ນາຍົກວ່າ 5 ປີຢູ່ລາວ ຈະດີຂຶ້ນ
2021.01.15

ແຜນພັທນາເສຖກິຈ ສັງຄົມ 5 ປີ ຣະຫວ່າງ ປີ 2021-2025 ຂອງຣັຖບານລາວ ຈະເຮັດໃຫ້ ຊີວິດການເປັນຢູ່ ຂອງປະຊາຊົນລາວ ດີຂຶ້ນ, ແລະ ຈະນໍາພາລາວຫຼຸດພົ້ນຈາກການເປັນ ປະເທດດ້ອຍພັທນາ ໃນປີ 2030 ຢ່າງຍືນຍົງ. ດັ່ງຄຳກ່າວຣາຍງານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ໃນກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກ ປະຊາຊົນ ປະຕິວັດລາວ ເມື່ອວັນ ທີ 13 ມົກກະຣາ 2021 ຕອນນຶ່ງວ່າ.
"ທິດທາງ ແລະ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ 5 ປີ 2021-2025 ປະຊາຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ໄດ້ຮັບ ການປັບປຸງດີຂຶ້ນ. ອັດຕຣາຄວາມທຸກຍາກໃຫ້ຫຼຸດ ລົງຍັງເຫຼືອ 13,9% ຂອງປະຊາກອນທັງໝົດ. ອັດຕຣາຄົວເຮືອນທຸກຍາກ, ໃຫ້ ຫຼຸດລົງຍັງເຫຼືອ 9,5% ຂອງຄົວເຮືອນທັງໝົດ."
ທ່ານໄດ້ກ່າວຕື່ມວ່າໃນອີກ 5 ປີ ຕໍ່ໜ້າ, ຖືວ່າເປັນການເຮັດວຽກ ທີ່ທ້າທາຍຫຼາຍສຳລັບຣັຖ, ເນື່ອງຈາກສະພາບເສຖກິຈພາຍໃນມີ ຄວາມສ່ຽງ, ຍ້ອນຄວາມບອບບາງ ທາງດ້ານການເງິນ, ບັນຫາໜີ້ສິນສາທາຣະນະ, ການເກັບຣາຍຮັບບໍ່ໄດ້ຕາມແຜນການ, ແລະເງິນຮົ່ວໄຫຼ ເຊິ່ງຈະສົ່ງຜົລໃຫ້ງົບປະມານ ບໍ່ພຽງພໍຕໍ່ການພັທນາ.
ອີງຕາມໂຕເລກຂອງທະນາຄານໂລກ, ອັດຕຣາຄວາມທຸກຍາກ ຈາກ 23,2% ໃນເມື່ອກ່ອນ, ເຊິ່ງຣັຖບານລາວວາງເປົ້າໝາຍໃຫ້ ຫຼຸດລົງ 13,9% ສ່ວນອັດຕຣາຄົວເຮືອນທຸກຍາກ ໃຫ້ເຫຼືອ 9,5% ຂອງ ຄົວເຮືອນທັງໝົດ.
ຕໍ່ຄໍາກ່າວຂອງນາຍົກຣັຖມົນຕຣີ, ປະຊາຊົນໄດ້ສະແດງຄວາມເຫັນວ່າ, ຍັງບໍ່ໝັ້ນໃຈປານໃດໃນຄຳເວົ້າຂອງຣັຖບານວ່າຈະເຮັດ, ໃຫ້ຊີວິດ ການເປັນຢູ່ຂອງປຊາຊົນລາວຫຼຸດພົ້ນ ອອກຈາກຄວາມທຸກຍາກ, ເນື່ອງຈາກຫຼາຍພື້ນທີ່ໃນປະເທດລາວ, ຍັງບໍ່ມີການ ພັທນາດ້ານໂຄງຮ່າງພື້ນຖານ, ໂດຍສະເພາະເສັ້ນທາງຄົມມະນາຄົມ.
"ຖານະເຮົາເປັນປະຊາຊົນນີ້ເຮົາເຫັນວ່າ, ມັນບໍ່ທັນເຖິງຂນາດນ້ັ້ນດອກ, ແຕ່ວ່າພວກເຮົາເສຖສາດຂອງຣັຖບານ ຂະເຈົ້າກາເວົ້າ ໄປຊັ້ນແຫຼະເຮົາທີ່ເປັນປະຊາຊົນ, ເຮົາບໍ່ທັນໄດ້ ເພາະວ່າປາຖນາ ທາງດ້ານໂຄງຮ່າງ, ຖນົນຫົນທາງມັນກາຍັງບໍ່ດີພໍທີ່ວ່າ ມັນຈະຫຼຸດພົ້ນ."
