ການອອກໃບຕາດິນ ຫຼ້າຊ້າ ເຮັດໃຫ້ດິນ ຂອງຊາວລາວ ສ່ຽງ ຖືກໂຄງການ ກວມເອົາ

ຈຳປາທອງ
2025.01.15
ການອອກໃບຕາດິນ ຫຼ້າຊ້າ ເຮັດໃຫ້ດິນ ຂອງຊາວລາວ ສ່ຽງ ຖືກໂຄງການ ກວມເອົາ ປ້າຍປະກາດ ຂາຍດິນ ຫຼືໂອນກຳມະສິດທີ່ດິນ ຂອງໂຄງການ ດິນຈັດສັນ ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. (TS) ເດືອນກໍລະກົດ 2024
RFA

ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນເດືອນທັນວາ 2024 ທີ່ຜ່ານມາວ່າ ໄດ້ວາງແຜນ ຂຶ້ນທະບຽນ ໃບຕາດິນ ໃນທົ່ວປະເທດ ປີ 2025 ໃຫ້ໄດ້ 500,000 ຕອນ ຈາກຈໍານວນຕອນດິນ ທັງໝົດ 1,600,000 ຕອນ, ແຕ່ໃນພາກ ປະຕິບັດໂຕຈິງ ຈະບໍ່ສາມາດ ບັນລຸຕາມນັ້ນໄດ້ ຍ້ອນຫຼາຍສາເຫດ.

ການອອກໃບຕາດິນ ຊັກຊ້າ ເຮັດໃຫ້ປະຊາຊົນ ທີ່ຍັງບໍ່ມີໃບຕາດິນ ຕົກຢູ່ໃນຄວາມສ່ຽງ ຕໍ່ການທີ່ຈະຖືກ ບໍລິສັດຕ່າງໆ ເຂົ້າມາສໍາປະທານ ເຮັດໂຄງການ ກວມເອົາດິນ ຂອງພວກເຂົາເຈົ້າໄປ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ເມືອງວີລະບູລີ ແຂວງສະຫວັນນະເຂດ ຜູ້ໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມັງ ກອນນີ້.

“ບ້ານແຖວນີ້ ມັນໃກ້ໂຄງການເດ້ ເພາະວ່າ ບາງສະຖານທີ່ ລັດຖະບານ ເຂົາຍັງບໍ່ອອກ ໃບຕາດິນໃຫ້, ຫັ້ນນ່າ ອອກບໍ່ທັນ. ຄັນສົມມຸດ ໃນບ້ານນີ້ເນາະ 100%, ເຂົາຍັງບໍ່ໄດ້ 65%, ຍັງບໍ່ໄດ້ໆ ເຂົາບໍ່ມີໃບຕາດິນ. ທາງບ້ານ ເຂົາບໍ່ອອກໃຫ້ ທາງເມືອງ ເຂົາກໍອອກໃຫ້ນໍາບໍ່ທັນ. ແຖວນີ້ຫັ້ນ, ໂຄງການພວກຈີ ພວກຫຍັງ ເຂົາຢາກມາສໍາປະທານ.”

ຢູ່ແຂວງຈໍາປາສັກ, ກໍເຄີຍເກີດກໍລະນີ ບໍລິສັດຫວຽດນາມ ເຂົ້າມາສໍາປະທານທີ່ດິນ ປູກກາເຟ ຢູ່ເຂດບ້ານ ໜອງຫີນຂາວ, ເມືອງປາກຊ່ອງ ທີ່ຊາວບ້ານ ຫຼາຍຄອບຄົວ ບໍ່ມີໃບຕາດິນ ຂອບທອງ ໄດ້ເສຍດິນ ຂອງພວກຕົນໄປ, ໂດຍທີ່ບໍ່ໄດ້ຮັບ ຄ່າຊົດເຊີຍແນວໃດ. ຊາວບ້ານ ຢູ່ບ້ານໜອງຫີນຂາວ ຜູ້ໜຶ່ງ ເວົ້າວ່າ ຊາວບ້ານ ບ້ານນີ້ ຫຼາຍຄົນ ທີ່ເຮັດສວນກາເຟ ບາງຄອບຄົວ ກໍມີໃບຕາດິນ ຂອບທອງ ແລ້ວ, ແຕ່ຫຼາຍຄອບຄົວ ຍັງບໍ່ທັນມີເທື່ອ ຍ້ອນຂັ້ນຕອນ ການຂໍໃບຕາດິນ ຂອບທອງ ນັ້ນ, ຕ້ອງໄດ້ໃຊ້ເວລາດົນ. ນອກຈາກນັ້ນ, ກໍຍັງບໍ່ໄດ້ຮັບ ການຊ່ວຍເຫຼືອ ຈາກອໍານາດ ການປົກຄອງບ້ານ ໃນການດໍາເນີນການໃຫ້.

