ຫຼາຍປະເທດຍັງຣະເມີດ ສິດທິມະນຸດ
2021.04.17
ອົງການນິຣະໂທດກັມສາກົລ ອອກບົດຣາຍງານປະຈຳປີ 2020 ວ່າຫຼາຍປະເທດໃນໂລກ ຍັງຣະເມີດສິດທິມະນຸດ ແລະສິດເສຣີພາບ ຂອງປະຊາຊົນ ຕົນເອງຫຼາຍຢູ່ ໃນນັ້ນຫຼາຍປະເທດ ແມ່ນຢູ່ອາຟຣິກາ, ອາເມຣິກາກາງ, ເອເຊັຽຕາເວັນອອກ, ເອເຊັຽໃຕ້ ແລະເອເຊັຽ ປາຊິຟິກ.
ສຳລັບເອເຊັຽ-ປາຊິຟິກ ບົດຣາຍງານຣະບຸວ່່າ ປະເທດທີ່ມີການຣະເມີດ ສິດທິມະນຸດຣາຍໃຫຍ່ ກໍແມ່ນຈີນ, ເກົາຫຼີເໜືອ, ພະມ້າ, ກຳພູຊາ ແລະວຽດນາມ. ນັກເຄື່ອນໄຫວ ດ້ານສິດທິມະນຸດ ແລະ ປະຊາທິປະຊາທິປະຕັຍໃນຂົງເຂດ ນາງນຶ່ງກ່່າວວ່າ:
“ອົງການສະຫະປະຊາຊາດ ຊຶ່ງເປັນຜູ້ຮ່າງກົດໝາຍ ກ່ຽວກັບການ ປະຕິບັດຕໍ່ສິດທິມະນຸດໃນໂລກ ຜູ້ທຳອິດຄວນກົດດັນ ປະເທດ ທີ່ຣະເມີດສິທິດມະນຸດ ແລະ ສະມາຊິກ ສະຫະປະຊາຊົນ ໃຫ້ເຄົາຣົບນັບຖື ກົດບັນຍັດ ສະຫະປະຊາຊາດ ດ້ານສິດທິ ມະນຸດ ຢ່າງຈິງຈັງ.”
ສຳລັບປະເທດຈີນ ບົດຣາຍງານ ຣະບຸວ່າ ໃນຊ່ວງໂຄວິດ-19 ຣະບາດ ຊຶ່ງຈີນເປັນປະເທດທຳອິດ ທີ່ພົບເຫັນການຣະບາດ ຢູ່ແຂວງ ຮູນານ ທາງການຈີນ ໄດ້ປິດຂ່າວການຣະບາດ ຂອງໂຄວິດ-19 ຫ້າມນາຍແພດ ນາງພະຍາບານ ແລະເຈົ້າໜ້າທີ່ ສາທາຣະນະສຸຂ ແລະຊາວຈີນ ອອກຂ່າວກ່ຽວກັບເຣື້ອງນີ້.
ນາຍແພດແລະນາງພຍາບານ ຜູ້ທີ່ຣະເມີດຄຳສັ່ງ ຫຼາຍຄົນຖືກຈັບ ແລະຖືກລົງໂທດນຶ່ງໃນນັ້ນ ກໍແມ່ນນາຍແພດ LI WENLIANG ບາງຄົນຖືກຂ້າ ແລະ ຖືກບັງຄັບໃຫ້ຫາຍສາບສູນ.
ນອກຈາກນັ້ນທາງການຈີນ ຍັງໄດ້ຄວບຄຸມແຫຼ່ງຂ່າວຕ່າງໆ ຮວມທັງ ອອກຄຳສັ່ງຈຳກັດບໍຣິເວນ ຫ້າມປະຊາຊົນ ເຄື່ອນຍ້າຍໄປ-ມາ ແບບເສຣີພາບ ຫຼືວ່າ LOCKDOWN ເປັນເວລາຫຼາຍເດືອນ.
ການຈັບກຸມ ການເຂັນຂ້າ ແລະການຈຳກັດ ສິດທິຂອງປະຊາຊົນ ຍັງສືບຕໍ່ໄປໃນຈີນ ໃນນັ້ນ ຮ່ວມດ້ວຍ ການຈັບກຸມ ແລະ ກັກຂັງ ຊາວວິກເກີ ຫຼາຍຍພັນຄົນ ໃນສູນກັກຂັງ ຫຼືສູນດັດສ້າງ ແບບບັງຄັບ, ການຈຳກັດບໍຣິເວນຊາວຕິເບດ ແລະການໃຈ້ແຍກຊາວຈີນ ຫັນກັບຊົນເຜົ່າອື່ນໆ ທີ່ແຂວງຊີນເຈັຽ, ຄວາມເຫລື່ອມລ້ຳຕ່ຳສູງ ຣະຫວ່າງຊົນເຜົ່າອື່ນໃນຈີນ ກັບຄົນຈີນ.
