ທະຫານພະມ້າ ໂຈມຕີທາງອາກາດ ເຮັດໃຫ້ປະຊາຊົນ ເສັຽຊີວິດ 100 ຄົນ
ທະຫານພະມ້າ ໂຈມຕີທາງອາກາດ ຕໍ່ພົນລະເມືອງຂອງຕົນເອງ ເຮັດໃຫ້ມີປະຊາຊົນ ເສັຽຊີວິດປະມານ 100 ຄົນ ແລະ ບາດຈັບ 50 ຄົນ ໂດຍທີ່ຝ່າຍທະຫານພະມ້າອ້າງວ່າ ເພາະວ່າ ກຸ່ມກອງກຳລັງ ຕິດອາວຸດ ຢູ່ໃນງານພິທີເປີດຫ້ອງການ.
-
ອຸ່ນແກ້ວ
2023-04-15 -
-
-
Your browser doesn’t support HTML5 audio
ທະຫານພະມ້າ ໄດ້ໂຈມຕີທາງອາກາດ ຕໍ່ປະຊາຊົນຂອງຕົນເອງ ໃນຂະນະທີ່ ມີປະຊາຊົນປະມານ 800 ຄົນ ກຳລັງເຂົ້າຮ່ວມພິທີ ເປີດຫ້ອງການ ຢູ່ເມືອງກັນບູລູ ເຂດສະກາງ ອີງຕາມຂໍ້ມູນຈາກປະຊາຊົນ. ຜູ້ເຫັນເຫດການ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ປະຊາຊົນທີ່ໄດ້ຮັບບາດເຈັບ ແລະ ເສັຽຊີວິດ ເປັນແມ່ຍິງ ແລະ ເດັກນ້ອຍ, ແລະ ມັນຍາກທີ່ຈະບອກໄດ້ວ່າ ມີຜູ້ເສັຽຊີວິດຫຼາຍປານໃດ ຍ້ອນວ່າ ລູກລະເບີດ ແລະ ປືນກົນ ທຳລາຍຊາກສົບຂອງປະຊາຊົນ.
ປະຊາຊົນ ໄດ້ກ່າວຢູ່ໃນ ວີດີໂອ ທີ່ຜ່ານເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ວ່າ:
“ມີຄົນເສັຽຊີວິດ 100 ຄົນ ແລະ ບາດເຈັບ 50 ຄົນ.”
ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ ໄດ້ເຫັນສົບເດັກນ້ອຍ 4 ສົບ ໃນຈຳນວນ 6 ສົບ ທີ່ຖືກລະເບີດ ທີ່ຫ່າງຈາກຕຶກອາຄານປະມານ 30 ແມັດ. ສື່ມວນຊົນທີ່ເປັນຂອງທະຫານພະມ້າ ໄດ້ຣາຍງານວ່າ ກອງກຳລັງຢູ່ພາກຕາເວັນຕົກສ່ຽງເໜືອ ຂອງທະຫານພະມ້າ ໄດ້ດຳເນີນການໂຈມຕີ ບ້ານ ພາ ຊິ ຈີ ໃນວັນອັງຄານທີ່ຜ່ານມາ ແຕ່ ບໍ່ມີໄດ້ຣາຍງານຈຳນວນຜູ້ເສັຽຊີວິດ. ພົນຕຣີ ຊໍ ມິນ ຕັນ ຮອງຣັຖມົນຕຣີກະຊວງຖແລງຂ່າວ ຂອງທະຫານພະມ້າ ໄດ້ກ່າວອ້າງແບບເດົາເອົາວ່າ ໄດ້ມີການເຂົ້າຄວບຄຸມເມືອງ ກັນ ບູ ລາ ດ້ວຍກຳລັງທະຫານ ແລະ ກຳລັງທະຫານໄດ້ເລັງເປົ້າໂຈມຕີ ແຕ່ສະເພາະກຸ່ມກອງກຳລັງຕິດອາວຸດ ຢູ່ໃນງານພິທີດັ່ງກ່າວ.
