ທ່ານ ພັນຄໍາ ວິພາວັນ ຈະປ່ຽນ ນະໂຍບາຍ ຣົດ ປະຈໍາ ຕໍາແໜ່ງ
2021.08.10

ທ່ານ ພັນຄໍາ ວິພາວັນ ນາຍົກ ຣັຖມົນຕຣີ ສປປລາວ ໄດ້ປະກາດ ໃນກອງປະຊຸມ ສມັຍວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ ຈະບໍ່ອະນຸຍາດໃຫ້ ພະນັກງານຣັຖ ຮວມທັງຜູ້ນໍາພັກ-ຣັຖ ເອົາຣົດປະຈໍາຕໍາແໜ່ງ ໄປໃຊ້ສ່ວນຕົວພາຍຫຼັງພົ້ນຕໍາແໜ່ງ ແລ້ວ ເພື່ອເປັນການປະຢັດ ງົບປະມານ ຂອງຣັຖ ແລະແກ້ໄຂບັນຫາ ການຂາດເຂີນ ຍານພາຫະນະ ທີ່ນໍາໃຊ້ໃນກະຊວງ ແລະ ຂແນງການຕ່າງໆ ທີ່ເຮັດໃຫ້ເກີດມີຫາງສຽງ ອັນບໍ່ດີພາຍໃນກົງຈັກ ການຈັດຕັ້ງຂອງຣັຖ. ທ່ານ ພັນຄໍາ ວິພາວັນ ໄດ້ກ່າວກ່ຽວກັບ ເຣື່ອງນີ້ ໃນວັນທີ 8 ສິງຫາ ຕອນນຶ່ງວ່າ:
“ເຣື່ອງຣົດນີ້ແມ່ນ ອອກໄປ ເອົາໄປນໍາ ບໍ່ໃຫ້ເອົາໄປໄດ໋ ພວກເຮົານັ່ງຢູ່ນີ້ນ່າ ບໍ່ໃຫ້ເອົາໄປໄດ໋ ຕ້ອງເສັຽສຣະ ພວກເພິ່ນເກົ່າຫັ້ນ ກະຢ່າສາປູນເພິ່ນ ແຕ່ເຮົານັບແຕ່ກົມການເມືອງ ລົງມາແມ່ນແນວນັ້ນໝົດ ອອກໄປແລ້ວກະອອກ ຄັນສິເອົາກະຕ້ອງສໍາຣະ ສະສາງເອົາ ຕາມຣະບຽບກົດໝາຍ."
ທ່ານກ່າວຕື່ມອີກວ່າ ຜ່ານການກວດກາຕົວຈິງເຫັນວ່າ ປັດຈຸບັນຣົດຂອງຣັຖບານ ມີຈໍານວນຫຼວງຫຼາຍ, ໃນອີກບໍ່ດົນນີ້ຣັຖບານ ຈະມີດໍາຣັຖວ່າດ້ວຍ ຣົດປະຈໍາຕໍາແໜ່ງ ແລະ ຣົດ ບໍຣິຫານຣັຖ ຊຶ່ງຈະເຮັດໃຫ້ຣົດຂອງຣັຖ ຢູ່ຫຼາຍກະຊວງ ແລະ ທ້ອງຖິ່ນ ເຫຼືອໃຊ້ຈໍານວນຫຼາຍ ແລະ ໃນຂນະດຽວກັນ ກໍຈະມີການກວດກາ ພະນັກງານຣັຖ ຜູ້ທີ່ມີຣົດຫຼາຍຄັນເກີນ ຄວາມຈໍາເປັນ ແລະ ຈະໃຫ້ສົ່ງຣັຖບານຄືນ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ ໄປຍັງຫ້ອງວ່າການ ສໍານັກງານນາຍົກ ຣັຖມົນຕຣີ ສປປລາວ ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບການຈັດຕັ້ງ ປະຕິບັດາປະກາດທີ່ວ່ານັ້ນ ວ່າຈະເຮັດແນວໃດ, ຊຶ່ງໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ຜູ້ຂໍສງວນຊື່ ແລະສຽງ ທ່ານນຶ່ງພຽງແຕ່ວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງປຶກສາຫາລືກັນຢູ່, ຫລັງຈາກນັ້ນອາຈມີແຈ້ງການ ອອກມາ.
