ສະມາຊິກ ສະພາ ສເນີໃຫ້ຣັຖບານ ຂຶ້ນເງິນເດືອນ ຣັຖກອນ
ສະມາຊິກ ສະພາແຫ່ງຊາຕ ສເນີໃຫ້ຣັຖບານ ຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ຕື່ມ ຍ້ອນຄ່າຄອງຊີພສູງຂຶ້ນ, ເງິນເດືອນບໍ່ກຸ້ມກິນ, ຊີວິຕການເປັນຢູ່ ຫຍຸ້ງຍາກ ໃນຂະນະທີ່ ເສຖກິຈ, ພັຍເງິນເຟີ້ໃນລາວ ຍັງບໍ່ມີທ່າທີວ່າ ຈະດີຂຶ້ນ.
-
ຈຳປາທອງ
2022-12-08 -
-
-
Your browser doesn’t support HTML5 audio
ເງິນເດືອນ ທີ່ພະນັກງານ-ຣັຖກອນໄດ້ຮັບໃນປັດຈຸບັນ ບໍ່ພຽງພໍກັບຄ່າຄອງຊີພ ທີ່ຖີບຕົວສູງຂຶ້ນ. ຍານາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫລວງວຽງຈັນ ໄດ້ສເນີຢູ່ໃນກອງປະຊຸມສມັຍສາມັນເທື່ອທີ 4 ຂອງສະ ພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 6 ທັນວານີ້ ໃຫ້ຣັຖບານເພີ່ມເງິນເດືອນໃຫ້ພະນັກງານ-ຣັຖກອນຕື່ມ ຍ້ອນວ່າ ຊີວິຕການເປັນຢູ່ ຂອງພວກເຂົາເຈົ້າຫຍຸ້ງ ຍາກຫລາຍຂຶ້ນ ເພາະເງິນເດືອນບໍ່ກຸ້ມກິນ, ລາຄາສິນຄ້າທຸກຢ່າງແພງຂຶ້ນ.
ຕໍ່ຄໍາສເນີຂອງຍານາງ ເກດມະນີ ນີ້ ພະນັກງານ-ຣັຖກອນ ຊັ້ນຜູ້ນ້ອຍຫລາຍຄົນ ແມ່ນເຫັນດີນໍາ ທີ່ຢາກໃຫ້ຣັຖບານ ພິຈາຣະນາປັບຂຶ້ນເງິນເດືອນໃຫ້ ເພາະໄລຍະນີ້ ຄ່າຄອງຊີພສູງຂຶ້ນກວ່າເກົ່າຫລາຍ ແຕ່ເງິນເດືອນຍັງໄດ້ໜ້ອຍຢູ່ຄືເກົ່າ ເຊັ່ນ ຄຣູ ທີ່ໄດ້ເງິນເດືອນຂັ້ນພື້ນຖານ ປະມານ 1,500,000 ກີບ,ກ່ອນໜ້ານີ້ ພໍກຸ້ມຢູ່ກຸ້ມກິນ ແຕ່ປັດຈຸບັນບໍ່ພໍແລ້ວ.
ດັ່ງນາຍຄຣູທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ທັນວານີ້ວ່າ:
“ໃນຖານະຄຣູ ກໍຢາກປັບຫັ້ນແຫລະ ເພາະວ່າເງິນເຮົາກະບໍ່ຫລາຍຫັ້ນນ່າ ເຣີ່ມຕົ້ນກໍປະມານ 1,500,000 ຂຶ້ນໄປ ຣັຖກອນ. ມັນກໍບໍ່ພຽງພໍຫັ້ນແຫລະ ເພາະວ່າຄ່າຄອງຊີພກໍຂຶ້ນຢູ່ແລ້ວດຽວ ນີ້ ຢາກໃຫ້ປັບເງິນເດືອນເນາະປະມານ 1,800,000 ຂຶ້ນໄປຫັ້ນນ່າ ຄຣູແຕ່ລະຄົນ ມັນກໍຈະໂອເຄແດ່ ແບບວ່າກໍຍັງໄຄກວ່າປັດຈຸບັນນີ້ ແດ່ຫັ້ນນ່າ ພໍໄດ້ບັນເທົາລາຍຈ່າຍ.”
