ອົງການໃນໄທຈະຮຽກຮ້ອງ ທາງການລາວ


2013.10.30
f-sombat ຊາວເອເຊັຽ ທ້ອນໂຮມ ເພື່ອ ທັກທ້ວງຮຽກຮ້ອງ ໃຫ້ຣັຖບານ ສປປ ລາວ ສືບສວນແກ້ໄຂ ການຫາຍສາບສູນ ຂອງທ່ານສົມບັດ ສົມພອນ
sombath.org

 

ໃນໂອກາດວັນຄົບຮອບ 1 ປີ ຂອງການຫາຍສາບສູນຂອງທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຂອງລາວ ທີ 15 ທັນວາ ຫລາຍ ອົງການທີ່ບໍ່ສັງກັດຣັຖບາລໃນປະເທສໄທ ຕຣຽມຮຽກຮ້ອງໃຫ້ຣັຖບາລລາວ ອອກຣາຍງານ ກ່ຽວກັບ ການຕິດຕາມສືບສວນຫາທ່ານ ຍ້ອນວ່າ ທີ່ຜ່ານມາຣາຍງານແບບບໍ່ຕໍ່ເນື່ອງ ແລະບໍ່ມີຄວາມຄືບໜ້າ. ດັ່ງເຈົ້າໜ້າທີ່ ອົງການປົກປ້ອງສິດທິມະນຸດ ທີ່ບໍ່ສັງກັດຣັຖບາລ ທ່ານນຶ່ງເວົ້າວ່າ:

"ທ່ານວ່າ ໃນໂອກາດຄົບຮອບ 1 ປີ ຂອງການຫາຍສາບສູນຂອງທ່ານ ສົມບັດ ສົມພອນ ອົງການຕ່າງໆຈະຮຽກຮ້ອງ ກົດດັນຣັຖບາລລາວ ໃຫ້ ຣາຍງານເຖິງຄວາມຄືບໜ້າ ຂອງຄວາມພຍາຍາມ ໃນການສືບສວນສອບສວນ ເພາະນັບຕັ້ງ ແຕ່ທ່ານໄດ້ ຫາຍສາບສູນໄປ ການຣາຍ ງານນັ້ນ ບໍ່ໄດ້ເຮັດແບບຕໍ່ເນື່ອງ ແລະເຖິງວ່າມີການຣາຍງານ ກໍບໍ່ມີຄວາມຄືບໜ້າ ແນວໃດເລີຍ".

ທ່ານເວົ້າຕໍ່ໄປວ່າ ນອກຈາກນັ້ນ ກໍຈະໄດ້ຮຽກຮ້ອງ ໄປຍັງຣັຖບາລ ປະເທສຕ່າງໆ ທີ່ມີຜົລປໂຍຊນ໌ ທາງເສຖກິດຈາກ ສປປລາວ ເປັນຕົ້ນ ອອສເຕຣເລັຍ ສະຫະພາບຢູໂຣບ ຊຶ່ງຄະນະຜູ້ແທນຣັຖສະພາຢູໂຣບ ໄປຢ້ຽມຢາມລາວ ໃນຕົ້ນອາທິດນີ້ ແລະໄປຍັງກຸ່ມປະເທສ ສະມາຊິກ ອາຊຽນ ໃຫ້ກົດດັນຣັຖບາລລາວ ໃຫ້ມີຄໍາຕອບ. ສລຸບແລ້ວ ແມ່ນຫຍັງເກີດຂຶ້ນກັບ ທ່ານ ສົມບັດ ແລະດຽວນີ້ເພີ່ນຖືກ ນໍາຕົວໄປໄວ້ຢູ່ໃສ.

ທ່ານວ່າປະມານ 4 ເດືອນແລ້ວ ທີ່ທາງການລາວບໍ່ໄດ້ແຈ້ງຜົລ ຂອງການສືບສວນສອບສວນຊອກຫາ ທ່ານສົມບັດ ໃຫ້ສັງຄົມຮູ້ນໍາ ຈຶ່ງເຮັດ ໃຫ້ ອົງການຕ່າງໆ ທີ່ຕິດຕາມເຣື່ອງນີ້ມາຕລອດ ບໍ່ສະບາຍໃຈ. ດັ່ງນັ້ນຈຶ່ງຕ້ອງໄດ້ ຮຽກຮ້ອງຕື່ມ ອີກເທື່ອນຶ່ງ ຊຶ່ງຄາດວ່າຈະເປັນຄັ້ງສໍາຄັນ ເພື່ອສະແດງໃຫ້ຣັຖບາລລາວ ເຫັນວ່າຫລາຍອົງການຈັດຕັ້ງ ຍັງບໍ່ຫລົງລືມທ່ານ ສົມບັດ ສົມພອນ.

ເຖີງຢ່າງໃດກໍດີ ຍັງບໍ່ມີ ຣາຍຣະອຽດວ່າ ໃນວັນທີ 15 ທັນວາ ຊຶ່ງເປັນວັນຄົບຮອບ 1 ປີ ທີ່ທ່ານ ສົມບັດ ສົມພອນ ຫາຍສາບສູນໄປ ຢູ່ຕໍ່ ໜ້າປົດຕໍາຣວດ ກາງນະຄອນຫລວງ ວຽງຈັນ ນັ້ນ ຫລາຍອົງການທີ່ບໍ່ສັງກັດຣັຖບາລ ໃນໄທ ຈະຮວມຕົວກັນຮຽກຮ້ອງ ຢູ່ສະຖານທີ່ໃດ ຊຶ່ງ ຂະນະນີ້ ກໍາລັງ ປຶກສາຫາລືກັນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.