ທອງລຸນໄປຄຳມ່ວນເນັ້ນຄໍາສັ່ງ
2016.06.15

ທ່ານ ທອງລຸນ ສີສຸລິດ ຢໍ້າ ເຖິງຄໍາສັ່ງ ເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸຣະກິຈ ໄມ້ ໃຫ້ ຄນະນໍາຂອງ ແຂວງຄໍາມ່ວນ ຕ້ອງ ເອົາໃຈໃສ່ ຮວມທັງ ຕ້ານ ການຄ້າໄມ້ ນອກຣະບົບ.
ທ່ານ ທອງລຸນ ສີສຸລິດ ໄປຢ້ຽມຢາມ ແລະ ປະຕິບັດ ໜ້າທີ່ ຢູ່ ແຂວງຄໍາມ່ວນ ໃນວັນທີ 13 ມີຖຸນາ 2016 ເພື່ອສັ່ງໃຫ້ ອໍານາດ ການ ປົກຄອງ ແຂວງ ດັ່ງກ່າວ ປະຕິບັດ ຄໍາສັ່ງ ຂອງທ່ານ ຢ່າງເຂັ້ມງວດ, ບໍ່ມີການ ອະນຸຍາດ ໃຫ້ເຄື່ອນຍ້າຍ ໄມ້ ຢູ່ໃນສນາມ 1.
ພ້ອມກັນນັ້ນ, ຣັຖບານ ຍັງແຕ່ງຕັ້ງ ຄນະສະເພາະກິຈ ເພື່ອຕິດຕາມ ກວດກາ ບັນຫາ ດັ່ງກ່າວ. ກໍຣະນີ ພົບເຫັນໄມ້ ທີ່ບໍ່ຖືກຕ້ອງ ແມ່ນ ໃຫ້ຍຶດ ເປັນຂອງຣັດ ເພື່ອ ປະມູນຂາຍ. ຫາກພົບເຫັນ ເຈົ້າໜ້າທີ່ ຂອງຣັຖ ແລະ ພາກສ່ວນໃດ ທີ່ ຣະເມີດ ຄໍາສັ່ງ ກໍໃຫ້ ຄວບຄຸມ ແລະ ປະຕິບັດ ຕາມ ຂະບວນການ ຣະບຽບ ກົດໝາຍ.
ຜູ້ທີ່ມາ ເຂົ້າຮ່ວມຮັບຟັງ ທ່ານ ທອງລຸນ ສີສຸລິດ ເທື່ອນີ້ກໍມີ ທ່ານໂອໄດ ສຸດາພອນ, ເຈົ້າແຂວງ ແຂວງຄໍາມ່ວນ ພ້ອມ ຄນະນໍາແຂວງ ຄນະນໍາເມືອງ ກອງບັນຊາການ ປກສ, ປກຊ ແຂວງ ແລະເມືອງ ຕລອດເຖິງ ຜແນກ ຫ້ອງການ ກ່ຽວຂ້ອງແຂວງ ນໍາດ້ວຍ.
ໃນຄໍາສັ່ງ ທີ່ວ່ານັ້ນ ມີຮວມທັງ ບໍ່ໃຫ້ ອໍານາດ ການປົກຄອງ ຂັ້ນແຂວງ ແລະເມືອງ ອະນຸຍາດ ໃຫ້ຕັດ ແລະ ສົ່ງໄມ້ທ່ອນ ອອກນອກ ປະເທດ ຊຶ່ງ ທ່ານ ທອງພັດ ວົງມະນີ ຮອງ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ປ່າໄມ້ ກ່າວ ຕໍ່ກອງ ປະຊຸມ ເມື່ອວັນສຸກ ຜ່ານມາວ່າ ກົດໝາຍ ວ່າດ້ວຍ ປ່າໄມ້ ມາຕຣາ 49 ທີ່ ເວົ້າເຖິງ ການຂຸດຄົ້ນໄມ້ ແລະ ຜລິຕຜົນ ປ່າໄມ້ ແມ່ນໃຫ້ສິດ ພຽງແຕ່ ຣັຖບານ ໃນການ ອະນຸຍາດ ໃຫ້ຂຸດຄົ້ນໄມ້ ຫລື ຕັດໄມ້ໄດ້.