ທ່ານກ່າວຕື່ມວ່າ ຫລາຍຄົນຕ້ອງໄດ້ດີ້ນຮົນ ເອົາຕົວລອດໄປ ໃນແຕ່ລະເດືອນ, ເງິນເດືອນບໍ່ກຸ້ມກິນ, ຕ້ອງໄດ້ເຮັດອາຊີພເສີມ, ບາງຄົນກໍຂາຍເຄື່ອງ ທາງອອນລາຍນ໌, ບາງຄົນກໍປູກຜັກ, ລ້ຽງສັດຂາຍ ພໍໄດ້ເງິນເພີ່ມ ມາໃຊ້ຈ່າຍໃນຄອບຄົວ, ໃຊ້ຄ່ານໍ້າ, ຄ່າໄຟ ແລະອື່ນໆ.
ເຈົ້າໜ້າທີ່ ຕໍາຣວດທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນັ້ນວ່າ ຢາກໃຫ້ຣັຖບານເພີ່ມເງິນເດືອນ ໃຫ້ພະນັກງານ-ຣັຖກອນ ຍ້ອນປັດຈຸບັນ ຄ່າຄອງຊີພສູງຫລາຍ ໃນຂະນະທີ່ເງິນເດືອນຂັ້ນພື້ນຖານ ຂອງຕໍາຣວດ ກໍປະມານ 1,700,000-1,800,000 ກີບ, ເບິ່ງຄືວ່າຫລາຍ ແຕ່ໃນຄວາມເປັນຈິງ ເມື່ອເອົາໄປໃຊ້ຈ່າຍ ທັມມະດາຢູ່ໃນຄອບຄົວແລ້ວ ກໍຍັງບໍ່ພຽງພໍ, ບໍ່ເວົ້າເຣື່ອງທີ່ວ່າ ຈະມີເຫລືອເກັບໄວ້ເລັກໆນ້ອຍໆ ພໍເອົາໄວ້ໃຊ້ໃນຍາມຈໍາເປັນແທ້ໆ.
ດັ່ງທີ່ທ່ານກ່າວວ່າ:
“ພະນັກງານທະນາຄານ ຕໍາຣວດ ຕໍາສຸດກໍລ້ານ 7 ລ້ານ 8 ນີ້ແຫລະ ມາເບິ່ງແລ້ວຄໍາວ່າພໍກໍຍາກ ເງິນເດືອນທຸກມື້ນີ້ ຖ້າທຽບໃສ່ຄ່າຄອງຊີພມັນສູງ ບາດນີ້ເງິນເດືອນເຮົາມັນຕໍ່າ ຕົວຈິງນີ້ ເຂົາຂຶ້ນມັນດີຫັ້ນແລ້ວ ເພາະວ່າທຸກມື້ນີ້ຄ່າຄອງຊີພມັນສູງເນາະ ຢາກໃຫ້ຣັຖບານເພິ່ນຂຶ້ນ ຂຶ້ນມາແລ້ວຕ້ອງຍົກສູງໂຕນັ້ນເພື່ອເຮັດໃຫ້ຊີວິຕ ພະນັກງານມັນດີຂຶ້ນ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ທ່ານປູກຜັກກິນ, ລ້ຽງໄກ່, ລ້ຽງເປັດ ຂາຍພໍໄດ້ກຸ້ມກິນ ໃນຄອບຄົວ, ບໍ່ດັ່ງນັ້ນ ຊີວິຕ ກໍຈະຫຍຸ້ງຍາກຕື່ມ.