ປະຊາຊົນໃນເມືອງປາກຊ່ອງ ແຂວງຈຳປາສັກ, ເຖິງວ່າຈະຢູ່ເຂດໃນເມືອງປາກຊ່ອງ ແຕ່ຊີວິດການເປັນຢູ່ຍັງທຸກຍາກ. ປັຈຈຸບັນ ຫຼາຍຄອບຄົວຍັງບໍ່ມີທີດິນທໍາກິນ, ບໍ່ມີອາຊີບ ທີ່ໝັ້ນຄົງ, ແຕ່ຣັຖບານບໍ່ລົງມາແກ້ໄຂຊ່ອຍ, ດັ່ງປະຊາຊົນເມືອງປາກຊ່ອງໄດ້ກ່າວວ່າ:
"ປະຊາຊົນຫັ້ນຍັງຄືເກົ່າຫັ້ນແລ້ວ, ດິນເຂົາເຮັດກາບໍ່ມີງານບໍ່ມີ, ປະຊາຊົນທໍາການຜລິດ ແຕ່ລະຄອບຄົວເບິ່ງໄປຍາດແຍ່ງເອົາດິນ ບ້ານໝູ່ຫັ້ນ, ບ້ານຜູ້ອື່ນຫຼາຍໆຄອບຄົວຂັດແຍ່ງກັນ ມັນມີຫຼາຍອັນດອກເກີດຂື້ນ."
ສວັນນະເຂດເປັນ 1 ໃນແຂວງ ທີ່ຍັງມີຄອບຄົວແລະບ້ານທຸກຍາກຢູ່ຈຳນວນຫຼາຍສຸດຄື; ເມືອງເຊໂປນ ທີ່ຕິດຊາຍແດວຽດນາມ. ບັນຫາຫຼັກຄືບ້ານເລົ່ານັ້ນ ຍັງບໍ່ມີການພັທນາ ໂຄງຮ່າງພື້ນຖານ, ໂດຍສະເພາະເສັ້ນທາງເຂົ້າ-ອອກ, ເຮັດໃຫ້ການຊ່ອຍເຫຼືອຫຍຸ້ງ ຍາກສົມຄວນໃນໄລຍະຜ່ານມາ. ດັ່ງເຈົ້າໜ້າທີ່ ຫ້ອງການຫຼຸດຜ່ອນ ຄວາມທຸກຍາກ ແຂວງສວັນນະເຂດ ໄດ້ກ່າວວ່າ:
"ແລກໆນີ້ເຮົາກາຊິເຮັດເຣື່ອງໂຄງຮ່າງພື້ນຖານ, ໃຫ້ມີສຸຂສາລາ, ນໍ້າປະປາ, ໂຮງຮຽນນໍ້າສະອາດ ພາຊາວບ້ານປູກຝັງ, ປູກຝັງ ແລ້ວບາດນີ້ຍັງມີຄວາມຫຍຸ້ງຍາກ ເຣື່ອງເສັ້ນທາງ ພາກຊຸມຊົນເຮັດໃຫ້ວ່າ ງົບປະມານສ່ວນໃດສ່ວນນຶ່ງ ທີ່ວ່າຈ້າງຊຸມຊົນເຮັດເອງ, ພາຍໃນບ້ານຂະເຈົ້າເພື່ອ ເອົາລຳລຽງສີນຄ້າອອກມາຂາຍ ໃຫ້ແກ່ນາຍທຶນຢູ່ແຂວງ."
ກອງທຶນຫຼຸດຜ່ອນຄວາມທຸກຍາກ ທ່ານນຶ່ງ, ສະແດງຄຳເຫັນວ່າ ຖ້າເປັນໄປຕາມເປົ້າໝາຍ, ຂອງນາຍົກຣັຖມົນຕຣີໄດ້ຣາຍງານໄວ້ ກໍເປັນເຣື່ອງທີ່ດີ ແຕ່ໃນທາງປະຕິບັດໂຕຈີງ ເປັນໄປໄດ້ຍາກ, ເນື່ອງຈາກລາວ ໄດ້ຮັບຜົລກະທົບຈາກການຣະບາດ ຂອງ ເຊື້ອພຍາດ ໂຄວິດ-19 ເຊິ່ງມັນຜົລກະທົບ ຕໍ່ງົບປະມານ ປະຈຳປີ.
"ມັນຍາກໂຄວິດ ເຂົ້າມາແລ້ວກະຫຼາຍອັນເນາະ ທີ່ວ່າການສນັບສນູນ, ຈາກທາງທະນາຄານໂລກ, ແລະ ທຶນຂອງຣັຖບານໄດ້ເຂົ້າ ໃນການສນັບສນູນນັ້ນກາຖືວ່າມີຄວາມຫຍຸ້ງຍາກ ຫຼາຍອັນແຕ່ວ່າພາບລວມນັ້ນ ກະເປັນໄປບໍ່ໄດ້."
ຕາມນະໂຍບາຍ ຂອງຣັຖບານລາວ ຕໍ່ວຽກງານການແກ້ໄຂ ແລະ ຫຼຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນຣະຫວ່າງປີ 2021-2025 ຄືເຮັດໃຫ້ຄອບຄົວ ພົ້ນທຸກເພີ່ມຂຶ້ນຈາກ 971,900 ຄອບຄົວ ມາເປັນ 1,176,260 ຄອບຄົວ. ບ້ານພົ້ນທຸກ 4.899 ບ້ານ ມາເປັນ 8,003 ບ້ານ.