“ສ່ວນຫຼາຍ ສວນກໍມີ. ບໍ່ມີ, ສວນຂ້ອຍ ກໍບໍ່ທັນໄດ້ໃບຕາດິນ ມີແຕ່ສິດນໍາໃຊ້ຊື່ໆ, ສອບຖາມພໍ່ບ້ານ, ພໍ່ບ້ານ ກໍມິດເລີຍ. ກຸ່ມ, ກໍຂຶ້ນມາເມືອງ ງຽບຫາຍໄປເລີຍ. ເຫັນເຂົາເຮັດ ກໍດົນເຕີບ 2-3 ເດືອນ ກໍມີບາງເທື່ອ.”

ສໍາລັບຢູ່ເມືອງສະໜາມໄຊ ແຂວງອັດຕະປື ຊາວບ້ານ ທີ່ຮູ້ບັນຫາດັ່ງກ່າວ ນາງໜຶ່ງ ເວົ້າວ່າ ມີຫຼາຍບ້ານ ເປັນຕົ້ນ ບ້ານໜອງຫີນ, ບ້ານໄຊດອນໂຂງ, ບ້ານໜອງມ່ວງ ແລະ ບ້ານມັດກາ ທີ່ມັກເກີດ ຂໍ້ຂັດແຍ່ງ ທາງດ້ານທີ່ດິນ ກັບບໍລິສັດຈີນ ຍ້ອນລັດຖະບານ ອະນຸຍາດໃຫ້ ບໍລິສັດ ສໍາປະທານປູກກ້ວຍ ແລະ ໝາກຖົ່ວລຽນ ກວມເອົາດິນ ຂອງຊາວບ້ານ, ໂດຍອາໄສຊ່ອງຫວ່າງ ຈາກການທີ່ຊາວບ້ານ ບໍ່ມີໃບຕາດິນ ຂອບທອງ. ເຖິງໄດ້ຮັບຄ່າຊົດເຊີຍ, ແຕ່ກໍໜ້ອຍ ບໍ່ເໝາະສົມ, ຊ່ວງນີ້ ຍາກແຮງ ລັດຖະບານ ຈະບໍ່ອອກທະບຽນ ສິດຊົມໃຊ້ໃຫ້.

“ຊ່ວງນີ້ ສະໜາມໄຊ ຍາກແຮງ. ເວົ້າເລື່ອງການເຮັດ ສິດຊົມໃຊ້ທີ່ດິນ ຍາກແຮງ. ຊ່ວງນີ້, ລັດຖະບານ ຈະບໍ່ອອກທະບຽນ ໃຫ້ເລີຍ ແມ້ແຕ່ສິດຊົມໃຊ້ ກໍບໍ່ອອກໃຫ້ ເພາະວ່າ ມັນເປັນດິນ ທີ່ບໍລິສັດ ເຂົາສໍາປະທານ ມາແຕ່ຫຼາຍປີຫຼັງພຸ້ນນ່າ. ເຂົາວ່າ ເຂົາແບ່ງເຂດແດນ ຍັງບໍ່ທັນໄດ້ຊັດເຈນ, ຫັ້ນນ່າ ທີ່ໃຫ້ບໍລິສັດ ສໍາປະທານ ຍັງບໍ່ຮູ້ ມັນຊິຮອດໄສ ກັນແທ້, ຫັ້ນນ່າ.”