ໃນຂະນະດຽວກັນ ທ່ານໝໍຜູ້ນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍເວົ້າວ່າ ພະນັກງານຊັ້ນຜູ້ນ້ອຍໃນຜແນກ ສາທາຣະນະສຸຂ ຜູ້ທີ່ໄດ້ເງິນເດືອນປະມານ 1,200,000-1,500,000 ກີບ ໜ້າເຫັນໃຈຢູ່, ທຽບໃສ່ຄ່າຄອງຊີພປັດຈຸບັນ ບໍ່ກຸ້ມກິນ ໂດຍສະເພາະຜູ້ທີ່ໄດ້ເຊົ່າທີ່ພັກ ກໍລໍາບາກຫລາຍ, ຢາກໃຫ້ຣັຖບານຂຶ້ນເງິນເດືອນ ໃຫ້ພວກເຂົາເຈົ້າ ຢ່າງເໝາະສົມ.
“ອາສັຍເງິນເດືອນ ບໍ່ໄດ້ແລ້ວດຽວນີ້ ຜູ້ເງິນເດືອນ ຕໍ່າກວ່າໝູ່ຫັ້ນນ່າເນາະ ໜ້າເຫັນໃຈຢູ່, ລ້ານ, 2 ລ້ານ 3 ເຮືອນເຊົ່າ ເຂົ້າຊື້ຢູ່ຕົວເມືອງ ຕາຍເລີຍ ມາໄລ່ເບິ່ງແມ່ນບໍ່ພໍ ຄ່ານໍ້າ, ຄ່າໄຟໄປແລ້ວ ຄັນວ່າເພີ່ມກະດີແລ້ວ ເພາະວ່າ ເງິນເຣີ່ມເຟີ້ມາຕັ້ງແຕ່ເດືອນນຶ່ງພຸ້ນນ່າ ຖ້າວ່າເພິ່ນເພີ່ມກໍຄ່ອຍເພີ່ມປະມານ 15%-20% ກໍໄດ້ນ່າ ພໍເອົາໂຕລອດໄປນ່າ ບໍ່ຈໍາເປັນຈະເພີ່ມ 80%-90% ດອກ.”
ທ່ານກ່າວຕື່ມວ່າ ເຫັນພະນັກງານ-ຣັຖກອນ ຫລາຍຄົນເຮັດອາຊີພເສີມ, ສ່ວນໃຫຍ່ປູກຜັກ, ລ້ຽງເປັດ, ລ້ຽງໄກ່ ຂາຍພໍໄດ້ເງິນເພີ່ມ ໃນແຕ່ລະເດືອນ ແລະເຈົ້າໜ້າທີ່ ທີ່ເຮັດວຽກດ້ານການສຶກສາ ທ່ານນຶ່ງ ກໍກ່າວວ່າ ຖ້າເພິ່ນຂຶ້ນເງິນເດືອນໃຫ້ ພະນັກງານ-ຣັຖກອນ ຊັ້ນຜູ້ນ້ອຍ ກໍຈະເປັນການດີຫລາຍ, ໄດ້ເງິນເດືອນ 1,400,000 ກີບ ນີ້ແມ່ນບໍ່ພຽງພໍ ກັບຄ່າຄອງຊີພ, ລາຄາສິນຄ້າ ແພງຂຶ້ນສອງເທົ່າ,ຫຍຸ້ງຍາກຫລາຍ.
