ນັກຊ່ຽວຊານວ່າ ລາວ ບໍ່ປ່ຽນ ປະທານປະເທດ

ໄຊຍາ
2021.01.12
ນັກຊ່ຽວຊານວ່າ ລາວ ບໍ່ປ່ຽນ ປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ແລະ ປະທານປະເທດ ສປປລາວ
ພາບປະກອບ: ລາວ ມີເດັຽ

ນັກຊ່ຽວຊານໄທຍ ກ່ຽວກັບ ການເມືອງປະເທດລາວ ຄາດວ່າ, ພາຍຫຼັງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກ ປະຊາຊົນ ປະຕິວັດລາວສຳເຣັດລົງ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານສູນກາງພັກ ແລະ ປະທານ ປະເທດ ຈະຍັງດຳຣົງຕຳແໜ່ງ ອີກນຶ່ງສມັຍ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ແລະ ຍານາງ ປານີ ຢາທໍຕູ້ ປະທານ ສະພາແຫ່ງຊາດ ຄົນປັຈຈຸບັນ ອາດຈະຂຶ້ຶ້ນເປັນຮອງປະທານປະເທດ ທັງສອງ. ດັ່ງອາຈານ ອະດິສອນ ເສັມແຍ້ມ ນັກຊ່ຽວຊານ ດ້ານການເມືອງໃນລາວ ປະຈຳ ສະຖາບັນເອເຊັຽສຶກສາ ຂອງ ຈຸລາລົງກອນ ມະຫາວິທຍາລັຍ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ມົກຣາ 2021 ວ່າ:

"ໂອກາດທີ່ ທ່ານ ບຸນຍັງ ວໍລະຈິດ ຈະລົງຈາກຕຳແໜ່ງ ປະທານປະເທດນັ້ນ ຖືວ່າຍາກ, ຂ້າພະເຈົ້າຄິດວ່າ ທ່ານຈະຍັງບໍ່ລົງຄື ສຸຂພາບຂອງທ່ານ ຍັງດີຢູ່ ແລະ ກໍຍັງມີປໂຍດຫຼາຍ ໃນພັກປະຊາຊົນ ປະຕິວັດລາວ. ມັນຂຶ້ນຢູ່ກັບວ່າ ເພິ່ນໄດ້ມີອຳນາດຕໍ່ລອງ ຫຼືບໍ່, ຖ້າ ທ່ານ ບຸນຍັງ ບໍ່ໄດ້ລົງຈາກຕຳແໜ່ງ ທ່ານ ທອງລຸນ ແລະ ຍານາງ ປານີ ອາດຈະຂຶ້ນເປັນຮອງ ປະທານ ປະເທດ."

ທ່ານໄດ້ກ່າວຕື່ມວ່າຖ້າ ທ່ານ ບຸນຍັງ ວໍລະຈິດ, ລົງຈາກຕຳແໜ່ງປະທານປະເທດ ກໍຄິດວ່າ ປະທານປະເທດ ຜູ້ໃໝ່ກໍບໍ່ມີໃຜເໝາະ ສົມ ເທົ່າ ທ່ານ ທອງລຸນ ສີສຸລິດ ຍ້ອນທ່ານໄດ້ມີບົດ ບາດຫຼາຍໃນຖານະ ເປັນນາຍົກຣັຖມົນຕຣີລາວ ແລະ ໃນສ່ວນຂອງ ດຣ ພັນຄຳ ວິພາວັນ ທີ່ ຫາງສຽງໃນລາວພາກັນ ຄາດວ່າຈະເປັນປະທານປະເທດ ຜູ້ໃໝ່ນັ້ນ, ຕົນຄິດວ່າ ທ່ານ ດຣ ພັນຄຳ ວິພາວັນ ໜ້າຈະບໍ່ໄດ້ເປັນປະທານປະເທດ ຕາມຄາດໝາຍ ເພາະບໍ່ມີອຳນາດ ທາງການເມືອງຫຼາຍ.

ສຳລັບຕຳແໜ່ງ ນາຍົກຣັຖມົນຕຣີຄົນໃໝ່, ກໍມີຄວາມເປັນໄປໄດ້ສູງວ່າຈະເປັນ ດຣ ສອນໄຊ ສີພັນດອນ ທີ່ດຳຣົງຕຳແໜ່ງເປັນຮອງ ນາຍົກ ຄົນປັຈຈຸບັນ ເຊິ່ງຄາດວ່າເຖີງເວລາ ສົມຄວນແລ້ວທີ່ ດຣ ສອນໄຊ ສີພັນດອນ ຈະຖືກຜັກດັນເປັນ ນາຍົກຣັຖມົນຕຣີ.

"ຂຶ້ນເປັນນາຍົກຣັຖມົນຕຣີ ກໍຈະຕ້ອງແມ່ນ ທ່ານ ສອນໄຊ, ເຊິ່ງໃນໄລຍະຜ່ານມານີ້, ທ່ານ ສອນໄຊ ເອງ, ກໍອອກວຽກຂ້ອນຂ້າງ ຫຼາຍຄິດວ່າເຖິງເວລາ ທີ່ເໝາະສົມແລ້ວ. ຄືຂ້າພເຈົ້າ ຄິດວ່າໃນຮອບນີ້ຄາດຄະເນ ບໍ່ຍາກປານໃດ."

