ແນວລາວສ້າງຊາດບໍ່ຮູ້ ລາວຄຣິສຕຽນ ຖືກກົດຂີ່
2021.03.30

ຊາວລາວຄຣິສຕຽນ 2 ຄອບຄົວ ມີທັງໝົດ 7 ຄົນ ຢູ່ບ້ານສົບບອນ ເມືອງພີນ ແຂວງສວັນນະເຂດ ຖືກອໍານາດການປົກຄອງບ້ານ ກົດດັນໃຫ້ອອກຈາກບ້ານ ໄປຢູ່ບ່ອນອື່ນ ຍ້ອນພວກ ເຂົາເຈົ້າຍັງເຊື່ອຖືສາສນາຄຣິສຕຽນຢູ່. ກ່ຽວກັບເຣື່ອງທີ່ວ່ານີ້, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາດ ເມືອງພີນ ຕໍ່ RFA ໃນມື້ວັນທີ 30 ມີນານີ້, ໃນໄລະຍະ ທີ່ມີການປະຊຸມກັບຄະນະ ຊີ້ນໍາບ້ານຕ່າງໆ ໃນແຕ່ລະເດືອນ ບໍ່ເຄີຍມີໃຜເວົ້າໃຫ້ ທາງຫ້ອງການຮັບຮູ້ເລີຍ ແຕ່ເຈົ້າໜ້າທີ່ຈະກວດກາຄືນ ເພື່ອກວດສອບຂໍ້ເທັດ ຈິງຕໍ່ໄປ. ທ່ານກ່າວ ຕອນນຶ່ງວ່າ
“ໂຕນີ້ມັນຈະມີຄະນະຊີ້ນໍາ ເຂດ ຊີ້ນໍາເດີ໋ທ່ານເດີ໋. ຖ້າວ່າປະຊາຊົນຢູ່ບ້ານໃດ ຖ້າວ່າເພິ່ນດໍາຣົງຊີວິດການເປັນຢູ່ ມັນພົບຄວາມ ຫຍູ້ງຍາກ ມັນບໍ່ສອດບໍ່ຄ້ອງໂຕໃດ ລະແມ່ນທາງ ຄະນະຊີ້ນໍາເຂດ ພວກເຮົາຈະນໍາສເນີ ວັນທີ 22 ຂອງທຸກໆເດືອນ. ແຕ່ວ່າອັນນີ້ ມັນພັດຊໍ້າພັດບໍ່ໄດ້ຍິນຫຍັງ ສິລົມກັບເຂົາເບິ່ງ.”
ເຣື່ອງຊາວລາວຄຣິສຕຽນ 2 ຄອບຄົວ ທີ່ຖືກກົດດັນ ໃຫ້ອອກຈາກບ້ານ ໄປຢູ່ບ່ອນອື່ນນັ້ນ ຊາວຄຣິສຕຽນຜູ້ນຶ່ງໃນ 2 ຄອບຄົວນັ້ນ ເວົ້າຕໍ່ RFA ໃນມື້ວັນທີ 30 ມີນານີ້ວ່າ:
”ສໍາລັບດິນທີ່ນີ້ ຂ້ານ້ອຍໄດ້ຍ້າຍມາຈາກ ແຕ່ບ້ານເກົ່າພຸ້ນ ສໍາລັບຢູ່ທີ່ນີ້ ການປົກຄອງ ເຖົ້າແກ່ນາຍບ້ານ ເຂົາຢາກໃຫ້ຂ້ານ້ອຍ ໄປຍ້າຍບ່ອນໃໝ່ ຍ້ອນໄດ້ເຊື່ອພະເຍຊູຄຣິສນີ້ແຫລະ ເຂົາດູໝີ່ນທຸກສິ່ງຢ່າງ ເຂົາຂົ່ມເຫັງ.”
