4 ຣັຖມົນຕຣີ ຕ່າງປະເທດອາຊຽນ ຮ່ວມປະຊຸມກັບຈີນ

4 ຣັຖມົນຕຣີ ຕ່າງປະເທດອາຊຽນ ເດີນທາງໄປປະຊຸມກັບຈີນ ໃນຂະນະທີ່ ກອງປະຊຸມສຸດຍອດ ອາຊຽນ-ອາເມຣິກາ ທີ່ມີກຳນົດຈັດຂຶ້ນຢູ່ ນະຄອນຫຼວງ ວໍຊິງຕັນ ດີ.ຊີ. ປະເທດສະຫະຣັຖອາເມຣິກາ ຖືກເລື່ອນອອກໄປ ແບບບໍ່ມີກຳນົດ.

ທ່ານ ໂຈ ບາຍເດັນ, ປະທານາທິບໍດີ ສະຫະຣັຖອາເມຣິກາ ຮູບພາບ: Reuters

ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ຈີນ ໄດ້​ປ​ກາດ ໃນ​ວັນ​ຈັນ​ທີ່​ຜ່ານ​ມາວ່າ ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​​ອິນ​ໂດ​ເນ​ເຊັຽ, ໄທ​ຍ, ຟິ​ລິ​ປິນ​ສ໌ ແລະ ພະ​ມ້າ ມາ​ປະ​ຊຸມ​ ຢູ່​ປະ​ເທດ​ຈີນ ແຕ່​ວັນ​ທີ 31 ມີ​ນາ ຫາ ວັນ​ທີ 3 ເມ​ສາ ອີງ​ຕາມ​ການ​ເຊີນ​ຂອງ ທ່ານ ຫວັງ ອີ ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​ຈີນ.

ມີ​ຣັ​ຖ​ມົນ​ຕ​ຣີ​ປະ​ເທດ​ອາ​ຊ້ຽນ​ຈຳ​ນວນ​ນຶ່ງ ຈະ​​ຕິດ​ຕາມ​ຜູ້​ນຳ​ຂອງ​ໂຕ​ເອງ ມາ​ຮ່ວມ​ປະ​ຊຸມ​ລະ​ຫວ່າງ ຜູ້​ນຳ​ອາ​ຊຽນ ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ ທ່ານ ໂຈ​ ບາຍ​ເດັນ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນ​ແຕ່​ວັນ​ທີ 28-29 ມີ​ນາ, ແຕ່ ກອງ​ປະ​ຊຸມ​ດັ່ງ​ກ່າວ ໄດ້​ຖືກ​ເລື່ອນ​ອອກ​ໄປ ຍ້ອນ​ວ່າ ມີ​ບັນ​ຫາ ​ເວ​ລາ​ບໍ່​ຕ​ຣົງ​ກັນ.  

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ​ຂອງຄະ​ນະ​ຣັ​ຖ​ບານ​ຂ​ອງ ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດັນ ໃນ​ວັນ​ທີຈັນ​ທີ່​ຜ່ານ​ມາ ກໍ​ໄດ້​ສະ​ແດງ​ຄວາມ​ຜິ​ດ​ຫວັງ​ທີ່ບໍ່​ສາ​ມາດ ຕົກ​ລົງ​ເວ​ລາ​ເຣື່ອງ​ການ​ປະ​ຊຸມ​ກັນໄດ້ ແຕ່  ກໍ​ມີ​ການ​​ຢືນຢັນ​ວ່າ ຈະ​ກຳນົດ​ຫາ​ວັນ​ເວ​ລາຈັດ​ກອງ​ປະ​ຊຸມ​ຄືນ​ໃໝ່. ເຈົ້າ​ໜ້າ​ທີ່ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ພວກ​ເຮົາ​ເຊື່ອ​ ຈະ​ມີ​ການ​ກຳ​ນົດ​ເວ​ລາ​ຄືນ ແລະ ພວກ​ເຮົາ​ຈະ​ພະ​ຍາ​ຍາມເຮັດ​ໃຫ້​ໄດ້. ພວກ​ເຮົາ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອ​ພະ​ຍາ​ຍາມ​ກຳ​ນົດ​ເວ​ລາ ທີ່​ເໝາະ​ສົມ​ໃຫ້​ມີ​ການ​ປະ​ຊຸມໃຫ້​ໄດ້.

