ອາຊຽນຕ້ອງການສັນຕິ ໃນຂົງເຂດ
2020.12.14
ບັນດາປະເທດອາຊຽນ ຕ້ອງຮັກສາໄວ້ຊຶ່ງສເຖັຽຣະພາບ ແລະ ຄວາມສງົບ ບໍ່ຄວນຕົກເປັນເຫຍື່ອຂອງ ມະຫາອຳນາດຝ່າຍໃດ ຝ່າຍນື່ງ ທີ່ກຳລັງແຊກແຊງ ແລະ ເຊື່ອມຊຶມອິດທິພົນ ທີ່ ສ້າງຄວາມເຄັ່ງຕຶງ ໃນຂົງເຂດໃນທຸກມື້ນີ້ ບັນດາ ຜູ້ນຳອາຊຽນກ່າວ ໃນກອງປະຊຸມ ທາງໄກ ສຸດຍອດອາຊຽນ ວ່າງຫລັງໆມານີ້.
ວຽດນາມ, ໃນນາມເປັນເຈົ້າພາບກອງປະຊຸມດັ່ງກ່າວເວົ້າວ່າ, ຄວາມປອດພັຍໃນຂົງເຂດ ໂດຍສະເພາະ ໃນທະເລຈີນໃຕ້, ຄວາມພຍາຍາມໃນການຕ້ານ ໂຣຄໂຄວິດ-19 ແລະ ການປ່ຽນແປງ ທາງດ້ານເສຖກິດ ເປັນບັນຫາໃຫຍ່ ທີ່ຈະຕ້ອງແກ້ໄຂ.
ທ່ານ ຫງຽນ ຊວນ ຟຸກ, ນາຍົກຣັຖມົນຕຣີວຽດນາມ ກ່າວວ່າ ສເຖັຽຣະພາບ ແລະ ຄວາມປອດພັຍ ໃນຂົງເຂດຖືກຄຸກຄາມ ແລະ ນາບຂູ່ ເກີດຈາກຄວາມຂັດແຍ່ງ ຂອງມະຫາອຳນາດ ທັງຫລາຍ, ໃນການເຊື່ຶອມຊຶມ ອິດທິພົນ ແລະ ກົດດັນ ປະເທດສະມາຊິກ.
ທ່ານວ່າ, ປະເທດໃນຂົງເຂດ ໄດ້ສະແດງອອກເຖິງຈຸດຢືນ ແລະ ຄວາມມຸ້ງຫມັ້ນໃນການເຮັດໃຫ້ ທະເລຈີນໃຕ້ ຊື່ງເປັນເຂດນ່ານນ້ຳ ທີ່ມີຄວາມຂັດແຍ່ງ ກາຍເປັນທະເລ ແຫ່ງ ເສຣິພາບ, ຄວາມສງົບ, ສເຖັຽຣະພາບ ແລະ ປອດພັຍ ໃນການເດີນເຮືອສິນຄ້າ ໃນໂລກ ແລະ ໃນຂົງເຂດ. ຣັຖມົນຕຣີຕ່າງປະເທດວຽດນາມ ເວົ້າວ່າ:
“ອາຊຽນ ຍັງຍຶດຫມັ້ນໃນການເຄົາຣົບນັບຖືກົດຫມາຍນານາຊາດ, ກ່ຽວກັບບັນຫາທະເລຈີນໃຕ້, ປາສຈາກການແຊກແຊງຈາກ ພາກສວ່ນຕ່າງໆ.”
ຄວາມເຄັ່ງຕຶງເພີ້ມຂຶ້ນ ໃນເຂດທະເລຈີນໃຕ້ໃນປີນີ້້, ຍ້ອນຄວາມຂັດແຍ່ງ ແລະ ການເພີ້ມກຳລັງທະຫານ ຣະຫວ່າງ ສອງມະຫາ ອຳນາດຍັກໃຫຍ່ໃນໂລກ ໃນການເຊື່ອມອຳນາດ ແລະ ອິດທິພົນໃນຂົງເຂດ.