ສິດທິການປາກເວົ້າ ການສະແດງອອກ ການຊຸມນຸມປະທ້ວງໃນຈີນ ຮ່ວມທັງສິດທິການຟັງຂ່າວເສຣີ ຫຼືຂ່າວເອກະຣາດ ໃນເຄື່ອຄ່າຍ ອິນເຕີແນຕໃນຈີນ ຖືກຫ້າມໝົດ ຜູ້ໃດຜ່າຝືນ ຈະຖືກລົງໂທດຢ່າງໜັກ ຫຼາຍຄົນຖືກສ່ົງໄປສູນດັດສ້າງເປັນເວລາຫຼາຍປີ ແລະຫຼາຍຄົນ ກໍເສັຽຊິວິດຢູ່ທີ່ນັ້ນ.
ນອກຈາກນັ້ນ ຈີນຍັງໄດ້ແຊກແຊງ ເຂົ້າໃນກິຈການພາຍໃນຂອງຮົງກົງ ທີ່ຣະເມີດສັນຍາກັບອັງກິດ ທີ່ໄດ້ຕົກລົງກັນ ກ່ອນໂອນຮົງກົງ ໃຫ້ແກ່ຈີນວ່າ ໃຫ້ຮົງກົງເປັນເອກະຣາດ ປົກຄອງແບບ ປະຊາທິປະຕັຍເໝືອນເດີມ ຕາມທີ່ອັງກິດປົກຄອງມາ ແຕ່ຈີນຣະເມີດ ຄຳສັນ ຍາ ດັ່ງກ່າວ ດ້ວຍການຈັບກຸມ ກຸ່ມຕໍ່ສູ້ເພືຶ່ອປະຊາທິປະຕັຍ, ກຸ່ມນັກວິຊາການ, ກຸ່ມນັກສຶກສາ ແລະບຸກຄາຣາກອນ ຮົງກົງຫຼາຍຄົນ ຜູ້ຕໍ່ຕ້ານຈີນເຂົ້າຄຸກ ຫຼາຍຄົນຄົນໄດ້ໂຕນຫນີໄປຢູ່ຕ່າງປະເທດ ຈີນ ຍັງໄດ້ໃຊ້ກົດໝາຍ ຈີນ ມາບັງຄັບຊາວຮົງກົງ ໃຫ້ປະຕິບັດຕາມ ແລະ ປ່ຽນການປົກຄອງຮົງກົງ ມາເປັນການປົກຄອງ ແບບຜະເດັດການຂອງຈີນ.
ຮ້າຍໄປກວ່ານັ້ນ ຈີນ ຍັງໄດ້ນາບຂູ່ໄຕ້ຫວັນ ຊຶ່ງເປັນປະເທດເອກະຣາດ ທີ່ປົກຄອງແບບຣະບອບ ປະຊາທິປະຕັຍ ຈີນຕ້ອງການເອົາ ໄຕ້ຫວັນ ເປັນແຂວງນຶ່ງຂອງຈີນ ດ້ວຍການນາບຂູ່ ຈະໃຊ້ອາວຸດແລະທຳສົງຄາມ ກັບໄຕ້ຫວັນ ຖ້າໄຕ້ຫວັນ ຍັງຄັດຄ້ານຄວາມຕ້ອງ ການຂອງຈີນ.
ສຳລັບປະເທດ ເກົາຫຼີເໜືອ ທີ່ປົກຄອງໂດຍ ຜູ້ນຳຜະເດັດການ ທ່ານ ກິມຈົງອຸນ, ໃນຊ່ວງໂຄວິດ-19 ຣະບາດ ທາງການເກົາຫຼີເໜືອ ໄດ້ຈໍາກັດສິດເສຣີພາບ ຂອງປະຊາຊົນເພີ້ມຂຶ້ນ ຊຶ່ງຜ່ານມາ ປະຊາຊົນເກົາຫຼີເໜືອ ກໍຖືກຈຳກັດສິດ ເສຣີພາບຢູ່ແລ້ວ ເປັນຕົ້ນ ສິດທິ ການເຄື່ອນທີ່, ການປາກເວົ້າ ການສະແດງອອກ ແລະ ການຮັບຟັ ງຂ່າວສານເອກະຣາດ ປະເພດຕ່າງໆ ໃນເຄື່ອຄ່າຍອິນເຕີແນດ ໃນເກົາຫຼີເໜືອຖືກຫ້າມໝົດ.
