ສະພາຮົງກົງຮັບຮອງ ກົດໝາຍ ຄວາມໝັ້ນຄົງ
2020.05.30

ສະພາປະຊາຊົນແຫ່ງຊາດ ຈີນ ລົງຄະແນນສຽງ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຄວາມໝັ້ນຄົງ ແຫ່ງຊາດໃນຮົງກົງ ໃນ ມື້ວັນທີ 28 ພຶສພາ 2020 ນີ້ ຊຶ່ງບັນດາ ຜູ້ບໍ່ເຫັນພ້ອມນໍາ ອັນມີຮວມທັງ ນັກເຄື່ອນໃຫວ ເພື່ອປະຊາທິປະຕັຍ ແລະບັນດາປະເທດ ຕາເວັນຕົກ ຮວມຢູ່ດ້ວຍນັ້ນ ວິຕົກກັງວົນວ່າ ຈະບັ່ນທອນ ສິດອິສຣະພາບ ທາງການເມືອງ ແລະ ເສຣີພາບພົລເຮືອນ ໃນຮົງກົງ ຊຶ່ງເປັນເຂດເຄິ່ງ ປົກຄອງຕົນເອງ ແລະເປັນສູນກາງການເງິນ ຂອງເອເຊັຽ.
ຮ່າງກົດໝາຍ ທີ່ຖືກຮັບຮອງເອົາ ດ້ວຍຄະແນນສຽງເກືອບວ່າເປັນ ເອກສັນຄືມີ 2,878 ສຽງສນັບສນູນ, 1 ສຽງຄັດຄ້ານ ແລະບໍ່ອອກສຽງ 6 ສຽງ ກາຍເປັນກົດໝາຍ ຫ້າມບໍ່ໃຫ້ແບ່ງແຍກ, ຫ້າມໂຄ່ນລົ້ມ ອໍານາດຣັຖ, ຫ້າມກໍ່ການຮ້າຍ, ບໍ່ໃຫ້ຕ່າງປະເທດ ເຂົ້າຫຍູ້ງກ່ຽວກິຈການ ພາຍໃນ ແລະ ອະນຸຍາດໃຫ້ອົງການຝ່າຍຄວາມໝັ້ນຄົງ ແຫ່ງຣັຖ ຂອງຈີນ ເຂົ້າປະຕິບັດການ ໃນຮົງກົງ ໄດ້ຢ່າງເປີດເຜີຍ ນໍາອີກ.
ການຮັບຮອງເອົານັ້ນ ມີຂຶ້ນພາຍຫລັງທີ່ ທ່ານ Mike Pompeo ຣັຖມົນຕຣີການຕ່າງປະເທດ ສະຫະຣັຖ ອາເມຣິກາ ໄດ້ແຈ້ງໃຫ້ສະພາ Congress ຂອງ ສະຫະຣັຖຊາບວ່າ ຈີນ ບໍ່ເຄົາຣົບພັນທະສັນຍາ ທີ່ໄດ້ໃຫ້ໄວ້ ໃນຣະຫວ່າງການມອບສົ່ງ ຮົງກົງຈາກ ອັງກິດ ໃຫ້ຈີນ ໃນປີ 1997, ອີງຕາມຣາຍງານຂ່າວ ໃນມື້ວັນທີ 28 ພຶສພາ 2020 ນີ້.
ທ່ານ Mike Pompeo ໄດ້ຖແລງຕໍ່ສະພາ Congress 1 ມື້ ກ່ອນນີ້ວ່າ ບໍ່ສາ ມາດຮັບຮອງໄດ້ແລ້ວວ່າ ຮົງກົງມີສິດປົກຄອງຕົນເອງ ໃນຣະດັບສູງ ຊຶ່ງຈະປູທາງໄປສູ່ການຖອນ ສິດທິພິເສດ ທາງການຄ້າ ທີ່ ສະຫະຣັຖ ໃຫ້ຮົງກົງນັ້ນ.
