ລາວຍິນດີປະຕິບັດ ມາຕການ ອາຊຽນ

ຈໍາປາທອງ
2020.04.15
F-Asean ກອງປະຊຸມສຸດຍອດ ທາງໄກ (Video Conference) ສມັຍພິເສດ ຂອງຜູ້ນໍາອາຊຽນ ແລະກອງປະຊຸມສຸດຍອດ ສມັຍພິເສດ ຜູ້ນໍາອາຊຽນ +3 (ຈີນ, ເກົາຫລີໃຕ້ ແລະ ຍີ່ປຸ່ນ) ກ່ຽວກັບການຣະບາດ ຂອງໂຄວິດ-19 ໄດ້ຈັດຂຶ້ນ ໃນມື້ວັນທີ 14 ເມສາ 2020.
This handout photo from the Thai Royal Government taken and released on April 14, 2020

ລາວ ພ້ອມທີ່ຈະໃຫ້ຂໍ້ມູນ-ຂ່າວສານ ແລະການປະຕິບັດ ມາດຕະການປິດປະເທດຊົ່ວຄາວ ເພື່ອຄວບຄຸມ ແລະປ້ອງກັນການຣະບາດຂອງ ໂຄວິດ-19 ຮ່ວມກັບອາຊຽນ.

ກອງປະຊຸມສຸດຍອດທາງໄກ (Video Conference) ສມັຍພິເສດຂອງຜູ້ນໍາອາຊຽນ ແລະກອງປະຊຸມສຸດຍອດສມັຍພິເສດຜູ້ນໍາອາຊຽນ +3 (ຈີນ, ເກົາຫລີໃຕ້ ແລະຍີ່ປຸ່ນ) ກ່ຽວກັບການແຜ່ຣະບາດຂອງ ໂຄວິດ-19 ໄດ້ຈັດຂຶ້ນໃນມື້ວັນທີ 14 ເມສາ 2020 ຊຶ່ງທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ເຂົ້າຮ່ວມ.

ຕໍ່ກອງປະຊຸມ ທ່ານ ທອງລຸນ ໄດ້ກ່າວວ່າ ປະເທດລາວ ມີຄວາມພ້ອມທັງໃນດ້ານມາດຕະການ ສະກັດກັ້ນ ເຝົ້າຣະວັງ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕໍ່ສູ້ກັບເຊື້ອໄວຣັສ ໂຄວິດ-19 ເປັນຕົ້ນ ການສະກັດກັ້ນການເຄື່ອນຍ້າຍ ຂອງພົລເມືອງ ທັງພົລເມືອງລາວ ແລະຕ່າງປະເທດດ້ວຍການໂຈະ ການເດີນທາງເຂົ້າ-ອອກປະເທດ, ປິດສະຖາບັນການສຶກສາ ທຸກຣະດັບ, ສະຖານທີ່ບໍຣິການທຸກ ປະເພດ, ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ ແລະຫລີກລ້ຽງການຊຸມນຸມ.

ໃນກອງປະຊຸມ ບັນດາຜູ້ນໍາອາຊຽນ ໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະມາດຕະການຂອງແຕ່ລະປະເທດ ສະມາຊິກ ເພື່ອຮັບມື ແລະຕອບໂຕ້ຢ່າງທັນການ ຕໍ່ການຣະບາດຂອງ ໂຄວິດ-19 ແລະໃຫ້ແຕ່ລະປະເທດຮ່ວມມືກັນປະຕິບັດ ມາຕການໃນແນວທາງ ດຽວກັນ ຊຶ່ງປະເທດລາວ ກໍສນັບສນູນ, ດັ່ງເຈົ້າໜ້າທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມໄວຣັສ ໂຄວິດ-19 ກ່າວ ໃນມື້ວັນທີ 15 ເມສາ ນີ້ວ່າ:

“ຊ່ວຍກັນຫັ້ນແລ້ວ ບໍ່ຊ່ວຍກັນກໍຄາຄືກັນແລ້ວ ເຮົາກະດາຍ. ສົມມຸດວ່າບໍ່ໄດ້ຮັບການຊ່ວຍເຫລືອ ຈາກບັນດາຕ່າງປະເທສກະດາຍ ຕ້ອງໄດ້ ພ້ອມກັນປາບປາມ. ຄັນຣັຖບານ ເພິ່ນບໍ່ຊ່ວຍ ຈັກສິເຮັດຈັງໃດ ສົມມຸດຫັ້ນນ່າ ໃຫ້ຂໍ້ມູນຂ່າວສານ ເຂົາມີຫຍັງມາເຮົາກະຣາຍງານສະພາບ ໃຫ້ເຂົາ, ຊ່ວຍເຂົາ.”

ທ່ານກ່າວຕື່ມວ່າ ໄລຍະຜ່ານມາ ຕ້ອງສັລເສີນບັນດາ ປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໃຫ້ການຊ່ອຍເຫລືອທັງທາງ ດ້ານບຸຄລາກອນ ແລະອຸປກອນການແພດແກ່ປະເທດລາວ ເຮັດໃຫ້ ລາວ ສາມາດຄວບຄຸມ ແລະປ້ອງກັນການແຜ່ຣະບາດຂອງ ໄວຣັສ ໂຄວິດ-19 ໄດ້ເປັນຢ່າງດີ ເມື່ອທຽບໃສ່ປະເທດອື່ນໆ ທີ່ມີຜູ້ຕິດເຊື້ອຫລາຍຮ້ອຍຄົນ.