ພາຍຫລັງທີ່ຮູ້ຂ່າວວ່າ ຣັຖບານຈະບໍ່ອະນຸຍາດ ໃຫ້ພະນັກງານຣັຖ ເອົາຣົດປະຈໍາຕໍາແໜ່ງ ໄປໃຊ້ພາຍຫຼັງພົ້ນຕໍາແໜ່ງແລ້ວເພື່ອ ເປັນການປະຢັດງົບປະມານຂອງຣັຖນັ້ນ ຊາວລາວ ຫຼາຍຄົນກໍເຫັນດີນໍາ ແລະ ເຫັນວ່າ ຄວນເຮັດມາຕັ້ງແຕ່ດົນແລ້ວ ຍ້ອນມັນເປັນ ການສິ້ນເປືອງງົບປະມານ ຂອງຣັຖໄປລ້າໆ, ຄວນເອົາຣົດນັ້ນໃຫ້ຜູ້ມາຮັບ ຕໍາແໜ່ງຄົນຕໍ່ໄປ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ສິງຫາ ນີ້ວ່າ:
“ໂອ໋ ຄັນຖ້າວ່າເພິ່ນເຮັດແນວນີ້ ກະແມ່ນເຫັນດີນໍາຫັ້ນແຫຼະ ເພາະມັນເປັນການຟູມເຟືອຍໂພດ ເປືອງໂພດ ອອກໄປແລ້ວກະເອົາ ຣົດໄປນໍານີ້ ມັນບໍ່ແມ່ນນໍ້າອອກບໍ່ ໄດ໋ ເຫື່ອແຮງ ຂອງປະຊາຊົນລາວ ໄດ໋ ຫຼັງຈາກອອກບໍານານແລ້ວ ກະແມ່ນຍຶດຣົດຫັ້ນ ໃຫ້ຜູ້ ທີ່ມາວ່າຕໍ່ໄປຫັ້ນ.”
ໃນຂນະດຽວກັນ ປະຊາຊົນລາວ ອີກຜູ້ນຶ່ງກໍເວົ້າວ່າ ຈາກການສັງເກດໃນໄລຍະທີ່ຜ່ານມາ ເຫັນວ່າພະນັກງານຣັຖຈໍານວນບໍ່ໜ້ອຍ ບໍ່ສົ່ງຣົດປະຈໍາຕໍາແໜ່ງ ຄືນໃຫ້ຣັຖບານ ເຖິງແມ່ນວ່າ ຈະພົ້ນຈາກ ຕໍາແໜ່ງໄປແລ້ວກໍຕາມ. ດັ່ງນັ້ນຕົນຈຶ່ງເຫັນດີນໍາຣັຖບານ ທີ່ຈະບໍ່ອານຸຍາດ ໃຫ້ພະນັກງານບໍານານ ເອົາຣົດປະຈໍາຕໍາແໜ່ງ ໄປໃຊ້, ຫາກພະນັກງານ ບໍານານ ຜູ້ໃດຢາກເອົາຣົດໄປໃຊ້ ກໍຈະຕ້ອງເສັຍເງິນຊື້ຢ່າງຖືກຕ້ອງ ດັ່ງທ່ານກ່າວວ່າ:
“ຊຸດກ່ອນອອກຣົດຫຼາຍໄດ໋ ພະນັກງານບໍານານ ເອົາອອກໄປຊື່ໆ. ມັນລະໄດ້ຊື້ໃໝ່ເລື້ອຍໆເດ໋ ລາວເຮົາໄດ້ຈ່າຍໜີ້ອີກ ພວກທີ່ຈະໄດ້ ຣົດອອກ ຕ້ອງກິນນອນຢູ່ໃນກັມການພັກແຂວງ ກັມການພັກເມືອງຊຸດນີ້ ຂະເຈົ້າເຮັດແທ້ ຜູ້ໃດຈະເອົາກະຕີຣາຄາ ປະມູນຣາຄາມັນ.”
