ຫຼາຍຄົນເຊື່ອວ່າ ການຊັບປ່ຽນໜ້າທີ່ເຈົ້າແຂວງ ບໍ່ໄດ້ຊ່ວຍແກ້ບັນຫາຂອງແຂວງ
ເຈົ້າແຂວງ 2 ແຂວງຖືກຍົກຍ້າຍ ຊັບປ່ຽນໜ້າທີ່ ຂະນະທີ່ປະຊາຊົນເຂົ້າໃຈວ່າ ການຍົກຍ້າຍ ເຈົ້າແຂວງອັດຕະປື ແລະເຈົ້າແຂວງ ແຂວງຫົວພັນ ຈະບໍ່ສົ່ງຜົລແຕກຕ່າງກັນ ຫຼື ຖ້າເວົ້າແນວນຶ່ງກໍຄື ການຍົກຍ້າຍໃນຄັ້ງນີ້ ບໍ່ແມ່ນເພື່ອເປັນການແກ້ໄຂບັນຫາໃຫ້ດີຂຶ້ນ.
-
ຈຳປາທອງ
2023-10-06 -
-
-
Your browser doesn’t support HTML5 audio
ກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກາດຍົກຍ້າຍ ເລຂາພັກແຂວງ ແລະເຈົ້າແຂວງ 2 ແຂວງ ຄື ແຂວງຫົວພັນ ແລະ ແຂວງອັດຕະປື. ຍົກຍ້າຍ ດຣ. ຄຳແພງ ໄຊສົມແພງ, ຣັຖມົນຕຣີປະຈຳສຳນັກງານນາຍົກ ໄປເປັນເລຂາພັກແຂວງ ແລະເຈົ້າແຂວງ ແຂວງຫົວພັນ ແທນທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ ແລະເຈົ້າແຂວງ ຜູ້ເກົ່າ ແລະໄດ້ຍົກຍ້າຍ ພົລຕຣີ ວັນທອງ ກອງມະນີ, ຮອງຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄປເປັນເລຂາພັກແຂວງ ແລະ ເຈົ້າແຂວງ ແຂວງອັດຕະປື ຜູ້ໃໝ່ ແທນ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ແລະເຈົ້າແຂວງ ຜູ້ເກົ່າ.
ພິທີມອບ-ຮັບຕໍາແໜ່ງ ຢູ່ທັງ 2 ແຂວງທີ່ວ່ານີ້ ໄດ້ຈັດຂຶ້ນໃນມື້ວັນທີ 5 ຕຸລານີ້. ອີງຕາມຣາຍງານແມ່ນວ່າ ທ່ານ ເລັດ ໄຊຍະພອນ ຈະຖືກໃຫ້ໄປຮັບໜ້າທີ່ໃໝ່ ຢູ່ສູນກາງສະຫະພັນກັມມະບານລາວ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມຊາວລາວ ຢູ່ທັງແຂວງຫົວພັນ ແລະແຂວງອັດຕະປື ໃນມື້ວັນທີ 6 ຕຸລານີ້, ໄດ້ຮັບຄໍາຕອບ ຈາກຜູ້ທີ່ບໍ່ປະສົງອອກຊື່ກ່າວວ່າ ການປ່ຽນໂຕເຈົ້າແຂວງ ອາດບໍ່ມີ ຄວາມປ່ຽນແປງ ໃຫ້ແກ່ແຂວງອັດຕະປື ຫຼາຍປານໃດ, ໂດຍສະເພາະ ບັນຫາການສັມປະທານທີ່ດິນ ເພື່ອການກະສິກັມ ແລະ ການຂຸດຄົ້ນແຮ່ທາດ.
“ຊ່ຳເກົ່ານີ້ແຫຼະ ຊິແມ່ນຂຸດຄົ້ນຫຼາຍກ່ອນເກົ່າອີກສາ. ຕັດຕົ້ນໄມ້ນີ້ແຫຼະ ສັມປະທານດິນແນ່. ອັ່ນໂຕຂຸດຄົ້ນແຮ່ທາດ ຢູ່ເມືອງຊານໄຊບໍ່. ກໍແຂວງດຽວກັນນີ້ແຫຼະ.”