ທ່ານກ່າວຢໍ້າວ່າ, ສຳລັບຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ສມັຍທີ 11 ກໍຍັງອຽງໄປທາງວຽດນາມ ຫຼາຍກວ່າ ຈີນ. ຄືກັນກັບໃນສມັຍ ປັຈຈຸບັນຍ້ອນວຽດນາມ ຍັງມີອິດທິພົນຕໍ່ການເມືອງລາວຫຼາຍ. ແຕ່ສີ່ງທີ່ໜ້າຕິດຕາມເບິ່ງ ສຳລັບການບໍຣິຫານປະເທດ ຂອງຄະນະບໍຣິຫານງານ ປະເທດຊຸດໃໝ່, ວ່າຈະມີວິທີແກ້ໄຂການຊໍາຮະໜີ້ ຈີນ ແນວໃດ, ໂດຍສະເພາະໂຄງການທາງຣົດໄຟ ລາວ-ຈີນ.

ສ່ວນ ຮອງສາສດາຈານ ດຣ ໂຍທີນ ສະແຫວງດີ ນັກຊ່ຽວຊານ ຈາກ ສະຖາບັນວິຈັຍ ປະຊາກອນແລະສັງຄົມ ຂອງມະຫາ ວິທຍາໄລ ມະຫິດົນຂອງໄທຍ ໃຫ້ຄວາມເຫັນວ່າ. ພາຍຫຼັງ ລາວສຳເຣັດການເລືອກຕັ້ງຄະນະ ບໍຣິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສມັຍທີ 11 ແລ້ວ, ເຊື່ອວ່າການນໍາຂອງລາວ ກໍຍັງຄົງສືບຕໍ່ສານສາຍສັມພັນ ອັນດີງາມກັບ ວຽດນາມ ຫຼາຍກວ່າ ຈີນ.

"ການປ່ຽນແປງໃດໆ ທີ່ຈະເກີດຂຶ້ນຈະປ່ຽນແປງ ໃນທາງບວກຫຼາຍຂຶ້ນ, ແລະ ຈະເຮັດໃຫ້ຄວາມສັມພັນຣະຫວ່າງລາວກັບວຽດນາມ ດີຂຶ້ນຕໍ່ໄປອີກ. ຈະເປັນສັງຄົມທີ່ເຊື່ອມໂຍງທັງ ການສຶກສາ, ເທັກໂນໂລຈີ-ວິທຍາສາດ ແລະ ການຊ່ອຍເຫຼືອຕ່າງໆໃຫ້ ແກ່ລາວ ຫຼາຍຂຶ້ນ ໂດຍສະເພາະ ແມ່ນການເດີນທາງອອກ ທະເລ."

ສ່ວນທາງດ້ານອະດີດພະນັກງານຣັຖ ທີ່ບຳນານ, ໄດ້ໃຫ້ຄວາມເຫັນຕໍ່ການເລືອກຕັ້ງຕຳແໜ່ງສູງສຸດຄື, ເລຂາທິການພັກ ແລະ ຄະນະກົມການເມືອງ ນັ້ນຄາດວ່າຈະບໍ່ມີການ ປ່ຽນແປງຫຼາຍ, ສະເພາະເລຂາທິການພັກນັ້ນ ໃນຈຳນວນຄະນະກົມການເມືອງ 11 ທ່ານ, ຄາດວ່າ ພັນຄຳ ວິພາວັນ ຮອງປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ອາດຂຶ້ນເປັນ ປະທານປະເທດແທນ ທ່ານ ບຸນຍັງ ວໍລະຈິດ. ສ່ວນຕຳແໜ່ງນາຍົກຣັຖມົນຕຼີ ກໍມີ, ດຣ ສອນໄຊ ສີພັນດອນ ແລະ ດຣ ໄຊສົມພອນ ພົມວິຫານ ທີ່ມີໂອກາດ ຂຶ້ນມາເປັນ.

ຜູ້ອາວຸໂສໃນລາວ ທ່ານນຶ່ງ, ກໍບໍ່ກ້າສະແດງຄວາມເຫັນ, ເຣື່ອງການເມືອງໃນລາວພໍປານໃດ, ເພາະຜ່ານມາການນຳສເນີຂ່າວ, ສ່ວນຫຼາຍມີແຕ່ດ້ານດີ ສ່ວນທາງດ້ານເປັນລົບຂ່າວ ບໍ່ຄ່ອຍອອກ, ຈຶ່ງເຮັດໃຫ້ທ່ານນີ້ ອອກຄຳເຫັນບໍ່ຊັດເຈັນ.

"ເລືອກປະທານປະເທດໃໝ່ ເລືອກນາຍົກອີ່ຫຍັງນີ້ນ່າ, ກະບໍ່ທັນຮູ້ຊິແມ່ນໃຜຫັ້ນນ່າ, ກາຊິຜູ້ທີ່ອາຍຸບໍ່ເຖົ້າຫຼາຍນີ້ແຫຼະ."

ທ່ານ ບຸນຍັງ ວໍລະຈິດ ດຳຣົງຕຳແໜ່ງ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ນັບແຕ່ວັນທີ 20 ເມສາ 2016 ຈົນຮອດປັຈຈຸບັນ. ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງ ພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນ ໃນຣະຫວ່າງ ວັນທີ 13-15 ມົກຣາ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Lao military Watty
Jan 12, 2021 09:37 PM

We love Thongloon to continue as a priminister , he will lead the country to the Socialist Republic of Laos by 2025. Dr, sonexai syphandone could not lead the country to the socialist republic, he is favor chinese rule and will turn his gace to china.