືອນ​ຜູ້​ບໍ​ລິ​ສຸດ ຍ້ອນ​ວ່າ ທະ​ຫານບໍ່​ສາ​ມາດ​ເອົາ​ຊະ​ນະ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ.”

ທ່ານ ກ່າວ​ວ່າ: ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ຝັງ​ຣະ​ເບີດ​ໄວ້​ໃນ​ພື້ນ​ທີ່ ແຕ່​ໃນ​ເວ​ລາ​ທີ່​ພວກ​ທະ​ຫານ​ໄປ​ຢຽບ ໄດ້​ຮັບ​ບາດ​ຈັບ ພວກ​ເຂົາ​ກໍ​ພາ​ກັນ​ ເຂັ່ນ​ຂ້າ​ປະ​ຊາ​ຊົນ​ແທນ ເພື່ອ​ເປັນ​ການ​ແກ້​ແຄ້ນ ທະ​ຫານ​ພະ​ມ້າ ໄດ້​ກາຍ​ເປັນ​ສັນ​ຍາ​ ທີ່​ລະ​ເມີດ​ກົດ​ໝ​າຍ ເຂົາ​ເຈົ້າບໍ່​ແມ່ນ​ມະ​ນຸສ.”

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org