ຂ.ຊຽງຂວາງຢືນຢັນຣັດເຊັຽ ມາຊ່ອຍ ກູ້ຣະເບີດ

ມະນີຈັນ
2021.04.01
ຂ.ຊຽງຂວາງຢືນຢັນຣັດເຊັຽ ມາຊ່ອຍ ກູ້ຣະເບີດ ຣົດຖັງສູ້ຣົບ ທີ່ຣັຖບານລາວ ສັ່ງຊື້ຈາກຣັດເຊັຽ
ນັກຂ່າວພົລເມືອງ

ທະຫານຣັດເຊັຽ ຮ່ວມມືກັບ ທະຫານລາວ ເກັບກູ້ຣະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ ໃນບໍຣິເວນສນາມບິນພາຍໃນ ແຂວງ ຊຽງຂວາງ ເພື່ອຂຍາຍສນາມບິນ ທີ່ມີຢູ່ແລ້ວໃຫ້ກວ້າງ ແລະໃຫຍ່ຂຶ້ນ ໃນເນື້ອທີ່ທັງໝົດ 500 ເຮັກຕາ. ຈະສ້າງສນາມບິນຂອງ ກອງທັບ ຢູ່ໃນເຂດດັ່ງກ່າວ. ແຕ່ພາຍໃນສນາມບິນ ຈະມີການແບ່ງເຂດ ຄືເຂດພົລເຮືອນຕ່າງຫາກ ແລະ ເຂດທະຫານຕ່າງຫາກ ຊຶ່ງໃນເຂດສນາມບິນ ຂອງກອງທັບ ຈະມີທະຫານລາວ ແລະຣັດເຊັຽໃຊ້ຮ່ວມກັນ. ເຈົ້າໜ້າທີ່ແຂວງຊຽງຂວາງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 31 ມີນາ 2021 ນີ້ວ່າ:

“ຣັດເຊັຽຮ່ວມກັບກອງທັບລາວ ກວດກູ້ຢູ່ສນາມບິນທົ່ງໄຫຫິນ ກຽມສິປັບປຸງສນາມບິນ ໃຫຍ່ຂຶ້ນກວ່າເກົ່າ ມັນໃຊ້ຮ່ວມກັນຈະເປັນ ຂອງທະຫານ ຂຶ້ນ-ລົງສນາມບິນດຽວກັນຫັ້ນແຫຼະ. ແຕ່ວ່າກໍຈະມີກໍານົດ ຂອງເຂດ ໂຊນຂອງໃຜຂອງມັນ ພົລເຮືອນຈອດຢູ່ບ່ອນໃດ ແລ້ວຂອງກອງທັບ ຈະຈອດຢູ່ບ່ອນໃດ ເຂົາຈະມີຂັ້ນແບ່ງ ໂຊນທາງໃນ.”

ການເຂົ້າມາລາວຂອງຣັດເຊັຽ ແມ່ນເພື່ອຊ່ອຍເຫລືອລາວ ໃນການສ້າງບຸຄລາກອນ ດ້ານການທະຫານ ໃຫ້ມີຄວາມເຂັ້ມແຂງຂຶ້ນ. ປັດຈຸບັນ ບ່ອນທີ່ໄດ້ເກັບກູ້ຣະເບີດແລ້ວ ເຈົ້າໜ້າທີ່ກໍໄດ້ເລີ່ມ ລົງສາຍໄຟໃຕ້ດິນໄວ້ ແຕ່ບໍ່ມີກໍານົດວ່າ ຈະສໍາເຣັດປີໃດ, ຄ່ອຍເຮັດ ໄປແຕ່ລະຂັ້ນຕອນ ຍ້ອນຣະເບີດບໍ່ທັນແຕກ ຍັງມີຫລາຍຢູ່. ທ່ານກ່າວຕື່ມວ່າ:

“ຣັດເຊັຽຊ່ວຍ ສ່ວນຫລາຍຈະເວົ້າເຣື່ອງ ການຮ່ວມມືກັນ ການສ້າງບຸຄລາກອນໃຫ້ແກ່ລາວ ເຣື່ອງກອງທັບແດ່ ຈໍານວນນຶ່ງ ເຈົ້າ, ເພິ່ນກະເລີ່ມເຮັດໄປແລ້ວ ກະກວດໄປກ່ອນແລ້ວ ກະຝັງສາຍໄຟໄປ ບໍ່ທັນສໍາເຣັດງ່າຍດອກ ເພາະລູກຣະເບີດຫລາຍ. ເບື້ອງຕົ້ນ ໄລຍະກວດກູ້ ບ່ອນຈະທໍາການກໍ່ສ້າງ ແລະຂຍາຍກ່ອນ ຈະຕ້ອງໄດ້ເຮັດໄປເປັນໄລຍະໆ.”

ແລະອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງຊຽງຂວາງອີກທ່ານນຶ່ງ, ສາເຫດທີ່ຣັດເຊັຽເຂົ້າມາ ກໍເພື່ອມາຊ່ອຍຮັຖບານລາວ ຍ້ອນຈະຂຍາຍສນາມບິນ ຂອງກອງທັບ ແລະໃຫ້ການ ຊ່ວຍເຫລືອ ດ້ານການທະຫານ ນໍາດ້ວຍ ດັ່ງທ່ານກ່າວຕອນນຶ່ງວ່າ:

“ຣັດເຊັຽນີ໋ ເຂົາເຈົ້າມາຊ່ວຍ ຈະສ້າງສນາມບິນທະຫານ ຢູ່ຟາກເບື້ອງ ທົ່ງໄຫຫິນພີ້ນ່າ. ເຂົາເຈົ້າຈະສ້າງສນາມບິນ ຂອງກອງທັບ ແລ້ວກໍເປັນຂອງຣັດເຊັຽ ສນາມບິນທະຫານກໍມີ ແຕ່ວ່າ ຂະເຈົ້າເຮັດໃໝ່ອີກ ໃຫ້ມັນງາມຈົບງາມອີກ ຫັ້ນນ່າ ຂະເຈົ້າກະກວດໄປພ້ອມ ເວລາຈະສ້າງ ເພື່ອຄວາມປອດພັຍ.”

ການເກັບກູ້ຣະເບີດບໍ່ທັນແຕກ ພາຍໃນສນາມບິນດັ່ງກ່າວ ຈະມີແຕ່ທະຫານ ຣັດເຊັຽ ແລະທະຫານລາວຮ່ວມກັນ, ແຕ່ທາງການ ລາວບໍ່ໄດ້ເປີດເຜີຍ ງົບປະມານໃນການສ້າງ ສນາມບິນ ນັ້ນ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ອີກທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ຄືກັນນັ້ນ ກໍເວົ້າຕໍ່ RFA ວ່າທາງການລາວ ອະນຸຍາດໃຫ້ຣັດເຊັຽ ເຂົ້າມາມີສ່ວນກ່ຽວຂ້ອງທາງດ້ານ ການທະຫານ ກໍຍ້ອນສມັຍສົງຄາມ ອາດີດສະຫະພາບໂຊວຽດ ຣັດເຊັຽເປັນເຈົ້າຣັດທິ ຄອມມິວນິສ ຄອຍສນັບສນູນ-ຊ່ອຍເຫລືອລາວ ມາໂດຍຕລອດ ໃນດ້ານການທະຫານ ທັງ ອາວຸດ ອຸປກອນຕ່າງໆ.

“ມັນມີສັນຍາຮ່ວມມືເດ໋. ວຽກອັນນີ້ ອີງໃສ່ສັນຍາຮ່ວມມືຣະຫວ່າງ ດ້ານວຽກງານປ້ອງກັນຊາດ ຂອງ 2 ປະເທດ ສ່ວນຫລາຍ ແມ່ນການຝຶກອົບຮົມ ການເຕັກນິກການທະຫານ ວິຊາການ ຍົກຣະດັບ ບຸຄລາກອນ ໂຕນີ້ມັນກ່ຽວເດ໋ ມັນພົວພັນກັນເດ໋ ສມັຍໂຊວຽດເດ໋ ການສົມທົບ ຕົ້ນຕໍກໍແມ່ນການຊ່ວຍເຫລືອ ກັນວົງຄະນາຍາດ ສັງຄົມນິຍົມເດ໋.”

