ເດັກນ້ອຍຕ້ອງຢຸດຮຽນຍ້ອນ ຄວາມຍາກຈົນ

ໄມໂຊລີ
2014.03.14
f-students ຊັພຍາກອນ ມະນຸດ ທີ່ມີ ຄຸນນະພາບ ເລີ້ມຈາກ ເດັກນ້ອຍ ໄດ້ເຂົ້າ ໂຮງຮຽນ ໄດ້ຮຽນຮູ້ ຕາມອາຍຸ ວັຍຮຽນ
Citizen journalist

 

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ສຶກສາທິການ ແລະ ກິລາ ທ່ານນື່ງ ກ່າວຕໍ່ ເອເຊັຽເສຣີ ວ່າ ອັດຕຣາ ການອອກ ໂຮງຮຽນ ຂອງ ເດັກນ້ອຍ ໃນຊັ້ນ ປະຖົມ ສຶກສາ ຢູ່ ທົ່ວປະເທດ ລາວ ຍັງມີສູງ ກວ່າ 20 ສ່ວນຮ້ອຍ ໃນ ປັຈຈຸບັນ. ສາເຫດ ສໍາຄັນ ກໍມາຈາກ ບັນຫາ ຄວາມຍາກຈົນ ໃນຄອບຄົວ ຈຶ່ງເຮັດໃຫ້ ຜູ້ເປັນ ພໍ່ແມ່ ບໍ່ສາມາດ ສົ່ງເສີມ ໃຫ້ລູກມາ ເຂົ້າໂຮງຮຽນ ໄດ້ຕາມ ປົກກະຕິ.

ເຖີງແມ່ນວ່າ ການເຂົ້າຮຽນ ໃນຊັ້ນ ປະຖົມ ສຶກສາ ຂອງເດັກນ້ອຍ ໃນສົກປີ 2013-2014 ນີ້ ຄິດເປັນ ອັດຕຣາ ສະເລັ່ຍ ທີ່ສູງເຖິງ 95 ສ່ວນຮ້ອຍ ກໍຕາມ ແຕ່ ຄວາມຈິງ ແລ້ວ ມີເດັກນ້ອຍ ເຂົ້າ ໂຮງຮຽນ ເປັນ ປົກກະຕິ ພຽງແຕ່ 75 ສ່ວນຮ້ອຍ ເທົ່ານັ້ນ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:

“ອັດຕຣາ ປະລະ ການສຶກສາ ຫຼືວ່າ ອັດຕຣາ ການລອດເຫລືອ ເນາະ, ສົມມຸດວ່າ ເດັກນ້ອຍ ເຂົ້າຊັ້ນ ປໍ 1 ໄປຮອດ ຊັ້ນ ປໍ 5 ເຂົ້າດຽວນີ້ ເຮົາຕັ້ງເປົ້າ ໄວ້ໃຫ້ ມັນໄດ້ຮອດ 95 ສ່ວນຮ້ອຍ ແຕ່ວ່າ ໃນໂຕຈີງ ຜັດຮອດ ມາດຽວນີ້ ມີແຕ່ 75 ສ່ວນຮ້ອຍ ສ່ວນ 20 ສ່ວນຮ້ອຍ ພັດເສັຍໄປ ອັນນັ້ນ ກໍ ຈະຕ້ອງໄດ້ ສຸມໃສ່ ແກ້ໃຂ ເຮັດ ຈັ່ງໃດ ຊ່ວຍສ້າງ ເງື່ອນໃຂ ໃຫ້ ເຂົາສາມາດ ຮຽນຈົບ”.

ຕໍ່ບັນຫາ ທີ່ ເວົ້າມານີ້ ຖືວ່າ ເປັນ ສະພາບການ ທີ່ ກົງກັນຂ້າມ ກັບ ນະໂຍບາຍ ຂອງທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ລາວ ທີ່ຕ້ອງການ ຂຍາຍ ໂອກາດ ດ້ານ ການສຶກສາ ໄປຍັງເຂດ ຊົນນະບົດ ໃນ ທົ່ວປະເທດ ແຕ່ຍ້ອນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ຍັງບໍ່ໄດ້ ຮັບການ ແກ້ໃຂ ເທົ່າທີ່ຄວນ ນະໂຍບາຍ ດັ່ງກ່າວ ຈື່ງບໍ່ ບັນລຸ ເປົ້າໝາຍ ທີ່ວາງອອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.