ສະຫະຣັຖບໍຣິຈາກເງິນ ໃຫ້ລາວ
2014.02.12

ສະຖານທູດ ສະຫະຣັຖ ປະຈຳລາວ ໄດ້ປະກາດ ຮັບຄຳຮ້ອງ ຈາກອົງກອນ ຊຸມຊົນ, ອົງການ ທີ່ບໍ່ສັງກັດ ຣັຖບານ ອົງການທີ່ບໍ່ຫວັງ ຜົລ ກຳໄຣ ທີ່ເຮັດວຽກ ໃນລາວ ກ່ຽວກັບ ການບໍຣິຈາກເງິນ ເຖິງ 20 ພັນ ໂດລາ ເພື່ອສົ່ງເສີມ ປະຊາທິປະຕັຍ ໃນລາວ.
ການບໍຣິຈາກ ເງິນ ຈຳນວນຫນ້ອຍ ດັ່ງກ່າວ ກໍເພື່ອ ຊຸກຍູ້ ໃຫ້ລາວ ຍົກຣະດັບ ການພົວພັນ ກັບ ສະຖາບັນ ຕ່າງໆ ໃນຂົງເຂດ ເອເຊັຽ- ປາຊີຟິກ, ຍົກຣະດັບ ການປົກປ້ອງ ສິດທິມະນຸດ ແລະ ການປົກຄອງ ແບບຣັຖ ແຫ່ງກົດຫມາຍ ຮ່ວມທັງການ ສົ່ງເສີມ ການແລກປ່ຽນ ທາງດ້ານ ການສຶກສາ, ການແກ້ໄຂ ບັນຫາ ທາງດ້ານການຄ້າ ການສ້າງ ສາຍພົວພັນ ແລະ ການຕ້ານ ແນວຄິດ ກ່ຽວກັບ ວັທນະທັມ ສະຫະຣັດ ຜ່ານການ ແລກປ່ຽນ ທາງດ້ານ ວັທນະທັມ ຣະຫວ່າງ ສອງປະເທດ.
ຈຸດປະສົງ ຂອງໂຄງການ ແມ່ນແນ່ໃສ່ ກຸ່ມນັກຮຽນ ນັກສຶກສາ ກຸ່ມວັຍລູຸນ ຍິງຊາຍ ເປັນສ່ວນໃຫຍ່ ແລະ ເງິນບໍຣິຈາກ ດັ່ງກ່າວ ຈະໃຫ້ ບູຣິມະສິດ ແກ່ ອົງການໃຫມ່ ແລະ ໂຄງການໃຫມ່ເປັນສ່ວນໃຫຍ່ ໃນການຕັດສີນໃຈ. ຈຸດເດັ່ນຂອງອົງການ ເອກຊົນ ຜູ້ທີ່ຈະໄດ້ ຮັບເງິນ ດັ່ງກ່າວ ຕ້ອງເປັນ ອົງການ ທີ່ມີສ່ວນ ພົວພັນ ກັບຫລາຍ ພາກສ່ວນ ໃນຂົງເຂດ, ເປັນຕົ້ນ ການພົວພັນ ທາງ ດ້ານການສຶກສາ ຊຸມຊົນ ກຸມປົກປ້ອງ ສິດທິມະນຸດ ກຸ່ມສົ່ງເສີມ ປະຊາທິປະຕັຍ ແລະ ການປົກຄອງ ແບບຣະບົບ ກົດຫມາຍ.