ເຄືອ​ຂ່າຍ​​ພາກສັງຄົມໄທ ຕໍ່ຕ້ານ ເຂື່ອນ​ປາກ​ລາຍ

ອຸ່ນແກ້ວ ສຸກສະຫວັນ
2018.08.24
F-Paklai ບ້ານຜາແກ້ວ ເມືອງປາກລາຍ ແຂວງ ໄຊຍະບູຣີ ເຂດຊາຍແດນຕໍ່ໃສ່ ແຂວງອຸດຕະລະດິດ ປະເທດໄທ
Screen captured from Paklai festival video

ອົງ​ການ​ອະ​ນຸ​ຮັກ​ແມ່​ນ້ຳ​ຂອງ ຫລື Save The Mekong ໄດ້​ອອກ​ຖແລງ​ການ ​ປະ​ກາດຄັດ​ຄ້ານ ​ຂັ້ນ​ຕອນການ​ປຶກ​ສາ​ຫາ​ລື​ລ່ວງ​ໜ້າ ຂອງ​ໂຄງ​ການ ​ເຂື່ອນ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ ຊຶ່ງ​ເປັນ​ເຂື່ອນ​ທີ 4 ທີ່​ຈະ​ສ້າງ​ໃສ່​ແມ່​ນ້ຳ​ຂອງ ໃນ​ປະ​ເທດ​ລາວ. ດັ່ງ ທ່ານ ທິ​ຣະ​ພົງ ໂພນ​ໝັ້ນ ຜູ້​ອໍ​າ​ນວນ​ການ​ສະ​ຖາ​ບັນ​ຊຸມ​ຊົນ ແມ່​ນ້ຳ​ຂອງ ຫລື Mekong Community Institute ຊຶ່ງ​ເປັນ​ນຶ່ງ​ ໃນ​ຜູ້​ປະ​ສານ​ງານ ຂອງເຄືອ​ຂ່າຍ​ ກຸ່ມ​ອະ​ນຸ​ຮັກ​ແມ່​ນ້ຳ​ຂອງ ໄດ້​ກ່າວ​ຕໍ່​ເອ​ເຊັຍ​ເສ​ຣີ ໃນ​ວັນ​ທີ 24 ສິງ​ຫາ ວ່າ:

ຖະແຫລງການຄັດຄ້ານ ກັບຂະບວນການ ທີ່ຈະຮັບຟັງຄວາມຄິດເຫັນ ແລ້ວກໍຈະບໍ່ເຂົ້າຮ່ວມ ປົກກະຕິ ການກໍ່ສ້າງເຂື່ອນກໍຈະມີ ແຕ່ລະປະເທດ ຈະມີການປະຊຸມເພື່ອຮັບຟັງຄວາມຄິດເຫັນຈາກທ້ອງຖິ່ນ ເພື່ອຕາມຫລັກການ ກໍຄືວ່າ ເພື່ອຈະເອົາຄວາມຄິດເຫັນນັ້ນ ເຂົ້າໄປສະເໜີຕໍ່ຕາມລຳດັບຊັ້ນ ເອົາໄປປຶກສາຫາລືຂອງ 4 ເທດ ກໍຈະບໍ່ເຂົ້າຮ່ວມ ໃນກິກັມປຶກສາ ຂອງ MRC ຂອງຕາງໜ້າແຕ່ລະປະເທດນີ້ແຫລະ.

ທ່ານ ກ່າວ​ຕື່ມ​ອີກວ່າ ເຫດ​ຜົນ​ໃນ​ການ​ຄັດ​ຄ້ານ ກໍ​ເພື່ອ​ຢັບ​ຢັ້ງ ການ​ສ້າງ​ເຂື່ອນ ​ຢູ່​ແມ່​ນ້ຳ​ຂອງ ແລະເຂື່ອນ​ຕ່າງໆຢູ່​ໃນ ​ປະ​ເທດ​ລາວ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ, ຣະ​ບົບ​ນິ​ເວດ​ວິ​ທ​ຍາ ແລະ ຊີ​ວິດ​ການ​ເປັນ​ຢູ່ ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ໂດຍສະ​ເພາະ ເຂື່ອນດອນ​ສະ​ໂຮງ, ເຂື່ອນ​ໄຊ​ຍະ​ບູ​ລີ ແລະ ເຂື່ອນ​ປາກ​ແບງ.

ນອກ​ຈາກນີ້ ຂັ້ນ​ຕອນ​ການ​ປຶກ​ສາຫາ​ລືກັນ​ລ່ວງ​ໜ້າ ຂອງ​ໂຄງ​ການ​ເຂື່ອນ​ປາກ​ລາຍ ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ 1 ວັນ ຫລັງ​ຈາກ​ທາງ​ການລາວ ປ​ະ​ກາດໂຈະ​ການກໍ່​ສ້າງ ​ເຂື່ອນ​ໃນ​ລາວ ພາຍ​ຫລັງເຂື່ອນ​ເຊ​ປຽນ​ແຕກ ໃນ​ວັນ​ທີ 23 ກໍ​ຣະ​ກະ​ດາ. ປະເທດລາວ ​ມີ​ແຜນ​ຈະ​ສ້າງ​ເຂື່ອນ ໃສ່​ແມ່​ນ້ຳ​ຂອງ 9 ແຫ່ງ ໃນ​ຈຳ​ນວນ 11 ເຂື່ອນ ​ໃນ​ແມ່​ນ້ຳ​ຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.