ທ່ານ ກ່າວວ່າ ກອງກຳລັງປົກປ້ອງປະຊາຊົນ ຫຼື PDF ກ່າວວ່າ ມີການສັງຫານຊາວບ້ານ ໃນເວລາທີ່ພາບປະກົດອອກມາ ຜູ້ທີ່ເຄາະຮ້າຍ ຢູ່ໃນຊຸດພົນລະເຮືອນ, ແຕ່ວ່າ ໃນເວລາທີ່ ກອງກຳລັງປົກປ້ອງປະຊາຊົນ ກະທຳການໂຈມຕີ. ກຸ່ມຕໍ່ຕ້ານທະຫານພະມ້າ ໄດ້ມີການຕົບແຕ່ງພາບ ຈາກການໂຈມທາງອາກາດ ຫຼື ການຣາຍງານເພື່ອໃຫ້ເຂົ້າໃນຜິດ ຜູ້ທີ່ຖືກເຄາະຮ້າຍວ່າ ເປັນຊາວບ້ານ. ນອກຈາກນີ້ ກຸ່ມກອງກຳລັງປົກປ້ອງປະຊາຊົນ ໄດ້ຝັງລະເບີດໄວ້ໃນດິນ ແລະ ອາວຸດອື່ນໆ ໄວ້ສະຖານທີ່ດັ່ງກ່າວ ໃນເວລາທີ່ທະຫານພະມ້າໂຈມຕີ ໄປຖືກລະເບີດຝ່າຍກົງກັນຂ້າມ ທີ່ເຊື່ອງໄວ້ ຈຶ່ງເຮັດໃຫ້ເກີດລະເບີດທີ່ຮ້າຍແຮງ ແລະ ມີຜູ້ເຄາະຮ້າຍຫຼາຍຄົນ.
ທ່ານ ຊໍມິນຕັນ ໄດ້ກ່າວອ້າງວ່າ ກອງກຳລັງປົກປ້ອງປະຊາຊົນ ແມ່ນອົງການກໍ່ການຮ້າຍ ທີ່ກໍ່ອາສຊຍາກັມສົງຄາມ ລວມທັງການນາບຂູ່ປະຊາຊົນ ແລະ ເຜົາບ້ານເຮືອນປະຊາຊົນ ເຊິ່ງມີຄວາມແຕກຕ່າງຈາກຂໍ້ມູນທີ່ວິທຍຸ ເອເຊັຽເສຣີ ໄດ້ມາ ກໍຄື ຊາວບ້ານ ໄດ້ກ່າວຫາວ່າ ທະຫານພະມ້າເອງ ເປັນຜູ້ກະທຳ.
ການໂຈມຕີປະຊາຊົນ ໄດ້ເກີດຂຶ້ນ ໃນເວລາທີ່ມີພິທີເປີດຫ້ອງການ ບໍຣິຫານປົກຄອງ ຂອງຣັຖບານເງົາຂອງພະມ້າ ທີ່ຢູ່ຝ່າຍກົງກັນຂ້າມກັບ ທະຫານພະມ້າ ອີງຕາມຂໍ້ມູນຈາກ ທ່ານ ເນ ຊິນ ລັດ ຂອງພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ.
ທ່ານ ເນ ຊິນ ລັດ ໄດ້ອອກຖແລງການທີ່ເຜີຍແຜ່ ທາງເຟສບຸກ ວ່າ ຜູ້ທີ່ຖືກເສັຽຊີວິດ ເປັນຜູ້ຊາຍ, ຜູ້ຍິງ ແລະ ເດັກນ້ອຍ ທີ່ບໍ່ເປັນພິດ ເປັນໄພຫຍັງຕໍ່ທະຫານພະມ້າ.
ທ່ານ ຍັງກ່າວຕື່ມວ່າ ທະຫານພະມ້າ ຍັງສືບຕໍ່ ເຮັດສົງຄາມກັບປະຊາຊົນຂອງຕົນເອງ ຈຸດປະສົງຂອງທະຫານພະມ້າ ກໍເພື່ອຮັກສາອຳນາດ ຂອງຕົນເອງ ດ້ວຍການທຳລາຍ ແລະ ການສັງຫານປະຊາຊົນ, ແຕ່ ທະຫານພະມ້າ ຈະບໍ່ມີວັນສຳເລັດຜົລ.