ເຈົ້າໜ້າທີ່ຜູ້ໃກ້ຊິດ ກັບທະຫານທ່ານນຶ່ງ ທີ່ຂໍບໍ່ອອກຊື່ແລະສຽງ ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຣັດເຊັຽ ເລີ່ມເຂົ້າມາມີບົດບາດ ໃນລາວ ຍ້ອນລາວເປັນໜີ້ຣັດເຊັຽ ຈໍານວນຫລາຍ ຍ້ອນລາວຊື້ອາວຸດ ຍຸດໂທປະກອນ ໃນອາດີດທີ່ຜ່ານມາ ເຖິງວ່າຈະບໍ່ໄດ້ ຣະບຸໂຕເລກກໍຕາມ.

ກ່ຽວກັບເຣື່ອງນີ້ RFA ໄດ້ພຍາຍາມຕິດຕໍ່ໄປຫາ ສະຖານທູດ ຣັດເຊັຽປະຈໍາລາວ ແຕ່ບໍ່ສາມາດຕິດຕໍ່ໄດ້. ໃນປີ 2017 ທາງການ ຣັດເຊັຽ ໄດ້ລົງນາມກ່ຽວກັບການຮ່ວມມື ຫລາຍດ້ານ ກັບລາວ ທັງເຣື່ອງການຮ່ວມມື ດ້ານການທະຫານ ພາຍຫລັງການພົບພໍ້ກັນ ຣະຫວ່າງ ທ່ານ ດະມິຕຣີ ເມດເວເດຟ ນາຍົກຣັຖມົນຕຣີ ຣັດເຊັຽ ກັບທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປ.ລາວ.

ຣັດເຊັຽແລະລາວ ໄດ້ລົງນາມໃນໂຄງການຮ່ວມມື ດ້ານພະລັງງານນິວເຄລັຽ ແລະສ້າງເຂື່ອນໄຟຟ້າເຊກອງ 5 ທີ່ແຂວງອັດຕະປື ຣະຫວ່າງ ບໍຣິສັດໄຣຊີນາ ຂອງ ຣັດເຊັຽ ກັບ ຣັດວິສາຫະກິດໄຟຟ້າລາວ. ນອກຈາກນັ້ນຍັງໄດ້ລົງນາມ ຄວາມຮ່ວມມືດ້ານ ພະລັງງານ ແລະການຄົມນາຄົມ ແລະຂົນສົ່ງ, ການຮ່ວມມືທາງ ອາກາດ, ການສົ່ງຜູ້ຮ້າຍ ຂ້າມແດນ ແລະການຮ່ວມມື ໃນການ ປາບປາມ ແລະ ຕ້ານການຟອກເງິນ ແລະການສົ່ງເງິນ ໄປໃຫ້ຜູ້ກໍ່ການຮ້າຍ.

ໃນວັນທີ 22 ມົກຣາ 2018 ທ່ານ ຈັນສະໝອນ ຈັນຍາລາດ ຣັຖມົນຕຣີກະຊວງປ້ອງກັນປະເທດ ຂອງລາວໄດ້ພົບພໍ້ກັບພົລເອກ ເຊຣເກ ໂຊຍກູ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ຣັດເຊັຽ ທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ລາວ ຢ່າງເປັນທາງການ.

ແລະເມື່ອວັນທີ 21 ມົກຣາ 2019, ຕາມຣາຍງານຂອງສໍານັກຂ່າວ AIONLINE.COM ຂອງຣັດເຊັຽ, ທາງການລາວ ໄດ້ສັ່ງຊື້ ເຮືອບິນສູ້ຣົບ Yak130 4 ລໍາໃນເບື້ອງຕົ້ນ ແລະຣົດຖັງ ຫລາຍ 10 ຄັນ ແລະທັງອຸປກອນ ທາງທະຫານຕ່າງໆ ໃນມູນຄ່າ 300 ລ້ານໂດລາ ສະຫະຣັຖ ແລະ ການຊ່ອຍຝຶກອົບຮົມ ທະຫານລາວນໍາດ້ວຍ.

