ຄົນຮ້າຍລັດດຶງສາຍຄໍຄໍາ ອາການ ດີຂຶ້ນ
2018.04.11

ຄົນຮ້າຍທີ່ກໍ່ເຫດ ລັດດຶງສາຍຄໍຄໍາ ໜັກ 20 ບາດ ຢູ່ຕລາດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລ້ວ ຖືກຍິງ 3 ນັດ ຈົນບາດເຈັບສາຫັດ ຖືກສົ່ງເຂົ້າໂຮງໝໍ ເມື່ອວັນທີ 5 ເມສາ ໃນຂນະນີ້ ພົ້ນຂີດອັນຕລາຍແລ້ວ ແຕ່ຍັງຢູ່ໃນຄວາມເບິ່ງແຍງ ຂອງແພດໝໍ ຢ່າງໃກ້ຊິດ. ສ່ວນຄົນຍິງນັ້ນແມ່ນ ເປັນເຈົ້າຂອງສາຍຄໍ, ປັຈຈຸບັນເຈົ້າໜ້າທີ່ຕໍາຣວດ ນະຄອນຫລວງວຽງຈັນ ກໍາລັງສອບປາກຄໍາຢູ່; ດັ່ງເຈົ້າໜ້າທີ່ ເມືອງສີໂຄດຕະບອງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 10 ເມສາ ນີ້ວ່າ:
“ບໍ່ເຖິງຂັ້ນຊີວິດ ເຂົາເຈົ້າແຈ້ງມາ ມື້ວານນີ້ວ່າ ຍັງມີຊີວິດຢູ່ ລອດຊີວິດແລ້ວເນາະ ຜ່າຕັດຮຽບຮ້ອຍແລ້ວ ຍັງຢູ່ໂຮງໝໍ ຍັງເຈັບສາຫັດຢູ່ ຄົນຍີງນີ້ ກໍຍັງຢູ່ ຂັ້ນພິຈາຣະນາ ຂອງເຈົ້າໜ້າທີ່ ຢູ່.”
ທ່ານກ່າວຕຶ່ມວ່າປັຈຈຸບັນ ເຈົ້າໜ້າທີ່ຕໍາຣວດ ກໍາລັງພິຈາຣະນາ ຂໍ້ກ່າວຫາຂອງຜູ້ເສັຍຫາຍ ທີ່ໃຊ້ປຶນຍິງຄົນຮ້າຍ ວ່າມີເຈດຕະນາ ປ້ອງກັນຕົວ ຫຼືແນວໃດ ກ່ອນຈະສລຸບ ສໍານວນຄະດີ ສົ່ງຂຶ້ນສານຕໍ່ໄປ ແຕ່ຍັງບໍ່ສາມາດຣະບຸໄດ້ວ່າ ໂທດຈະໜັກ ຫຼືເບົາ.
ສ່ວນຄົນຮ້າຍທີ່ຍັງນອນໂຮງໝໍຢູ່ນັ້ນ ກໍຈະຖືກດໍາເນີນຄະດີ ຕາມກົດໝາຍ ໃນຂໍ້ຫາປຸ້ນຊິງຊັບ ພົລເມືອງ.
ຕາມຣາຍງານຄົນຮ້າຍ ທີ່ຖືກຍິງເຂົ້າໜ້າທ້ອງ ນັ້ນຊື່ ທ້າວ ສົມບູນ ຫຼື ໂຈ້ ອາຍຸ 30 ປີ ຢູ່ບ້ານນາລ້ອມ ເມືອງໄຊທານີ ນະຄອນຫລວງວຽງຈັນ. ສ່ວນຜູ້ເສັຍຫາຍ ແລະພັລຍານັ້ນ ເປັນປະຊາຊົນຈາກແຂວງບໍຣິຄໍາໄຊ ແຕ່ເຈົ້າໜ້າທີ່ຕໍາຣວດ ບໍ່ໄດ້ຣະບຸຊື່.
ຕາມຫລັກຖານ ຈາກກ້ອງວົງຈອນປິດ ຂອງຕລາດຊັງຈຽງ ໃນວັນເກີດເຫດ ເຫັນຄົນຮ້າຍ 2 ຄົນພຍາຍາມຂີ່ຣົຖຈັກ ຫລົບໜີອອກຈາກຕລາດ ແຕ່ຜູ້ເສັຍຫາຍ ແລ່ນດຶງຣົຖຈັກໄວ້ ແລ້ວມີການ ຕໍ່ສູ້ກັນ ຄົນຣ້າຍຜູ້ນຶ່ງ ພຍາຍາມຍິງປືນໃສ່ ຜູ້ເສັຍຫາຍ ແຕ່ປືນ ບໍ່ລັ່ນ, ຈາກນັ້ນຜູ້ເສັຍຫາຍ ໄດ້ແລ່ນໄປ ເອົາປຶນໃນຣົຖຂອງຕົນ ຍິງຄົນຮ້າຍ ຈົນບາດເຈັບ ສ່ວນຄົນຮ້າຍ ອີກຄົນນຶ່ງຫລົບໜີໄປໄດ້.