ທະຫານພະມ້າ ໄດ້ຍຸບພັກສັນນິບາດແຫງຊາຕ ເພື່ອປະຊາທິປະໄຕ ຫຼື NLD ໃນເດືອນມີນາ ທີ່ຜ່ານມາ ຫຼັງຈາກ ພັກດັ່ງກ່າວ ບໍ່ມາຈົດທະບຽນຄືນ ກັບຄະນະກຳມະການເລືອກຕັ້ງ ທີ່ເປັນຝ່າຍທະຫານ ແຕ່ວ່າ ສະມຊິກພັກ ຍັງສືບຕໍ່ເຮັດວຽກກັບຣັຖບານເງົາ ແຫ່ງຊາຕຂອງພະມ້າ ເພື່ອຟື້ນຟູປະຊາທິປະໄຕ ໃນພະມ້າ ແລະ ເຮັດວຽກບໍຣິຫານ ໃນເຂດທີ່ບໍ່ຢູ່ພາຍໃຕ້ການອິດທິພົນ ຂອງທະຫານ.
ປະຊາຊົນທ້ອງຖິ່ນກ່າວວ່າ ທະຫານພະມ້າ ໄດ້ໂຈມຕີ ບ້ານ ພາ ຊິ ຢີ.
ທ່ານ ເນ ຊີນ ກ່າວວ່າ ປະຊາຊົນຫຼາຍຄົນເສັຽຊີວິດຄາທີ່ ຫຼັງຈາກເຮືອບິນຣົບ ຂອງທະຫານພະມ້າ ໄດ້ຖິ້ມລະເບີດລົງໃສ່ໝູ່ບ້ານ ແລະ ແລະ ຍົນເຮລິຄອບເຕີ້ຣ໌ ຂອງພະມ້າ ກໍໄດ້ຍິງປືນກົນ ປະມານ 200 ນັດ ໃສ່ປະຊາຊົນ.
ທ່ານ ເນ ຊິນ ກ່າວວ່າ: ຊາວບ້ານກຳລັງປຶກສາກັນ ກ່ຽວກັບ ວິທີການ ຄຸ້ມຄອງບັນຫາສັງຄົມ ຢູ່ພາຍໃນບ້ານ. ທັນໃດນັ້ນ ກໍມີລະເບີດຕົກມາຈາກທ້ອງຟ້າ ແລະ ກໍມີກາຍິງປືນກົນໃສ່ ແບບບໍ່ຢຸດ ເປັນເວລາເຖິງ 15 ນາທີ.
ທ່ານກ່າວວ່າ:
“ຜູ້ທີ່ຖືກບາດເຈັບ ຖືກນຳສົ່ງໄປໝູ່ບ້ານໃກ້ຄຽງ ແລະ ກຸ່ມອາສາສະໝັກ ກໍໃຫ້ການປະຖົມພະຍາບານ.”
ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ໂຄສົກທະຫານພະມ້າ ຢູ່ເຂດສະກາງ ແຕ່ວ່າ ບໍ່ມີໃຜຮັບສາຍ. ນອກຈາກນີ້, ໃນອາທິດທີ່ຜ່ານມາ ທະຫານພະມ້າຍັງມີການຍິງປືນໃຫຍ່ໂຈມຕີປະຊາຊົນ ຢູ່ເຂດສະກາງ ເຮັດໃຫ້ປະຊາຊົນ 50,000 ຄົນ ຈາກ 17 ບ້ານ ຕ້ອງພາກັນໜີອອກຈາກບ້ານ. ລູກປີໃຫຍ່ລົງມາປານຫ່າຝົນ ລົງມາໃສ່ໝູ່ບ້ານຢູ່ທາງພາກເໜືອ ຂອງເມືອງກະເລ ຂອງພະມ້າ ໃນວັນທີ 30 ມີນາ ທີ່ຜ່ານມາ ນັ້ນ ການເປັນອາທິດແຫ່ງການຕໍ່ສູ້ກັນຢ່າງດຸເດືອດ ລະຫວ່າງ ທະຫານພະມ້າ ກັບ ກອງກຳລັງຝ່າຍກົງກັນຂ້າມ. ຜູ້ນຳກອງກຳລັງປົກປ້ອງປະຊາຊົນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ເຍົາວະຊົນພະມ້າສອງຄົນ ທີ່ຖືກຂ້າຕັດຄໍ ສັງກັດຢູ່ກຸ່ມກອງກຳລັງປົກປ້ອງປະຊາຊົນ.
