ເຮືອທ່ອງທ່ຽວຫຼົ້ມ ທ່ານ ຈູມມາລີ ລອດໄດ້ຢ່າງ ປະຕິຫານ
2021.04.05

ໃນຕອນເຊົ້າ ຂອງ ວັນອາທິດ ວັນທີ 4 ເມສາ ເວລາປະມານ 8 ຫາ 9 ໂມງ ຕາມເວລາ ທ້ອງຖິ່ນໃນລາວ, ໄດ້ເກີດເຫດເຮືອ ທ່ອງທ່ຽວ ທີ່ໃຫ້ບໍຣິການ ແກ່ຄອບຄົວ ຂອງ ທ່ານ ຈູມມາລີ ໄຊຍະສອນ, ອະດີດປະທານ ປະເທດລາວ ພ້ອມດ້ວຍຄອບຄົວ ຫຼົ້ມກາງນ້ຳ ທີ່ອ່າງນ້ຳງື່ມ ເມືອງທຸລະຄົມ ແຂວງວຽງຈັນ ໃກ້ກັບເຂດໂຮງແຮມ ສຸຂະບູລີ ແລະ ແຫຼ່ງທ່ອງທ່ຽວ ແດນສວັນ ຣີສອດ ແລະ ກາສິໂນ ພາຍຫຼັງທີ່ທ່ານ ແລະ ຄອບຄົວ ພວມຈະເດີນທາງກັບ ຈາກການພັກຜ່ອນ ຕັ້ງແຕ່ມື້ວັນເສົາ ເຮັດໃຫ້ມີຜູ້ເສັຽຊີວິຕ ທັງໝົດ 8 ຄົນ, ແຕ່ທ່ານ ຈູມມາລີ ໄຊຍະສອນ ລອດຊີວິຕ.
ໃນຈຳນວນ 8 ຄົນ ທີ່ເສັຽຊີວິຕນັ້ນ, ຜູ້ສຳຄັນ 2 ຄົນ ທີ່ເສັຽຊີວິຕ ແມ່ນ ຍານາງ ແກ້ວສາຍໃຈ ໄຊຍະສອນ, ພັລຍາ ທ່ານ ຈູມມາລີ ໄຊຍະສອນ ແລະ ທ່ານ ວີດົງ ໄຊຍະສອນ, ອະດີດ ເຈົ້າແຂວງວຽງຈັນ ແລະ ຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ ທັງ ເປັນລູກຊາຍ ຂອງທ່ານ ຈູມມາລີ ໄຊຍະສອນ ນຳດ້ວຍ.
ແລະ ອີກ 6 ຄົນທີ່ເສັຍຊີວິດ ຄື, ນາງ ມະນີຈັນ ສີໃສແກ້ວ, ທ້າວ ລິດຕິພົງ ແພງຄໍາເກີດ, ນາງ ວາດສະໜາ ໄຊຍະສອນ, ນາງ ຕາຕາ ໄຊຍະສອນ, ທ້າວ ໄຊພອນ ແລະ ນາງ ຈັນຄໍາ.
ສ່ວນ ທ່ານ ຈູມມາລີ ໄຊຍະສອນ, ທີ່ລອດຊີວິຕນັ້ນ ກໍຢູ່ໃນອາການ ທີ່ປອດພັຍດີແລ້ວ ພາຍຫຼັງທີ່ຖືກສົ່ງໄປປິ່ນປົວທີ່ໂຮງໝໍ.
ທັນທີທີ່ເກີດເຫດ ໃນມື້ດັ່ງກ່າວ, ບັນດາທີມງານກູ້ພັຍ ຈາກພາກສ່ວນຕ່າງໆ ກໍໄດ້ຮ່ວມກັນກູ້ພັຍ ເພື່ອຊ່ອຍເຫຼືອເອົາຜູ້ລອດຊີວິຕ ແລະ ນຳສົບຜູ້ເສັຽຊີວິຕ ຂຶ້ນມາສູ່ຝັ່ງ ຈົນສຳເຣັດ, ເຊິ່ງສາມາດສລຸບໄດ້ ໃນເບື້ອງຕົ້ນວ່າ ມີຜູ້ເສັຽຊີວິຕ 8 ຄົນ ແລະ ມີຜູ້ລອດຊີວິຕ 40 ຄົນ ຈາກ ທີ່ມີຜູ້ໂດຍສານເທິງເຮືອ ທັງໝົດ 48 ຄົນ.
ປັດຈຸບັນ, ບັນດາທີມງານກູ້ພັຍ ຈາກພາກສ່ວນຕ່າງໆ ກໍໄດ້ຍຸຕິການຄົ້ນຫາທັງໝົດແລ້ວ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກູ້ພັຍ ໃນນະຄອນຫຼວງວຽງຈັນ ທີ່ໄດ້ກ່າວຢືນຢັນ ຕໍ່ຜູ້ສື່ ຂ່າວວິທຍຸເອເຊັຽເສຣີ ໃນຕອນແລງ ຂອງວັນທີ 05 ເມສາ ນີ້ວ່າ:
“ຍຸຕິແລ້ວ. ນະ ປັດຈຸບັນນີ້ເນາະ, ທີ່ພວກເຮົາເກັບໂຕເລຂໄດ້ມື້ວານນີ້ເນາະ ແມ່ນທັງໝົດລະແມ່ນ 40 ສະເພາະຜູ້ລອດຊີວິຕ, ລະ ສະເພາະຜູ້ເສັຽຊີວິຕແມ່ນ 8.”