ໃນ​ວັນ​ອັງຄານ ​ທີ່​ຜ່ານ​ມາ ທ່ານ ໂຈ ບາຍ​ເດັນ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ ກໍ​ໄດ້​ ປະ​ຊຸມ​ກັບ ທ່ານ ລີ່ ຊຽນ ລູງ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ສິງ​ກະ​ໂປ ຢູ່ ທຳ​ນຽບ​ຂາວ ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ. ທ່ານ ລີ່ ຊຽນ ລູງ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຮັດ​ແໜ້​ນ​ສາຍ​ສຳ​ພັນ ອາ​ຊຽນ-ສະ​ຫະ​ຣັ​ຖ ​ໃຫ້​ໃກ້​ຊິດ​ກວ່າ​ເກົ່າ ແລະ ທ່ານ ຍັງ ສະ​ແດງ​ຄວາ​ມ​ຮູ້​ບຸນ​ຄຸນ ສຳ​ລັບ​ພັນ​ທະຍາ​ສັນ​ຍາ ຂອງ​ສະ​ຫະ​ຣັ​ຖ ທີ່​ມີ​ຕໍ່ຂົງ​ເຂດເອ​ເຊັຽ-ປາ​ຊິ​ຟິກ. 

ທ່ານ ລີ່​ຊຽນ​ລູງ ຍັງ​ກ່າວ​ວ່າ: 

ມັນ​ເປັນ​ການ​ຊ່ວຍ​ໃຫ້ ຣັ​ຖ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ມາ​ຢູ່​ໃນ​ເຂດ​ເອ​ເຊັຽປາ​ຊິ​ຟິກ ແລະ ເພື່ອ​ທະ​ວີ​ສາຍ​ສຳ​ພັນ ກັບ​ເພື່ອນ​ມິດ​ຫຼາຍ​ປະ​ເທດ ແລະ ເສີມ​ຂ​ຍາຍ​ຜົ​ລ​ປ​ໂຍດ ທາງ​ຍຸ​ທ​ສາດ ໃນ​ຂົງ​ເຂດນີ້.” 

ທ່ານ ລີ່ ​ຊຽນ ​ລູງ ນາ​ຍົກ​ຮັ​ຖ​ມົນ​ຕ​ຣີ ສິງ​ກາ​ໂປ ໄດ້​ກ່າ​ວ​ຕອນ​ນຶ່ງວ່າ:

ສົງ​ຄາມ​ໃນ ຢູ​ເຄຼນ ມີ​ຄວາມ​ກ່ຽວ​ພັນ​ກັນ​ກັບ ຂົງ​ເຂດ​ເອ​ເຊັຽ-ປາ​ຊິ​ຟິກ ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ເກີດຂໍ້​ຂັດ​ແຍ່ງ​ກັນ ໃນ​ຂົງ​ເຂດນີ້ ຊຶ່ງ​ຍາກ​ທີ່​ຄວບ​ຄຸມ​ໄດ້ ແລະ ຈະ​ນຳ​ໄປ​ສົ່ງ​ຂໍ້​ຂັດ​ແຍ່ງ​ກັນ. ປະ​ເທດ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ ໃນ​ຂົງ​ເຂດນີ້ ຈຳ​ເປັນ​ຕ້ອງ ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງດ້ວຍ​ສັນ​ຕິ​ວິ​ທີ.”  

ການ​ກຳ​ນົດ​ວັນ​ເວ​ລາ ​ຈັດກອ​ງ​ປະ​ຊຸມ​ອາຊຽນ-ສະ​ຫະ​ຣັ​ຖ​ ຄືນ​ໃໝ່ ເກີດ​ຂຶ້ນ​ຖ່າມ​ກາງ ສົ່ງ​ຄາມ​ລະ​ຫວ່າງ ຣັ​ຖ​ເຊັຽ ກັບ ຢູ​ເຄຼນ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດັນ  ໄດ້​ກ່າວ​ວ່າ ສົງ​ຄາມ​ໃນ​ຢູ​ເຄຼນ ຈະ​ບໍ່​ສາ​ມາດ​ແຍກ​ອອກ​ຈາກ ການ​ດຳ​ເນີນ​ຍຸ​ທ​ສາດ​ອິນ​ໂດ-ປາ​ຊິ​ຟິກ ຂອງ​ສະ​ຫະ​ຣັ​ຖອ​າ​ເມ​ຣິ​ກາ. ທ່ານ ຍັງ​ກ່າວ​ຢ້ຳ​ວ່າ ຂົງ​ເຂດ​ອິນ​ໂດ-ປາ​ຊິ​ຟິກ ຕ້ອງ “ເສ​ຣີ ແລະ ເປີດກວ້າງ.”

