ການອອກໃບຕາດິນ ຢູ່ຕາມເມືອງຕ່າງໆ ຂອງລາວ ຊັກຊ້າ ບໍ່ໄປຕາມຄິວ ຍ້ອນມີເຈົ້າໜ້າທີ່ ຂອງຣັຖຈໍານວນນຶ່ງ ມີສ່ວນກ່ຽວຂ້ອງ ເພື່ອຫາເງິນເພີ່ມ ໂດຍຮັບແລ່ນເອກສານ ເອົາໃບຕາດິນ ໃຫ້ຜູ້ທີ່ຍອມຈ່າຍເງິນໃຫ້ເພີ່ມ, ບາງຄົນທີ່ມີເງິນພໍທີ່ຈະຈ່າຍ ກໍຍອມຈ່າຍໃຫ້ ຮວມທັງໝົດ ແຕ່ 5-10 ລ້ານກີບ ກໍມີ ຍ້ອນວ່າຢາກໄດ້ໃບຕາດິນໄວ, ເຮັດໃຫ້ຜູ້ນັ້ນ ໄດ້ຮັບໃບຕາດິນກ່ອນ. ສ່ວນຜູ້ທີ່ເຮັດຕາມລະບຽບ ກໍຕ້ອງໄດ້ລໍຖ້າໄປເລື້ອຍໆ.
ດັ່ງນັ້ນຫລາຍຄົນ ຈຶ່ງຢາກໃຫ້ທາງການແກ້ໄຂບັນຫາດັ່ງກ່າວ ອີງຕາມຄໍາເວົ້າ ຂອງຊາວນະຄອນຫລວງວຽງຈັນ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ກໍຣະກະດານີ້ວ່າ:
" ສົມມຸດວ່າ ຮວມໝົດທີ່ກົມຕາດິນ ເພິ່ນອອກໃຫ້ ທັງບ້ານທັງຫຍັງຫັ້ນນໍ ກະຖືວ່າກະໝົດຫຼາຍເດ ປະມານ 5-6 ລ້ານພຸ້ນເດ ຫລືວ່າກາຍພຸ້ນລະ ຫລືວ່າລະດັບ 9-10 ລ້ານ. ອັນນີ້ຍົກຕົວຢ່າງແບບວ່າ ເຮົາຢາກໄດ້ໄວນໍ ຜູ້ແລ່ນແທ້ ກໍແມ່ນຢູ່ໃນກົມຕາດິນເມືອງ ກໍຢາກໃຫ້ແກ້ໄຂແລ້ວ. ເພິ່ນຈະກິນເງິນບໍ ຈະເຮັດໂຕໃດໄດ້ເງິນຫລາຍ ແລ້ວເຮັດໂຕນັ້ນກ່ອນບໍ ທີ່ຈິງກໍຢາກໃຫ້ແກ້ໄຂຫັ້ນແຫລະ ."ທ່ານກ່າວຕື່ມວ່າ ສ່ວນຄ່າເອກສານ ທີ່ຈະຕ້ອງໃຫ້ເຈົ້າໜ້າທີ່ບ້ານ ອອກໃຫ້ນັ້ນ ແມ່ນຂຶ້ນຢູ່ກັບ ແຕ່ລະບ້ານ ວ່າຈະຮຽກເກັບນໍາເທົ່າໃດ, ຖ້າດິນຢູ່ນອກເຂດພັທນາ ທາງບ້ານຈະເກັບນໍາ ຕໍ່າທີ່ສຸດປະມານ 3 ແສນກີບຕໍ່ຕອນ. ແຕ່ບາງເທື່ອ ບາງບ້ານກໍອາຈເກັບນໍາຫລາຍກວ່ານັ້ນ, ຍິ່ງເປັນເຂດພັທນາ ກໍຍິ່ງເກັບຫລາຍ.
ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນັ້ນວ່າ ເຣື່ອງພະນັກງານອອກໃບຕາດິນໃຫ້ຊ້າ ແລະມີພະນັກງານຣັຖບາງຄົນ ຮັບແລ່ນເອກສານ ເອົາໃບຕາດິນໃຫ້ໄດ້ໄວ ເພື່ອຫາເງິນເພີ່ມນັ້ນ ເປັນບັນຫາທີ່ມີມານານແລ້ວ, ເຮັດໃຫ້ຜູ້ທີ່ປະຕິບັດຕາມລະບຽບການ ໄດ້ຮັບໃບຕາດິນລ້າຊ້າ, ບາງຄົນກໍລໍຖ້າເປັນປີ ຈຶ່ງໄດ້ກໍມີ.