ທ່ານເວົ້າວ່າ ໃນຂນະທີ່ສະຫະຣັຖ ເຄີຍຫວັງວ່າ ຮົງກົງທີ່ເຄີຍມີອິສຣະເສຣີ ແລະ ຈະເຣີນຮຸ່ງເຮືອງ ຈະເປັນຕົວແບບໃຫ້ຜະເດັດການຈີນ ແຕ່ດຽວນີ້ ເປັນທີ່ຈະແຈ້ງວ່າ ຈີນ ກັບເປັນຕົວແບບ ໃຫ້ຮົງກົງຊໍ້າ.
ເມື່ອປີທີແລ້ວ ສະຫະຣັຖອາເມຣິກາ ໄດ້ອອກກົດໝາຍ ວ່າດ້ວຍສິດທິມະນຸດ ແລະປະຊາທິປະຕັຍ ເພື່ອສນັບສນູນ ການປະທ້ວງຮຽກຮ້ອງ ປະຊາທິປະຕັຍ ໃນຮົງກົງ ຊຶ່ງໃນແຕ່ລະປີ ຣັຖບານ ສະຫະຣັຖ ຈະຕ້ອງຣາຍງານໃຫ້ ສະພາ Congress ຊາບວ່າ ຮົງກົງ ຍັງເປັນເຂດ ປົກຄອງ ຕົນເອງ ຕາມທີ່ຈີນໄດ້ໃຫ້ ສັນຍາ ຕອນມອບ-ຮັບຮົງກົງ ຈາກ ອັງກິດ ເມື່ອປີ 1997, ບໍ່ດັ່ງນັ້ນ ຮົງກົງ ກໍຈະສ່ຽງຕໍ່ການສູນເສັຽ ຖານະພິເສດ ທາງການຄ້າຂອງຕົນ ກັບສະຫະຣັຖ ນັ້ນໄປ.
ທາງການຈີນ ຖືເຣື່ອງການນໍາກົດໝາຍ ວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ອອກມາໃຊ້ໃນຮົງກົງ ເປັນບັນຫານຶ່ງທີ່ສໍາຄັນ ຂອງກອງປະຊຸມ ຄົບຄະນະ ຂອງສະພາແຫ່ງຊາດ ຈີນ ໃນປີນີ້ ພາຍຫລັງ ທີ່ຮົງກົງ ເກີດການປະທ້ວງຮຽກຮ້ອງ ປະຊາທິປະຕັຍ ຄັ້ງໃຫຍ່ ແລະເກີດຄວາມ ວຸ້ນວາຍ ດົນເຖິງ 7 ເດືອນ ເມື່ອປີກາຍ.
ຂ່າວຣາຍງານອີກວ່າ ໃນເມື່ອກົດໝາຍດັ່ງກ່າວ ຖືກຮັບຜ່ານແລ້ວ ຕໍ່ຈາກນີ້ໄປ ກໍເປັນໜ້າທີ່ຂອງຄະນະປະຈໍາ ສະພາແຫ່ງຊາດຈີນ ທີ່ຈະ ຕົກລົງ ປະກາດໃຊ້ໃນປີນີ້. ຫລັງຈາກນັ້ນ ຣັຖບານຮົງກົງ ກໍຈະສາມາດ ບັງຄັບ ໃຊ້ເປັນກົດໝາຍໄດ້ກ່ອນ ເດືອນ ກັນຍາ 2020 ນີ້. ນີ້ເປັນກົດໝາຍ ທີ່ຈະໃຫ້ສິດແກ່ຣັຖບານ ປັກກິ່ງ ໃນຂອບເຂດກວ້າງອອກ ໃນຮົງກົງ ຊຶ່ງເມື່ອປີກາຍ ໄດ້ເກີດການປະທ້ວງ ຄັ້ງໃຫຍ່ ຄັດຄ້ານຣັຖບານຮົງກົງ ເພື່ອຮຽກຮ້ອງປະຊາທິປະຕັຍ ຫຼາຍຂຶ້ນ ແລະໃຫ້ຮົງກົງ ເປັນເຂດປົກຄອງຕົນເອງ ຈາກທາງການຈີນຫລາຍຂຶ້ນ.
