UNHCR ເສັຍໃຈທີ່ໄທສົ່ງ ມົວຕົວເທີ ກັບໄປລາວ

ອະວາຣີ
2014.07.09
f-default UNHCR ເສັຍໃຈທີ່ໄທສົ່ງ ມົວຕົວເທີ ກັບໄປລາວ
RFA

 

ຫ້ອງການ ຂ້າຫລວງໃຫຍ່ ສະຫະປະຊາຊາດ ເພື່ອ ອົພຍົບ ຫລື UNHCR ສະແດງ ຄວາມ ເສັຍໃຈ ທີ່ ທາງການໄທ ຈັດສົ່ງ ທ່ານ ມົວຕົວເທີ ຜູ້ນຳ ຊາວເຜົ່າມົ້ງ ກັບຄືນ ປະເທດລາວ.

ທ່ານ ມົວຕົວເທີ ເປັນອະດີດ ຜູ້ນຳ ຊາວລາວ ເຜົ່າມົ້ງ ທີ່ ເຄີຍເຄື່ອນໄຫວ ຕໍ່ຕ້ານ ຣັຖບານ ລາວ. ຫ້ອງການ ຂ້າຫລວງໃຫຍ່ ອອກ ຖແລງການ ຈາກ ນະຄອນ ເຈນີວາ ປະເທດ ສະວິສເຊີແລັນ ເມື່ອວັນ ທີ່ 8 ເດືອນ ກໍຣະກະດາ ປີ 2014 ນີ້ວ່າ UNHCR ຂໍສະແດງ ຄວາມເສັຍໃຈ ທີ່ ທາງການໄທ ໄດ້ສົ່ງ ທ່ານ ມົວຕົວເທີ ທີ່ເປັນ ອົພຍົບ ຖືກ ຮັບຮູ້ ຈາກ ອົງການ ສະຫະປະຊາຊາດ ກັບຄືນ ສປປລາວ ຊຶ່ງ ຜູ້ກ່ຽວ ຈະປະເຊີນ ກັບການ ລົງໂທດ ຢ່າງ ແສນສາຫັດ.

ກ່ອນໜ້ານີ້ ຫ້ອງການ ສະຫະປະຊາຊາດ ເພື່ອ ຊາວ ອົພຍົບ ໄດ້ ຮຽກຮ້ອງ ໃຫ້ ຣັຖບານ ຣາຊອານາຈັກ ໄທ ບໍ່ຕ້ອງ ສົ່ງ ອົພຍົບ ຜູ້ນີ້ ກັບຄືນ ປະເທດລາວ. ແຕ່ເມື່ອ ບໍ່ດົນ ຜ່ານມາ ທາງການໄທ ກໍໄດ້ ຈັດສົ່ງ ທ່ານ ມົວຕົວເທີ ກັບຄືນ ສປປລາວ ແລ້ວ ຊຶ່ງ ເຮັດໃຫ້ ຫ້ອງການ ສະຫະປະຊາຊາດ ມີຄວາມ ເປັນຫ່ວງ ແລະ ວິຕົກ ກັງວົນ ເປັນຢ່າງຍິ່ງ ໃນ ຊະຕາກັມ ຂອງ ຜູ້ກ່ຽວ.

ຖແລງການ ຂອງ ຫ້ອງການ ສະຫະປະຊາຊາດ ເພື່ອ ຊາວ ອົພຍົບ ແຈ້ງອີກວ່າ ການສົ່ງ ທ່ານ ມົວຕົວເທີ ກັບຄືນ ສປປລາວ ເທື່ອນີ້ ເປັນການ ຣະເມີດ ກົດໝາຍ ສາກົນ ທີ່ ຫ້າມ ປະເທດໃດ ປະເທດນຶ່ງ ຈັດສົ່ງ ຊາວ ອົພຍົບ ກັບຄືນ ປະເທດເດີມ ບ່ອນທີ່ ພວກເຂົາເຈົ້າ ຈະຖືກ ປະຫັດ ປະຫານ. ບໍ່ເທົ່ານັ້ນ ການບັງຄັບ ສົ່ງບຸກຄົນ ໃດ ບຸກຄົນນຶ່ງ ກັບຄືນ ປະເທດເດີມ ຍັງເປັນ ການຣະເມີດ ສົນທິ ສັນຍາ ຕ້ານການ ທໍຣະມານ ການລົງໂທດ ທີ່ໂຫດຮ້າຍ ໄຮ້ ມະນຸສທັມ ຊຶ່ງ ປະເທດໄທ ກໍເປັນ ພາຄີ ຂອງ ສົນທິ ສັນຍາ ດັ່ງກ່າວ.

ໃນຕອນທ້າຍ ຂອງ ຖແລງການ ຫ້ອງການ ສະຫະປະຊາຊາດ ເພື່ອ ຊາວ ອົພຍົບ ໄດ້ຮຽກຮ້ອງ ອີກເທື່ອນຶ່ງ ໃຫ້ ທາງການໄທ ເຄົາຣົບ ນັບຖື ກົົດໝາຍ ສາກົນ ສົນທິ ສັນຍາ ແລະ ສິດທິພື້ນຖານ ຂອງ ມະນຸດ ໃຫ້ດີຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.