ໃນ​ສ່ວນ​ຂອງ​ຣັ​ຖ​ບານ​ຈີນ ຍັງ​ຄົງ​ສະ​ແດງ​ບົ​ດ​ບາດ ເພື່ອ​ໃຫ້​ມີ​ການ​ຮ່ວມ​ມື ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ທ່ານ ຫວັງ ເຫວີນປິນ (Wang Wenbin) ໄດ້​ກ່າ​ວ​ຕໍ່​ນັກ​ຂ່າວ​ ໃນ​ວັນ​ຈັນ ວ່າ ມີ​ຣັ​ຖ​ມົນ​ຕ​ຣີ ຈາກ 4 ປະ​ເທດ​ອາ​ຊຽນ ​ມາ​ປະຊຸມ​ຢູ່ ​​ປະ​ເທດຈີນ ເຊິ່ງ​ມັນ​ມີ​ຄວາມ​ສຳ​ຄັນ​ ສຳ​ລັບປະ​ເທດ​ອາ​ຊຽນ ແລະ ຈີນ ແລະ ຄູ່​ຮ່ວມ​ງານ ສຳ​ລັບ​ການ​ຮ່ວມ​ມື ໂຄງ​ການ​ນຶ່ງ​ແຖບ ນຶ່ງ​ເສັ້ນ​ທາງ ຫຼື One Belt One Road. 

ການ​ກຳ​ນົດ​ເວ​ລາ​ຈັດ​ກອງ​ປະ​ຊຸມ ​ສຸດຍອດອາ​ຊຽນ-ສະ​ຫະ​ຮັ​ຖ ປະ​ສົບ​ບັນ​ຫາ ຍ້ອນ​ວ່າ ປະ​ເທດ​ທີ່ອຳ​ນວຍ​ຄວາມ​ສດວກ ຄື ອິນ​ໂດ​ເນ​ເຊັຽ ແລະ ປະ​ເທດ​ອາ​ຊຽນ ຕົກ​ລົງ​ເຣື່ອງ​ກຳ​ນົດ​ວັນ​ເວ​ລາໃນ​ການ​ປະ​ຊຸມບໍ່​ໄດ້. 

ນາ​ຍົກ​ຮັ​ຖ​ມົນ​ຕ​ຣີ ຮຸນ​ເຊນ ຂອງ​ກັມ​ພູ​ຊາ ໃນ​ຖາ​ນະ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ໄດ້​ອະ​ທິ​ບາຍ​ ໃນ​ວັນ​ທີ 17 ມີ​ນາ ວ່າ ໃນ​ບັນ​ດາ 10 ປະ​ເທດ​ອາ​ຊ​ຽນ ມີ 4 ປະ​ເທດ ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ກັບ​ສະ​ຫະ​ຣັ​ຖ ໃນ​ວັນ​ທີ 28-29 ມີ​ນາ ໄດ້ ໃນ​ຂະ​ນະ​ທີ່​ປະ​ເທດ​ອື່ນໆ ກໍ​ສ​ເນີ​ໃຫ້​ມີ​ການ​ປະ​ຊຸມ ໃນ​ວັນ​ທີ 26-27 ມີ​ນາ.

ຜູ້​ສັງ​ເກດ​ການ ໄດ້​ຕັ້ງ​ຂໍ້​ສັງ​ເກດ​ວ່າ ການ​ປະ​ຊຸມ​ຜູ້​ນຳ​ອາ​ຊຽນ ຈະ​ຖືກ​ກົດ​ດັນ​ໃຫ້​ເນັ້ນ​ ແລະ ເວົ້າ​ຖືກ​ບັນ​ຫາສົງ​ຄາມ​ລະ​ຫວ່າງ ຣັສ​ເຊັຽ  ແລະ ຢູ​ເຄຼນ ທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່.