ທາງດ້ານຜູ້ປົກຄອງຮົງກົງ Carrie Lam ກໍຍິນດີ ທີ່ໄດ້ມີການຮັບຜ່ານກົດໝາຍ ດັ່ງກ່າວ ຊຶ່ງນາງຈະປະຕິບັດຕາມ ໂດຍຈະເຮັດຣາຍງານ ຕໍ່ຣັຖບານ ປັກກິ່ງ ເປັນປະຈໍາ ແລະ ຍົກຣະດັບການບັງຄັບໃຊ້ ກົດໝາຍ ເພື່ອຄວາມໝັ້ນຄົງແຫ່ງຊາດ. ພ້ອມດຽວກັນ ນາງກໍຢືນຢັນວ່າ ກົດໝາຍຄວາມໝັ້ນຄົງ ຈະຊ່ອຍຟື້ນຟູສເຖັຽຣະພາບ ຂອງຮົງກົງ ຈະບໍ່ກະທົບກະເທືອນ ສິດທິແລະເສຣີພາບ ທີ່ຊາວຮົງກົງ ມີຄວາມເພິ່ງພໍ ໃຈນັ້ນ.
ເມື່ອສັປດາທີ່ແລ້ວ ທ່ານ ຫວັງເຈີນ ຮອງປະທານຄະນະປະຈໍາ ສະພາ ແຫ່ງຊາດຈີນ ໄດ້ກ່າວວ່າ ການທີ່ຮົງກົງ ລ່າຊ້າ ໃນການຊຸກຍູ້ ຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງ ຂອງຕົນເອງ ທັ້ງໆທີ່ກັບມາຢູ່ພາຍໃຕ້ ການປົກຄອງ ຂອງຈີນ ດົນເຖິງ 20 ປາຍປີ ຍ້ອນມີກຸ່ມຄົນ ທີ່ພຍາຍາມສ້າງບັນຫາໃຫ້ຮົງກົງ ແລະຈີນ ຮວມເຖິງຕ່າງປະເທດ ທີ່ກົດດັນ ໃຫ້ຜູ້ນໍາຈີນ ຕ້ອງໄດ້ລົງມືເຮັດເອງ.
ກ່ຽວກັບການຮັບຮອງເອົາກົດໝາຍດັ່ງກ່າວ ຄວາມໝັ້ນຄົງຂອງສະພາປະຊາຊົນ ແຫ່ງຊາດຈີນນັ້ນກະຊວງການຕ່າງປະເທດ ສປປລາວ ກໍໄດ້ອອກຖແລງການສນັບສນູນ ຄວາມພຍາຍາມຂອງຈີນ ເພື່ອຮັກສາ ຄວາມໝັ້ນຄົງ ແຫ່ງຊາດໃນຮົງກົງ, ອີງຕາມຣາຍງານຂ່າວ ວຽງຈັນທາມ ໃນມື້ວັນທີ 28 ພຶສພານີ້. ແລະວ່າຣັຖບານສປປລາວ ຮັບຮູ້ຮົງກົງ ເປັນເຂດປົກຄອງພິເສດ ພາຍໃຕ້ຫລັກການ ຈີນດຽວ 2 ຣະບົບ.
ຢ່າງໃດກໍຕາມ ກຸ່ມຮຽກຮ້ອງປະຊາທິປະຕັຍ ໃນຮົງກົງ ກໍໄດ້ສະແດງອອກເຖິງການຄັດຄ້ານ ໃນເຣື່ອງນີ້ ຢ່າງດຸເດືອດ. ສະມາສິກສະພາ ນິຕິບັນຍັດ ຮົງກົງ Gloria Mo ທີ່ສນັບສນູນຝ່າຍຕາເວັນຕົກ ເວົ້າວ່າ ນີ້ຄືຈຸດສີ້ນສຸດ ຂອງຮົງກົງ ແລະວ່າ ຈີນ ກໍາລັງທໍາຣາຍຄ່ານິຍົມ ເຊັ່ນ ສິດທິມະນຸດ ປະຊາທິປະຕັຍ ແລະ ຫລັກນິຕິທັມຂອງຮົງກົງ ຊຶ່ງຈາກນີ້ໄປ ຮົງກົງ ຈະເປັນແຕ່ເມືອງນຶ່ງ ຂອງຈີນເທົ່ານັ້ນ.