“ໂອ໋ ຄັນຖ້າວ່າອີງໃສ່ຄ່າຄອງຊີພດຽວນີ້ ກະຖືວ່າກະສົມຄວນແລ້ວ ກໍຢາກຂໍໃຫ້ເພີ່ມຫັ້ນແລ້ວ ພິຈາຣະນາເພີ່ມຕາມຄວາມເໝາະສົມ ຂອງເສຖກິດເຮົາທຸກມື້ນີ້ແຫລະ. ເງິນເດືອນ ລ້ານ 4 ປາຍນີ້ ຈະມາບໍຣິຫານຄອບຄົວນີ້ ກໍໂອ໋ຍ ຫຍູ້ງຍາກຫລາຍເດ໋ ບໍ່ພໍແລ້ວ ປຽບທຽບດ້ານຄ່າຄອງຊີພ ໃນປັດຈຸບັນນີ້ກັບເມື່ອກ່ອນເນາະ ຈະລະດັບຄູນສູງພຸ້ນລະ ເຣື່ອງອາຫານສິນຄ້າ ຕ່າງໆຫັ້ນນ່າ.”
ທ່ານກ່າວຕື່ມວ່າ ການຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ເປັນເຣື່ອງທີ່ດີ, ແຕ່ເມື່ອຂຶ້ນເງິນເດືອນແລ້ວ ແນ່ນອນວ່າ ລາຄາສິນຄ້າ ກໍຈະຂຶ້ນໄປຕາມ ແລະເງິນກີບຈະອ່ອນຄ່າ ລົງໄປຕື່ມອີກ.
“ເບື້ອງລວມນີ້ ຂໍ້ເສັຽມັນຈະເວົ້າເຖິງ ການຄຸ້ມຄອງ ກ່ຽວກັບເງິນຕຣານີ້ແຫລະ ພາກສ່ວນອື່ນເນາະ ປະເທດໃກ້ຄຽງ ເຮົາຮູ້ວ່າ ເພີ່ມເງິນເດືອນ ພະນັກງານຫລາຍ ເຣື່ອງເງິນກີບ ເຮົາກໍຈະອ່ອນຄ່າລົງຕື່ມ.”
ຕໍ່ກອງປະຊຸມ ສະພາແຫ່ງຊາຕ ຍານາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາຕ ໄດ້ກ່າວວ່າ ປັດຈຸບັນ ຄ່າຄອງຊີພສູງຂຶ້ນຫລາຍ, ຣັຖບານຄວນຈະຫາວິທີແກ້ໄຂ ຫລືພິຈາຣະນາຂຶ້ນເງິນເດືອນໃຫ້ພະນັກງານ-ຣັຖກອນ, ຖ້າປ່ອຍໄວ້ແບບນີ້ຕໍ່ໄປ ພະນັກງານ-ຣັຖກອນ ກໍຈະຢູ່ບໍ່ລອດ ເນື່ອງຈາກນະໂຍບາຍນໍ້າມັນ 50,000 ກີບ ຊຶ່ງເມື່ອກ່ອນກຸ້ມຫລາຍມື້ ແຕ່ປັດຈຸບັນບໍ່ກຸ້ມຮອດ 2 ມື້ ຂະນະທີ່ຣົຖໃຫຍ່ ເມື່ອກ່ອນໃສ່ນໍ້າມັນເຕັມຖັງ 400,000-500,000 ກີບ ແຕ່ປັດຈຸບັນ 1,000,000 ກີບຈຶ່ງເຕັມຖັງ.
ທີ່ຜ່ານມາ ຣັຖບານກໍເຄີຍຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ໂດຍຄິດໄລ່ຕາມດັດສະນີ ຄື 150 ກີບຕໍ່ດັດສະນີ ຫຼື ປັບເພີ່ມຂຶ້ນ ຈາກດັດສະນີເກົ່າ 7,200 ກີບ ເປັນ 7,350 ກີບ. ເຊັ່ນຕົວຢ່າງ ພະນັກງານ-ຣັຖກອນຊັ້ນ 1, ມີດັດສະນີເງິນເດືອນ 156, ໄດ້ເງິນເດືອນປະມານ 1,123,000 ກີບ; ຜູ້ໄດ້ຊັ້ນ 5 ມີດັດສະນີເງິນເດືອນ 859 ໄດ້ເງິນເດືອນ ປະມານ 6,184,800 ກີບ ເປັນຕົ້ນ.