ອາຊຽນບໍ່ຄວນຕົກເປັນຕົກເປັນເຫຍື່ອຂອງຝ່າຍໃດຝ່າຍນຶ່ງ, ຄວນເປັນກາງໃນບັນຫາດັ່ງກ່າວ ທ່ານ ໂຈໂກ ໂຈໂກວິ ປະທານາທິບໍດີ ອິນໂດເນເຊັຽ ກ່າວ.
“ທ່ານວ່າ, ພວກເຮົາ ຫລີກລ່ຽງບໍ່ໄດ້ ໃນບັນຫານີ້, ຕ້ອງມີຄວາມຮັບຜິດຊອບໃນການຮັກສາໄວ້, ຊຶ່ງສເຖັຽຣະພາບ ແລະ ຄວາມສງົບ ໃນຂົງເຂດ ທະເລຈີນໃຕ້.”
ທ່ານ ມູຮີດິນ ຢາຮີນ ນາຍົກຣັຖມົນຕຣີມາເລເຊັຽ ກ່າວວ່າ, ການເຂົ້າມາປະຈຳການຂອງເຮືອລົບ ຕ່າງປະເທດ ແລະຂອງຈີນ ໃນ ເຂດທະລເຈີນໃຕ້ ເປັນພັຍນາບຂູ່ ຕໍ່ສເຖັຽຣະພາບ ໃນຂົງເຂດ, ຖ້າມີການປະທະກັນ ຫຼື ມີຄວາມເຂົ້າໃຈຜິດຣະຫວ່າງກັນແລະກັນ ເກີດຂຶ້ນ.
ບັນດາປະເທດອາຊຽນ ຕ້ອງການຢາກໃຫ້ປະເທດຕ່າງໆ, ເຄົາຣົບນັບຖືກົດຫມາຍນານາຊາດ, ກ່ຽວກັບການເດີນເຮືອຢ່າງເສຣີ ໃນເຂດທະເລຈີນໃຕ້ ທີ່ບັນທຶກໄວ້ໃນປີ 1982, ນອກຈາກຈີນແລ້ວ, ທີ່ອ້າງອະທິປະຕັຍໃນທະເລຈີນໃຕ້ກໍຍັງມີອີກ 6 ປະເທດ ອາຊຽນ ເປັນຕົ້ນ; ບຣູນາຍ, ອິນໂດເນເຊັຽ, ມາເລເຊັຽ, ຟິລິປິນ, ໃຕ້ຫວັນ ແລະ ວຽດນາມ. ຈີນ ອ້າງເອົາເກືອບຫມົດເຂດ ນ່ານນ້ຳທະເລຈີນໃຕ້, ວ່າເປັນເຂດຂອງຈີນ.
ເຈົ້່າຫນ້າທີ່ີຣະດັບສູງ ຈາກ ປະເທດສິງກະໂປ ທ່ານນຶ່ງເວົ້າວ່າ:
“ຕາມຄວາມເຫັນຂອງອາຊຽນ, ກັດບັດການເດີນເຮືອ ໃນເຂດທະເລຈີນໃຕ້, ເປັນສິ່ງສຳຄັນ ໃນການແກ້ໄຂບັນຫາດັ່ງກ່າວ, ເປັນຫົນທາງດຽວ ທີ່ຈະນຳມາໃຊ້ໃນການແກ້ໄຂບັນຫາ ທະເລຈີນໃຕ້.”
ກ່ຽວກັບການແກ້ໄຂ ແລະ ຕ້ານບັນຫາໂຄວິດ-19 ຣະບາດ, ບັນດາຜູ້ນຳອາຊຽນທັງຫລາຍ, ໄດ້ຮຽກຮ້ອງໃຫ້ມີການຮ່ວມມືກັນ ໃນການຕ້ານໂຣຄນີ້ ໂດຍເວົ້າວ່າການສິ້ນສຸດ ຂອງ ການຣະບາດໄວຣັສໂຄວິດ-19, ການຊ່ອຍເຫຼືອ ທາງດ້ານມະນຸສທັມ ແລະ ການສົ່ງເສີມເສຖກິດ ມະຫາພາກ ເປັນສີ່ງສຳຄັນ, ທີ່ຫລາຍປະເທດຕ້ອງໃຫ້ຄວາມຮ່ວມມື ຊື່ງກັນ ແລະ ກັນໃນອານາຄົດ.