ແລະນັກເຄື່ອນໃຫວເພື່ອ ປະຊາທິປະຕັຍ ຮົງກົງ Joshua Wong ກໍເວົ້າວ່າ ກົດໝາຍດັ່ງກ່າວ ຈະຂ້າຂະບວນການຮຽກຮ້ອງ ປະຊາທິປະຕັຍ ຂອງຮົງກົງ. ສະຫະຣັຖ ອາເມຣິກາ ເວົ້າວ່າ ການຕັດສິນໃຈ ຂອງ ສະຫະຣັຖ ໃນການຖອນຖານະພິເສດ ຂອງຕົນ ຈະເຮັດໃຫ້ຮົງກົງ ສູນເສັຽສິດທິພິເສດ ທາງການຄ້າ ເຊັ່ນສູນເສັຍການຖືກ ເກັບພາສີ ໃນຣະດັບຕໍ່າກວ່າຈີນ. ສະຫະຣັຖຢູ່ຄຽງຂ້າງ ປະຊາຊົນຮົງກົງ.
ໃນຂະນະທີ່ພວກເຂົາເຈົ້າ ຕ້ອງຕໍ່ສູ້ກັບການເຄື່ອນໃຫວຂອງຈີນ ທີ່ປະຕິເສດສິດປົກຄອງຕົນເອງ ຂອງຮົງກົງ ຊຶ່ງຈິນໃຫ້ຄໍາໝັ້ນສັນຍາ ເອົາໄວ້.
ແລະອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ຂັ້ນສູງ ຝ່າຍກິຈການເອເຊັຽຕາເວັນອອກ ກະຊວງການຕ່າງ ປະເທດສະຫະຣັຖ ອາເມຣິກາ David Stilwell, ຕໍ່ຈາກນີ້ໄປ ປະທານາທິບໍດີ Donald Trump ຂອງ ສະຫະຣັຖ ຈະພິຈາຣະນາບັນຫາຮົງກົງ ຄືແນວໃດ ໃນອາທິດນີ້ ຂນະທີ່ ບໍ່ມີແນວໂນ້ມວ່າ ຈີນ ຈະຍອມປ່ຽນນະໂຍບາຍ ຂອງຕົນ. ສະຫະຣັຖ ບໍ່ຕ້ອງການທີ່ຈະເຮັດໃຫ້ຄົນຮົງກົງ ໄດ້ຮັບຜົລກະທົບ ແຕ່ການ ຕັດສິນໃຈ ທີ່ກໍາລັງຈະເກີດຂຶ້ນນັ້ນ ເປັນຜົລມາຈາກການກະທໍາ ຂອງທາງການຈີນ.
ໃນເວທີສະຫະປະຊາຊາດ ເມື່ອວັນພຸດຜ່ານມາ ສະຫະຣັຖອາເມຣິກາ ແລະຈີນ ໄດ້ຖົກຖຽງກັນ ເມື່ອສະຫະຣັຖ ພຍາຍາມຂໍໃຫ້ຈັດກອງ ປະຊຸມ ເພື່ອປຶກສາຫາຣື ເຣື່ອງຮ່າງກົດໝາຍ ວ່າດ້ວຍຄວາມໝັ້ນຄົງ ຂອງຈີນ ໂດຍເວົ້າວ່າ ເປັນບັນຫາຮີບດ່ວນຣະດັບໂລກ ທີ່ມີຜົລ ຕໍ່ສັນຕິພາບ ແລະຄວາມໝັ້ນຄົງ ຣະຫວ່າງປະເທດ. ແຕ່ທາງຈີນ ຄັດຄ້ານ ໂດຍໂຕ້ຕອບວ່າ ຮ່າງກົດໝາຍນັ້ນ ເປັນກິຈການພາຍໃນ ຂອງຈີນ.