ປະຊາຊົນອີກຜູ້ນຶ່ງ ຢູ່ແຂວງອັດຕະປື ຄືກັນນັ້ນເວົ້າວ່າ ທີ່ຜ່ານມາ ທາງການແຂວງອັດຕະປື ໃຫ້ສັມປະທານທີ່ດິນ ແກ່ເອກກະຊົນ ເພື່ອສ້າງຕລາດ.
“ມີຕລາດຢູ່ຫັ້ນ, ຕລາດສ້າງໃໝ່. ແຕ່ວ່າມັນ ມາເຈີວິກິດຊ່ວງນຶ່ງຫັ້ນນ່າ, ເຂົາກະຍັງຂາຍຢູ່ ຂາຍຢູ່ຕລາດຫັ້ນນ່າ ຢູ່ໃນໂຕຕລາດເລີຍ, ແຕ່ວ່າມັນເປັນດິນທີ່ວ່າ ດິນເຊົ່າສັມປະທານຫັ້ນນ່າ. ແມ່ນໆ ຢູ່ຫັ້ນນ່າ ຢູ່ຕລາດຫັ້ນນ່າ ມັນປູກເປັນເຮືອນເປັນຊານແລ້ວ ໝົດແລ້ວຫັ້ນນ່າ ມີແຕ່ມາຊື້ຢູ່ເລີຍ.”
ທີ່ຜ່ານມາ, ການບໍຣິຫານແຂວງອັດຕະປື ຂອງທ່ານ ເລັດ ໄຊຍະພອນ ໄດ້ມີຫາງສຽງ ວິພາກວິຈານ ຢູ່ພໍສົມຄວນ ເປັນຕົ້ນ ການໃຫ້ສັມປະທານທີ່ດິນ ເພື່ອການກະສິກັມ ທີ່ສ້າງຄວາມຂັດແຍ່ງ ລະຫວ່າງ ນາຍທຶນ ແລະ ຊາວບ້ານ ຫຼາຍຄັ້ງ, ການແກ້ໄຂຜົລກະທົບຈາກໄພພິບັດ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ແລະ ການໃຫ້ເງິນຊົດເຊີຍ ແກ່ຜູ້ປະສົບໄພຊັກຊ້າ, ລວມທັງ ການໃຫ້ສັມປະທານຕັດໄມ້ ແກ່ນັກລົງທຶນ.
ພົລຕຣີ ວັນທອງ ກອງມະນີ, ເຈົ້າແຂວງ ແຂວງອັດຕະປື ຜູ້ໃໝ່, ເຄີຍເປັນຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ກ່ອນຈະຖືກຍົກຍ້າຍ ໄປເປັນ ຮອງຣັຖມົນຕຣີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສງົບ, ຮັບຜິດຊອບວຽກງານສະກັດກັ້ນ ແລະຕ້ານ ການຄ້າມະນຸສ.
ສໍາລັບແຂວງຫົວພັນ ທີ່ວ່າມີເລຂາພັກແຂວງ ແລະເຈົ້າແຂວງຜູ້ໃໝ່ ຄືທ່ານ ຄຳແພງ ໄຊສົມແພງ ນີ້ ປະຊາຊົນາງນຶ່ງ ຢູ່ແຂວງຫົວພັນ ເວົ້າວ່າ ນາງຍັງບໍ່ທັນຮູ້ ເຈົ້າແຂວງຜູ້ໃໝ່ນີ້ ຈະເຮັດແນວໃດ ເພື່ອແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນ, ຍ້ອນທີ່ຜ່ານມາ ການນຳແຂວງ ກໍບໍ່ໄດ້ລົງມາໃກ້ຊິດຕິດແທດ ກັບປະຊາຊົນ ປານໃດ
“ບໍ່ຮູ້ແຫຼະ ເຈົ້າແຂວງຈະເຮັດອັນໃດ ບໍ່ເຫັນເຂົາມານຳພາເຮົາ. ກະລົງມານຳພາປະຊາຊົນ, ເອີ້! ບ້ານນີ້ ຢາກໄດ້ຫຍັງໆ ຄືເບິ່ງ ຖ້າເຂົາເຮັດຫັ້ນນ່າ. ມີແຕ່ຂແນງການໃດນຶ່ງມາ ມາເຮັດ ມາແນະນຳໜ້ອຍນຶ່ງກະໄປ ຊ່ຳນີ້. ເຮັດວຽກເອົາຈິງເອົາຈັງແນ່.”
ພະນັກງານຣັຖນາງນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງ ຢູ່ແຂວງດຽວກັນນີ້ ເວົ້າວ່າ: ຢາກສເນີໃຫ້ ເຈົ້າແຂວງຜູ້ໃໝ່ ສົ່ງເສີມການປູກຝັງ ແລະຂາຍຜົລຜລິດ ໃຫ້ໄດ້ລາຄາດີ.
.“ສົມມຸດວ່າ ເອີ້, ແຂວງຫົວພັນເຮົາປູກ ໂຕຢ່າງປູກຂີງຫຼາຍດຽວນີ້ເນາະ ປູກຂີງຫຼາຍ ພັດເຈົ້າແຂວງມາໃຫ້ນີ້ ຮັບຊື້ ເຊັນສັນຍາຊື້ ເອົາທຶນລົງໃຫ້ ມັນຈຶ່ງຈັ່ງໄດ້ເງິນ. ແຕ່ງເຂົາລົງທຶນເອງ ລົງທຶນເອງ ລະວ່າງຄົນຕ່າງປະເທດມາຊື້ ບາດຊິວ່າລົງຣາຄາຈັ່ງຊີ້ນ່າ ເຮົາກໍທຸກຫຼາຍນີ້ນ່າ. ”
ດຣ. ຄຳແພງ ໄຊສົມແພງ ເປັນລູກຊາຍຂອງ ທ່ານ ໄມສຸກ ໄຊສົມແພງ, ອະດີດປະທານສູນກາງ ແນວລາວສ້າງຊາຕ, ເປັນສາມີຂອງ ຍານາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ເປັນລູກເຂີຍ ຂອງທ່ານ ຄຳໄຕ ສີພັນດອນ, ອະດີດປະທານພັກ ແລະປະທານປະເທດ, ເປັນອ້າຍເຂີຍ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີຄົນປັດຈຸບັນ.
ທີ່ຜ່ານມາ, ທ່ານ ໄດ້ເປັນເຈົ້າແຂວງ ແຂວງຫຼວງພຣະບາງ, ເປັນຣັຖມົນຕຣີ ກະຊວງແຮງງານ ແລະສວັດດິການສັງຄົມ, ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ແລະ ໄດ້ເປັນຣັຖມົນຕຣີ ປະຈຳສຳນັກງານນາຍົກຣັຖມົນຕຣີ.
ໃນໄລຍະ ທີ່ທ່ານເປັນຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ເກີດວິກິດ ຂາດແຄນນ້ຳມັນເຊື້ອເພີງຢູ່ລາວ ແຕ່ເດືອນພຶສພາ ຫາເດືອນມິຖຸນາ 2022, ເປັນເຫດໃຫ້ທ່ານຖືກຍົກຍ້າຍ ໄປເປັນ ຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ.
ຕາມມາດຕຣາ 77 ຂໍ້ 6 ຂອງຣັຖທັມມະນູນ ແຫ່ງ ສປປ ລາວ ແລ້ວແມ່ນວ່າ ເຈົ້າແຂວງຜູ້ໃໝ່ ທັງ 2 ທ່ານນີ້ ຈະໄດ້ຮັບຕຳແໜ່ງຢ່າງສົມບູນ ກໍຕໍ່ເມື່ອໄດ້ຜ່ານການຮັບຮອງ ຈາກກອງປະຊຸມ ສະພາປະຊາຊົນແຂວງ ທີ່ວ່າ ມີສິດ ແລະໜ້າທີ່ເລືອກຕັ້ງ ແລະປົດຕໍາແໜ່ງເຈົ້າແຂວງ ຕາມການສເນີ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ແຕ່ການຍົກຍ້າຍ ສັບປ່ຽນຕໍາແໜ່ງທີ່ວ່ານີ້ ແມ່ນປະຕິບັດຕາມຄຳສັ່ງຂອງກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ ວັນທີ 27 ກັນຍາ 2023 ແລະ ມະຕິຕົກລົງກ່ຽວຂ້ອງຈຳນວນນຶ່ງ ໃນການສັບປ່ຽນພະນັກງານຂັ້ນສູງຂອງພັກ, ອີງຕາມຣາຍງານຂອງວຽງຈັນໃໝ່.