ວຽດຕີລາວ ຍ້ອນຖາມເງິນ ຄ່າຈ້າງ

ອຸ່ນແກ້ວ ສຸກສະຫວັນ
2020.10.14
F-Viet-Lao ກັມມະກອນລາວ ເຮັດວຽກຮັບເໝົາກໍ່ສ້າງ ນໍານາຍຈ້າງຄົນວຽດນາມ ຢູ່ ຫຼັກ 15 ເມືອງໄຊທານີ ນະຄອນຫລວງວຽງຈັນ ຖືກຄົນວຽດນາມ 3 ຄົນ ຕີຫົວແຕກ ໜ້າບວມ ຍ້ອນວ່າ ໄປທວງເອົາເງິນຄ່າແຮງ.
ນັກຂ່າວພົລເມືອງ

ທ້າວ ທອງໄມ ຊາວແຂວງບໍລິຄໍາໄຊ ກັມມະກອນລາວ ເຮັດວຽກ ຮັບເໝົາກໍ່ສ້າງ ເຮືອນ ຫຼັງນຶ່ງ ນໍານາຍຈ້າງ ວຽດຍນາມ ຢູ່ເຂດຫຼັກ 15 ເມືອງໄຊທານີ ນະຄອນຫລວງ ວຽງຈັນ ແລະ ຕໍ່ມາວັນທີ 10 ຕຸລາ 2020 ລາວໄດ້ໄປທວງເງິນຄ່າຈ້າງ ນໍານາຍຈ້າງ, ແຕ່ ນາຍຈ້າງ ກັບສັ່ງໃຫ້ລູກນ້ອງ ຄົນວຽດນາມ 3 ຄົນ ຕີລາວຈົນໜ້າບວມ ແລະ ຫົວແຕກ. ຄົນງານລາວທີ່ເປັນໝູ່ ເຮັດວຽກນໍາກັນ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 13 ຕຸລາ ວ່າ:

"ມັນເປັນຈັ່ງຊີ້ເນາະ ຮອດວັນທີ 10 ນະ ກະວ່າຈ່າຍເງິນ ພວກຄົນວຽດຫັ້ນະລະ ບໍ່ຈ່າຍເງິນ ບໍ່ໄດ້ເງິນແລ້ວ ບາດນ້ອງຊາຍລະໄປຖາມວ່າ ໂອ່ອ້າຍເອີຍ ມື້ນີ້ ຫົວໜ້າກໍານົດວ່າ ໃຫ້ເອົາເງິນວັນທີ 10 ຈັ່ງໃດບໍ່ໄດ້ເງິນແດ່ ເຈົ້າທວງໃຫ້ຂ້ອຍແດ່ ມື້ແລງ ຂ້ອຍຈະໄປເອົາເງິນ, ລາວ ເວົ້າຫັ້ນນະ ຫຼັງຈາກລາວເວົ້່າຈັ່ງຊີ້ແລ້ວ ບາດນີ້ລະພວກຄົນວຽດນາມມາຕີລາວ ເລີຍນະ ຢ້ານແຕ່ວ່າ ຫົວໜ້າເຂົາສັ່ງໃຫ້ລູກ ນ້ອງຕີກ່ອນ."

ຄົນງານລາວທີ່ເປັນໝູ່ຂອງລາວ ກ່າວຕື່ມອີກ ວ່າ ໃນວັນທີ 11 ຕຸລາ ນາຍຈ້າງຊາວວຽດນາມ ກໍໄດ້ເອົາເງິນມາໃຫ້ ທ້າວ ທອງໄມ ແຕ່ໝູ່ ຂອງ ທ້າວ ທອງໄມ ໄດ້ກັກຕົວ ນາຍຈ້າງວຽດນາມ ໄວ້ ແລະ ນໍາໂຕໄປ ໂອ້ລົມຢູ່ຫ້ອງການປົກຄອງ ເມືອງໄຊທານີ ຍ້ອນສົ່ງໃສວ່າ ນາຍຈ້າງ ອາດຈະສັ່ງໃຫ້ລູກນ້ອງ ຂອງຕົນເອງມາຕີ ທ້າວ ທອງໄມ, ຕາມການໂອ້ລົມໃນເບື້ອງຕົ້ນ ທ້າວ ທອງໄມ ຮຽກຮ້ອງຄ່າເສັຍຫາຍ 15 ລ້ານ ກີບ ແຕ່ນາຍຈ້າງຊາວວຽດນາມ ຈະຈ່າຍໃຫ້ 9 ລ້ານ ກີບເທົ່ານັ້ນ.

ແຕ່ ທັງສອງຝ່າຍບໍ່ສາມາດຕົກລົງກັນໄດ້ ແລະ ນາຍຈ້າງຄົນດັ່ງກ່າວ ຖືກກັກຕົວຢູ່ ຈົນກວ່າຈະຮູ້ຄວາມຈິງ ສ່ວນວ່າ ຄົນວຽດນາມ 3 ຄົນ ທີ່ກໍ່ເຫດນັ້ນ ພາກັນຫຼົບໜີ ແລະ ເຈົ້າໜ້າທີ່ຕໍາຣວດ ກໍາລັງຕິດຕາມ ໂຕຢູ່.

ເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການປົກຄອງ ແລະ ຫ້ອງການ ປກສ ເມືອງໄຊທານີ ເພື່ອຖາມຄວາມຄືບໜ້າເພີ່ມເຕີມ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສາມາດ ໃຫ້ລາຍລະອຽດ ຕື່ມໄດ້, ໃນຂນະດຽວກັນ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາຄອບຄົວຂອງ ທ້າວ ທອງໄມ ແຕ່ຄອບຄົວຂອງລາວ ເອເຊັຽເສຣີ ບໍ່ສະດວກໃຫ້ສໍາພາດ.

ເຈົ້າໜ້າທີ່ກໍາມະບານ ເມືອງໄຊທານີກ່າວວ່າ ຍັງບໍ່ມີຣາຍລະອຽດ ເລື່ອງນີ້ ແຕ່ຊິໄປສົມທົບກັບພາກ ສ່ວນກ່ຽວຂ້ອງ:

"ເຫັນຢູ່ ແຕ່ບໍ່ທັນເບິ່ງຣາຍລະອຽດ ເທື່ອ ບໍ່ເຫັນເພິ່ນມາອັນນັ້ນໃດ໊ ມາປະສານຫາ ແຕ່ວ່າ ເພິ່ນຊິແຈ້ງ ທາງອໍານາດການປົກຄອງເພິ່ນຕິ ເບາະ, ຕ້ອງໄດ້ຂໍ້ມູນຈາກເພິ່ນກ່ອນເນາະ ໂຕນີ້ເນາະ ໂຕນີ້ນະ ໄດ້ຂໍ້ມູນ ແລ້ວ ເຮົາຊິປະສານສົມທົບ ພາກສ່ວນກ່ຽວຂ້ອງເນາະ."

ກ່ຽວກັບເລື່ອງນີ້ຊາວບ້ານ ຢູ່ໃກ້ຄຽງບ່ອນເກີດເຫດ ທ່ານນຶ່ງ ໄດ້ເວົ້າວ່າ ລາວ ຮູ້ສຶກອຸກໃຈ ທີເຫັນຄົນລາວ ຖືກຄົນງານວຽດນາມທໍາຮ້າຍ ຮ່າງກາຍ ແລະ ຢາກໃຫ້ພາກສ່ວນກ່ຽວຂ້ອງຕິດຕາມ ຄົນວຽດນາມ ທີ່ຫຼົບໜີ ມາດໍາເນີນຄະດີ:

"ຄັນເວົ້າເລື່ອງອັນນີ້ ມັນກະເວົ້າເລື່ອງທໍາຮ້າຍຮ່າງກາຍ ເນາະ, ກະຢາກໃຫ້ເຈົ້າໜ້າທີ່ ຈັບຕົວມາດໍາເນີນຄະດີ ລະເນາະ, ເຫັນເຂົາລົງຂ່າວ ຄົນລາວໄປເຮັດວຽກຮັບເໝົານໍາ ຄົນວຽດນາມຫັ້ນນະ ຈ້າງຄົນລາວ ເປັນກໍາມະກອນ ຮອດເວລາ ເບີກເງິນແລ້ວ ຊິແມ່ນ ຄົນລາວໄປຂໍເງິນ ຄົນວຽດນາມ ຫັ້ນບໍ່ໃຫ້ເງິນ."

ໃນຂນະດຽວກັນ ຊາວລາວອີກ ທ່ານນຶ່ງກ່າວວ່າ ລາວ ຮູ້ສຶກບໍ່ດີໃຈ ທີ່ນາຍຈ້າງວຽດນາມ ມາເຮັດແນວນັ້ນ ແລະ ຄວນຣາຍງານພາກສ່ວນ ກ່ຽວຂ້ອງ:

"ເຮັດແນວນັ້ນແທ້ ກໍຣາຍງານພາກສ່ວນກ່ຽວຂ້ອງ ເພິ່ນກໍສືບສວນເບິ່ງ ຕ້ອງດໍາເນີນຄະດີ ຈັກເປັນແນວໃດ ກະບໍ່ທັນໄດ້ເບິ່ງ ລະອຽດວ່າ ທີ່ໄປທີ່ມາແນວໃດ."

ເອເຊັຽເສຣີ ໄດ້ຕິດຕໍ່ຫາສະຖານທູດວຽດນາມ ປະຈໍາປະເທດລາວ ເພື່ອຖາມຄໍາເຫັນ ເລື່ອງນີ້, ແຕ່ບໍ່ມີເຈົ້າໜ້າທີ່ ຄົນໃດຮັບໂທລະສັບ.

ອີງຕາມຂໍ້ມູນຈາກຄອບຄົວຂອງ ທ້າວ ທອງໄມ, ຄົນວຽດນາມທີ່ຕີ ທ້າວ ທອງໄມ ນັ້ນມີ; Dang Trong Bai ຊາວແຂວງເຫງະອານ ອາຍຸ 40 ປີ, ທ້າວ Dang Trong Tai ຊາວແຂວງເຫງະອານ ອາຍຸ 38 ປີ ແລະ ອີກ 1 ຄົນ ບໍ່ຮູ້ຊື່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.