ແລະວ່າ ຄວາມຮ່ວມມືຊື່ງກັນແລະກັນ ແລະ ການເປັນນຶ່ງດຽວກັນ, ເປັນສິ່ງສຳຄັນໃນການຜ່ານຜ່າອຸປສັກຕ່າງໆ ທີ່ຂົງເຂດ ກຳລັງປະເຊີນຢູ່ໃນປັດຈຸບັນ ແລະ ກໍເປັນຫົນທາງດຽວ ທີ່ພວກເຮົາຄວນກະທຳ ໃນເວລານີ້ ທ່ານ ໂຈໂກວີ ປະທານາທິບໍດີ ອິນໂດເນເຊັຽ ກ່າວ.
“ທ່ານວ່າ, ສເຖັຽຣະພາບແລະຄວາມສງົບໃນຂົງເຂດ, ຮ່ວມກັບການຕ້ານໂຣຄໂຄວິດ-19 ເປັນບັນຫາໃຫຍ່ ທີ່ຈະເປັນພັຍນາບຂູ່ ຕໍ່ເສຖກິດໃນຂົງເຂດໃນອະນາຄົດຂ້າງຫນ້າ, ຖ້າບໍ່ມີການແກ້ໄຂ ແລະ ຄວາມຮ່ວມມື.”
ໃນຂນະທີ່ ປະເທດອິນໂດເນເຊັຽ ມີຄົນຕິດເຊື້່ອໄວຣັສໂຄວິດ-19 ເຖິງ 4 ແສນ ກວ່າກໍຣະນີ, ຫລາຍກວ່າຫມູ່ໃນຂົງເຂດ ແລະ ບັນດາ ປະເທດສະມາຊິກຄູ່ຮ່ວມເຈຣະຈາ ເປັນຕົ້ນ; ຍີ່ປຸ່ນ, ເກົາຫລີໃຕ້, ຈີນ, ອອສເຕຣເຣລັຽ, ນິວຊິແລັນ, ກໍປະກາດວ່າຈະໃຫ້ ການຊ່ອຍເຫຼືອ ປະມານ 10 ລ້ານໂດລາ ໃນບັນຫານີ້, ຍີ່ປຸ່ນ ປະກາດວ່າຈະສ້າງຕັ້ງສູນ ເຫດສຸກເສີນສາທາຣະນະ ເພື່ອປ້ອງກັນ ໂຣຄຣະບາດ ໃນຂົງເຂດ ໃນອານາຄົດ.
ຜູ້ນຳໄທຍ, ທ່ານ ປຣາຢຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທຍເວົ້າວ່າ, ອາຊຽນ ແລະ ຈີນ ຄວນຮ່ວມມືກັນ ໃນການຍົກຣະດັບ ຄວາມປອດພັຍ ດ້ານສຸຂພາບ ຂອງສາທາຣະນະ ແລະ ຜລິດຢາວັກຊິນ, ຕ້ານໂຣຄໂຄວິດ-19 ໃຫ້ເປັນຢາສຳລັບຫມົດທຸກຄົນ ໃນຂົງເຂດ ແລະ ໃນໂລກ.
ເຈົ້າຫນ້າທີ່ ສີງກະໂປ ທ່ານນັ້່ນເວົ້າຕື່ມວ່າ:
“ການສ້າງຄວາມໄວ້ເນື້ອເຊື່ອໃຈ ຊື່ງກັນແລະກັນ, ພວກເຮົາຕ້ອງຮູ້ຈັກກັນແລະໃຫ້ຄວາມຄຸ້ນເຄີຍກັນ ໃຫ້ຫຼາຍກວ່ານີ້ ເຖິງແມ່ນວ່າ ພວກເຮົາຈະມີຄວາມເຫັນ ແຕກຕ່າງກັນ ໃນບັນບັນຫາ ທະເລຈີນໃຕ້ ກໍຕາມ,”
ທ່ານ ລີກີກຽງ ນາຍົກຣັຖມົນຕຣີຈີນ, ໄດ້ສເນີຄວາມຮ່ວມມືກັບບັນດາຜູ້ນຳອາຊຽນ, ໃນການແຜນການສົ່ງເສີມສາທາຣະນະສຸກ ເສຖກິດ, ການຄ້າ ການພົວພັນໃນເຄື່ອຂ່າຍ ອິນເຕິແນັດ ແລະ ການພັທນາທີ່ຍືນຍົງ ທ່ານວ່າ:
“ຈີນ, ຈະພິຈາຣະນາໃຫ້ປະເທດອາຊຽນ, ໄດ້ໃຊ້ຢາວັກຊິນຂອງຈີນ ແລະ ຈະເຮັດໃຫ້ເປັນໄປໄດ້, ບໍ່ວ່າທາງດ້ານປາຣິມານ ແລະ ຄ່າໃຊ້ຈ່າຍໃນການໃຊ້ຢາ ດັ່ງກ່າວ.”