ທ່ານເວົ້າຕື່ມວ່າ ຂນະດຽວກັນ ທາງອໍານາດການປົກຄອງບ້ານ ກໍໄດ້ບອກໃຫ້ຄອບຄົວຂອງຕົນ ແລະຄອບຄົວຂອງຍາດພີ່ນ້ອງ ປະລະການເຊື່ອຖືສາສນາຄຣິສຕຽນແລ້ວຈະຮັບຮອງ ເປັນພົລເມືອງບ້ານ ພ້ອມທັງໃຫ້ການຊ່ອຍເຫລືອ ດ້ານຕ່າງໆ ຖ້າມີການຮ້ອງຂໍ. ແຕ່ພວກຕົນ ກໍບໍ່ສາມາດປະລະ ການເຊື່ອຖືນັ້ນໄດ້ ຍ້ອນຄຣິສຕຽນ ກໍເປັນສາສນານຶ່ງ ທີ່ໄດ້ຮັບການ ຍອມຮັບຈາກທາງການລາວ ແລ້ວ ດັ່ງນັ້ນພວກຕົນ ຈຶ່ງຢາກຮ້ອງຂໍຄວາມເປັນທັມ.
ເຄືອຂ່າຍຊາວຄຣິສຕຽນ ຢູ່ແຂວງພາກໃຕ້ຂອງລາວ ທ່ານນຶ່ງກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ກ່ອນໜ້ານີ້ຊາວຄຣິສຕຽນລາວ ຄົນນຶ່ງທີ່ຢູ່ໃນ 2 ຄອບຄົວດັ່ງກ່າວ ເຄີຍຖືກຈັບຊັງຄຸກ ແຂວງສວັນນະເຂດ ເມື່ອປີ 2019 ໃນຂໍ້ຫາກ່ຽວກັບສາສນາຄຣິສຕຽນ ແຕ່ຕໍ່ມາໄດ້ຖືກປ່ອຍຕົວ ອອກມາຢູ່ບ້ານ.
“ລາວເຊື່ອເດືອນ 11 ປີ 2018, ປີ 2019 ຫັ້ນພໍດີລາວຖືກຈັບເລີຍ ຖືກຈັບຕິດຄຸກເຂົາຕົບຫູຈົນຫູແຕກຫູໜວກ ເຂົາທໍຣະມານລາວ ຢູ່ໃນຄຸກຫັ້ນນະ. ແຕ່ວ່າດຽວນີ້ຂະເຈົ້າ ອອກແລ້ວ ຈາກຄຸກຫັ້ນນະ ຕອນນີ້ຢູ່ບ້ານ ຂະເຈົ້າບໍ່ຮັບຄຸ້ມຄອງຂະເຈົ້າຫັ້ນ ຄຣິສຕຽນເຂົາ ບໍ່ໃຫ້ຢູ່.”
ທ່ານກ່າວອີກວ່າ ນອກຈາກການປົກຄອງບ້ານ ບໍ່ຮັບຊາວຄຣິສຕຽນລາວ 2 ຄອບຄົວເປັນພົລເມືອງແລ້ວ ຍັງບໍ່ໃຫ້ການຮ່ວມມື ຫລື ການຊ່ອຍເຫລືອໃດໆແກ່ພວກເຂົາເຈົ້າ, ຍົກຕົວຢ່າງ ໃນໄລຍະນໍ້າຖ້ວມເມື່ອປີກາຍ ທັງ 2 ຄອບຄົວ ກໍບໍ່ໄດ້ຮັບການຊ່ອຍເຫລືອໃດໆ ທີ່ມີການແຈກຢາຍ. ສ່ວນຄອບຄົວອື່ນໆ ທີ່ບໍ່ແມ່ນຄຣິສຕຽນ ແມ່ນໄດ້ຮັບການ ຊ່ອຍເຫຼືອນັ້ນ ຊຶ່ງຕົນຄິດວ່າເປັນເຣື່ອງທີ່ບໍ່ສົມຄວນ ຢ່າງຍິ່ງ ແລະຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ແກ້ໄຂແລະໃຫ້ຄວາມເປັນທັມ ແກ່ຊາວຄຣິສຕຽນລາວ 2 ຄອບຄົວດັ່ງກ່າວ.
