ໂຮງຮຽນຕຽມເປີດສອນ 1 ກັນຍາ
ຫຼາຍໂຮງຮຽນ ຕຽມຄວາມພ້ອມ ເພື່ອເປີດສົກຮຽນ ຊັ້ນ ອະນຸບານ, ປະຖົມ, ແລະ ມັທຍົມ ໃນ ວັນທີ 1 ກັນຍາ 2020.
-
ອຸ່ນແກ້ວ ສຸກສະຫວັນ
2020-08-26 -
-
-
Your browser doesn’t support HTML5 audio
ຫຼາຍໂຮງຮຽນ ຕຽມຄວາມພ້ອມເພື່ອເປີດສົກຮຽນ ຊັ້ນອະນຸບານ, ປະຖົມ, ແລະ ມັທຍົມ ໃນ ວັນທີ 1 ກັນຍາ 2020 ແລະຈະຕ້ອງປະຕິບັດ ມາຕການແທກອຸນຫະພູມກ່ອນເຂົ້າ ຫ້ອງຮຽນ, ໃຫ້ນັກຮຽນໃສ່ຜ້າອັດປາກ-ດັງ, ຮັກສາ ໄລຍະຫ່າງ. ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 25 ສິງຫາ ວ່າ:
"ພວກເຮົາກໍໄດ້ແນະນຳ ໃຫ້ແຕ່ລະໂຮງຮຽນຫັ້ນ ອັນທີ່ນຶ່ງ ນັກຮຽນຕ້ອງໄດ້ໃສ່ຜ້າອັດປາກ, ອັນທີສອງ ແຕ່ລະໂຮງຮຽນກໍຕ້ອງໄດ້ຕຽມ ເຈວ ລ້າງມື ແຕ່ລະໂຮງຮຽນຈະມີ ເຄື່ອງແທກ ອຸນຫະພູມ ແຕ່ວ່າ ການຮັກສາໄລຍະຫ່າງ ໂຕນີ້ ແມ່ນບາງໂຮງຮຽນ ກໍຍັງເຮັດບໍ່ທັນໄດ້ເທື່ອ, ອີງຕາມສະຖານທີ່ ຂອງໂຮງຮຽນຫັ້ນ."
ທ່ານກ່າວຕື່ມວ່າ ປັດຈຸບັນຄວາມສ່ຽງ ໃນການຕິດເຊື້ອໂຄວິດ-19 ຢູ່ລາວ ມີຄວາມສ່ຽງໜ້ອຍ ເພາະວ່າຢູ່ລາວບໍ່ມີຄົນຕິດເຊື້ອເພີ່ມ, ແຕ່ເດັກ ນ້ອຍນັກຮຽນ ທຸກຄົນກໍຕ້ອງຮູ້ຈັກ ປ້ອງກັນ ຕົນເອງ ເພື່ອຄວາມປອດພັຍ ຕາມວິທີການໃຊ້ຊີວິດ ປົກກະຕິຕາມແບບ New Normal ເບື້ອງຕົ້ນ ຍັງບໍ່ມີແຈ້ງການ ຢ່າງເປັນທາງການ, ແຕ່ ກົມການສຶກສາ ຈະອອກແຈ້ງການ ໃນອີກ ບໍ່ດົນນີ້.
ໃນອາທິດນີ້ ເປັນໄລຍະເວລາທີ່ ແຕ່ລະໂຮງຮຽນເປີດໃຫ້ນັກຮຽນ ລົງທະບຽນ ເພື່ອຕຽມຕົວເຂົ້າຮຽນ ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້. ອາຈານຢູ່ໂຮງຮຽນແຫ່ງນຶ່ງ ຢູ່ແຂວງຫຼວງນ້ຳທາ ກ່າວວ່າ ມີການຕຽມເປີດ ການຮຽນ ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້, ແຕ່ຕ້ອງແທກ ອຸນຫະພູມ ແລະ ໃສ່ຜ້າອັດປາກ-ດັງ:
"ສຳຄັນເຮົາກະກວດອຸນຫະພູມ ນັກຮຽນກ່ອນເຂົ້າຮຽນ ກະໃຫ້ລ້າງມື ຄັນອຸນຫະພູມສູງ ກະບໍ່ໃຫ້ເຂົ້າ ໃຫ້ເຂົາເຈົ້າໃສ່ຜ້າອັດປາກ ພໍ່ແມ່ ມາສົ່ງຢູ່ປະຕູແລ້ວ ກະກັບຮັກສາໄລຍະຫ່າງ ຕາມທີ່ໄດ້ກຳນົດຫັ້ນແຫຼະ ຫາກແມ່ນໂຕະແບບເທິງນີ້ ເນາະກະໃຫ້ນັ່ງ 2 ຄົນ ຄົນລະສ່ວນ ແລະ ຈຳນວນນຶ່ງ ກະມີໂຕະແບບ ນັ່ງຜູ້ດຽວກະມີ ເຮົາກໍສາມາດໄລຍະຫ່າງ ໄດ້ພໍສົມຄວນ."
