ນັກສຶກສາ ຮົງກົງ ທີ່ ປະທ້ວງ ມີແຜນ ເຂົ້າຍຶດ ເສັ້ນທາງ ໃກ້ ສະຖານ ກົງສູນ ອັງກິດ ໃນຮົງກົງ ເພື່ອສະແດງ ເຖິງຄວາມ ບໍ່ພໍໃຈ ໃນ ເຣື່ອງ ທີ່ວ່າ ບໍ່ມີການ ສນັບສນູນ ຈາກ ທາງການ ອັງກິດ ຕໍ່ ຂະບວນ ການ ປະທ້ວງ ຮຽກຮ້ອງ ປະຊາທິປະຕັຍ ຂອງ ພວກຕົນ ຂນະທີ່ ທາງການ ຮົງກົງ ກົດດັນ ໃຫ້ ພວກ ປະທ້ວງ ກັບໄປ ຢູ່ເຮືອນ. ຣັຖບານ ຮົງກົງ ຮຽກຮ້ອງ ໃຫ້ ພວກ ປະທ້ວງ ອອກໄປ ຈາກເຂດ ຊຸມ ນຸມ ພາຍຫລັງ ທີ່ ປະທ້ວງ ມາໄດ້ ກວ່າ 6 ສັປດາ ທີ່ເຮັດໃຫ້ ຫລາຍໆເຂດ ຂອງ ຮົງກົງ ຢຸດສງັກ.
ເມື່ອ ວັນຈັນ ຜ່ານມາ ທາງ ຕຳຣວດ ໄດ້ຮັບ ຄຳສັ່ງ ໃຫ້ ເສີມກຳລັງ ທັບມ້າງ ສິ່ງ ກີດຂວາງ ຕ່າງໆ ຊຶ່ງ ຄາດວ່າ ຈະເລີ່ມ ປະຕິບັດ ໃນ ອີກ 2-3 ວັນ ຂ້າງໜ້າ ນີ້ ຊຶ່ງ ເຈົ້າໜ້າ ທີ່ ຫລາຍພັນ ຄົນ ກໍຢູ່ໃນ ທ່າຕຣຽມພ້ອມ ໃນ ທ້າຍອາທິດ ນີ້.
ແຕ່ ເຖິງຢ່າງໃດ ກໍຕາມ ກຸ່ມ ເຄື່ອນໄຫວ ໄດ້ຕັ້ງປ້າຍ ອ້ອມເຂດ ປະທ້ວງ ໂດຍ ປະກາດ ເຖິງເຣື່ອງ ເຂົ້າຍຶດ ສະຖານ ກົງສູນ ໃນ ວັນທີ 21 ພຶສຈິກາ ນີ້. ຜູ້ ປະສານງານ ເພື່ອການ ເຂົ້າຍຶດ ນັ້ນ ເວົ້າຕໍ່ ອົງການ ຂ່າວ ເອແອັຟພີ ວ່າ ພວກ ເຂົາເຈົ້າ ບໍ່ພໍໃຈ ທີ່ວ່າ ຫລາຍປີ ມານີ້ ຣັຖບານ ອັງກິດ ບໍ່ຮັບຮູ້ ວ່າ ໃນຕົວຈິງ ຈີນ ໄດ້ຣະເມີດ ຖແລງ ການ ຮ່ວມ ໂດຍເຂົ້າ ຫຍູ້ງກ່ຽວ ການເມືອງ ຂອງ ຮົງກົງ. ແລະ ວ່າ ອັງກິດ ຕ້ອງຮັບ ຜິດຊອບ ເຣື່ອງ ທີ່ວ່າ ຖແລງການ ຮ່ວມນັ້ນ ຈະຖືກ ປະຕິບັດ ຢ່າງ ຖືກຕ້ອງ, ປະຊາ ທິປະຕັຍ ແລະ ກົດໝາຍ ເປັນເຂດ ປົກຄອງ ຕົນເອງ ຂອງ ຮົງກົງ ຕ້ອງໄດ້ຮັບ ການ ປົກປ້ອງ.
ອັງກິດ ແລະ ຈີນ ເປັນພາຄີ ຖແລງການ ຮ່ວມຈີນ ອັງກິດ ສບັບປີ 1984 ຊຶ່ງເປັນ ຂໍ້ຕົກລົງ ກ່ຽວກັບ 1 ປະເທດ 2 ຣະບອບ ຊຶ່ງ ໝາຍເຖິງ ການຮັກສາ ຣະບອບ ທຶນນິ ຍົມ ແລະ ວິຖີຊີວິດ ຂອງ ຮົງກົງ ໄປຈົນເຖິງ ປີ 2047. ນາຍົກ ຣັຖມົນຕຣີ ອັງກິດ David Cameron ເວົ້າວ່າ ທ່ານ ມີຄວາມ ວິຕົກ ກັງວົນ ຢ່າງຍິ່ງ ກ່ຽວກັບ ການ ປະທ້ວງ ໃນ ຮົງກົງ ອາດີດ ອານານິຄົມ ຂອງ ອັງກິດ ພາຍຫລັງ ທີ່ ຕຳຣວດ ໃຊ້ ແກສນ້ຳຕາ ຕໍ່ ພວກ ປະທ້ວງ ເມື່ອທ້າຍ ເດືອນ ກັນຍາ ຜ່ານມາ.
ກຸ່ມ ນັກເຄື່ອນໄຫວ ຮູ້ສຶກວ່າ ອັງກິດ ບໍ່ໃຫ້ຄວາມ ສົນໃຈ ທີ່ວ່າ ຈີນ ກຳລັງ ບັ່ນທອນ ສິດ ອິສຣະພາບ ຂອງ ຮົງກົງ.