RFA ໄດ້ພຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ອໍານາດການປົກຄອງບ້ານ ສົບບອນ ເພື່ອຂໍຮູ້ລາຍລະອຽດ ແຕ່ບໍ່ສາມາດຕິດຕໍ່ໄດ້. ກ່ຽວກັບ ການລະເມີດສິດທີໃນ ການນັບຖືສາສນາ ຄຣິສຕຽນ ໃນລາວ ດຣ ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ເພື່ອປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຽຣະມັນ ກໍມີຄວາມເປັນຫ່ວງ ດັ່ງທີ່ ດຣ. ບຸນທອນ ກ່າວຕອນນຶ່ງວ່າ:
“ກ່ຽວກັບບັນຫາ ການລະເມີດສິດທິ ໃນການນັບຖືສາສນາຢູ່ໃນສປປ.ລາວ ພວກເຮົາ ອົງການພັລທະມິດເພື່ອປະຊາທິປະໄຕໃນລາວ ໄດ້ຍື່ນບົດຣາຍງານກ່ຽວກັບການ ຣະເມີດ ສິດທິມະນຸດຢູ່ໃນ ສປປ.ລາວ ຄັ້ງວັນທີ 18 ມີນາ 2021 ໃຫ້ແກ່ຫ້ອງການກັມການ ພິເສດກ່ຽວກັບ ສິດທິມະນຸດ.”
ກ່ອນໜ້ານີ້ ເມື່ອວັນທີ 29 ທັນວາ 2018 ເຈົ້າໜ້າທີ່ຕໍາຣວດເມືອງ ພີນ ກໍໄດ້ຈັບຊາວລາວຄຣິສຕຽນແລະຫົວໜ້າໂບດ ຮວມທັງໝົດ 7 ຄົນ ຢູ່ບ້ານຄະນອງ ໃນຂໍ້ຫາເຕົ້າໂຮມກັນ ປະກອບພິທີ ນະມັສການພຣະເຈົ້າ ເນື່ອງໃນວັນບຸນຄຣິສມາສ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ. ມາໃນວັນທີ 2 ມົກຣາ 2019 ທັງ 7 ຄົນກໍໄດ້ຮັບການປ່ອຍຕົວ ພາຍຫຼັງໄດ້ຮັບການສຶກສາອົບຮົມ ແລະຕັກເຕືອນ.
ເຣື່ອງຊາວລາວຄຣິສຕຽນ ຖືກທາງການທ້ອງຖິ່ນຂົ່ມເຫັງ ແລະໄລ່ອອກຈາກບ້ານຍັງເກີດຂຶ້ນຢູ່ຫຼາຍກໍຣະນີ ເປັນຕົ້ນຢູ່ບ້ານຕີນດອຍ ເມືອງລອງ ແຂວງຫລວງນໍ້າທາ, ບ້ານປະສິງ ບ້ານກາງ ເມືອງຕະໂອ້ຍ ແຂວງສາລະວັນ ຊຶ່ງທັງ 2 ເຫດການ ຍັງຢູ່ໃນຣະຫວ່າງ ການແກ້ໄຂຂອງເຈົ້າໜ້າທີ່.
ສາເຫດທີ່ຍັງເຮັດໃຫ້ເກີດບັນຫາດັ່ງກ່າວ ຢູ່ປະເທດລາວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງການຕ່າງປະເທດລາວ ທ່ານນຶ່ງ ຕໍ່ RFA ເມື່ອໄວໆມານີ້, ແມ່ນຍ້ອນອໍານາດ ການປົກຄອງບ້ານ ບໍ່ພໍໃຈ ທີ່ຊາວລາວຄຣິສຕຽນ ບໍ່ເຂົ້າຮ່ວມພິທີຕ່າງໆ ກັບທາງບ້ານ.