ທ່ານກ່າວຕື່ມວ່າ ຫາກພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຕາມການປະກາດ ຂອງນາຍົກຣັຖມົນຕຣີ ຢ່າງເຂັ້ມງວດແທ້ກໍຈະເຮັດ ໃຫ້ມີການປະຢັດງົບປະມານຂອງຣັຖ ໄດ້ຫຼາຍສົມຄວນ ແລະທັງຍັງຈະຊ່ອຍຫລຸດຜ່ອນຣາຍຈ່າຍ ທີ່ບໍ່ຈໍາເປັນຂອງຣັຖນໍາອີກ. ແຕ່ຖ້າ ຫາກບໍ່ປະຕິບັດ ຕາມຢ່າງເຄັ່ງຄັດ ກໍຈະບໍ່ມີຫຍັງປ່ຽນແປງ ແລະຈະເປັນບັນຫາ ໃນການບໍຣິຫານ ຈັດການຍວດຍານພາຫານະ ໃນ ໜ່ວຍງານຂອງຣັຖບານຢູ່ຄືເກົ່າ.
ອະດີດເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະໜ່ວຍງານ ທີ່ເຄີຍສັງກັດ ເວົ້າໂດຍອີງຕາມປະສົບການ ທີ່ທ່ານເຄີຍໄດ້ ເຮັດວຽກ ເປັນຣັຖກອນມາກ່ອນນັ້ນວ່າ ມີພະນັກງານຫຼາຍຄົນ ທີ່ພົ້ນຈາກຕໍາແໜ່ງແລ້ວ ສວຍໂອກາດເອົາຣົດປະຈໍາຕໍາແໜ່ງໄປນໍາ ຊຶ່ງເຮັດໃຫ້ຣັຖບານ ຕ້ອງຫາຊື້ຣົດຄັນໃໝ່ ໃຫ້ຜູ້ໃໝ່ຢູ່ເລື້ອຍໆ, ດັ່ງນັ້ນຕົນຈຶ່ງ ເຫັນດີນໍາ ຄໍາປະກາດຂອງ ນາຍົກຣັຖມົນຕຣີ ດັ່ງທີ່ ທ່ານກ່າວວ່າ:
“ກະມີແຫຼະຜ່ານມານິ ກະມີຫຼາຍຄົນ ເວລາເພິ່ນເຖົ້າໄປ ກະເອົາໄປນໍາເລີຍ ແສນປາຍພຸ້ນນະ ແສນກວ່າໂດລາຄັນນຶ່ງບາດນີ້ຫຼາຍຄົນ ຖືວ່າຕ້ອງໄດ້ເຮັດເປັນວຽກຂອງຣັຖບານ ປະເທດຊາດບ້ານເມືອງ ມັນກະສິໄດ້ການພັທນາ ທັນໝູ່ແນ່ເດ໋.”
ກ່ອນໜ້ານີ້ຄື ເມື່ອ ປີ 2016 ຣັຖບານ ສປປລາວ ສມັຍທີ່ ທ່ານ ທອງລຸນ ສີສຸລິດ ດໍາຣົງຕໍາແໜ່ງ ນາຍົກຣັຖມົນຕຣີ ໄດ້ປະກາດ ຂາຍຣົດຫຼູຫຼາ ຂອງຣັຖ ຈໍານວນຫຼວງຫຼາຍ ຮວມທັງ ຍີ່ຫໍ້ BMW series 7 ແລະ Mercedes Benz ລຸ້ນ S class ທັງໝົດ 14 ຄັນ.