ໃນຂນະທີ່ ປະຊາຊົນຫຼາຍລ້ານຄົນ ຕົກຢູ່ໃນພາວະການຂາດອາຫານການກິນ ອຶດຫິວ ຂາດທຸກຢ່າງ ຣັຖບານເກົາຫຼີເໜືອ ຍັງບັງຄັບ ໃຫ້ປະຊາຊົນ ອອກແຮງງານ ຫຼາຍຄົນຝ່າຝືນ ຖືກຈັບໃສ່ຄຸກ ແລະຖືກທາຣຸນ ທີ່ສະຖານທີ່ກັກຂັງຕຳຣວດ ແລະໃນຄຸກ.
ເກົາຫຼີເໜືອຍັງກີດກັ້ນ ການເຂົ້າໄປສັງເກດການ ຂອງເຈົ້າຫນ້າທີ່ສຫະປະຊາຊາດ ດ້ານສິດທິມະນຸດນຳອີກ. ການນາບຂູ່ ການຈັບກຸມ ແລະການທາຣຸນປະຊາຊົນ ຍັງສືບຕໍ່ໄປ ໃນເກົາຫຼີເໜືອ ເຮັດໃຫ້ຊາວເກົາຫຼີເໜືອ ຫຼາຍຄົນໂຕນຫນີຈາກປະເທດ ແລະບາງຄົນກໍຖືກ ຈັບສົ່ງກັບເກົາຫຼີເໜືອ ແລ້ວຖືກສັງຫານ.
ການຣະເມີດທາງເພດ ແລະການປະຕິບັດຕໍ່ແມ່ຍິງ ຍັງມີຫຼາຍຢູ່ໃນເກົາຫຼີເໜືອ ຕາມຣາຍງານ ຄົນເກົາຫຼີເໜືອທີ່ໂຕນໜີ ມາລີ້ພັຍ ຢູ່ ເກົາຫຼີໄຕ້ 70 ເປີເຊັນ ແມ່ນແມ່ຍິງ ຍ້ອນທົນຕໍ່ການ ຂົ່ມເຫັງທາງເພດ ໃນເກົາຫຼີເໜືອ ຈາກເຈົ້າຫນ້າທີ່ຣັດບໍ່ໄດ້ ແລະບາງຄົນ ຂ້າ ໂຕເອງຕາຍ.
ສຳລັບປະເທດເອເຊັຽ ຕາເວັນອອກສ່ຽງໄຕ້ ບົດຣາຍງານ ຣະບຸວ່າ ປະເທດທີ່ຣະເມີດ ສິດທິມະນຸດຣາຍໃຫຍ່ ກໍມີພະມ້າ, ກຳພູຊາ ແລະວຽດນາມ.
ສຳລັບປະເທດພະມ້າ ບົດຣາຍງານ ເວົ້າວ່າ ຣັຖບານຜະເດັດການ ທະຫານພະມ້າ ໄດ້ທຳການຈັບກຸມ ເຂັນຂ້າ ປະຊາຊົນພະມ້າຢູ່ ເປັນຕົ້ນ ໃນປັດຈຸບັນ ກໍແມ່ນເຫດຄວາມວຸ້ນວາຍ ເກີດຈາກ ການຣັຖປະຫານ ຂອງກຸ່ມທະຫານໃນພະມ້າ ເຮັດໃຫ້ມີການຈັບກຸມ ຜູ້ປະທ້ວງ ແລະ ຜູ້ປະທ້ວງຫຼາຍຄົນ ກໍເສັຽຊີວິດ ຍ້ອນການຍິງ ຂອງກຸ່ມທະຫານ ໜ່ວຍຮັກສາຄວາມປອດພັຍ ຂອງຣັຖບານ.
ຣັຖບານພະມ້າ ໄດ້ອອກຄຳສ່ັງຫ້າມການເຄື່ອນທີ່ ຂອງປະຊາຊົນ, ຫ້າມການປະທ້ວງ ຈຳກັດສິດທິການປາກເວົ້າ ການຊຸມນຸມ ແລະ ການອອກຂ່າວ ທີ່ບໍ່ເປັນຄວາມຈິງ ຫຼືຂ່າວທີ່ຜິດ ຈາກແຫຼ່ງຂ່າວຂອງຣັຖບານ ໃນຊ່ວງໂຄວິດ-19 ຣະບາດ ແລະ ໃນໄລຍະການຣັຖ ປະຫານ ແລະ ໄລຍະໃດກໍຕາມ.