" ຮູ້ແຕ່ວ່າ ມັນກໍເປັນແນວນັ້ນເລີຍແຫລະ. ເງິນແດ່ກະໄວແດ່ ລະບົບໃດ ກໍຈະບໍ່ຄືກັນ ຄົນມີນີ້ ເພິ່ນທຸ້ມໃຫ້ໂລດ. ເພິ່ນຢາກໄດ້ໄວເດ້ ຄິດວ່າມັນອັນເດີມ. ມັນກໍເປັນຈັ່ງຊີ້ນ່າ ຜູ້ບໍ່ມີເງິນເດີຍາກ ກະມີສ່ວນຊ້າ. ອຸ້ຍບາງເທື່ອເປັນປີ ຍັງບໍ່ທັນເຫັນເດີນີ້. "
ພ້ອມດຽວກັນນັ້ນ ຊາວລາວອີກຜູ້ນຶ່ງ ກໍໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ບັນຫາການອອກໃບຕາດິນລ້າຊ້າ ມາເຖິງຂະນະນີ້ ກໍຍັງບໍ່ເຫັນທາງ ທີ່ຈະແກ້ໄຂໄດ້. ນອກຈາກບັນຫານີ້ແລ້ວ ກໍຍັງມີເຣື່ອງການເຮັດສໍາມະໂນຄົວ, ບັດປະຈໍາຕົວ ແລະໜັງສືຢັ້ງຢືນອື່ນໆອີກ, ຖ້າຫາກຢາກໄດ້ໄວ ນອກຈາກຄ່າທໍານຽມແລ້ວ ກໍຕ້ອງໄດ້ຈ່າຍເງິນ ໃຫ້ເຈົ້າໜ້າທີ່ເພີ່ມອີກ.
" ເຣື່ອງຊ້າ ມັນຊ້າຢູ່ແລ້ວ. ມັນຊ້າຕັ້ງແຕ່ຕົ້ນມານະ. ສ່ວນຫລາຍມັນກໍຊ້ານໍາ ພະນັກງານຫັ້ນແຫລະ ລະບົບມັນກໍມີສ່ວນ ຄັນເຮົາເຮັດໃບຕາດິນ ຫລືໃບປະຈໍາໂຕອີ່ຫຍັງກະຢ່າ. ເຂົາເຈົ້າຈະຖາມໂລດວ່າ ຢາກໄດ້ດ່ວນບໍ່ຫັ້ນນ່າ. ເຮົາຈ່າຍແພງຂຶ້ນ ເຂົາເຈົ້າກໍເຮັດໃຫ້ໄດ້ໄວຂຶ້ນ ກະເປັນບັນຫາ. ມັນແກ້ໄຂບໍ່ໄດ້ ບໍ່ວ່າຈະເປັນເຮັດສັມມະໂນຄົວ ຫລືວ່າບັດປະຈໍາໂຕ ອີ່ຫຍັງກະຄືກັນໝົດ. "
ກ່ຽວກັບບັນຫາດັ່ງກ່າວ ນາຍໜ້າຂາຍດິນ ຜູ້ນຶ່ງຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ການອອກໃບຕາດິນ ຍັງລ້າຊ້າຢູ່ຄືເກົ່າ, ມັນເປັນທັງລະບົບ, ເຈົ້າໜ້າທີ່ຣັຖບາງຄົນ ຮັບຈ້າງເຮັດໃບຕາດິນໃຫ້, ຜູ້ໃດໃຫ້ຫລາຍກໍເຮັດໃຫ້ຜູ້ນັ້ນກ່ອນ, ບໍ່ຈໍາເປັນຕ້ອງລໍຖ້າດົນ, ໃບຕາດິນແມ່ນກົມທີ່ດິນເປັນຜູ້ອອກໃຫ້.
