ຜົນດີຜົນຮ້າຍ ປະຊາຄົມ ເສຖກິດອາຊຽນ
2013.04.17

ປະຊາຄົມ ເສຖກິດ ອາຊຽນ ຫລື AEC ຈະນໍາມາ ຊຶ່ງການ ປ່ຽນແປງ ທີ່ດີຕ່າງໆ ແຕ່ ພ້ອມດຽວກັນ ກໍຈະເຮັດໃຫ້ ອາສຍາກັມ ຂ້າມຊາດ ທີ່ມີການ ຈັດຕັ້ງສູງ ນັ້ນ ຂຍາຍຕົວ ເຊັ່ນກັນ.
ຣາຍງານ ຂອງອົງການ ຕ້ານ ຢາເສບຕິດ ແລະ ອາສຍາກັມ UNODC ວ່າ ການເປັນ ປະຊາຄົມ ເສຖກິດອາຊຽນ ຈະມີຂັ້ນຕອນ ການຄ້າ ແລະ ພາສີຕ່າງໆ ກົມກຽວກັນ ຢ່າງມີ ມາຕຖານ ແລະ ງ່າຍຂຶ້ນ ແຕ່ ຈະອໍານວຍ ໃຫ້ກຸ່ມ ອາສຍາກັມ ສວຍໃຊ້ ການຕິດຕໍ່ ຄົມນາຄົມ ທີ່ຖືກ ປັບປຸງ ໃຫ້ດີຂຶ້ນນັ້ນ ເພື່ອລັກລອບ ລໍາລຽງ ນໍາສິ່ງ ຜິດກົດໝາຍ ຜ່ານຊາຍແດນ ໃນພາກພື້ນ ແລະ ອອກນອກ ພາກພື້ນ.
ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງ ມີຍຸທສາດ ຣະຫວ່າງ ປະເທດ ໂດຍສົ່ງເສີມ ການເປັນຄູ່ ຮ່ວມຂ້າມແດນ ແລະ ພັທນາຕາໜ່າງ ທີ່ສນັບສນູນ ການຈັດຕັ້ງ ຂ້າມຊາຍແດນ ເພື່ອຄວາມເປັນທັມ ອັນມີທັງ ການສົ່ງເສີມ ຮ່ວມກວດກາ ຊາຍແດນ ຣະດັບ ພາກພື້ນ ການຊ່ວຍເຫລືອ ກັນ ທາງດ້ານ ກົດ ໝາຍ ການສົ່ງ ຜູ້ຮ້າຍ ຂ້າມແດນ ຮວມຢູ່ດ້ວຍ. ນັ້ນກໍເພື່ອ ຫລຸດຜ່ອນ ການເຕີບໂຕ ຂອງ ແຫລ່ງທີ່ວ່າ ປອດພັຍ ສໍາລັບ ອາສຍາກັມ ທີ່ມີການ ຈັດຕັ້ງສູງ.
ຣາຍງານ UNODC ປະເມີນວ່າ ອັນທີ່ ສ້າງເງິນໄດ້ ຫລາຍທີ່ສຸດ ສໍາລັບ ກຸ່ມກໍ່ ອາສຍາກັມ ໃນເຂດ ເອເຊັຽ ຕາເວັນອອກ ແລະ ປາຊີຟິກ ຄືການຄ້າ ສິນຄ້າປອມ ຜິດກົດໝາຍ, ຜລິຕພັນໄມ້ ຜິດກົດໝາຍ, ເຮໂຣອີນ, ຢາບ້າ, ຢາປອມ ປົວພຍາດ ແລະ ສິ່ງເສດເຫລືອ ອີເລັກໂຕຣນິກ ປອມ.