ເຍົາວະຊົນດັ່ງກ່າວ ໄດ້ພາກັນຝັງຣະເບີດໄວ້ໃນດິນ ໃນຂະນະທີ່ກຳລັງຖອຍທັບ ຫຼັງຈາກທີ່ຕໍ່ສູ້ກັບທະຫານພະມ້າ ຢູ່ພາກເໜືອຂອງເຂດສະກາງ ແລະ ເຂົາເຈົ້າຖືກຈັບຢູ່ໃກ້ກັບ ບ້ານ ນີ ອອງ ຢິນ. ຫົວໜ້າກອງກຳລັງປົກປ້ອງປະຊາຊົນ ໄດ້ກ່າວວ່າ ພວກເຮົາໄດ້ພົບສົບຂອງເຂົາເຈົ້າ ໃນຕອນເຂົ້າຂອງວັນທີ 27 ກຸມພາ ແລະ ໄດ້ລະບຸເຖິງສະຖານທີ່ ທີ່ພວກເຂົາຖືກສັງຫານ ໂດຍ ທະຫານພະມ້າ. ຜູ້ທີ່ຖືກເຄາະຮ້າຍສອງຄົນ ມີຊື່ວ່າ ລາມິນເຊນ ອາຍຸ 15 ປີ, ແລະ ໂພເກ ອາຍຸ 17 ປີ.
ຫົວໜ້າ ກອງກຳລັງປົກປ້ອງປະຊາຊົນ ໄດ້ກ່າວວ່າ ທ່ານ ໄດ້ເຂົ້າໄປຖາມຊາວບ້ານທ້ອງຖິ່ນ ກ່ຽວກັບເຫດການທີ່ເກີດຂຶ້ນ, ແຕ່ວ່າ ບໍ່ມີຊາວບ້ານຄົນໃດຢູ່ໃນໝູ່ບ້ານ ຕິດຕາມການບຸກທະລາຍ ຂອງພວກທະຫານພະມ້າ.
ໃນອີກເຫດການນຶ່ງ, ຫົວໜ້າກອງກຳລັງປົກປ້ອງ ປະຊາຊົນອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ນັກຣົບເຍົາວະຊົນທັງສອງ ຖືກຂ້າຕັດຄໍ ຫຼັງຈາກວັນທີ 27 ກຸມພາ ທີ່ມີການຕໍ່ສູ້ກັບທະຫານພະມ້າ.
ກອງກຳລັງປົກປ້ອງປະຊາຊົນ ຈຳເປັນຕ້ອງໄດ້ຖອຍທັບ ຈາກການຕໍ່ສູ້ກັບທະຫານພະມ້າ ຢູ່ບ້ານຂັນຄໍ ຍ້ອນວ່າ ຂາດແຄນລູກປືນ. ໃນເວລາເຂົາເຈົ້າກັບຄືນໃນຕອນເຊົ້າ ເຂົາເຈົ້າກໍພົບສົບຂອງທະຫານທີ່ເປັນເຍົາວະຊົນທັງສອງ.
ທະຫານພະມ້າ ໄດ້ສັງຫານ ຜູ້ທີ່ຖືກສົງໄສວ່າເປັນກຸ່ມກອງກຳລັງ ປົກປ້ອງປະຊາຊົນ ໃນ 14 ເມືອງ ຢູ່ເຂດສະກາງ ນັບແຕ່ມີການປະກາດກົດໄອຍະການເສິກ ເຊິ່ງເປັນກົດໝາຍພິເສດ ຂອງທະຫານປະກາດໃຊ້ ໃນເວລາທີ່ມີການຣັຖປະຫານ ນັບແຕ່ເດືອນກຸມພາ 2021 ເປັນຕົ້ນມາ.
