ເຈົ້າໜ້າທີ່ ຕຳຣວດ ຮົງກົງ ເຂົ້າ ທໍາຮ້າຍ ກຸ່ມ ປະທ້ວງ ເພື່ອ ຕ້ອງການ ຄວບຄຸມ ບໍຣິເວນ ຖນົນ ລອດທາງ ດ່ວນ ໃນຄືນ ວັນພຸດ ເຮັດ ໃຫ້ ປະຊາຊົນ ໃນຮົງກົງ ເກີດຄວາມ ຄຽດແຄ້ນ ທີ່ເຫັນ ຮູບພາບ ຕຳຣວດ ທັງເຕະ ທັງທຸບຕີ ນັກ ປະທ້ວງ ຜູ້ທີ່ຖືກ ໃສ່ກັບມື ຜ່ານທາງ ໂທລະທັດ ຊຶ່ງ ເປັນເຫດການ ທີ່ ຮຸນແຮງ ທີ່ສຸດ ເລີ້ມແຕ່ ມີການ ປະທ້ວງ ມາເປັນ ເວລາ ກວ່າສອງ ອາທິດ.
ເຈົ້າຫນ້າທີ່ ຕຳຣວດ ພ້ອມດ້ວຍ ແຜ່ນກັນບັງ ໄມ້ຄ້ອນຕະບອງ ແລະ ແກັສນ້ຳຕາ ພາກັນເຂົ້າ ທໍາຮ້າຍ ເຕະ ກຸ່ມ ປະທ້ວງ ຫລາຍຄົນ ລົ້ມລົງພື້ນ ແລ້ວ ລາກຂະເຈົ້າ ອອກຈາກ ພື້ນທີ່ ພ້ອມທັງ ມ້າງເພ ສິ່ງກີດກັ້ນ ທີ່ ກຸ່ມປະທ້ວງ ໃຊ້ ຕັນຖນົນ ໃນ ບໍຣິເວນ ຖນົນ ລອດ ທາງດ່ວນ ໃກ້ກັບ ສຳນັງານ ຣັຖບານ ໃນໃຈກາງ ເມືອງ ຮົງກົງ.
ປະຊາຊົນ ເກີດຄວາມ ຄຽດແຄ້ນ ຢ່າງໃຫຍ່ ຫລັງຈາກ ເຫັນ ຮູບພາບ ໃນ ໂທຣະທັດ ທີ່ ເຈົ້າຫນ້າທີ່ ຕຳຣວດ ໃສ່ກັບມື ນັກ ປະທ້ວງ ບາງຄົນ ແລ້ວບັງຄັບ ໃຫ້ ໄປແຈທາງ ບ່ອນມືດໆ ແລ້ວ ເຕະ ທຸບຕີ ພວກຂະເຈົ້າ ຢ່າງຕໍ່ເນື່ອງ ຈົນບາງຄົນ ລົ້ມລົງພື້ນ ແລະ ກໍຍັງບໍ່ຮູ້ ສາເຫດ ວ່າເປັນ ຍ້ອນຫຍັງ ຈື່ງມີການ ປະທະກັນ ເກີດຂື້ນ. ຮູບພາບ ໃນ ໂທຣະທັດ ນັ້ນ ເຫັນວ່າ ນັກປະທ້ວງ ສາດນ້ຳໃສ່ ຕຳຣວດ ກ່ອນ ການປະທະ ກັນ ເກີດຂຶ້ນ.
ນາຍ ລີ ເຈີກວນ ສະມາຊິກ ສະພາ ຮົງກົງ ຜູ້ທີ່ ເຫັນພ້ອມ ໃນການ ປະທ້ວງ ເວົ້າວ່າ ຕຳຣວດ ຮົງກົງ ເກີດບ້າ ໃນມື້ນີ້ ດ້ວຍການ ໃຊ້ ອຳນາດ ຕົນເອງ ລົງໂທດ ນັກ ປະທ້ວງ. ຈະຣິຍະທັມ ແລະ ການປົກຄອງ ແບບ ຣະບົບ ກົດຫມາຍ ໃນ ຮົງກົງ ຖືກ ຫຍ່ຳຍີ ຢ່າງ ສີ້ນ ເຊີງ ຈາກ ຜູ້ບັນຊາການ ຕຳຣວດ ຮົງກົງ.