ກຸ່ມຕໍ່ສູ້ເພື່ອປະຊາທິປະຕັຍ ສິດທິມະນຸດ ແລະ ອົງການເອກະຣາດກຸ່ມນັກຂ່າວ ຖືກກີດກັ້ນ ແລະເຈົ້າຫນ້າທີ່ ພະນັກງານອົງການ ດັ່ງກ່າວ ຫຼາຍຄົນຖືກຈັບ ແລະ ຖືກ ທາຣຸນໃນຄຸກ ຫຼືໃນທີ່ກັກຂັງຂອງຕຳຣວດ. ເຈົ້າຫນ້າທີ່ ພົລເຮືອນຫຼາຍຄົນ ຮ່ວມດ້ວຍ ຍານາງ ອອງຊານຊູຈີ້ ຜູ້ນຳພົລເຮືອນ ໃນພະມ້າກໍຖືກຈັບ.
ນອກຈາກນັ້ນ ກຸ່ມຜູ້ນຳທະຫານພະມ້າ ຍັງເຂັນຂ້າຊາວໂຮຮີນຢາ ຢູ່ແຄ້ວນຣາໄຄ່ ເຮັດຫຼາຍຊາວໂຣຮີນຢາ ຫຼາຍໝື່ນຄົນໂຕນໜີ ໄປລີ້ພັຍ ຢູ່ປະເທດບັງຄຣາເທດ ຫຼາຍຄົນຖືກຈັບກຸມ ຖືກຂ້າ ແລະ ແມ່ຍິງບາງຄົນ ຖືກຂົ່ມຂືນທາງເພດ ຈາກກຸມທະຫານພະມ້າ.
ກ່ຽວກັບການຣະເມີດສິດທິມະນຸດ ໃນພະມ້າ. ເຈົ້າຫນ້າທີ່ອົງການຕ່າງຊາດ ນາງນຶ່ງເວົ້າວ່າ:
“ຕາມການຄາດຄະເນແບບເຜິນໆ ພົບວ່າ ຢ່າງນ້ອຍ ມີຊາວໂຣຮີນຢາ ຖືກຂ້າກວ່າ 10 ພັນຄົນ ແລະ ແມ່ຍິງ ຫຼາຍຄົນ ຖືກຂົ່ມຂືນທາງເພດ ຈາກກຸ່ມທະຫານພະມ້າ.”
ສຳລັບປະເທດກຳພູຊາ ທີ່ປົກຄອງໂດຍທ່ານ ຮຸນເຊັນ ນາຍົກຣັຖມົນຕຣີ ກຳພູຊາ ທ່ານໄດ້ໃຊ້ກົດໝາຍກ່ຽວກັບ ການຈຳກັດສິດທິ ພົລເຮືອນ ແລະ ສິດທິ ທາງດ້ານການເມືອງ ໃນກຳພູຊາ ມາແຕ່ປີ 2017 ປັດຈຸບັນ ເຄັ່ງຄັດຂຶ້ນກວ່າເກົ່າ ໂດຍຈະບໍ່ມີອະນຸຍາດ ໃຫ້ມີການຊຸມນຸມ ຮຽກຮ້ອງຄວາມເປັນທັມ, ສິດທິການສະແດງອອກ, ສິດທິການປະທ້ວງ, ສິດທິການອອກຄວາມເຫັນ ແລະ ສິດທິ ປະຊາທິປະຕັຍ ປະເພດຕ່າງໆ ຂອງປະຊາຊົນ ຊາວກຳພູຊາ.
ການຮ່ວມການເລືອກຕັ້ງ ຈາກສະມາຊິກພັກຝ່າຍຄ້ານ ຂອງງທ່ານ ຊຳຣັງສີ ຖືກຫ້າມ ຣະເມີດຖືກຈັບ ແລະຖືກລົງໂທດ ເຮັດໃຫ້ ສະມາຊິກ ຂອງພັກຝ່າຍຄ້ານ ຫຼາຍຄົນໂຕນໜີໄປລີ້ພັຍ ຢູ່ຕ່າງປະເທດ ຮ່ວມດ້ວຍປະທານພັກ ທ່ານ ຊຳຣັງສີເອງ.