ທ່ານ ທອມ ແອນດຣູ ຜູ້ຣາຍງານພິເສດ ຂອງສະຫະປະຊາຊາຕ ສຳລັບປະເທດພະມ້າ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ວິທີການທໍລະມານ ຂອງທະຫານພະມ້າ ລວມມີ ການນຳໃຊ້ຄວາມຮຸນແຮງ ເພື່ອສ້າງຄວາມຢ້ານກົວ ແລະ ກໍ່ການຮ້າຍ ໂດຍສະເພາະຢູ່ເຂດ ທີ່ມີການຕໍ່ຕ້ານທີ່ເຂັ້ມແຂງ ຕໍ່ກັບທະຫານພະມ້າ.
ການບັນທຶກເຫດການດັ່ງກ່າວ ແລະ ເຫດການອື່ນໆ ເວົ້າເຖິງຄວາມປ່າເຖື່ອນ ຂອງທະຫານພະມ້າ ຜູ້ທີ່ກໍ່ອາສະຍາກຳສົງຄາມ ແລະ ອາຊຍາກັມຕໍ່ມະນຸດຊາຕ ຈະຕ້ອງຮູ້ວ່າ ພວກເຂົາຈະຕ້ອງຮັບຜິດຊອບ.
ທະຫານພະມ້າ ໄດ້ເຂົ້າມາບຸກທະລາຍໝູ່ບ້ານ ຢູ່ເຂດສະກາງ, ເປັນເຫດເຮັດໃຫ້ມີຊາວບ້ານ 3 ຄົນເສັຽຊີວິດ ແລະ ໄດ້ທຳລາຍບ້ານເຮືອນ ຂອງປະຊາຊົນ 700 ຫຼັງ ແລະ ເຫດການອື່ນໆ ທີເກີດຂຶ້ນຢູ່ເຂດສະກາງ ກໍຄື ມີຄົນພົບສົບ 16 ສົບ ຢູບ້ານ ນີອອງຢິນ ຢູ່ເຂດເມືອງ ມີອິນມູ. ທະຫານພະມ້າ ໄດ້ລັກພາໂຕຊາວບ້ານ 17 ຄົນ ຢູ່ບ້ານ ຕາ ເຕັງ ໃນວັນທີ 1 ມີນາ.
ຊາວບ້ານ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ທະຫານພະມ້າເກືອບ 100 ຄົນ ໄດ້ເຂົ້າໄປບຸກທະລາຍໝູ່ບ້ານຕາເຕງ. ຊາວບ້ານ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ ບ້ານຕາເຕງ ແລະ ບ້ານ ນີອອງຢິນ ຢູ່ເມືອງ ມີອີນມູ ຖືກຂັ້ນກາງລະຫວ່າງ ແມ່ນ້ຳມູ. ຊາວບ້ານບໍ່ຍອມໜີ ຍ້ອນ ເຂົາເຈົ້າຄິດວ່າ ທະຫານຈະບໍ່ເຂົ້າມາໝູ່ບ້ານ. ຍັງມີຊາກສົບຜູ້ເສັຽຊີວິດເປັນຜູ້ຊາຍ 7 ຄົນ ທີ່ຊາວບ້ານໄດ້ພົບ ຢູ່ບ້ານ ນີອອງຢິນ ແລະ ຍັງມີຊາກສົບຂອງຜູ້ຊາຍອີກ 6 ຄົນ ແລະ ຜູ້ຍິງ 3 ຄົນ ຖືກພົບເຫັນ ຢູ່ບ່ອນອື່ນໆອີກ. ຜູ້ເສັຽຊີວິດທັງໝົດຖືກຍິງໃສ່ຫົວ ຈາກທາງດ້ານຫຼັງ.
ຜູ້ເສັຽຊີວິດ 16 ຄົນ ທັງໝົດອາຍຸ ລະຫວ່າງ 30-50 ປີ ແລະ ຍັງບໍ່ມີຂໍ້ມູນຈະແຈ້ງວ່າ ຜູ້ທີ່ຖືກລັກພາໂຕຄົນອື່ນໆ ນັ້ນ ຍັງມີຊີວິດຢູ່ ຫຼືບໍ່.