" ພວກເຮັດໃບຕາດິນນີ້ ກະຊິແມ່ນພວກກົມທີ່ດິນເນາະ ອົງການຣັຖຈັ່ງຊີ້ນ່າ. ເພິ່ນເຮັດໃຫ້ບໍ່ແມ່ນວ່າເຮົາເຮັດເອງຈັ່ງຊີ້ນ່າ. ແມ່ນລະ ມັນກໍຍັງຊ້າຢູ່ນ່າ ຄັນໄວສຸດກະ 4 ເດືອນ ຄັນວ່າຊ້າສຸດກະ 6 ເດືອນ ຄືວ່າຫັ້ນແຫລະ. ເຂົາເຈົ້າເຮັດອິຫຍັງ ກະກິນນໍາອັນນັ້ນຫັ້ນນ່າ ກໍໃຫ້ເຂົາເຈົ້າກິນນໍ້າ ກິນໄນ ໜ້ອຍນຶ່ງ ແລ້ວກະຄືຊິໄດ້ໄວຢູ່ຕີ້. "
ແລະນາຍໜ້າຂາຍດິນ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າວ່າ ບາງເທື່ອ ພະນັກງານເຮັດເອກສານ ກ່ຽວກັບການອອກໃບຕາດິນ ເຮັດເອກສານເສັຍ ກໍເຮັດໃຫ້ເກີດຄວາມລ້າຊ້າ ຍ້ອນຕ້ອງໄດ້ປະກອບເອກສານໃຫ້ເພິ່ນໃໝ່ ແລະການລ້າຊ້ານັ້ນ ກໍເປັນນໍາລະບົບການເຮັດວຽກເພິ່ນ.
" ເປັນນໍາລະບົບເພິ່ນ ແຕ່ກໍຕ້ອງເລັ່ງເຂົາເຈົ້າແດ່ ເພາະບາງທີເຂົາເຈົ້າເຮັດເອກສານ ເຮົາເສັຽບໍ່. ບອກບໍ່ ຫລືວ່າເປັນລະບົບ ນໍາເຂົາເຈົ້າຊ້າ ມັນກໍຈະມີ 2 ຂໍ້ນີ້ແຫລະ. "
ອີງຕາມຣາຍງານຂອງ ທ່ານ ບຸນຊົມ ຊົງວິລັຍ ຫົວໜ້າ ຜແນກຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ນະຄອນຫລວງວຽງຈັນ ຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ 2 ໃນມື້ວັນທີ 22 ກໍຣະກະດານີ້ ແລ້ວແມ່ນວ່າ ເປັນຍ້ອນສາເຫດ ແບບນັ້ນແທ້ ຈຶ່ງເຮັດໃຫ້ການອອກໃບຕາດິນລ້າຊ້າ; ເຈົ້າຂອງສິທນໍາໃຊ້ທີ່ດິນບຸກຄົນ, ນິຕິບຸກຄົນ ໄດ້ວ່າຈ້າງນາຍໜ້າ ທີ່ເປັນພະນັກງານແລ່ນເອກສານ ແບບນອກລະບົບໃຫ້ ເຮັດໃຫ້ມີການກົດໜ່ວງ ທ່ວງດຶງເອກສານຂອງຄົນອື່ນ ແລະມີທັງປາກົດການ ປອມແປງເອກສານ, ປອມແປງໃບຕາດິນ ເພາະພະນັກງານ ຈໍານວນນຶ່ງ ບໍ່ໜັກແໜ້ນຕາມຈັນຍາບັນ ຂອງຕົນ.
ນອກຈາກບັນຫາທີ່ວ່ານັ້ນແລ້ວ ການອອກໃບຕາດິນລ້າຊ້າ ສາເຫດນຶ່ງ ກໍຍ້ອນລະບົບໂປຣແກຣມ ຖານຂໍ້ມູນ ທີ່ດິນບໍ່ສົມບູນ, ມີໄວຣັສ, ສັນຍານເນັຕເວີຣ໌ກຂາດ, ລະບົບເຊີບເວີ້ຣ໌ຂໍ້ມູນເຕັມ, ຮ້າຍແຮງໄປກວ່ານັ້ນແມ່ນຂໍ້ມູນເສັຍຫາຍ ທີ່ຕ້ອງໄດ້ໃຊ້ເວລາກູ້ຄືນດົນ. ນອກຈາກນັ້ນ ການພິມໃບຕາດິນ ກໍພິມຢູ່ຫລາຍບ່ອນ ຮວມທັງຢູ່ກົມທີ່ດິນເມືອງ ກໍເຮັດໃຫ້ການຄຸ້ມຄອງຍາກ.