ສະ​ເພາະ​ເຫດ​ການ​ ຄວາມ​ຄືບ​ໜ້າ​ໃນ​ວັນ​ທີ 1 ເມ​ສາ ທີ່​ຜ່ານ​ມາ ກ່ຽວ​ກັບ​ສົງ​ຄາມ ​ລະ​ຫວ່າງ ຣັສ​ເຊັຽ ແລະ ຢູ​ເຄຼນ ກໍ​ຄື ຣັສ​ເຊັຽ ໄດ້​ເນັ້ນປະ​ຕິ​ບັດການ​ໂຈມ​ຕີ ເຂດ ດອນບັສ (Donbas) ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຼນ ຫຼາຍ​ຂຶ້ນ ຫຼັງ​ຈາກ ທະ​ຫານ​ຢູ​ເຄຼນ ໄດ້​ຢຶດ​ຄືນຫຼາຍເມືອງ ​ທີ່​ຢູ່ ອ້ອມ​ຮອບ ນະ​ຄອນ​ຫລວງ ຄຽບ (Kyiv) ຂອງ ຢູ​ເຄຼນ ແລະ ໄດ້​ຜັກ​ດັນທະ​ຫານ​ຣັ​ດ​ເຊັຽ​ອອກ​ໄປ.

ສຳ​ນັກ​ຂ່າວ CNN ໄດ້​ຣາຍ​ງານ​ ໂດຍ ອ້າງ​ຄໍ​ເວົ້າຂອງ ທ່ານ ໂຈ ບາຍ​ເດັນ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃນ​ວັນພະ​ຫັດ ທີ່​ຜ່ານ​ມາ ທີ່​ເວົ້າ​ໃຫ້ ຜູ້​ນຳ​ຣັສ​ເຊັຽ ທ່ານ ວາ​ລາ​ເດ​ເມັຽ ປູ​ຕີນ ວ່າ:

ຈົນມາເຖິງປັດຈຸບັນ ຍັງບໍ່ມີຫຼັກຖານທີ່ຊັດເຈນ ວ່າ ທ່ານ ວາລາເດເມັຽ ປູຕີນ ຈະຖອນທະຫານອອກຈາກ ນະຄອນ ຄຽບ (Kyiv). ແຕ່ຍັງມີຫຼັກຖານວ່າ ຜູ້ນຳຣັເຊັຽ ໄດ້ສັ່ງໃຫ້ມີການເພີ່ມກຳລັງທະຫານ ຢູ່ໃນເຂດ ດອນບັສ (Donbas).”

ໃນ​ວັນ​ພະ​ຫັດ ທີ 31 ມີ​ນາ ທ່ານ ວູ​ລູ​ດີ​ເມັຽ ເຊ​ເລັນ​ສ​ກີ້ ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄຼນ ກໍ​ໄດ້​ເຕືອນ​ປະ​ຊາ​ຊົນ​ຂອງ​ຕົນ ເຖິງ​ເວ​ລາ​ທີ່​ຍາກ​ລຳ​ບາກຍັງ​ຈະ​ສືບ​ຕໍ່​ໄປ​ອີກ ໂດຍສະ​ເພາະ ຢູ່​ໃນ​ເຂດ ພາກ​ຕາ​ເວັນ​ອອກ ຄື ດອນບັສ (Donbas) ແລະ ມາຣິອຸໂປລ໌ (Mariupol) ຕ​ລອດ​ເສັ້ນ​ທາງ ໄປ​ເມືອງ ຄາຣ໌ຄິບ (Kharkiv) ທະ​ຫານ​ຣັ​ດ​ເຊັຽ ກໍຍັງ​ເພີ່ມ​ລະ​ດົມ​ການ​ໂຈມ​ຕີ ຢ່າງ​ຮຸນ​ແຮງ. ທະ​ຫານ​ຢູ່​ເຄຼນ ກໍ​ຈະ​ປົກ​ປ້ອງ​ຕົນ​ເອງ.