ທະຫານພະມ້າໄດ້ ກະທຳການທາລຸນ ແລະ ສັງຫານຜູ້ນຳກອງກຳລັງ ປົກປ້ອງປະຊາຊົນໃນລະດັບທ້ອງຖິ່ນ ໃນຊ້ວງທີ່ມີການບຸກລະລາຍໝູ່ບ້ານ ໃນວັນທີ 1 ມີນາ ອີງຕາມຂໍ້ມູນຈາກຊາວບ້ານ. ແຕ່ ໂຄສົກຂອງທະຫານພະມ້າ ທ່ານ ອາຍ ເລັງ ຢູ່ເຂດສະກາງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ທ່ານບໍ່ຮູ້ເລື່ອງນີ້.
ຂໍ້ມູນຈາກນັກຂ່າວ ທີ່ຢູ່ຝ່າຍທະຫານພະມ້າ ເປີດເຜີຍວ່າ ການຕໍ່ສູ້ກັນລະຫວ່າງ ທະຫານພະມ້າ ແລະ ກອງກຳລັງ ປົກປ້ອງປະຊາຊົນ ໄດ້ລະເບີດຂຶ້ນ ຢູ່ບ້ານ ຕາເຕງ ເຂດສະກາງ ໃນວັນທີ 1 ມີນາ, ແລະ ຢູ່ບ້ານ ນີອອງ ຢິນ ໃນວັນທີ 2 ມີນາ ເຊິ່ງມີສະມາຊິກ ກອງກຳລັງປົກປ້ອງປະຊາຊົນ 15 ຄົນຖືກຈັບໂຕ.
ອີງຕາມວີດີໂອ ແລະ ຮູບພາບຂອງຜູ້ຖືກເຄາະຮ້າຍ ທີ່ເຜີຍແຜ່ລົງທາງສື່ສັງຄົມອອນລາຍນ໌, ຊາກສົບຂອງຜູ້ຖືກເຄາະຮ້າຍ ຢູ່ໃນຊຸດພົນລະເຮືອນ ໂດຍສະເພາະນຸ່ງຜ້າສະໂລ່ງ ແລະ ເສື້ອເຊີດ, ແລະ ບາງຄົນກໍຖືກຍິງໃສ່ຫົວ.
ພັກສັນບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ຫຼື NLD ເປັນພັກຂອງຍານາງ ອອງ ຊານ ຊູຈີ ທີ່ຊະນະການເລືອກຕັ້ງທົ່ວໄປ ໃນປະເທດພະມ້າ ຢ່າງຂາດລອຍ ໃນປີ 2020 ທີ່ຜ່ານມາ, ແຕ່ ຕ້ອງຖືກຍຸບໄປໃນທີ່ສຸດ. ພັກ NLD ຂອງພະມ້າ ບໍ່ໄດ້ຄືນມາຈົດທະບຽນ ກັບຄະນະກັມມະການເລືອກຕັ້ງ ທີ່ຖືກແຕ່ງຕັ້ງໂດຍທະຫານພະມ້າ ຜູ້ຍຶດອຳນາດ. ຄະນະກັມມະການເລືອກຕັ້ງ ຂອງທະຫານພະມ້າ ໄດ້ກ່າວວ່າ ມີ 40 ພັກການເມືອງ ຖືກຍຸບ ຍ້ອນວ່າ ເຂົາເຈົ້າບໍ່ກັບມາລົງທະບຽນຄືນໃໝ່ ໃຫ້ເປັນພັກການເມືອງພາຍໃນ 60 ວັນ ອີງຕາມລະບຽບກົດໝາຍໃໝ່ ຂອງທະຫານພະມ້າ.
ຝ່າຍກົງກັນຂ້າມ ແລະ ນັກວິເຄາະ ໄດ້ກ່າວວ່າ ທະຫານພະມ້າ ໄດ້ອອກລະບຽບການເລືອກຕັ້ງໃໝ່ ໃນເດືອນມົກກະຣາ ທີ່ຜ່ານມາ. ມັນເປັນການສນັບສນູນ ພັກການເມືອງ ຂອງທະຫານ ແລະ ສ້າງຄວາມຊອບທັມ ໃຫ້ແກ່ທະຫານພະມ້າເຂົ້າມາໂດຍຜ່ານການເລືອກຕັ້ງ ທີ່ໜ້າອັບອາຍ ແລະ ອັບປະຍົດ.