ສ່ວນຢູ່ນະຄອນຫຼວງວຽງຈັນ, ນາຍໜ້າ ຮັບແລ່ນໃບຕາດິນ ຜູ້ໜຶ່ງ ເວົ້າວ່າ ສະເພາະຢູ່ນະຄອນຫຼວງວຽງຈັນ ຫາກເຈົ້າຂອງດິນ ແລ່ນເຮັດໃບຕາດິນ ເອົາເອງ ກໍອາດຈະຕ້ອງ ໄດ້ໃຊ້ເວລາດົນ ແຕ່ 6 ເດືອນ ຫາ 1 ປີ ຫຼືບາງເທື່ອ ກໍອາດຈະໄດ້ໃຊ້ເວລາ ເຖິງ 2 ປີ ຫຼືເຫິງກວ່ານັ້ນ. ຖ້າດິນນັ້ນ, ຖືກໂຄງການໃດໜຶ່ງ ມາກວມເອົາກ່ອນ ເຈົ້າຂອງດິນ ກໍມີແຕ່ຕ້ອງ ໄດ້ໂຍກຍ້າຍ ອອກໄປເທົ່ານັ້ນ. ດັ່ງທີ່ທ່ານ ກ່າວວ່າ:

“ແນ່ນອນລະ ໄປແລ່ນເອງ ເຈົ້າບໍ່ຮູ້ຈັກໄປ, ເຂົາກໍປະ ໃຊ້ເວລາເປັນປີ, ສອງປີ. ບາງຄົນ ກໍໄດ້, ເຮົາບໍ່ມີໃບຂອບທອງ ກໍຖືວ່າ ດິນບໍ່ແມ່ນດິນເຮົາ ມີແຕ່ສິດຢູ່, ທີ່ທາງອົງການຈັດຕັ້ງ ມອບໃຫ້ຢູ່ຊື່ໆ, ເຮົາຂາຍ ກໍບໍ່ໄດ້, ເຮົາໂອນກໍບໍ່ໄດ້, ໄປຈໍານໍາ ກໍບໍ່ໄດ້. ຂາຍ ກໍບໍ່ມີໃຜຊື້, ແຕ່ວ່າ ສ່ວນຫຼາຍ ເຖິງ 90% ຖືວ່າ ໄດ້ແຕ່ຄ່າໂຍກຍ້າຍ.”

ການທີ່ເຮັດ ໃຫ້ການຂຶ້ນທະບຽນ ໃບຕາດິນ ຊັກຊ້າ ກໍມີຫຼາຍສາເຫດ ເປັນຕົ້ນ ຂໍ້ມູນສໍາມະໂນ ຕອນດິນ ທີ່ນອນໃນດິນ ສາມປະເພດປ່າ, ຊຶ່ງຕ້ອງໄດ້ມີ ການສໍາຫຼວດ, ຈັດສັນ ແລະ ຈໍາແນກປະເພດ ເປັນໃບຢັ້ງຢືນ ການນໍາໃຊ້ທີ່ດິນ ແລະ ໃບຕາດິນ ຕາມແຜນຈັດສັນ ທີ່ດິນປ່າໄມ້, ການຈັດສັນ ທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານ ບໍ່ທັນສໍາເລັດ, ບໍ່ທັນກຳນົດ ເຂດສະຫງວນ, ການມອບວຽກ ຂຶ້ນທະບຽນ ອອກໃບຕາດິນ ໃຫ້ເມືອງ ຍັງບໍ່ທັນສໍາເລັດ ຫຼື ເມືອງ ທີ່ສໍາເລັດແລ້ວ ຍັງບໍ່ທັນໄດ້ ມອບຂໍ້ມູນ ສໍານວນທີ່ດິນ ໃຫ້.

ໃນປີ 2024 ທີ່ຜ່ານມາ, ທົ່ວປະເທດ ລັດຖະບານ ໄດ້ວາງຄາດໝາຍ ຂຶ້ນທະບຽນ ອອກໃບຕາດິນ ໃຫ້ໄດ້ທັງໝົດ 300,000 ຕອນ, ແຕ່ປະຕິບັດ ໄດ້ພຽງ 220,000 ຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.