ນັກວິເຄາະເວົ້າວ່າ ທ່ານ ໂຈ ໄບເດິນ, ຈະສືບຕໍ່ໃຊ້ນະໂຍບາຍອັນສຽບຂາດ ໃນບັນຫາທະເລຈີນໃຕ້.
ອີງຕາມຄຳຖແລງ ຈາກ ອະດີດ ຮອງປະທານາທິບໍດີ ສະຫະຣັດ ທ່ານ ໂຈ ໄບເດິນ ແລະ ທີ່ປຶກສາໃກ້ຊິດຂອງທ່ານ, ໃນບັນຫາ ທະເລຈີນໃຕ້ ໃນການໂຄສະນາ ຫາສຽງເລືອກຕັ້ງວ່າ ຈະມີການສືບຕໍ່ຢ່າງສຽບຂາດ, ໃນບັນຫາທະເລຈີນໃຕ້ ແທນທີ່ຈະປ່ຽນ ນະໂຍບາຍ ຂອງສະຫະຣັດ ໃນຣັຖບານຂອງ ທ່ານ ໄບເດິນ.
ແຕ່ກຸ່ມນັກຊ່ຽວຊານເຊື່ອວ່າ, ໃນຣັຖບານຂອງທ່ານ ໄບເດິນ ສະຫະຣັດ ອາດຈະສືບຕໍ່ ທາງດ້ານການທູດ ກັບບັນດາປະເທດອາຊຽນ ຜູ້ທີ່ອ້າງອະທິປະຕັຍ ໃນເຂດນ່ານນ້ຳ ທະເລຈີນໃຕ້ຫລາຍກວ່າ, ຍ້ອນວ່າ ກຸ່ມດັ່ງກ່າວຖືກປະລະ ແລະ ໃຫ້ຄວາມສົນໃຈຫນ້ອຍ ມາເປັນເວລາ 4 ປີ ຜ່ານມາ.
ສຳລັບ ຈີນ, ໃນໄລຍະ 4 ປີ ຜ່ານມາ, ຈີນ ໄດ້ອ້າງອະທິຕັຍເກືອບຫມົດເຂດນ່ານນ້ຳທະເລຈີນໃຕ້, ນະໂຍບາຍໃໝ່ຂອງສະຫະຣັດ ຈະກະຈ່າງແຈ້ງຂຶ້ນ, ຫລັງຈາກ ປະທານາທິບໍດີ ຄົນໃຫມ່ຂຶ້ນ ກຳອຳນາດ ໃນມື້ວັນທີ 20 ເດືອນ ມົກຣາ ປີ 2021.
ທ່ານ Carl Thayer ສາສດາຈານ ມະຫາວິທຍາລັຍ ນິວຊາວເວວ ທີ່ນະຄອນແຄນເບີຣາ ປະເທດອອສເຕຣເລັຽ ກ່່າວວ່າ, ທ່ານບໍ່ຄິດວ່າ ຈະມີການປ່ຽນແປງຣາຍໃຫຍ່ກ່ຽວກັບ ນະໂຍບາຍຂອງສະຫະຣັດ ໃນບັນຫາທະເລຈີນໃຕ້, ແລະວ່າກົນໄກຂອງ ນະໂຍບາຍຍັງຢູ່ ແຕ່ການປະຕິບັດໂຕຈີງນັ້ນ, ອາດຈະມີການປ່ຽນແປງຍ້ອນ ທຣັມ ບໍ່ໄດ້ເປັນ ປະທານາທິບໍດີ ແລ້ວ.
