ການປະທ້ວງໃນຮົງກົງເຫັນວ່າ ຈະ ຍືດເຍື້ອ
2014.10.13
ບັນດາ ກຸ່ມ ຜູ້ປະທ້ວງ ເພື່ອ ປະຊາທິປະຕັຍ ຫລາຍ ພັນຄົນ ເດີນ ຂະບວນ ຕາມເສັ້ນທາງ ສາຍ ຕ່າງໆ ຢູ່ ຮົງກົງ ໃນຄືນ ຂອງ ວັນສຸກ ທີ່ຜ່ານມາ ພາຍຫລັງ ພວກຜູ້ນໍາ ພາການ ປະທ້ວງ ຮຽກຮ້ອງ ໃຫ້ ເຂົາເຈົ້າ ທໍາການ ປະທ້ວງ ແບບ ຍາວນານ ຕໍ່ໄປ ຫລັງຈາກ ການ ເຈຣະຈາ ກັບ ຣັຖບານ ຮົງກົງ ລົ້ມແຫລວ. ຕາມຣາຍງານ ຂອງ ອົງການ ຂ່າວ AFP.
ການ ເດີນຂະບວນ ປະທ້ວງ ຂນາດໃຫຍ່ ນັ້ນ ໄດ້ດຶງດູດ ຝູງຊົນ ໄດ້ ປະມານ 15,000 ຄົນ ຊຶ່ງ ເປັນຈໍານວນ ຫລາຍ ທີ່ສຸດ ໃນສັປດາ ນັ້ນ, ເປັນຄໍ່າຄືນ ທີ່ມີຄົນ ເຂົ້າຮ່ວມ ຫລາຍ ທີ່ສຸດ ແລະ ຜູ້ເຂົ້າຮ່ວມ ບາງສ່ວນ ກໍ ຖືອາຫານ ການກິນ ຜ້າເຕັ້ນ ແລະ ເຄື່ອງຢູ່ ເຄື່ອງ ນອນ ໄປນໍາ ຂນະທີ່ ການປະທ້ວງ ໄດ້ດໍາເນີນ ເຂົ້າສູ່ ສັປດາ ທີສາມ ແລ້ວ.
ການເຈຣະຈາ ຕໍ່ລອງ ກັນ ຣະຫວ່າງ ພວກ ປະທ້ວງ ແລະ ເຈົ້າໜ້າທີ່ ຮົງກົງ ຊຶ່ງ ຣັຖບາລ ຈີນ ຢູ່ເບື້ອງຫລັງ ນັ້ນ ໄດ້ຖືກ ກໍານົດ ໃສ່ ວັນສຸກ ທີ່ຜ່ານມາ ແຕ່ກໍຖືກ ຍົກເລີກ ໃນວັນ ພະຫັດ ພາຍຫລັງ ຣັຖບາລ ຮົງກົງ ໄດ້ ປະກາດ ໂທດ ແລະ ກ່າວຫາ ພວກ ປະທ້ວງວ່າ ຂົ່ມຂູ່ ທີ່ ຈະຂຍາຍ ຂະບວນ ປະທ້ວງ ອອກໄປ ຕື່ມອີກ.
ພວກ ເດີນຂະບວນ ປະທ້ວງ ຮຽກຮ້ອງ ໃຫ້ ຣັຖບາລ ຈີນ ຮັບປະກັນ ໃຫ້ ຮົງກົງ ມີ ປະຊາທິປະຕັຍ ເຕັມສ່ວນ ແລະ ທວງໃຫ້ ທ່ານ Leung Chun-ying ຜູ້ນໍາ ຮົງກົງ ລາອອກ ຈາກ ຕໍາແໜ່ງ. ຕາມແຜນ ທີ່ທາງ ຣັຖບາລ ຈີນ ເປີດເຜີຍ ເມື່ອ ເດືອນ ສິງຫາ ຜ່ານມາ ພົລເມືອງ ຮົງກົງ ຈະສາມາດ ລົງຄະແນນ ສຽງ ໃຫ້ຜູ້ ສືບທອດ ທ່ານ Leung ໃນປີ 2017 ແຕ່ຈະມີ ຜູ້ສມັກ ຮັບເລືອກຕັ້ງ ພຽງ 2 – 3 ຄົນ ເທົ່ານັ້ນ ທີ່ຈະ ອະນຸຍາດ ໃຫ້ ລົງສມັກ ຊຶ່ງ ພວກປະທ້ວງ ເຫັນວ່າ ມັນເປັນ “ປະຊາທິປະຕັຍ ປອມ”.
ໃນຣະຫວ່າງ ການຊຸມນຸມ ບັນດາ ຜູ້ນໍາ ການປະທ້ວງ ເພື່ອ ປະຊາທິປະຕັຍ ໄດ້ປ່ຽນກັນ ຂຶ້ນກ່າວ ຄໍາເຫັນ, ພວກປະທ້ວງ ພາກັນ ຮ້ອງ “ໃຫ້ຄວບຄຸມ ສະຖານທີ່” ແລະ ຮ້ອງເພັງຕາມ ແບບສະບັບ ຂອງ ກວາງຕຸ້ງ ເພງ ປະຕິວັດ ຈາກ ດົນຕຣີ Les Miserables ຄືເພັງ “ເຈົ້າໄດ້ຍິນ ປະຊາຊົນ ຮ້ອງເພັງ ບໍ?”.