ທ່ານກ່າວຕື່ມວ່າ ການຄົ້ນຫາ ກໍເປັນໄປດ້ວຍຄວາມຫຍຸ້ງຍາກ ເພາະຫ່າງຈາກຝັ່ງເຖິງ 400 ແມັຕ ແລະ ປະສົມກັບສະພາບ ອາກາດ ທີ່ມີລົມແຮງ ແລະ ຝົນຕົກໝົດມື້.
“ຢູ່ໃນຊ່ວງໄລຍະ ທີ່ວ່າພວກເຮົາ ເຂົ້າໄປຊ່ອຍເຫຼືອຫັ້ນ ແມ່ນຍັງມີຄວາມຫຍຸ້ງຍາກຢູ່ ເພາະວ່າ ຊ່ວງໄລຍະເວລາ ທີ່ພວກເຮົາ ຮອດນະຈຸດເກີດເຫດຫັ້ນ, ກະຖືວ່າຍັງມີຝົນ ລະກະ ຍັງມີ ລົມແຮງພໍສົມຄວນ. ໄດ້ໃຊ້ເວລາພໍສົມຄວນ ກ່ອນຊິເຖິງຈຸດເກີດເຫດ ຫັ້ນນ່າ ຈາກຝັ່ງ. ຈາກທີ່ເພິ່ນຂຶ້ນເຮືອທຳອິດເນາະ ຫາບ່ອນຈຸດເຮືອຫຼົ້ມເນາະ 400 ແມັຕ.”
ໃນເວລານີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງສືບຕໍ່ຊອກຫາສາເຫດຢູ່ ແລະ ຍັງບໍ່ສາມາດສລຸບໄດ້ເທື່ອວ່າ ເຮືອທ່ອງທ່ຽວຫຼົ້ມຄັ້ງນີ້ ມີສາເຫດມາຈາກຫຍັງແທ້.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ທີມມະນຸດກົບ ໄດ້ສອບຖາມຜູ້ຂັບເຮືອລຳ ດັ່ງກ່າວ ທີ່ລອດຊີວິຕນັ້ນວ່າ ເຮືອຫຼົ້ມໃນເທື່ອນີ້ເປັນ ຍ້ອນຖືກລົມພະຍຸພັດໃສ່ ຢ່າງແຮງ ໃນຂນະທີ່ພວມ ລ້ຽວເຮືອ ຈຶ່ງເຮັດໃຫ້ເຮືອປີ້ນ ແລ້ວຫຼົ້ມ.
“ເບື້ອງຕົ້ນ ພວກເຮົາສອບຖາມນຳ ເຂົາເອີ້ນວ່າຄົນຂັບເຮືອເນາະ, ແມ່ນກຳລັງໂຄ້ງ ໂຄ້ງແລ້ວລົມຕີ, ມີຄື້ນແດ່, ລົມຕີ. ເອີ່, ເພາະວ່າມັນເປັນຮ່ອມເດ. ເພາະວ່າພວກເຮົາຢູ່ໃນທີມນີ້ ພວກເຮົາຕ້ອງຮູ້ວ່າ ທາງເບື້ອງໃດໄປເບື້ອງໃດກ່ອນ ລະມັນລົມງ່ຽງ ມາເບື້ອງນີ້ບໍ່? ມັນລົ້ມມາເບື້ອງນີ້ບໍ່? ຄົນມັນຕ້ອງງ່ຽງ ໄປເບື້ອງໃດ? ພວກເຮົາເວລາຄົ້ນຫາຄົນ ມັນຈຶ່ງໄດ້ ເປັນຈຸດເປັນຈຸດເນາະ.”
ມາເຖິງຕອນແລງ ຂອງວັນຈັນ ວັນທີ 5 ເມສາ ນີ້, ພາກສ່ວນທີ່ກ່ຽວຂ້ອງ ກໍນຳສົບຜູ້ເສັຽຊີວິຕທັງໝົດ ກັບມາສູ່ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວ, ໂດຍສົບຂອງ ຍານາງ ແກ້ວສາຍໃຈ ໄຊຍະສອນ ແລະ ທ່ານ ວີດົງ ໄຊຍະສອນ ພ້ອມສະມາຊິກຄອບຄົວ ອີກ 4 ສົບ ລວມທັງໝົດ 6 ສົບ ໄດ້ນຳມາໄວ້ ທີ່ສະໂມສອນໃຫຍ່ ຂອງກະຊວງປ້ອງກັນປະເທດ ທີ່ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອບຳເພັນກຸສົນ ຕາມພິທີທາງສາສນາແລ້ວ ແລະ ຄະນະຣັຖບານລາວ ກໍໄດ້ປະກາດໄວ້ອາລັຍ ຢ່າງເປັນ ທາງການ ເປັນເວລາ 4 ມື້ ຄືແຕ່ວັນທີ 5 ຫາ 8 ເມສາ ແລະ ກຳນົດມື້ຊາປະນະກິຈສົບ ໃນວັນທີ 8 ເມສາ ເວລາ ບ່າຍ 1 ໂມງ ທີ່ວັດເທບນິມິຕ ຫຼືວັດທາດຝຸ່ນ.