ໂຮງຮຽນຫຼາຍແຫ່ງ ຢູ່ ແຂວງຈຳສັກ ມີສະຖານທີ່ຄັບແຄບ ແລະ ບໍ່ສາມາດຮັກສາໄລຍະ ຫ່າງໄດ້ ສະນັ້ນ ໂຮງຮຽນຈຶ່ງ ມີການປ່ຽນຜຽນ ກັນຮຽນ, ອາຈານ ຢູ່ໂຮງຮຽນແຫ່ງນຶ່ງ ແຂວງຈຳປາສັກ ກ່າວວ່າ:
"ແຕ່ບາງບ່ອນກະບໍ່ມີໃຫ້ນັ່ງ ຫ່າງກັນເປັນແມັດ ມັນກະຊິບໍ່ຄົບຖ້ວນ ຄືເຂົ້າໂຮງຮຽນເຂົາກໍຈັດ ເປັນແບບວ່າປ່ຽນກັນ ຮຽນຫັ້ນນ່າ ອິງໃສ່ ສະຖານທີບໍ່ຄົບຊັ້ນ ເຂົາກໍເລີຍປ່ຽນຜຽນ ກັນຮຽນ ຈາກ 30 ຄົນ ກໍມາຫຼຸດເປັນ 10 ປາຍ ຄົນເນາະ."
ຜູ້ປົກຄອງທ່ານນຶ່ງກ່າວວ່າ ໄດ້ພາລູກໄປລົງທະບຽນຮຽນ ຕ້ອງໃສ່ຜ້າອັດປາກ-ດັງ, ເອົານ້ຳໃຫ້ລູກໄປດື່ມ ຢູ່ໂຮງຮຽນ, ແລະ ລ້າງມືໃສ່ເຈວ:
"ມີ້ນີ້ເຂົາເປີດຮັບນັກຮຽນໃໝ່ໝົດ ມໍ1 ເດັກກໍພາກັນໃສ່ໜ້າກາກໄປລົງທະບຽນ ຫຼາຍເດ້ ຕອນແລງເຂົາຈະເປີດໃຫ້ ມໍ4 ກະມີແຕ່ບອກເຂົາ ປ້ອງກັນ ເຂົາຫັ້ນແຫຼະ ໃຫ້ໃສ່ໜ້າກາກ ລ້າງມື້ ໃຫ້ຖືກຕ້ອງນ້ຳກະໃຫ້ກິນ ຕິກໃຜຕິກມັນ ບໍ່ໃຫ້ໃຊ້ຮ່ວມກັນ."
ຜູ້ປົກຄອງນັກອີກທ່ານນຶ່ງ ກ່າວວ່າ ເຖິງວ່າ ບໍ່ມີຜູ້ຕິດເຊື້ອເພີ່ມ ແຕ່ ກໍແນະນຳໃຫ້ລູກ ປ້ອງກັນຕົວເອງ ແລະ ໂຮງຮຽນຕ້ອງມີມາຕການ ປ້ອງກັນ ໂດຍບໍ່ໃຫ້ນັກຮຽນໂຮມກັນຫຼາຍ:
"ມື້ນີ້ ຈະມີລົງທະບຽນຄ່າເທີມ ຕ້ອງໄດ້ເຂົ້າປົກກະຕິ ເພິ່ນຈະມີມາຕການ ເພິ່ນຊີ້ແຈງນຳຫຼັງ ໂຕນີ້ ໄປລົງທະບຽນກ່ອນ ເພິ່ນກະຕ້ອງມີ ທິດທາງ ແກ້ໄຂແນວໃດ ຈຶ່ງຈະບໍ່ໃຫ້ເຕົ້າໂຮມ ຊິແຍກຫ້ອງອີກບໍ່ ຫຼື ແນວໃດກໍຍັງບໍ່ຮູ້."
ການເປີດຮຽນໃນວັນທີ 1 ກັນຍາ, ພໍ່ແມ່ ຜູ້ປົກຄອງຫຼາຍຄົນ ກໍມີການປັບການດຳຣົງຊີວິດ ໃນຮູບແບບໃໝ່ ຫຼື New Normal ແລະ ແນະນຳໃຫ້ລູກຫຼານ ເຂົ້າໃຈສະຖານະການ ເພື່ອໃຫ້ຮູ້ ຈັກປ້ອງກັນຕົວເອງ. ປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ19 ຢູ່ ປະເທດລາວ 22 ຄົນ.