ປຊຊ ບໍ່ກ້າ ເຮັດໄຮ່ ເຂດຊາຍແດນ ລາວ-ກັມພູຊາ
2020.02.12
ປັດຈຸບັນ ປະຊາຊົນ ທີ່ອາໄສ ຢູ່ໃກ້ຊາຍແດນ ລາວ-ກັມພູຊາ ຢູ່ເຂດເມືອງພູວົງ ແຂວງອັດຕະປື ບໍ່ກ້າໄປເຮັດໄຮ່ ເຮັດນາ ຢູ່ເຂດຕາມ ຊາຍແດນລາວ-ກັມພູຊາ ໄດ້ຕາມປົກກະຕິ ໂດຍ ສະເພາະ ຢູ່ເຂດພື້ນທີ່ ພິພາດ ຣະຫວ່າງ ສອງປະເທດ ທີ່ຍັງຕົກລົງກັນ ບໍ່ໄດ້.
ປະຊາຊົນ ຢ້ານທະຫານ ກັມພູຊາ ຈະຈັບໂຕເຂົາເຈົ້າ ໃນຂໍ້ຫາບຸກລຸກດິນແດນ ໃນຂນະທີ່ ການປັກຫລັກໝາຍຊາຍແດນ ທີ່ຍັງບໍ່ທັນສຳເຣັດ, ເຈົ້າໜ້າທີ່ ເມືອງພູວົງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 12 ກຸມພາ ວ່າ:
"ຊາວບ້ານ ເຂົາບໍ່ໄປດຽວນີ້ ເບື້ອງເຮົານີ້ ເຂົາກະບໍ່ກ້າແຫລະ ໄປເຂດນັ້ນ ຖືວ່າ ເຂດນັ້ນ ເຂົາບໍ່ໃຫ້ເຂົ້າໃກ້ນະ ມີແຕ່ວ່າ ບໍ່ໃຫ້ເຄື່ອນໄຫວ ເທື່ອນະ ເຄື່ອນໄຫວ ຢູ່ໃກ້ໆ ບໍ່ໃຫ້ໃກ້ ເປັນເຂດ ຄົງຄ້າງ ເຂົາບໍ່ໃຫ້ຜູ້ໃດ ລ່ວງລ້ຳ.”
ເຈົ້າໜ້າທີ່ ກ່າວຕື່ມວ່າ ປະຊາຊົນ ກັມພູຊາ ສາມາດເຮັດໄຮ່ ເຮັດນາ ຢູ່ໃນເຂດດັ່ງກ່າວໄດ້ ໂດຍບໍ່ຢ້ານ ວ່າ ຈະຖືກ ທະຫານລາວ ຈັບຕົວ ໃນຂນະທີ່ ທະຫານ ຂອງທັງຝ່າຍ ຍັງເຝົ້າລະວັງ ຢູ່ຕາມຊາຍແດນ.
ມາເຖິງປັດຈຸບັນ ຍັງບໍ່ທັນມີ ຄວາມຄືບໜ້າ ໃນການປັກຫລັກໝາຍຊາຍແດນ ເຖິງວ່າ ປີທີ່ຜ່ານມາ ເຈົ້າໜ້າທີ່ ທັງສອງຝ່າຍ ໄດ້ມີການ ລົງສຳຣວດ ຈຸດຍັງຕົກລົງກັນບໍ່ໄດ້.
ການປັກຫລັກໝາຍ ຊາຍແດນລາວ-ກັມພູຊາ ຍັງເຫລືອ ອີກ 14 ເປີເຊັນ ແລະ ຈຸດທີ່ຍັງຄົງຄ້າງ ແມ່ນຢູ່ເຂດ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຢູ່ເຂດເມືອງພູວົງ ແຂວງອັດຕະປື.
ຫຼ້າສຸດ ໃນວັນທີ 9-10 ກຸມພາ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດຂອງລາວ ໄດ້ເດີນທາງໄປ ຢ້ຽມຢາມ ກັມພູຊາ ຕາມຄຳເຊີນຂອງ ພຣະບາດສົມເດັດ ນະໂຣດົມ ສີຫະມຸນີ ເຈົ້າມະຫາຊີວິດ ແຫ່ງປະເທດ ກັມພູຊາ ຊຶ່ງນຶ່ງຫົວຂໍ້ ທີ່ມີການປຶກສາຫາລື ແມ່ນເຣື່ອງບັນຫາຊາຍແດນ ທີ່ຍັງຄົງຄ້າງຢູ່.
ກ່ຽວກັບ ການແກ້ໄຂ ບັນຫາ ວຽກງານຊາຍແດນ, ປະມຸກຣັຖ ຂອງທັງສອງປະເທດ ໄດ້ມອບໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ສອງປະເທດ ຮ່ວມກັນປືກສາຫາລືກັນ ແລະ ປະຕິບັດ ຕາມການຕົກລົງ ຂອງສອງນາຍົກຣັຖມົນຕຼີ ຂອງສອງປະເທດ ຣະຫວ່າງ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຮຸນແຊນ ໃນໄລຍະຜ່ານມາ.