ມ.ສະໜາມໄຊ ຂາດອຸປກອນ ໃນໂຮງຮຽນ

ໂຮງຮຽນປະຖົມ ເມືອງສະໜາມໄຊ ແຂວງອັດຕະປື ຂາດອຸປກອນ ການຮຽນ ການສອນ ທັງໂຕະ ແລະຕັ່ງ.

ທາງໄປຫາໂຮງຮຽນ ຂອງພວກລູກສິດ ຕ້ອງໄດ້ຍ່າງໄປໄກ ແລະຕ້ອງໄດ້ຍ່າງຜ່ານ ບວກນໍ້າບວກຕົມ RFA/PN

ໂຮງຮຽນປະຖົມສົມບູນໜອງມ່ວງ ແລະ ໂຮງຮຽນ ປະຖົມສົມບູນ ມັດກ້າ ເມືອງສະໜາມໄຊ ແຂວງອັດຕະປື ຍັງຂາດເຂີນ ອຸປກອນ ການຮຽນ ການສອນ ເປັນຕົ້ນ ແມ່ນປຶ້ມຮຽນ ປຶ້ມຂຽນ ອຸປກອນກິລາ, ໂຕະຕັ່ງ ກໍເປ່ເພ ທີ່ບໍ່ພຽງພໍກັບ ຄວາມຕ້ອງການ. ດັ່ງຄຣູອາສາ ໂຮງຮຽນ ປະຖົມສົມບູນ ໝອງມ່ວງ ເມືອງສະໜາມໄຊ ແຂວງອັດຕະປື ກ່າວໃນວັນທີ 14 ກັນຍາ ວ່າ:

"ໂອ້ຍ ຍັງຂາດເຂີນຫຼາຍ ມີເຄື່ອງນຸ່ງຫົ່ມແລ້ວກໍກ່ຽວກັບ ອຸປກອນການຮຽນຕ່າງໆ ຍັງຂາດຫຼາຍເພາະວ່າ ຍັງເປັນເຂດທຸລະ ກັນດານຢູ່ ຂໍການຊ່ວຍເຫລືອ ໄປຍັງບໍ່ທັນຮອດ ເດ້ ຮອດກໍສ່ວນໜ້ອຍ".

ໂຮງຮຽນທັງສອງແຫ່ງ ມີນັກຮຽນປະມານ 200 ຄົນແຕ່ ປໍ1 ຫາ ປໍ5 ມີຄຣູທີ່ເປັນຣັຖກອນ ສົມບູນ 3 ຄົນ ແລະ ຄຣູອາສາ 2 ຄົນ ຖືວ່າເປັນໂຮງຮຽນ ທີ່ຍັງຂາດເຂີນ ອຸປກອນ ທີ່ໃຊ້ ໃນການຮຽນ ການສອນ 3 ວິຊາຫລັກ ຄື ພາສາລາວ ຄະນິດສາດ ພາສາອັງກິດ ໂດຍສະເພາະ ຊັ້ນປໍ3 ແລະ ປໍ5 ທີ່ປຶ້ມຮຽນບໍ່ພຽງພໍ ເຮັດໃຫ້ການຮຽນ ຂອງນັກຮຽນ ແລະການສອນ ຂອງຄຣູ ດຳເນີນໄປຊ້າຫຼາຍ ໃນແຕ່ລະມື້.

ຄຣູສອນ ທີ່ຕົວເມືອງສະໜາມໄຊ ຈຳເປັນຕ້ອງໄດ້ ມາພັກເຊົາຢູ່ໂຮງຮຽນ ເມືອງສະໜາມໄຊ ຈົນເຖິງປິດເທີມ ຍ້ອນວ່າໄລຍະທາງ ໄກ ປະມານ 100 ກິໂລແມັດ ແລະ ເສັ້ນທາງກໍ ເປ່ເພໜັກ ລົດຍົນ ບໍ່ສາມາດ ຜ່ານໄປໄດ້ ໂດຍ ສະເພາະໃນຊ້ວງ ລະດູຝົນ ທາງໄປຫາ ໂຮງຮຽນ ຈະໄປບໍ່ໄດ້ເລີຍ ຍ້ອນມີແຕ່ ຂີ້ຕົມ ເປັນບວກ ເປັນໜອງ. ດັ່ງຄຣູອາສາ ໂຮງຮຽນ ປະຖົມສົມບູນ ໜອງມ່ວງ ກ່າວຕື່ມອີກວ່າ:

"ທາງແຕ່ຕົວເມືອງສະໜາມໄຊ 104 ຫລັກ ແຕ່ວ່າຫົນທາງ ໄປຫາລຳບາກ ຂ້າມຂົວແນ່ ທາງກະບໍ່ດີໄປຕາມປ່າ ກວ່າຊິຮອດໂຮງຮຽນ ຫຍຸ້ງຍາກ ແຫລະຄັນຝົນຕົກ ຫຍຸ້ງຍາກ ແຫລະ ຂີ່ລົດບໍ່ໄດ້ ຄັນຝົນຕົກ".

ຄຣູທັງ 5 ຄົນ ຢູ່ໃນໂຮງຮຽນ ສອງແຫ່ງນີ້ ໄດ້ມີການ ປ່ຽນກັນສອນ ຍ້ອນວ່າຈຳນວນຄຣູ ບໍ່ພຽງພໍ ແລະ ບາງວິຊາຕ້ອງໃຊ້ ຄວາມຮູ້ອີກ ວິຊາສະເພາະ ເຊັ່ນ ພາສາ ອັງດິດຊຶ່ງ ຄຣູຈະຕ້ອງຍ່າງ ໄປສອນ ໂຮງຮຽນ ທັງສອງແຫ່ງ ທີ່ຢູ່ຫ່າງກັນ 7 ກິໂລແມັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org