ຜູ້ຕໍ່ສູ້ເພື່ອປະຊາທິປະຕັຍ ໃນກຳພູຊາ ຈາກອົງການເອກະຣາດ ກຸ່ມນັກຂ່າວ ແລະອົງການທີ່ບໍ່ຂຶ້ນກັບຣັຖບານ ແລະໂຕແທນ ຂອງ ປະຊາຊົນ ກຳພູຊາ ຫຼາຍຄົນຖືກຈັບ ຮ່ວມດ້ວຍ ສະມາຊິກພັກຝ່າຍຄ້ານ. ນັກຊ່ຽວຊານ ດ້ານສິດທິມະນຸດ ນາງນຶ່ງເວົ້າວ່າ:
“ຍານາງວ່າ ສະຫະປະຊາຊາດ ຄວນຂວ້າມບາດ ທ່ານ ຮຸນເຊັນ ຜູ້ທີ່ທັບມ້າງ ຣະບອບປະຊາທິປະຕັຍ ໃນກຳພູຊາ.”
ສຳລັບປະເທດວຽດນາມ ບົດຣາຍງນ ຣະບຸວ່າ ຣັຖບານວຽດນາມ ທ່ານຫງຽນພູຈອງ ປະທານປະເທດ ວຽດນາມ ແລະ ທ່ານ ຫງຽນ ຊວນຟຸກ ນາຍົກຣັຖມົນຕຣີວຽດນາມໄດ້ໃຊ້ມາຕການ ຈັບກຸມປະຊາຊົນແບບບັງຄັບ ຕໍ່ຜູ້ຕໍ່ສູ້ເພື່ອສິດທິມະນຸດ, ສິດທິປະຊາທິປະຕັຍ, ສິດທິການປາກເວົ້າ ການສະແດງຄວາມຄິດເຫັນ ໃນເຄື່ອຄ່າຍອິນເຕີແນດ ເພີ້ມຂຶ້ນ, ດ້ວຍການໃຊ້ກົດໝາຍດ່ັງກ່າວ ເຮັດໃຫ້ມີການ ຈັບກຸມຜູ້ຕໍ່ຕ້ານຣັຖບານ ຫຼາຍຄົນຖືກຈັບ ຖືກຕັດສິນລົງໂທດ ໃສ່ຄຸກເປັນເວລາຫຼາຍປີ ບາງຄົນຖືກຕູ່ຫາ ໃນຄະດີຈິດສຳນຶກ ແລະ ຄະດີນັກໂທດການເມືອງ.
ນອກຈາກນັ້ນ ກໍມີກຸ່ມລົງຂໍ້ຄວາມ ໃນເຄື່ອຄ່າຍອິເຕີແນດ ໂຈມຕີຣັຖບານ, ກຸ່ມອອກຄໍາເຫັນສວນທາງກັບຣັຖບານ ແລະກຸ່ມໜັງສືພິມ ເອກະຣາດ ຫຼາຍຄົນຖືກຈັບ ແລະ ຖືກລົງໂທດຢ່າງໜັກ ບາງຄົນໃຊ້ວິທີອົດອາຫານໃນຄຸກ ເພື່ອປະທ້ວງຄວາມເປັນທຳ ຈາກຣັຖບານ ຫຼາຍຄົນຖືກທາຣຸນໃນຄຸກ ແລະ ໃນທີ່ກັກຂອງຕຳຣວດ ການຕັດສິນຄະດີ ໃນສານວຽດນາມ ກໍບໍ່ເປັນໄປຕາມຂະບວນການຍຸດຕິທັມ ບໍ່ມີທະນາຍຄວາມປະກັນ ແລະ ບໍ່ມີການໃຫ້ການ ຈາກຝ່າຍຈຳເລີຍ ໃນຄະດີຂອງຕົນ ທີ່ຖືກຕູ່ຫາ ຈາກຝ່າຍຣັຖບານ.
ສຳລັບ ສປປ ລາວ ແລ້ວ ບໍ່ມີຣາຍຊື່ ໃນບົດຣາຍງານ ປີນີ້ ແຕ່ລາວ ຣັຖບານລາວ ຍັງຣະເມີດສິດທິ ຂັ້ນພື້ນຖານຂອງປະຊາຊົນ ຂອງຕົນຫຼາຍຢູ່ ເປັນຕົນສິດທິ ການປາກເວົ້າ ການສະແດງອອກ ການຊຸມນຸມ ແລະການຮຽກຮ້ອງຄວາມເປັນທຳ ຫຼາຍຄົນຖືກຈັບ ແລະຖືກຕັດສິນ ຈຳຄຸກເປັນເວລາຫຼາຍປີ ເປັນຕົ້ນ ນາງມ້ວຍ ແລະຄົນງານລາວສາມຄົນ ຈາກປະເທດໄທຍ.