ທ່ານ ເຊ​ເລັນ​ສກີ້ ກ່າວ​ຕື່ມ​ອີກວ່າ: ສ​ຖາ​ນະ​ການ ຢູ່​ເສັ້​ນ​ທາງ​ພາກ​ໃຕ້ ແລະ ໃນ​ເຂດ Donbas ຍັງ​ຄົງ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ.

ທ່ານ Jens Stoltenberg ເລ​ຂາ​ທິ​ການ ນາ​ໂຕ ໄດ້​ກ່າວ​ວ່າ ເຂດ Donbas ຈະ​ມີ​ຄວາມ​ໜັກ​ໜ່ວງ. ຣັສ​ເຊັຽ ໄດ້​ມີ​ການ​ຈັດ​ກອງ​ທັບຄືນ, ຈັດ​ຫາ​ອາ​ວຸດ​ມາ​ອີກ ແລະ ເພີ່ມ​ທະ​ວີ​ການ​ໂຈມ​ຕີ ເຂດ Donbas.

ທະ​ຫານ​ຣັ​ດ​ເຊັຽ ໄດ້​ມີ​ການ​ໂຈມ​ຕີ​ຫຼາຍ​ເສັ້ນ​ທາງ ໃນ​ຂະ​ນະ​ທີ່ພົ​ລ​ເຮືອນ ຈຳ​ນວນ​ຫຼາຍ ຍັງ​ຕິດ​ຄ້າງ​ຢູ່​ໃນ​ເຂດ​ທີ່​ມີ​ການ​ສູ້​ຣົບ​ກັນ ແລະ ການ​ອົ​ພ​ຍົບ​ກໍ​ມີ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ວ່າຝ່າຍ​ຣັສ​ເຊັຽ ມີ​ການ​ໂຈມ​ເສັ້ນ​ທາງ​ອົ​ພ​ຍົມ ເຖິງວ່າ ທີ່​ຜ່ານ​ມາ ທັງ​ສອງ​ຝ່າຍ​ມີ​ການ​ເຈ​ຣະ​ຈາ​ກັນ ແລະ ຕົກ​ລົງ​ໃຫ້​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ຜູ້​ອົ​ພ​ຍົບ ກໍ​ຕາມ.

ຄະ​ນະ​ກັມ​ການ​ກາ​ແດງ​ສາ​ກົ​ລ ຢູ່​ເມືອງ Mariupol ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ກາ​ແດງ ບໍ່​ສາ​ມາດ​ເຂົ້າ​ໄປ​ເຖິງ​ພື້ນ​ທີ່ ທີ່​ຖືກ​ຢຶດ​ຄອງ​ໄດ້ ເພື່ອ​ວ່າ ເຂົາ​ເຈົ້າ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼື​ອພົ​ລ​ເຮືອນ.

ຄະ​ນະ​ກັມ​ການກາ​ແດງ​ສາ​ກົ​ລ ໄດ້​ອອກ​ຖ​ແລງ​ການ ວ່າ ເຈົ້າ​ໜ້າ​ທີ່​ກາ 9 ທ່ານ ທີ່​ຢູ່​ໃນ​ຣົ​ຖ 3 ຄັນ ຕ້ອງ​ໄດ້​ເດີນ​ທາງ​ກັບ ຍ້ອນ​ວ່າ ສະ​ພາບການມີ​ຄວາມ​ຫຍຸ້ງ​ຍາກ ແລະ ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຂົ້າ​ເຖິງ​ເມືອງ Mariupol ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່​ກາ​ແດງ ກຳ​ລັງວາງ​ແຜນ​ເດີນ​ທາງ​ໄປ​ໃນ​ພື້ນ​ທີ່​ອີກ​ຄັ້ງ ໃນ​ວັນ​ເສົາ​ນີ້.

ຖ​ແລງ​ການ ໄດ້​ກ່າວ​ວ່າ ການ​ດຳ​ເນີນ​ການໃຫ້​ປະ​ສົບ​ຜົ​ລ​ສຳ​ເຣັດ ມັນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ທີ່​ທຸກ​ຝ່າຍ ຕ້ອງ​ເຄົາ​ຣົບຂໍ້​ຕົກ​ລົງ ແລະ ເງື່ອນ​ໄຂທີ່​ຈຳ​ເປັນ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ.

