ຊະຕາກັມຜູ້ໂຍກຍ້າຍຈາກ ເຂື່ອນ

ສິດນີ
2016.06.16
F-Donsahong ຊາວບ້ານທີ່ຫາປາ ໃນເຂດກໍ່ສ້າງ ເຂື່ອນ ດອນສະໂຮງ
RFA

ຫ້ອງການວຽກງານ ດ້ານ ສິດທິມະນຸດ ສະຫະປະຊາຊາດ ມີຄວາມເປັນຫ່ວງ ໃນເຣື້ອງ ສິດທິ ຂອງ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ຈາກ ການສ້າງ ເຂື່ອນ ໃນລາວ ເປັນຕົ້ນ ເຂື່ອນ ດອນສະໂຮງ ແລະ ເຂື່ອນອື່ນໆ. ເນື່ອງຈາກວ່າ ການສ້າງ ເຂື່ອນ ໃນລາວ ໄດ້ ສົ່ງຜົລກະ ທົບ ຕໍ່ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຢ່າງໃຫຍ່ຫຼວງ, ຕົວຢ່າງ ເຂື່ອນ ດອນສະໂຮງ ທີ່ຈະສົ່ງ ຜົລກະທົບ ຕໍ່ ປະຊາຊົນ ລາວ, ຮວມທັງ ກຳພູຊາ ແລະ ວຽດນາມ ຜູ້ ຢູ່ລຸ່ມເຂື່ອນ ທີ່ຕ້ອງ ອາສັຍ ແມ່ນ້ຳຂອງ ໃນການລ້ຽງຊີພ ການຫາປາ ແລະ ການກະເສດ ປະເພດ ຕ່າງໆ.

ຣາຍງານ ຣະບຸວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະເຮັດໃຫ້ ປະຊາຊົນ ທ້ອງຖິ່ນ ຂາດສິດທິ ຫຼາຍຢ່າງ ເປັນຕົ້ນ ສິດທິ ຂອງການ ດຳຣົງ ຊີວິດ ແບບດັ້ງເດີມ ສິດທິ ການເດີນເຮືອ ແລະ ສິດທິ ການຢູ່ກິນ ແບບໄດ້ ມາຈາກ ທັມມະຊາດ ເປັນຕົ້ນ ການຕຶກປາ ການຫາ ຣາຍໄດ້ ຈາກ ການທ່ອງທ່ຽວ ແບບຣະບົບ ນິເວດ ແລະອື່ນໆ ຮ່ວມທັງ ສິດທິ ການເຂົ້າເຖິງ ຂໍ້ມູນ ຂ່າວສານ ແລະ ການມີສ່ວນຮ່ວມ. ກ່ຽວກັບ ບັນຫາ ດັ່ງກ່າວ ນາງ Tanja Venisnik ເຈົ້າຫນ້າທີ່ ຝ່າຍ ກົດຫໝາຍ ຈາກ ອົງການ Earth Rights International ກ່າວວ່າ ຣາຍງານ ຄວາມກັງວົນ ຂອງ ອົງການ ສະຫະປະຊາຊາດ ມີຄວາມສຳຄັນ ໃນການຊຸກຍູ້ ໃຫ້ ຣັຖບານລາວ ໃຫ້ຄວາມ ສຳຄັນ ແກ່ສິດທິ ຂອງ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ:

"ກົລໄກ ພິເສດ ຂອງ ສະຫະປະຊາຊາດ ບໍ່ສາມາດ ດຳເນີນການ ຟ້ອງຮ້ອງ ຫນ່ວຍງານ ທີ່ກ່ຽວກັບ ການຣະເມີດ ສິດທິ ໄດ້, ແຕ່ຂະເຈົ້າ ສາມາດ ສົ່ງຄວາມເຫັນ ໄປ ໃຫ້ຣັຖບານ ລາວ ແລະ ພາກສ່ວນ ກ່ຽວຂ້ອງ ໃຫ້ຄວາມສຳຄັນ ຕໍ່ສິດທິ ຂອງຊຸມຊົນ ທີ່ ໄດ້ຮັບ ຜົລກະທົບ ຈາກໂຄງການ ເຂື່ອນ ດອນສະໂຮງ ໄດ້ ແລະ ໂຄງການນີ້ ກໍໄດ້ຖືກ ກ່າວເຖິງ ໃນຫນ່ວຍງານ ດ້ານ ສິດທິ ມະນຸດ ແລ້ວ".

ປັດຈຸບັນ ເຂື່ອນ ດອນສະໂຮງ ຖືກສ້າງແລ້ວ 10% ໂດຍ ບໍຣິສັດ Mega First ຂອງ ມາເລເຊັຽ ທີ່ ເປັນເຈົ້າຂອງ ໂຄງການ, ບໍຣິສັດ ຈີນ ເປັນຜູ້ ຮັບເຫມົາ ກໍ່ສ້າງ. ທາງການລາວ ໄດ້ສັ່ງຫ້າມ ບໍ່ໃຫ້ຊາວບ້ານ ເຂົ້າໄປ ຫາປາ ໃນ ບໍຣິເວນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.