ສະຫະຣັດບໍ່ໄດ້ອ້າງອະທິປະຕັຍ ໃນເຂດນ່ານນ້ຳທະເລຈີນໃຕ້, ແຕ່ສິນຄ້າສະຫະຣັດ ໃນມູນຄ່າປະມານ 208 ຕື້ໂດລາ ຜ່ານເຂດ ນ່ານນ້ຳແຫ່ງນີ້ ໃນແຕ່ລະປີ, ຖ້າຈີນຫ້າມການ ຂົນສົ່ງສິນຄ້າ ຜ່ານເຂດດັ່ງກ່າວ, ຈະສ້າງບັນຫາໃຫ້ຫລາຍປະເທດໃນໂລກ ແລະ ສະຫະຣັດ ຮ່ວມດ້ວຍເສຖກິດໂລກ ຊື່ງເປັນເຂດນ່ານນ້ຳນານາຊາດ ທີ່ທຸກປະເທດສາມາດຜ່ານໄດ້ ໂດຍເສຣີ ໃນໄລຍະຜ່ານມາ.
ທ່ານ Amitav Acharya ສາສດາຈານ ຈາກ ອາເມຣິກັນ University ຢູ່ກຸງວໍຊິຕັນ ເວົ້າວ່າ, ຕາມຈິດສຳນຶກ ຂອງທ່ານ, ທ່ານຄິດວ່າ, ຣັຖບານຂອງທ່ານ ໄບເດິນ ຈະສືບຕໍ່ໃຊ້ ນະໂຍບາຍ ດ້ານທະຫານ ໃນບັນຫາທະເລຈີນໃຕ້ ແລະ ໃຫ້ການຊ່ອຍ ເຫລືອທາງດ້ານເສຖກິດ ແລະ ການທະຫານແກ່ ບັນດາ ປະເທດອາຊຽນ, ຊຶ່ງ ສອງນະໂຍບາຍ ດັ່ງກ່າວເປັນ ນະໂຍບາຍ ໃນສມັຍຣັຖບານຂອງ ທ່ານ ໂອບາມາ, ໃນຂນະທີ່ ທ່ານ ໄບເດັນ ເປັນຮອງ ປະທານາທິີບໍດີ.
ເຈົ້າຫນ້າທີ່ຣະດັບສູງ ຈາກກະຊວງຕ່າງປະເທດຈີນ ເວົ້າວ່າ:
“ກະຊວງຕ່າງປະເທດສະຫະຣັດ ເມີນເສີຍກ່ຽວກັບ ປວັດສາດທີ່ມາ ຂອງ ທະເລຈີນໃຕ້, ຊຶ່ງເປັນການຣະເມີດ ກົດຫມາຍນານາຊາດ, ກ່ຽວກັບ ການອ້າງອະທິປະຕັຍ ໃນເຂດນ່ານນ້ຳ ທະເລຈີນໃຕ້ ຈາກ ບັນດາປະເທດອື່ນ.”
ທ່ານ Amitav Acharya ເວົ້າວ່າ; ສິ່ງທີ່ອາຊຽນຕ້ອງການແມ່ນ, ຢາກໃຫ້ສະຫະຣັດ ສ້າງຄວາມສົມດູນ ທາງດ້ານທະຫານໃນເຂດ ທະເລຈີນໃຕ້, ພົວພັນທາງການທູດ ແລະ ຊ່ອຍເຫລືອ ທາງດ້ານເສຖກິດ ແກ່ອາຊຽນ, ປາສຈາກການໃຊ້ຈິນຕະນາການ ທາງສົງຄາມຕ້ານຈີນ.
ກຸ່ມນັກວິເຄາະເວົ້າວ່າ, ນະໂຍບາຍຂອງສະຫະຣັດ ໃນສມັຍຂອງປະທານາທິບໍດີ ທຣັມ, ແມ່ນໃຫ້ປະເທດ ສະມາຊິກເລືອກຝ່າຍ ໃນບັນຫາທະເລຈີນໃຕ້ ຫລາຍກວ່າ ເພື່ອຮ່ວມກັນ ຕ້ານຈີນ.