ສໍາລັບປະເທດໄທ ທ່ານ ປຣະຢຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທ ກໍກ່າວຕໍ່ກອງປະຊຸມນັ້ນ ຕອນນຶ່ງວ່າ ການແຜ່ຣະບາດ ຂອງໄວຣັສ ໂຄວິດ-19 ເປັນການຣະບາດ ທີ່ຮ້າຍແຮງ ແລະໜັກຂຶ້ນນັບມື້ ແລະຍັງ ສົ່ງຜົລກະທົບຕໍ່ເສຖກິດ ແລະຊີວິດການເປັນຢູ່ ຂອງປະຊາຊົນ ດັ່ງທີ່ທ່ານກ່າວວ່າ:

“ສະຖານະການ ການແຜ່ຣະບາດໂຄວິດ-19 ໄດ້ທະວີຄວາມຮຸນແຮງຂຶ້ນທົ່ວໂລກ. ນອກຈາກຈະຂ້າຊີວິດ ແລະບັ່ນທອນສຸຂພາບ ຂອງ ປະຊາຊົນແລ້ວ ຍັງສົ່ງຜົລກະທົບ ຕໍ່ເສຖກິດ ແລະສັງຄົມອີກດ້ວຍ ທີ່ເຮົາ ຈະຕ້ອງຮ່ວມມືກັນ ເພື່ອປ້ອງກັນໃຫ້ອາຊຽນ ບໍ່ໃຫ້ກາຍເປັນ ສູນກາງ ຂອງການແຜ່ຣະບາດ ຂອງໂຄວິດ-19 ຮວມທັງເຮົາຈະຕ້ອງຮ່ວມມືກັນ ຫາແນວທາງໃນການ ບັນເທົາຜົລກະທົບ ດ້ານເສຖກິດ ແລະ ສັງຄົມ ຢ່າງຮອບດ້ານ.”

ອີງຕາມຣາຍງານ ຂອງກະຊວງການຕ່າງປະເທດຂອງໄທ, ທ່ານ ປຣະຢຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທ ພ້ອມສນັບສນູນ ມອບເຄື່ອງ ກວດຫາເຊື້ອ ໄວຣັສ ໂຄວິດ-19 ລຸ້ນ RT-PCR ແບບຮູ້ ຜົລກວດທັນທີ ທີ່ຜລິດໃນປະເທດໄທ ແລະໄດ້ຮັບການຍອມຮັບ ຈາກອົງການ ອະນາມັຍໂລກ ໃຫ້ປະເທດສະມາຊິກ ອາຊຽນ ປະເທດລະ 10 ພັນເຄື່ອງ.

ເວົ້າເຖິງກອງປະຊຸມສຸດຍອດທາງໄກ ສມັຍພິເສດ ຂອງຜູ້ນໍາອາຊຽນ +3 (ຈີນ, ເກົາຫລີໃຕ້ ແລະຍີ່ປຸ່ນ) ກ່ຽວກັບການແພ່ຣະບາດຂອງ ໂຄວິດ-19 ຊຶ່ງທັງ 13 ປະເທດ ໄດ້ມີຂໍ້ຕົກລົງຮ່ວມ ກັນ ສ້າງຕັ້ງກອງທຶນ ພິເສດ ເພື່ອຕອບໂຕ້ເຊື້ອພຍາດ ໂຄວິດ-19 ດັ່ງທີ່ທ່ານ ສເລີມໄຊ ກົມມະສິດ ຣັຖມົນຕຣີກະຊວງການຕ່າງປະເທດ ໄດ້ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນທາງການລາວ ພາຍຫລັງກອງປະຊຸມ ໃນມື້ວັນທີ 14 ເມສານີ້ວ່າ:

“ຖືວ່າຜູ້ນໍາຂອງອາຊຽນບວກ 3 ຮວມທັງຈີນ ຍີ່ປຸ່ນ ເກົາຫລີໃຕ້ ແມ່ນເຫັນດີ ເປັນເອກພາບໃນການສ້າງຕັ້ງກອງທຶນພິເສດ ເພື່ອຮັບມືກັບ ໂຄວິດ-19 ຖືວ່າເປັນ ເອກພາບໝົດແລ້ວເນາະ ປະເທດໄດ໊ທີ່ສາມາດ ສ້າງໂຄງການສເນີແຜນການ ເພື່ອນໍາໃຊ້ແຫລ່ງທຶນດັ່ງກ່າວ ກໍສາມາດປະຕິບັດໄດ້.”

ກອງທຶນພິເສດທີ່ວ່ານີ້ ທັງສໍາລັບເພື່ອການຂົນສົ່ງສິນຄ້າອຸປະໂພກ-ບໍຣິໂພກ ແລະອຸປະກອນການແພດ ແລະເພື່ອຄໍ້າປະກັນດ້ານສະບຽງ ອາຫານ ນໍາດ້ວຍ. ຂະນະນີ້ 10 ປະເທດອາຊຽນ ປາກົດວ່າ ມີຜູ້ຕິດ ເຊື້ອພຍາດ ໂຄວິດ-19 ທັງໝົດ 21,500 ປາຍຄົນ, ເສັຽຊີວິດແລ້ວ 960 ປາຍຄົນ, ປິ່ນປົວເຊົາ 5,580 ປາຍຄົນ. ປະເທດທີ່ມີຜູ້ຕິດເຊື້ອ ຫລາຍກວ່າໝູ່ ຄື ຟີລິບປິນ, ຮອງລົງມາກໍແມ່ນ ອິນໂດເນເຊັຽ, ມາເລເຊັຽ, ສິງກະໂປ ແລະໄທ.

ສໍາລັບປະເທດລາວ ຣາຍງານໃນມື້ວັນທີ 15 ເມສານີ້ ຣະບຸວ່າ ມີຜູ້ຕິດເຊື້ອ ໂຄວິດ-19 19 ຄົນ, ປິ່ນປົວເຊົາ 1 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.