ຄະ​ນະ​ກັມ​ການ​ກາ​ແດງ​ສາ​ກົ​ລ ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ກາ​ແດງ​ດໍ​າ​ເນີນ​ການ​ດ້ວ​ຍ​ຄວາມ​ເປັນ​ກາງ ເພື່ອ​ໃຫ້​ຂະ​ບວນ​ຣົ​ຖ​ອອກ​ຈາກ​ເມືອງ Mariupol ໄປ​ຫາ ອີກ​ເມືອງ​ນຶ່ງ​ຂອງ Ukraine.

ຄະ​ນະ​ກັມ​ການ​ກາ​ແດງ​ສາ​ກົ​ລ ຍັງ​ກ່າວ​ວ່າ: ພວກ​ເຮົາ​ມາ​ເຮັດ​ວຽກ​ເພື່ອ​ມະ​ນຸ​ສ​ທັມ ຕາມ​ແຜນ​ການ​ອົ​ພ​ຍົບ​ຄົນ ໃຫ້​ການ​ປົກ​ປ້ອງ​ຂບວນ​ຣົ​ຖ ຜູ້​ອົ​ພ​ຍົບ, ແລະ ເຕືອນ​ທຸກ​ຝ່າຍໃຫ້​ຮູ້​ເຖິງ​ພົ​ລ​ເຮືອນ, ການ​ດໍ​າ​ເນີນ​ງານເພື່ອ​ມະ​ນຸສ​ທັມ.

ມີ​ຣາຍ​ງານ​ວ່າ ມີ​ປະ​ຊາ​ຊົນ 2,000 ຄົນ ທີ່​ຍັງ​ຕົກ​ຄ້າງ​ຢູ່​ໃນ​ເຂດ​ທີ່​ມີ​ການ​ຢຶດ​ຄອງ ຢູ່​ເມືອງ Mariupol ກຳ​ຢູ່​ຖືກ​ອົ​ພ​ຍົບ​ໄປ​ເມືອງ Zaporizhia. ອົງ​ການ​ການ​ແດງ​ສາ​ກົ​ລ ຍັງ​ພະ​ຍາ​ຍາມ ທີ່​ຈະ​ເຂົ້າ​ໄປ​ເຖິງ​ໂຕ​ເມືອງ ແຕ່ ກໍ​ບໍ່​ສາ​ມາດ​ເຮັດ​ໄດ້, ແຕ່ ກໍ​ຈະ​ພະ​ຍາ​ຍາມ​ອີກ​ຄັ້ງ​ໃນ​ວັນ​ເສົາ.

ເຈົ້າ​ໜ້າ​ທີ່ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ​ຫຼາຍກວ່າ 1 ແສນ ຄົນ ທີ່​ຍັງ​ຕິດ​ຄ້າງ ຢູ່​ໃນເມືອງ Mariupol. ນອກ​ຈາກນີ້ ຜູ້​ນຳ​ທາງ​ທະ​ຫານ Donetsk ທີ່​ເປັນ​ຝ່າຍ​ຂອງ ຢູ​ເຄຼນ ໄດ້​ກ່າວ ໃນ​ວັນສຸກ​ທີ່​ຜ່ານ​ມາ​ວ່າ ທະ​ຫານ​ຣັສ​ເຊັຽ ບໍ່​ອະ​ນຸ​ຍາດ ໃຫ້​ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸສ​ທັມ ເຂົ້າ​ເຖິງ​ເມືອງ Mariupol ໂດຍ​ສະ​ເພາະ ເຂດທີ່​ມີ​ການ​ປິດ​ລ້ອມ. ທ່ານ Kyrylenko ຜູ້​ນຳ​ທາງ​ທະ​ຫານ Donetsk ໄດ້​ກ່າວຖ​ແລງ​ທາງ​ໂທ​ລະ​ທັດວ່າ ເມືອງ​ດັ່ງ​ກ່າວ ຍັງ​ຄົງ​ຖືກ​ປິດ​ລ້ອມ ແລະ ທະ​ຫານ​ຣັ​ສ​ເຊັຽ ບໍ່​ປະ​ຕິ​ບັດ​ຕາມ​ສັນ​ຍາ ແລະ ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org