ນາງຄຳພຸດຍັງຢູ່ໃນຄຸກ
2015.06.08
ນາງ ຄຳພຸດ ມີຕັນ ອາຍຸ 26 ປີ ຊາວບ້ານ ນາບວມ ເມືອງ ພຽງ ແຂວງ ໄຊຍະບູຣີ, ທີ່ ຖືກ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ເມືອງ ພຽງ ຈັບ ຂັງຄຸກ ເມື່ອ ວັນທີ 21 ພຶສພາ 2015, ໃນ ຂໍ້ຫາ ໃສ່ຮ້າຍ ປ້າຍສີ ເຈົ້າໜ້າທີ່ ຣັຖ ແບບ ບໍ່ມີ ມູນ ຄວາມຈິງ, ຖືວ່າ ເປັນ ໂທດ ການເມືອງ ຈະໄດ້ຮັບ ໂທດ ໜັກ ສົມຄວນ.
ຕາມ ຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງພຽງ, ທີ່ວ່າ ນາງ ໄດ້ ຖ່າຍຮູບ ເອົາ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແລ້ວ ເອົາໄປ ເຜີຍແພ່ ທາງ ເຟສບຸກ, ໂດຍ ຂຽນ ຂໍ້ຄວາມ ໃສ່ວ່າ ເຈົ້າໜ້າທີ່ ເອົາເງິນ ຈາກ ອ້າຍ ຂອງນາງ ຈຳນວນ 40 ພັນ ກີບ ທັ້ງໆ ທີ່ ອ້າຍ ຂອງນາງ ບໍ່ໄດ້ ເຮັດຫຍັງ ຜິດ.
ເຈົ້າໜ້າທີ່ ເມືອງພຽງ ຜູ້ ຂໍສງວນ ຊື່ ເວົ້າວ່າ, ໄດ້ຍິນ ເຈົ້າໜ້າທີ່ ຫລາຍຄົນ ເວົ້າວ່າ, ການທີ່ ນາງ ຄໍາພຸດ ຖືກຈັບ ກໍ ຍ້ອນ ຖ່າຍຮູບ ເອົາ ເຈົ້າໜ້າທີ່ ແລ້ວ ເອົາໄປ ລົງ ເຟສບຸກ, ນາງ ຈຶ່ງຖືກ ຕັ້ງ ຂໍ້ຫາ ວ່າ ໃສ່ຮ້າຍ ຫລື ເວົ້າໃຫ້ ເຈົ້າໜ້າທີ່ ແບບ ເສັຽຫາຍ, ຖືວ່າ ເປັນໂທດ ການເມືອງ.
ທ່ານກ່າວ ຕໍ່ໄປ ວ່າ ປັດຈຸບັນ ນາງ ຄຳພຸດ ຍັງ ຖືກຂັງ ຢູ່ ຫ້ອງການ ຕຳຣວດ ຮັກສາ ຄວາມສງົບ ແຂວງ ໄຊຍະບູຣີ, ໂດຍ ບໍ່ຮູ້ວ່າ ຈະຖືກ ປ່ອຍຕົວ ມື້ໃດ, ຫຼືວ່າ ຈະຖືກ ນຳ ຂຶ້ນສານ ດຳເນີນ ຄະດີ ຂນະທີ່ ທາງ ຄອບຄົວ ຂອງ ນາງ ຍັງ ບໍ່ໄດ້ ຮຽກຮ້ອງ ໃຫ້ ເຈົ້າໜ້າທີ່ ປ່ອຍຕົວ ນາງ ຄໍາພຸດ ນັ້ນ ເທື່ອ.
ທ່ານ ເວົ້າວ່າ ພາຍຫລັງ ທີ່ ນາງ ຄຳພຸດ ໄດ້ ຖືກຈັບ ໄປ, ປາກົດ ວ່າ ຊາວບ້ານ ຫລາຍຄົນ ທີ່ ໃຊ້ ເຟສບຸກ, ກໍ ພາກັນ ຣະວັງ ຫລາຍຂຶ້ນ, ຈົນ ບໍ່ມີ ຜູ້ໃດ ກ້າ ເວົ້າເຖິງ ເຣື້ອງ ຂອງ ນາງ ຄຳພຸດ ອີກ, ເພາະ ຢ້ານ ຖືກ ຕິດຕາມ ຕົວ.
ເມື່ອ ບໍ່ດົນ ມາ ນີ້ ອົງການ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ຢູ່ ຕ່າງ ປະເທສ, ໄດ້ ຂຽນ ຈົດໝາຍ ໄປຫາ ອົງການ ນີຣະໂທດກັມ ສາກົນ, ເພື່ອ ຂໍໃຫ້ ກົດດັນ ທາງການ ລາວ ໃຫ້ ປ່ອຍ ຕົວ ນາງ ຄຳພຸດ ແລະ ໃຫ້ ຄວາມ ຍຸຕິທັມ ແກ່ ນາງ ເພາະ ນາງ ບໍ່ໄດ້ ມີ ຄວາມຜິດ ໃດໆ ທັງ ສິ້ນ, ແລະ ທາງການ ລາວ ຄວນ ຕັ້ງ ຄນະ ສອບສວນ ເຈົ້າໜ້າທີ່ ຜູ້ ຢູ່ໃນ ຮູບ ພາບ ນັ້ນ.