ສະພາໃຊ້ເວລາ ແກ້ກົດໝາຍເກົ່າ
2013.02.14

ເຈົ້າໜ້າທີ່ ຣະດັບສູງ ຂອງ ຫ້ອງວ່າການ ສະພາ ແຫ່ງຊາດລາວ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປີດເຜີຍຕໍ່ ຜູ້ສື່ຂ່າວ ເອເຊັຍເສຣີ ໃນຕົ້ນ ສັປດາ ນີ້ວ່າ ການປະຕິບັດ ວຽກງານ ນິຕິບັນຍັດ ຂອງ ສະພາແຫ່ງຊາດ ຂຸດທີ 7 ໂດຍສະເພາະ ແມ່ນ ການຮ່າງກົດໝາຍ ໃໝ່ນັ້ນ ປະຕິບັດ ໄດ້ຕໍ່າກວ່າ ເປົ້າໝາຍ ທີ່ວາງໄວ້ ໃນຣະຍະ 2 ປີ ຜ່ານມານີ້.
ຕາມແຜນການ ເຖິງປີ 2015 ຈະຕ້ອງຮ່າງ ແລະ ພັທນາ ກົດໝາຍໃໝ່ ໃຫ້ໄດ້ບໍ່ຕໍ່າ ກວ່າ 30 ສະບັບ ແລະ ດັດແກ້ກົດໝາຍ ເກົ່າໃຫ້ໄດ້ ບໍ່ຕໍ່າກວ່າ 60 ສະບັບ. ແຕ່ປາກົດວ່າ ໃນກອງປະຊຸມ ສະໄໝສາມັນ ຂອງ ສະພາແຫ່ງຊາດ 4 ເທື່ອ ໃນຣະຍະ 2 ປີ ຜ່ານມານີ້ ສາມາດ ສ້າງກົດໝາຍໃໝ່ ໄດ້ບໍ່ເຖິງ 15 ສ່ວນຮ້ອຍ ຂອງ ເປົ້າໝາຍ.
ການປະຕິບັດ ບໍ່ໄດ້ຕາມ ເປົ້າໝາຍ ທີ່ວ່ານັ້ນ ແມ່ນຍ້ອນ ເສັຍເວລາ ສ່ວນໃຫຍ່ ນໍາການດັດແກ້ ຫລືວ່າ ການປັບປຸງ ກົດໝາຍເກົ່າ ໃຫ້ທັນກັບ ສະພາບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີການປ່ຽນແປງ ຢ່າງໄວວາ ແລະ ເປັນຍ້ອນ ປະສິດທິພາບ ຂອງ ສະມາຊິກ ສະພາແຫ່ງຊາດ ຊຸດກ່ອນ ທີ່ປະຕິບັດ ໜ້າທີ່ ໃນເຣື່ອງນີ້ ຕໍ່າຫລາຍ ຄືໃນ 1 ປີ ຜ່ານມານີ້ ສະພາແຫ່ງຊາດ ໄດ້ຮັບຮອງເອົາ ກົດໝາຍ ທັງໝົດພຽງ 13 ສະບັບ ເທົ່າກັບ 76 ກວ່າ ສ່ວນຮ້ອຍ ຂອງແຜນການ ສົກປີ 2011 - 2012. ໃນນັ້ນມີ ກົດໝາຍໃໝ່ 3 ສະບັບ, ສ່ວນທີ່ເຫລືອ ເປັນກົດໝາຍເກົ່າ ທີ່ໄດ້ຮັບ ການປັບປຸງ.