ແລະທີ່ຮົງກົງ ໃນຕອນທ່ຽງວັນພະຫັດນີ້ ມີຜູ້ຄົນອອກມາປະທ້ວງ ກັ້ງຄັນຮົ່ມ ແລະໃສ່ໜ້າກາກ ຄັດຄ້ານການຮັບຮອງ ເອົາຮ່າງກົດໝາຍ ດັ່ງກ່າວ ຂອງສະພາແຫ່ງຊາດຈີນ. ແລະໃນມື້ກ່ອນຄືມື້ວັນພຸດ ຊາວຮົງກົງ ກໍໄດ້ພາກັນອອກມາປະທ້ວງ ຄັດຄ້ານສະພານິຕິບັນຍັດຮົງກົງ ທີ່ກໍາລັງພິຈາຣະນາ ອອກກົດໝາຍວ່າດ້ວຍເພັງຊາດ ທີ່ຣະບຸເຖິງການລົງໂທດ ຜູ້ທີ່ບໍ່ນັບຖືເພັງຊາດຈີນ ໃຫ້ຈໍາຄຸກເຖິງ 3 ປີ.
ມີຣາຍງານວ່າ ຕໍາຣວດ ຣະດົມກໍາລັງອອກມາປິດລ້ອມ ຕຶກສະພາ ທີ່ກໍາລັງມີການອະພິບາຍ ຮ່າງກົດໝາຍນັ້ນ ແລະຍິງລູກປືນໝາກພິກ ສລາຍ ຜູ້ຊຸມນຸມ ປະທ້ວງ ແລະທັງຈັບປະຊາຊົນໄປ 300 ປາຍຄົນ ໃນຂໍ້ຫາຊຸມນຸມປະທ້ວງ ໂດຍບໍ່ໄດ້ຮັບອະນຸຍາດ. ໃນມື້ວັນພະຫັດນີ້ ຕໍາຣວດປາບຈະລາຈົນ ຮົງກົງ ກໍກະຈາຍກໍາລັງທົ່ວເມືອງ ກຽມພ້ອມໃນການຮັບມື ກັບການປະທ້ວງ ຂນະທີ່ກໍາລັງ ມີການອະພິບາຍ ຮ່າງກົດໝາຍວ່າດ້ວຍ ເພັງຊາດຢູ່ນັ້ນ.
ພວກນັກເຄື່ອນໃຫວເພື່ອປະຊາທິປະໄຕຮົງກົງ ເວົ້າວ່າ ກົດໝາຍວ່າດ້ວຍຄວາມໝັ້ນຄົງຂອງຈີນ ຈະເຮັດໃຫ້ ສິດເສຣີພາບຂັ້ນພື້ນຖານ ທີ່ເຄີຍມີ ຢູ່ໃນຮົງກົງ ຈະຖືກລົບລ້າງຢ່າງສິ້ນເຊີງ.
ທີ່ Taiwan, ປະທານາທິບໍດີ Tsai Ing-wen ກໍເຕືອນວ່າ Taiwan ສາມາດຍົກເລີກບຸຣິມະສິດການຄ້າ ທີ່ໄດ້ຕົກລົງກັບຮົງກົງນັ້ນ ກໍເປັນໄດ້ ຖ້າຫາກວ່າທາງການຈີນ ປະຕິບັດກົດໝາຍວ່າດ້ວຍ ຄວາມປອດພັຍ ແຫ່ງຊາດຈີນ ຕໍ່ຮົງກົງ. ມາດາມ ກ່າວວ່າ ກົດໝາຍ ດັ່ງກ່າວເປັນພັຍຂົ່ມຂູ່ຢ່າງຮຸນແຮງ ຕໍ່ອະນາຄົດຂອງຮົງກົງ.