ຣາຍການຊີ້ແຈງບັນຫາຖນົນ
ທາງການ ລາວ ອອກ ແຈ້ງການ ກ່ຽວກັບ ການອອກ ຣາຍການ ໂທຣະພາບ “ໂຍທາ ເພື່ອ ປະຊາຊົນ".
-
ຈໍາປາທອງ
2015-10-22 -
-
-
Your browser doesn’t support HTML5 audio
ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ສປປລາວ ອອກ ແຈ້ງການ ກ່ຽວກັບ ຣາຍການ ໂທຣະພາບ “ໂຍທາ ເພື່ອ ປະຊາຊົນ" ຕື່ມອີກ ຄັ້ງນຶ່ງ ຊຶ່ງ ເມື່ອກ່ອນ ໄດ້ອອກ ອາກາດ ໄປແລ້ວ ແຕ່ ທ້າຍ ເດືອນ ມິຖຸນາ 2012. ເພື່ອ ແກ້ໄຂ ຫາງສຽງ ແລະ ຄວາມ ຂ້ອງໃຈ ຂອງ ປະຊາຊົນ ກ່ຽວກັບ ຖນົນ ຫົນທາງ ບໍ່ດີ, ເປິເປື້ອນ, ເປັນບວກ ເປັນຕົມ, ຂີ້ຝຸ່ນໄງ່ ຫຼາຍ ທີ່ ເປັນພັຍ ຕໍ່ ສຸຂພາບ, ການກໍ່ສ້າງ ໂຄງການ ຕ່າງໆ ທີ່ ກ່ຽວຂ້ອງ ຖືກ ແກ່ຍາວ.
ແຈ້ງການ ສະບັບ ນີ້ ມີຂຶ້ນ ຕາມ ຂໍ້ຕົກລົງ ຂອງ ຣັຖມົນຕຣີ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເມື່ອ ເດືອນ ມິຖຸນາ ປີ 2012 ແລະ ບົດບັນທຶກ ການ ຮ່ວມມື ຣະຫວ່າງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ແລະໂທຣະພາບ ກະຊວງ ປ້ອງກັນ ຄວາມ ສະຫງົບ ໃນ ວັນທີ 4 ກັນຍາ 2015 ແລະ ໄດ້ເລິ້ມ ອອກ ຣາຍການ ນີ້ແລ້ວ ແຕ່ທ້າຍ ເດືອນ ກັນຍາ ມາ.
ການກັບມາ ອອກ ອາກາດ ຂອງ ຣາຍການ “ໂຍທາ ເພື່ອ ປະຊາຊົນ" ນີ້ກໍເພື່ອ ຕອບ ຂໍ້ຂ້ອງໃຈ ຂອງ ປະຊາຊົນ ທີ່ສເນີ ຜ່ານ ໂທລະສັບ ສາຍດ່ວນ ຂອງ ສະພາ ແຫ່ງຊາດ, ເພື່ອສເນີ ຜົລງານ ການ ເຄື່ອນໄຫວ ຂອງ ຄນະນຳ ກະຊວງ ແລະ ຜົລງານ ດ້ານຕ່າງໆ ຂອງຂແນງ ໂຍທາ ທິການ ແລະ ຂົນສົ່ງ.
ປະຊາຊົນ ສເນີຜ່ານ ສາຍດ່ວນ ນັ້ນກໍຍ້ອນ ວ່າ ບໍ່ກ້າ ວິພາກ ວິຈານ ຫລື ສົ່ງຂ່າວ ໂດຍກົງ ຮວມທັງ ເຣຶ່ອງການ ກໍ່ສ້າງ ຂົວ ຂ້າມ ແມ່ນໍ້າຂອງ ຫຼວງພະບາງ ໄຊຍະບູລີ ທີ່ ຖືກ ແກ່ຍາວ ນຳດ້ວຍ.