ທ່ານວ່າ, ທ່ານ ໄບເດິນ ອາດຈະຟັງ ຄວາມຄິດຄວາມເຫັນ ຂອງຜູ້ນຳອາຊຽນຫລາຍກວ່າ, ໃນການແກ້ໄຂທະເລຈີນໃຕ້ຈະປ່ຽນ ບັນບາກາດໃນບັນຫາທະເລຈີນໃຕ້. ໃນທີ່ສຸດ ເຈົ້າຫນ້າທີ່ ສິງກະໂປ ທ່ານນັ້ນເວົ້າວ່າ:
“ພວກເຮົາໄດ້ຮ່ວມຊ້ອມຮົບ ທາງ ທະເລ ກັບກອງທັບເຮືອ ສະຫະຣັດ, ແລະ ຈີນ ແຕ່ຍັງມີຄວາມຂັດແຍ່ງກັນຢູ່.”
ກ່ຽວກັບຈີນ ແລະ ຜູ້ນຳຈີນ, ທ່ານ ໄບເດິນ ເວົ້າວ່າ, ທ່ານໄດ້ໃຊ້ເວລາຫລາຍຊົ່ວໂມງ ກັບ ຜູ້ນຳຈີນ ໃນຊ່ວງທີ່ທ່ານເປັນຮອງ ປະທານທິບໍດີ, ທ່ານເຂົ້່າໃຈດີວ່າ ສະຫະຣັດ ຄວນເຮັດ ແນວໃດກັບຈີນ ແລະ ສີ່ງທີ່ມີປະສິດທິຜົລ ທີ່ຄວນເຮັດກໍແມ່ນ, ສ້າງຕັ້ງພັນທະມິດໃຫ້ຫນຽວແຫນ້ນ ໃນການຕ້ານນິສັຍລຸກລ້ຳ ຂອງຈີນ ໃນບັນຫາຕ່າງໆ ທີ່ຮ່ວມດ້ວຍການຣະເມີດ ສິດທິມະນຸດ.
ທ່ານ Antony Blinken ຫົວຫນ້າ ດ້ານນະໂຍບາຍ ຕ່າງປະເທດ ສະຫະຣັັດ, ທີໃຫ້ຄຳປຶກຫາ ທ່ານ ໄບເດິນ ເວົ້່າວ່າ, ບັນຫາ ທ້າທາຍຣາຍໃຫຍ່ ຕໍ່ປະເທດສະມາຊິກອາຊຽນ ທາງດ້ານ ເສຖກິດ ເທັກໂນໂລຈີ ການທະຫານ ແລະ ການທູດ ສະຫະຣັດ ຕ້ອງການຄວາມເປັນນຶ່ງດຽວ ຂອງປະເທດສະມາຊິກອາຊຽນ ຢູ່ເບື້ອງຫລັງ, ເພື່ອສ້າງຄວາມແຂງແກ່ນ ໃນການຕ້ານຈີນ.
ແຕ່ເຖິງຢ່າງໃດກໍຕາມ ບັນດາຜູ້ນຳອາຊຽນ ຍັງຕ້ອງການສເຖັຽຣະພາບ ຄວາມສງົບ ແລະ ຄວາມປອດພັຍ ໃນຂົງເຂດ, ປາສຈາກສົງຄາມ ແລະ ຄວາມຂັດແຍ່ງ ຣະຫວ່າງ ປະເທດ ມະຫາອຳນາດທັງຫລາຍ ຍ້ອນເປັນບົດຮຽນມາແລ້ວ ໃນອະດີດ, ເປັນຕົ້ນ ສົງຄາມວຽດນາມ ແລະ ຄວາມຂັດແຍ່ງ ດ້ານລັດທິການເມືອງ ແລະ ບັນຫາອື່ນໆ ທີ່ຫລາຍປະເທດ ສະມາຊິກອາຊຽນ ຢາກຫລົງລືມ.