ແລະໜັງສືພິມຂອງກອງທັບ ປະຊາຊົນລາວ ຣາຍງານວ່າ ບໍຣິສັດ ຣັຖວິສາຫະກິດ Rosoboronexport ຂອງຣັດເຊັຽໄດ້ມອບໂອນ ເຮືອບິນຝຶກແອບ Yak130 ໃຫ້ກະຊວງປ້ອງກັນ ປະເທດລາວ ຈໍານວນ 4 ລໍາກ່ອນ ຊຶ່ງເຮືອບິນ Yak-130 ສາມາດໃຊ້ເປັນເຮືອ ບິນໂຈມຕີ ຂນາດເບົາໄດ້ ທີ່ມີຊື່ທາງຕລາດວ່າ combat-trainer jet ຫລືເຮືອບິນໄອພົ່ນຝຶກ-ໂຈມຕີ.

ໜັງສືພິມຣັດເຊັຽ ຣາຍງານອີກວ່າ ສປປ.ລາວ ໄດ້ກາຍເປັນລູກຄ້າຕ່າງປະເທດຂອງຣັດເຊັຽ ຣາຍທີ 5 ສໍາລັບເຮືອບິນ Yak-130 ທີ່ຜະລິດໂດຍໂຮງງານ Irkutsk Aviation ຮອງຈາກກອງທັບ Algeria 16 ລໍາ, ບັງກລາເທດ 16 ລໍາ, ພະມ້າ 6 ລໍາ ແລະ ເບລາຣຸສ 8 ລໍາ.

ອີງຕາມຣາຍງານຂອງສໍານັກຂ່າວ ຂອງທາງການຣັດເຊັຽ Sputniknews, ການເຂົ້າມາ ສປປລາວ ຂອງທະຫານຣັດເຊັຽ ເພື່ອສ້າງ ຍຸທສາດຢູ່ໃນປະເທດລາວ ໂດຍຈະເປີດຫ້ອງການ ເພື່ອຊ່ອຍເຫລືອທາງການລາວ ໃນການນໍາໃຊ້ອຸປກອນການທະຫານ ທີ່ຜລິດຈາກ ປະເທດຣັດເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ທະຫານ ຢູ່ກອງພົນນ້ອຍ ວັດໄຕ
Apr 04, 2021 10:13 PM

ການພົວພັນ ສາຍສຳພັນ ລະຫວ່າງ ສປປລາວ ແລະລັດເຊຍໄດ້ມີຂື້ນພາຍຫລັງສປປລາວໄດ້ສັ່ງຊື້ ເຄື່ອງ ອາວຸດອຸປະກອນທະຫານພ້ອມທັງລົດຖັງທີ່ທັນສະໝາຍອີກດ້ວຍ. ກະຊວງປ້ອງກັນປະເທດ ສປປລາວແລະລັດຖະບານ ໄດ້ວາງແຜນສັ່ງຊື້ເຄືອງອາວຸດທີ່ທັນສະໝາຍຈາກ ລັດເຊຍກໍ່ເພາະສປປລາວເຫັນວ່າ ລາວຍັງຈະມີບັນຫາຊາຍແດນກັບ ປະເທດໄທແລະປະເທດກຳປູເຈຍໃນອານາຄົດຢ່າງແນ່ນອນ.ບັນຫາຊາຍແດນ ໄທ ກຳປູເຈຍ ແລະສປປລາວໄດ້ເຈາະໄວ້ເປັນແບບສັນຕິວິທີຊົ່ວຄາວ,ໃນອານາຄົດອັນໃກ້ນີ້ຄືຈະມີບັນຫາຍາດແຍ່ງຊີ່ງກັນແລະກັນອີກຄັ້ງໃໝ່, ບັງທີຈະເຖິງການໃຊ້ກຳລັງຕອບໂຕະກັນກໍ່ມີ. ການຮ່ວມມືລະຫວ່າງ ສປປລາວແລະລັດເຊຍມີຫລາຍດ້ານທີ່ເປັນຄວາມລັບ, ບໍ່ສະເພາະບັນຫາເກັບກູ້ລະເບີດນັ້ນເອງ